ແຂວງໄຊສົມບູນຈະສູ້ຊົນເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໄດ້ຮັບການຍົກລະດັບໃຫ້ດີຂຶ້ນ

ໄຊສົມບູນສຸມໃສ່ 5 ແຜນງານຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ

ໄຊສົມບູນສຸມໃສ່ 5 ແຜນງານຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ
ໂດຍ:ສຳນານ ພົມພັກດີ ໃນເປົ້າໝາຍທີ 3ຂອງແຂວງໄຊສົມບູນຈະສູ້ຊົນເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ໄດ້ຮັບການຍົກລະດັບໃຫ້ດີຂຶ້ນໂດຍໄດ້ສຸມໃສ່ປະຕິບັດ 5 ແຜນງານຄື:ແຜນງານທີ1: ເຂດຊົນນະບົດແລະຄວາມທຸກຍາກຂອງປະຊາຊົນໄດ້ຮັບການ

ພັດທະນາແລະປັບປຸງດີຂຶ້ນ,ແຜນງານທີ2: ສົ່ງເສີມ ແລະ ສ້າງໂອກາດບົດບາດຍິງ-ຊາຍ, ຊາວໜຸ່ມ-ໄວໜຸ່ມໄດ້ຮັບການພັດທະນາຢ່າງເທົ່າທຽມກັນ,ແຜນງານທີ3: ພັດທະນາ ແລະ ປົກປັກຮັກສາຮີດຄອງປະເພນີ ແລະ ວັດທະນະທໍາ,ແຜນງານທີ4: ປະຊາຊົນ ແລະ ຊາວຜູ້ອອກແຮງງານ ແຂວງໄຊສົມບູນ ໄດ້ຮັບການປົກປ້ອງ, ບໍລິການປະກັນສັງຄົມແລະມີສະຫວັດດີການທີ່ດີແລະ ແຜນງານທີ5: ການກວດກູ້ລະເບີດບໍ່ທັນແຕກ ແລະ ຊີວິດການເປັນຢູ່ຂອງປະຊາຊົນມີຄວາມປອດໄພຈາກລະເບີດບໍ່ທັນແຕກ.

ໃນບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2024 ແລະ ທິດທາງແຜນ 6 ເດືອນ ທ້າຍປີ 2024 ຂອງແຂວງໄຊສົມບູນຊີ້ໃຫ້ເຫັນວ່າ:ແຜນງານທີ1:ໄດ້ສັງລວມຈໍານວນຄອບຄົວພັດທະນາ10.850ຄອບຄົວ,ເທົ່າກັບ 69,71%, ບ້ານພັດທະນາ 19 ບ້ານ ເທົ່າກັບ 21,34%, ບໍ່ມີເມືອງໃດບັນລຸມາດຖານເມືອງພົ້ນທຸກ, ເປົ້າໜາຍທີ່ຈະສ້າງເປັນເມືອງພົ້ນທຸກມີ 2ເມືອງ ຄື: ເມືອງລ້ອງຊານ ແລະ ເມືອງທ່າໂທມ ເປົ້າໝາຍການສ້າງເປັນຕົວເມືອງນ້ອຍໃນຊົນນະບົດ ທີ່ຍັງບໍ່ບັນລຸມາດຕະຖານການພັດທະນາ,ຕິດຕາມຜົນການປະເມີນ ຕາມດໍາລັດ 348/ລບ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ປະຈໍາປີ ປີ 2024 ທົ່ວແຂວງໄຊສົມບູນ.

ແຜນງານທີ2:ທົ່ວແຂວງໄຊສົມບູນ ມີແມ່ຍິງທັງໝົດ48.960 ຄົນ, ແມ່ຍິງໃນເກນອາຍຸ 15 ປີຂຶ້ນໄປມີ 28.123 ຄົນ, ເປັນສະມາຊິກສະຫະພັນແມ່ຍິງ 19.336ສະຫາຍ ກວມ69% ຂອງແມ່ຍິງເກນອາຍຸ 15 ປີຂຶ້ນໄປ,ມີໜ່ວຍຮາກຖານຊາວໜຸ່ມ 267 ໜ່ວຍ ມີ 9 ໜ່ວຍຮາກຖານຊາວໜຸ່ມ, ມີໄວໜຸ່ມໃນເກນອາຍຸ 15-35 ປີ, ມີ 17.895 ສະຫາຍ ຍິງ 7.462 ສະຫາຍ,ສຳເລັດການສອນພາສາຕ່າງປະເທດໃຫ້ຊາວໜຸ່ມ-ໄວໜຸ່ມ ໄດ້ 1 ຊຸດ ລວມມີ 31 ຄົນ;ຈັດຝຶກອົບຮົມວິຊາຊີບໄລຍະສັ້ນ ໃຫ້ຊາວໜຸ່ມໄດ້ 2 ຊຸດ ມີຜູ້ເຂົ້າຝຶກ 14 ສະຫາຍ,ທົ່ວແຂວງມີກອງທຶນຊາວໜຸ່ມຊ່ວຍເຫຼືອຊຶ່ງກັນ ແລະ ກັນ ທັງໝົດ 101,40 ລ້ານກີບ ແລະ ກະກຽມສ້າງຕັ້ງຄະນະລະດົມທຶນເພື່ອສ້າງເປັນກອງທຶນພັດທະນາຊາວໜຸ່ມ-ເຍົາວະຊົນຂັ້ນແຂວງ.

