ໄຊຍະບູລີ ເປີດກອງປະຊຸມສາມັນເທື່ອທີ 9 ສະພາປະຊາຊົນແຂວງ ຊຸດທີ II.

ໄຊຍະບູລີ ເປີດກອງປະຊຸມສາມັນເທື່ອທີ 9 ສະພາປະຊາຊົນແຂວງ ຊຸດທີ II.

ໄຊຍະບູລີ ເປີດກອງປະຊຸມສາມັນເທື່ອທີ 9 ສະພາປະຊາຊົນແຂວງ ຊຸດທີ II.
ກອງປະຊຸມສາມັນເທື່ອທີ 9 ສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ໄດ້ໄຂຂຶ້ນໃນວັນທີ 22 ກໍລະກົດ ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມມີທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ໄຊຍະບລ ເປດກອງປະຊມສາມນເທອທ 9 ສະພາປະຊາຊນແຂວງ ຊດທ II. - image 1
 

ທ່ານ ເພັງນິລັນ ຄໍາພັນເພັງ ໄດ້ກ່າວເປີດກອງປະຊຸມວ່າ: ໂດຍປະຕິບັດຕາມລັດຖະທໍາມະນູນ ແລະ ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນແຂວງ ຊຸດທີ II ຄັ້ງນີ້ ຈະໄດ້ພິຈາລະນາ ຮັບຮອງເອົາບັນຫາພຶ້ນຖານສໍາຄັນຄື: ບົດລາຍງານຂອງທ່ານເຈົ້າແຂວງກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ຂອງແຂວງ 6 ເດືອນຕົ້ນປີ 2025 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຕິດພັນກັບການປະຕິບັດ 2 ວາລະແຫ່ງຊາດ ແລະ ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ ຂອງແຂວງ, ບົດລາຍງານ ກ່ຽວກັບຜົນການສະຫຼຸບຕີລາຄາການໂຄສະນາເຜີຍແຜ່ກົດໝາຍ, ນິຕິກໍາໃຕ້ກົດໝາຍທົ່ວແຂວງ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030), ບົດລາຍງານ ກ່ຽວກັບການປະເມີນ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ, ນໍາໃຊ້ ແລະ ອານຸລັກຊ້າງບ້ານ, ບົດລາຍງານ ກ່ຽວກັບການປະເມີນ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ, ບົດລາຍງານ ກ່ຽວກັບການປະເມີນ ຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງ, ພັດທະນາ ແລະ ບໍລິຫານຕົວເມືອງໄຊຍະບູລີ, ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາການແຕ່ງຕັ້ງ ປະທານຄະນະກໍາມະການປົກຄອງເມືອງ 11 ເມືອງ ຂອງແຂວງໄຊຍະບູລີ, ບົດລາຍງານ ກ່ຽວກັບການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຫາ ເທື່ອທີ 9 ແລະ ແຜນການຮອດກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນແຂວງ ຊຸດທີ II. ກອງປະຊຸມ, ຍັງໄດ້ຮັບຟັງການແຈ້ງຜົນການແຕ່ງຕັ້ງຮັກສາການຫົວໜ້າພະແນກການຂັ້ນແຂວງ ແລະ ຮັບຟັງການປະກອບຄໍາເຫັນ ຂອງຕາງໜ້າຄະນະປະຈໍາສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7, ຄະນະປະຈໍາສະພາປະຊາຊົນແຂວງ ແລະ ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ, ຮັບຟັງການຊີ້ແຈງເພີ່ມເຕີມຈາກທ່ານເຈົ້າແຂວງ ແລະ ການຊີ້ແຈງ ຂອງບັນດາພະແນກການ, ກົມກອງ, ພາກສ່ວນກ່ຽວຂ້ອງ ຈໍານວນໜຶ່ງ ຕໍ່ຄໍາຊັກຖາມ ແລະ ຕໍ່ເນື້ອໃນທີ່ນໍາເຂົ້າມາພິຈາລະນາ. ກອງປະຊຸມສາມັນເທື່ອທີ 9 ສະພາປະຊາຊົນແຂວງ ຊຸດທີ II ຈະໄດ້ດໍາເນີນເປັນເວລາ 2 ວັນ ຈຶ່ງສໍາເລັດ.

