ໄຊເຊດຖາ ສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ່ IX

ໄຊເຊດຖາ ສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ່ IX

ໄຊເຊດຖາ ສຳເລັດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ່ IX
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ໄຊເຊດຖາ ແຂວງອັດຕະປື ຄັ້ງທີ່ IX ໄດ້ດຳເນີນມາແຕ່ວັນທີ 24 ແລະ ໄດ້ສຳເລັດລົງຢ່າງຈົບງາມ ໃນວັນທີ 25 ກຸມພານີ້ ໂດຍການເປັນປະທານຂອງ ສະຫາຍ ສີໄລ ສີສະແຫວງສຸກ

 ກຳມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງເຈົ້າເມືອງໄຊເຊດຖາ, ເປັນກຽດເຂົ້າຮ່ວມມີ ສະຫາຍ ຄຳບຸນ ດວງພະບາງ ຮອງເລຂາພັກແຂວງ ຜູ້ຊີ້ນຳຂົງເຂດວຽກງານພັກ-ພະນັກງານ, ມີແຂກທີ່ຖືກເຊີນແລະ ຜູ້ແທນສົມບູນຈໍານວນ 125 ສະຫາຍຍິງ 21 ສະຫາຍ ທີ່ໄດ້ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວເມືອງ 1,628 ສະຫາຍເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ສະຫຼູບຕີລາຄາຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ. ຕະຫຼອດໄລຍະ 5 ປີຜ່ານມາ ເຫັນວ່າມີຜົນສໍາເລັດຫຼາຍດ້ານເປັນຕົ້ນ ທົ່ວເມືອງ ແມ່ນມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ, ທົ່ວສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດ-ສັງຄົມ ມີການພັດທະນາດ້ວຍບາດກ້າວ ແລະ ທ່ວງທ່າໃໝ່, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ, ພື້ນຖານໂຄງລ່າງຂອງເມືອງກໍໄດ້ຮັບການປັບປຸງແກ້ໄຂ, ຊີວິດການເປັນຢູ່ຂອງປະຊາຊົນກໍໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ, ອັດຕາສ່ວນຄວາມທຸກຍາກໄດ້ຫຼຸດໜ້ອຍຖອຍລົງໄດ້ 7,336 ຄອບຄົວ, ເທົ່າກັບ 92.31%, ບ້ານພົ້ນທຸກ 21 ບ້ານ ເທົ່າກັບ 95,4% ແລະ ຄອບຄົວ ພັດທະນາ 6,937 ຄອບຄົວ ເທົ່າກັບ 87.29%, ມີບ້ານພັດທະນາ 15 ບ້ານ ເທົ່າກັບ 68%, ການຂະຫຍາຍຕົວທາງດ້ານເສດຖະກິດຂອງເມືອງສະເລ່ຍ 5.8% ເທົ່າກັບ 72.5% ລວມຍອດລາຍຮັບຕົວຈິງຂອງປະຊາຊົນ 487 ຕື້ກວ່າກີບ, ເທົ່າກັບ 88%, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 12,5 ລ້ານກວ່າກີບ/ຄົນ/ປີ ເທົ່າກັບ 82%. ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ໜ້າ (2025- 2029)ຊຶ່ງຄາດໝາຍສູ້ຊົນຕົ້ນຕໍທາງດ້ານເສດຖະກິດ ຈະສຸມໃສ່ເຮັດໃຫ້ອັດຕາການຂະຫຍາຍຕົວຂອງເສດຖະກິດໃຫ້ໄດ້ 6 ຫາ 7.5% ຕໍ່ປີ, ລວມຍອດລາຍຮັບຕົວຈິງຂອງປະຊາຊົນໃຫ້ໄດ້ 625 ຕື້ກວ່າກີບ, ສະເລ່ຍລາຍຮັບຕົວຈິງຂອງປະຊາຊົນໃຫ້ໄດ້ 15-20 ລ້ານກີບ/ຄົນ/ປີ, ໂຄງປະກອບເສດຖະກິດ ຮອດປີ 2029 ຂະແໜງກະສິກຳຂະຫຍາຍຕົວ 2.5% ກວມເອົາ 33.3%, ຂະແໜງອຸດສາຫະກຳຂະຫຍາຍຕົວ 2% ກວມເອົາ 26.7% ແລະ ຂະແໜງບໍລິການຂະຫຍາຍຕົວ 3% ກວມເອົາ 40%.