ແຜນງານທີ3: ໄດ້ປຶກສາຫາລືຄົ້ນຄວ້າ ເພື່ອສະເໜີພູເບ້ຍເປັນມໍຣະດົກທາງທໍາມະຊາດຂອງແຂວງ,ສໍາເລັດການຈັດພິທີປະກາດບ້ານທົ່ງຄູນເປັນບ້ານວັດທະນະທໍາໃໝ່ແຫ່ງທີ 71 ຂອງແຂວງ,ຈັດພິທິສົມໂພດຫໍຫຼັກເມືອງ ແລະ ອຸທິບຸນກຸສົນຫາເຈົ້າອະນຸວົງ ປີທີ 2,ຈັດພິທິອັນເຊີນພຣະພຸດທະຮູບ ຢູ່ຫໍຫຼັກເມືອງ ຈໍານວນ 4 ອົງ ໄປປະດິດສະຖານຢູ່ວັນພູເງິນໄຊຍະຣາມ ບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ,ເກັບກໍາຂໍ້ມູນແຫຼ່ງທ່ອງທ່ຽວໄດ້ 3 ຄັ້ງ, ສາມາດສໍາຫຼວດເກັບກໍາຂໍ້ມູນໄດ້ 7 ແຫ່ງ.

ແຜນງານທີ4:ສົ່ງເສີມການພັດທະນາສີມືແຮງງານຈາກຫົວໜ່ວຍແຮງງານ 4 ຫົວໜ່ວຍ ແລະ ອົງການຈັດຕັ້ງລັດ ໄດ້ຈໍານວນ 138 ຄົນ ເທົ່າກັບ 55,2%,ຊຸກຍູ້ຫົວໜ່ວຍແຮງງານຈັດຫາວຽກວຽກເຮັດງານທໍາໄດ້ 9 ຫົວໜ່ວຍ ມີແຮງງານທັງໜົດ 220 ຄົນ ເທົ່າກັບ 20%,ຂຶ້ນທະບຽນແຮງງານຕ່າງປະເທດ ເພື່ອເຊື່ອມໂຍງກັບລະບົບຖານຂໍ້ມູນສ່ວຍສາອາກອນ (TaxRIS) ໄດ້ 2 ຫົວໜ່ວຍ ມີແຮງງານທັງໝົດ 345 ຄົນ,ອອກໃບອະນຸຍາດນໍາເຂົ້າແຮງງານຕ່າງປະເທດ 16 ຫົວໜ່ວຍ 108 ຄົນ.

ແຜນງານທີ5: ໄດ້ສໍາຫຼວດກວດກູ້ ລບຕ ຢູ່ເຂດໂຄງການກະສິກໍາສະອາດ GMO ຢ່າງເປັນປົກກະຕິ,ຜະລິດລາຍການຜົນຮ້າຍຂອງລະເບີດບໍ່ທັນແຕກ ແລະ ລົງໂຄສະນາຜົນຮ້າຍຈາກລະເບີດບໍ່ທັນແຕກໃຫ້ບ້ານເປົ້າໜາຍເປັນປົກະຕິ,ໄດ້ໂຄສະນະສຶກສາອົບຮົມຄວາມສ່ຽງຈາກລະເບີດບໍ່ທັນແຕກ ໂດຍນໍາເອົາ ດໍາລັດ 210/ລບ ວ່າດ້ວຍການແກ້ໄຂບັນຫາ ລບຕ ທີ່ຕົກຄ້າງ ເຜີຍແຜ່ໃຫ້ບັນດາເມືອງ,ໄດ້ປະສານສາຍຕັ້ງ ເພື່ອຍາດແຍ່ງແຫຼ່ງທຶນ, ເຂົ້າໃນການຊ່ວຍເຫຼືອ, ສໍາຫຼວດກວດກູ້ລະເບີດບໍ່ທັນແຕກ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