(ຂ່າວ+ພາບ: ຄໍາໝັ້ນ)

ຄໍາເຫັນ

ຂ່າວການເມືອງ

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງຄຳ ຄັ້ງທີ 4 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງຄຳ ຄັ້ງທີ 4 ສະໄໝທີ VIII

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງຄຳ ຄັ້ງທີ 4 ສະໄໝທີ VIII ແຂວງຫຼວງພະບາງໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້, ໂດຍການເປັນປະທານຂອງ ສະຫາຍ ສອນສັກ ສຸລິເສີມ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ ເຂົ້າຮ່ວມ.
ກະຊວງ ກສ ຊີ້ແຈງການຜະລິດ-ປຸງແຕ່ງຜະລິດຕະພັນກະສິກຳ

ກະຊວງ ກສ ຊີ້ແຈງການຜະລິດ-ປຸງແຕ່ງຜະລິດຕະພັນກະສິກຳ

ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງ ກະສະກຳ ແລະ ສິ່ງແວດລ້ອມ(ກສ) ໄດ້ຊີ້ແຈງ ຕໍ່ຄຳຊັກຖາມຂອງສະມາຊິກສະພາ ແຫ່ງຊາດ,ໃນວັນທີ 13 ພະຈິກນີ້,ທີ່ສະພາແຫ່ງຊາດ,ໂດຍການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
5 ປີຜ່ານມາ ສາມາດມ້າງຄະດີຢາ​ເສບ​ຕິດໄດ້ 21,003 ເລື່ອງ

5 ປີຜ່ານມາ ສາມາດມ້າງຄະດີຢາ​ເສບ​ຕິດໄດ້ 21,003 ເລື່ອງ

ໃນໄລຍະ 5 ປີ ຜ່ານມາ (2021-2025) ລັດຖະບານ ໄດ້ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນໍາໃນການຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ໄຂບັນຫາຢາເສບຕິດ ໂດຍສະເພາະດ້ານການສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ຊີ້ນໍາການຈັດຕັ້ງປະຕິບັດຮອບດ້ານ ເຮັດໃຫ້ໃນທົ່ວປະເທດສາມາດແກ້ໄຂມ້າງຄະດີໄດ້ 21,003 ເລື່ອງ.
ສສຊ ສະເໜີໃຫ້ລັດຖະບານເອົາໃຈໃສ່ໃນຄຸ້ມຄອງ​ບໍ່ແຮ່

ສສຊ ສະເໜີໃຫ້ລັດຖະບານເອົາໃຈໃສ່ໃນຄຸ້ມຄອງ​ບໍ່ແຮ່

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IXໃນ​ວັນ​ທີ 12 ພະ​ຈິກ​ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ບົດລາຍງານສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ ທີ່ສະເໜີໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕິ.
ທຫລ ຊີ້ແຈງການ​ຄວບ​ຄຸມ​ອັດ​ຕາ​ເງິນ​ເຟີ້-ຄຸ້ມ​ຄອງເງິນ​ຕາ​ຕ່າງ​ປະ​ເທດ

ທຫລ ຊີ້ແຈງການ​ຄວບ​ຄຸມ​ອັດ​ຕາ​ເງິນ​ເຟີ້-ຄຸ້ມ​ຄອງເງິນ​ຕາ​ຕ່າງ​ປະ​ເທດ

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ສະໄໝທີ IX, ໃນ​ວັນ​ທີ 13 ພະ​ຈິກ​ນີ້, ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ນາງ ບຸນຄຳ ວໍລະຈິດ ຜູ້ວ່າການທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຊີ້ແຈງຕໍ່ຄຳຊັກຖາມບັນຫາພົ້ນເດັ່ນ ຂອງສະມາຊິກສະພາແຫ່ງຊາດ (ສສຊ) ຕໍ່ກັບການກໍານົດ 3 ຄາດໝາຍຕົ້ນຕໍ ໃນແຜນເງິນຕາ 5 ປີ (2026-2030) ໂດຍສະເພາະ ຄາດໝາຍອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບສະເລ່ຍ 5% (ເໜັງຕີງ ± 2%) ສະເໜີທະນາຄານ ແຫ່ງ ສປປ ລາວ ຊີ້ແຈງ ແລະ ຢັ້ງຢືນຄວາມແນ່ນອນວ່າ ຈະສາມາດຈັດຕັ້ງປະຕິບັດໄດ້ ຫຼື ບໍ່. ຖ້າເພີ່ມດັດສະນີເງິນເດືອນ ຜົນທີ່ຕາມມາຄືລາຄາສິນຄ້າເພີ່ມສູງຂຶ້ນ, ​ເງິນເຟີ້ ຈະກັບຄືນມາບໍ່; ການເພີ່ມຄັງສຳຮອງເງິນຕາຕ່າງປະເທດ ເພື່ອໃຫ້ກຸ້ມການນຳເຂົ້າໄດ້ 5-6 ເດືອນຂຶ້ນໄປ, ໃນທິດທາງຕໍ່ໜ້າ ທຫລ ຈະສາມາດບັນລຸໄດ້ຄືແນວໃດ ແລະ ດ້ວຍວິທີໃດແດ່.
ລັດຖະບານ ຈະນໍາໃຊ້ລະບົບວິເຄາະການສູນເສຍລາຍຮັບຈາກການຍົກເວັ້ນພາສີ-ອາກອນ