ກອງປະຊຸມໃຫຍ່ຄັ້ງນີ້, ຍັງໄດ້ປ່ອນບັດເລືອກເອົາຄະນະບໍລິຫານງານພັກເມືອງ ຊຸດທີ່ IX ຊຶ່ງມີຜູ້ສະໝັກເລືອກຕັ້ງ 29 ສະຫາຍຍີງ 4 ສະຫາຍ, ເລືອກໄດ້ຢ່າງສົມບູນ 25 ສະຫາຍຍິງ 3 ສະຫາຍ ແລະ ເລືອກເອົາຄະນະປະຈຳພັກເມືອງຈຳນວນ 7 ສະຫາຍຍິງ 1 ສະ ຫາຍ, ຜ່ານການດຳເນີນກອງປະຊຸມຄັ້ງປະຖົມມະລຶກໄດ້ເລືອກເອົາ ສະຫາຍ ສີໄລ ສີສະແຫວງສຸກ ເປັນເລຂາຄະນະບໍລິຫານງານພັກເມືອງຊຸດໃໝ່, ສະຫາຍ ຄຳແບນເເກ້ວ ນິສະຫວັນ ແລະ ສະຫາຍ ພອນໄຊ ໄກສອນເສນາ ເປັນຮອງເລຂາ, ເລືອກເອົາສະຫາຍ ສຸລິກາ ຈັນທະຄຳເມີ ເປັນປະທານຄະນະກວດກາພັກເມືອງ, ສະຫາຍ ສຸກກອນ ມະຈັນ ແລະ ສະຫາຍ ໂພສາ ທອງສະຫວັດ ເປັນຮອງປະທານຄະນະກວດກາພັກເມືອງ ແລະ ເລືອກໄດ້ຜູ້ແທນສົມບູນອີກ 17 ສະຫາຍ ເຂົ້າຮ່ວມກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ XII.

ໂອກາດນີ້, ສະຫາຍ ຄຳບຸນ ດວງພະບາງ ໄດ້ຊີ້ນຳໃນການຈັດຕັ້ງປະຕິບັດໜ້າທີ່ຂອງອົງຄະນະພັກເມືອງຊຸດໃໝ່ໃນຕໍ່ໜ້າ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນອົງຄະນະພັກເມືອງ ໃຫ້ໄດ້ຮັບຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້, ຄະນະພັກ, ອົງການຈັດຕັ້ງທຸກຂັ້ນຕ້ອງກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ ແລະ ນິຕິກຳຕ່າງໆ, ເອົາໃຈໃສ່ປັບປຸງການຈັດຕັ້ງ, ແບ່ງຂັ້ນຄຸ້ມຄອງ, ແບ່ງຄວາມຮັບຜິດຊອບລະຫວ່າງແຂວງ, ເມືອງ, ບ້ານໃຫ້ມີຄວາມເປັນເອກະພາບ ແລະ ຂາດຕົວໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍລະບຽບກົດໝາຍໃຫ້ເຂັ້ມງວດ, ພ້ອມກັນຂຸດຄົ້ນ ແລະ ນຳໃຊ້ທ່າແຮງບົ່ມຊ້ອນທີ່ມີຂອງເມືອງເຂົ້າໃນການພັດທະນາພື້ນຖານໂຄງລ່າງຕິດພັນກັບການບໍ່ລິການ, ການທ່ອງທ່ຽວແນ່ໃສ່ສ້າງລາຍຮັບໃຫ້ແກ່ຜູ້ປະກອບການ, ຫົວໜ່ວຍທຸລະກິດ, ປະຊາຊົນບັນດາເຜົ່າມີລາຍຮັບ ແລະ ລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ່າວ.

(ຂ່າວ: ສາຍນ້ຳເຊກອງ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