ລັດຖະບານ ຈະນໍາໃຊ້ລະບົບວິເຄາະການສູນເສຍລາຍຮັບຈາກການຍົກເວັ້ນພາສີ-ອາກອນ

ປັດຈຸບັນລັດຖະບານກໍຄືກະຊວງການເງິນກໍາລັງຄົ້ນຄວ້າ, ການນໍາໃຊ້ລະບົບການວິເຄາະການສູນເສຍລາຍຮັບຈາກການຍົກເວັ້ນພາສີ-ອາກອນ ຊຶ່ງຈະເຮັດໃຫ້ການສັງລວມມີຄວາມຊັດເຈນຂຶ້ນໃນຕໍ່ໜ້າ. ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ລັດ​ຖະ​ບານຈະສຸມໃສ່ຫຼາຍວຽກແກ້ໄຂບັນຫາຢາເສບຕິດ

ລັດ​ຖະ​ບານຈະສຸມໃສ່ຫຼາຍວຽກແກ້ໄຂບັນຫາຢາເສບຕິດ

ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາຊາດ.
ປະທານສະພາເນັ້ນໃຫ້ ສສຊ ປະກອບຄຳເຫັນໃສ່ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດຢ່າງມີຈຸດສຸມ

ປະທານສະພາເນັ້ນໃຫ້ ສສຊ ປະກອບຄຳເຫັນໃສ່ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດຢ່າງມີຈຸດສຸມ

ບັນດາສະມາຊິກສະພາແຫ່ງຊາດ ຈາກເຂດເລືອກຕັ້ງຕ່າງ ໄດ້ສຸມໃສປະກອບຄຳເຫັນໃສ່ບົດລາຍງານ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະ 5 ປີ(2021-2025) ແລະ ທິດທາງໃນຕໍ່ໜ້າຢ່າງກົງໄປກົງມາ ແລະ ມີຈຸດສຸມ ແນໃສ່ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີຜົນສຳເລັດເປັນກ້າວໆ.
ສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສືບຕໍ່ແກ້ໄຂບັນຫາຢາເສບຕິດ

ສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສືບຕໍ່ແກ້ໄຂບັນຫາຢາເສບຕິດ

ທ່ານ ພົນໂທ ສຸວອນ ເລືອງບຸນມີຮອງປະທານສະພາແຫ່ງຊາດຕາງໜ້າຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5ປີ(2021-2025) ແລະ ທິດທາງໃນຕໍ່ໜ້າ,ສະເໜີໂດຍ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ,ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX,ໃນວັນທີ 12 ພະຈິກນີ້,ທີ່ສະພາແຫ່ງຊາດ, ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ສະຫາຍ ວິລະພັນ ຊາພູວົງ ໄດ້ຮັບເລືອກຕັ້ງໃຫ້ເປັນເລຂາໜ່ວຍພັກຮາກຖານ ວສຊ

ສະຫາຍ ວິລະພັນ ຊາພູວົງ ໄດ້ຮັບເລືອກຕັ້ງໃຫ້ເປັນເລຂາໜ່ວຍພັກຮາກຖານ ວສຊ

ກອງປະຊຸມໃຫຍ່ ຄັ້ງທີ X ໜ່ວຍພັກຮາກຖານວິທະຍາໄລ ສິລະປະແຫ່ງຊາດ(ວສຊ) ກະຊວງວັດທະນະທໍາແລະການທ່ອງທ່ຽວ(ວທ) ໄດ້ເປີດຂຶ້ນໃນວັນທີ 12ພະຈິກ 2025 ທີ່ວິທະຍາໄລດັ່ງກ່າວ ໂດຍການປະທານຂອງ ສະຫາຍ ວິລະພັນ ຊາພູວົງ ຜູ້ອໍານວຍການ ວິທະຍາໄລສິລະປະແຫ່ງຊາດ ເລຂາ ໜ່ວຍພັກຮາກຖານ ວສຊ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ວທ, ພ້ອມດ້ວຍອາດີດການນໍາອາວຸໂສ-ບໍານານ ແລະ ສະມາຊິກພັກ ວສຊ ເຂົ້າຮ່ວມ.
ເພີ່ມເຕີມ