ເຊກອງ ຈັດກິດຈະກຳຍ່າງເພື່ອສຸຂະພາບ ຕ້ອນຮັບບັ້ນເລືອກຕັ້ງ ສສຊ ແລະ ສສຂ

ເຊກອງ ຈັດກິດຈະກຳຍ່າງເພື່ອສຸຂະພາບ ຕ້ອນຮັບບັ້ນເລືອກຕັ້ງ ສສຊ ແລະ ສສຂ

ເຊກອງ ຈັດກິດຈະກຳຍ່າງເພື່ອສຸຂະພາບ ຕ້ອນຮັບບັ້ນເລືອກຕັ້ງ ສສຊ ແລະ ສສຂ
ຕອນເຊົ້າວັນທີ 19 ກຸມພານີ້, ຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ອະນຸກາມະການໂຄສະນາ ແລະ ປຸກລະດົມຂະບວນການ ບັ້ນເລືອກຕັ້ງ ສສຊ ແລະ ສສຂ ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບ ພາຍໃຕ້ຄໍາຂວັນ “ຂະບວນຍ່າງເພື່ອຂໍ່ານັບຮັບຕ້ອນບັ້ນເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ທີ່ແຂວງເຊກອງ ” ຊຶ່ງນໍາພາໂດຍ ທ່ານ ບຸນຫລາຍ ບຸດທິ ເລຂາພັກແຂວງ ປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ມີບັນດາຄະນະປະຈໍາ, ກໍາມະການພັກແຂວງ, ຜູ້ສະໝັກເລືອກຕັ້ງ ສສຊ, ສສຂ, ພະນັກອາວຸໂສບໍານານ, ພະແນກການ, ອົງການທຽບເທົ່າ, ລັດວິສາຫະກິດ ພາຍໃນແຂວງເຂົ້າຮ່ວມ.
ເຊກອງ ຈດກດຈະກຳຍາງເພອສຂະພາບ ຕອນຮບບນເລອກຕງ ສສຊ ແລະ ສສຂ - image 1
 

ທ່ານ ບຸນຫລາຍ ບຸດທິ ເວົ້າວ່າ: ເພື່ອເຮັດໃຫ້ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ສໍາເລັດຕາມລະດັບຄາດໝາຍ ແຕ່ລະພາກສ່ວນ ຕ້ອງມີສ່ວນຮ່ວມໃນການຈັດຕັ້ງປະຕິບັດ, ບັນດາອະນຸ ຕ້ອງກຽມພ້ອມຮອບດ້ານທຸກເງື່ອນໄຂ ແລະ ທີ່ສໍາຄັນ ຜູ້ມີສິດເລືອກຕັ້ງ ຕ້ອງພ້ອມກັນໄປໃຊ້ສິດ ໃຊ້ສຽງຂອງຕົນຢ່າງຄົບຖ້ວນໃນການເລືອກເອົາ ສສຊ, ສສຂ ຜູ້ທີ່ມີຄວາມຮູ້ຄວາມສາມາດ ໄປປະຕິບັດໜ້າທີ່ຕາມຊາດຮຽກຮ້ອງຕ້ອງການ; ພ້ອມນີ້, ຄະນະພັກທຸກຂັ້ນ ຕ້ອງເປັນເຈົ້າການ, ເປັນກະບອກສຽງ ເພື່ອນໍາເອົາກົດໝາຍ ແລະ ເອກະສານກ່ຽວກັບການ ເລືອກຕັ້ງໄປໂຄສະນາ, ເຜີຍແຜ່ໃຫ້ກວ້າງຂວາງ ເພື່ອໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງ ຮັບຮູ້ເຂົ້າໃຈ ຢ່າງຖືກຕ້ອງ, ເລິກເຊິ່ງ ປະກອບສ່ວນເຮັດໃຫ້ບັ້ນເລືອກຕັ້ງຄັ້ງນີ້ບັນລຸຄາດໝາຍ 400%.

ເຊກອງ ຈດກດຈະກຳຍາງເພອສຂະພາບ ຕອນຮບບນເລອກຕງ ສສຊ ແລະ ສສຂ - image 2
 

ທ່ານ ຈັນໄທ ຄໍາມະນີວົງ ຄະນະອະນຸກໍາມະການໂຄສະນາ ແລະ ປຸກລະດົມຂະບວນການ ກ່າວວ່າ: ຈຸດປະສົງໃນການຈັດຂະບວນຍ່າງເພື່ອສຸຂະພາບໃນຄັ້ງນີ້, ກໍເພື່ອສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ຕິດພັນກັບການສ້າງຂະບວນການຮອບດ້ານ ເພື່ອຂໍານັບຮັບຕ້ອນບັ້ນເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ທີ່ແຂວງເຊກອງ ໃຫ້ມີຂະບວນຟົດຟື້ນ, ຊຶ່ງໃນວັນທີ 22 ກຸມພາ 2026 ນີ້ ກໍແມ່ນເປັນວັນປະຫວັດສາດອີກວັນໜຶ່ງຂອງຊາດລາວເຮົາ ທີ່ປະຊາຊົນ ຜູ້ມີສິດເລືອກຕັ້ງ ຈະຕ້ອງໄດ້ໄປໃຊ້ສິດອັນຊອບທໍາ, ສິດຄວາມເປັນເຈົ້າຂອງອໍານາດ ປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າ ໄປເລືອກຕັ້ງເອົາ ສສຊ, ສສຂ ທີ່ເປັນຕົວແທນຂອງປະຊາຊົນ ເຂົ້າໄປເຮັດໜ້າທີ່ຕາມພາລະບົດບາດ ໃນສະພາແຫ່ງຊາດ, ສະພາປະຊາຊົນແຂວງ.

ຂະບວນຍ່າງເພື່ອສຸຂະພາບນີ້, ແມ່ນເລີ່ມຈາກຫ້ອງວ່າການແຂວງ ໄປຫາສະພາສະພາປະຊາຊົນແຂວງ ຫາ 4 ແຍກວັດຫຼວງ ແລ້ວໄປຕາມເສັ້ນທາງຫຼັກເທສະບານແຂວງ ຈົນຮອດກອງບັນຊາການ ປກສ ແຂວງ ແລ້ວກັບຄືນສູ່ຈຸດເລີ່ມຕົ້ນ.

(ຂ່າວ: ພຸດທະສອນ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການ ປກສ ເມືອງອຸທຸມພອນ  ສ້າງກົນໄກການປະສານງານ

ໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການ ປກສ ເມືອງອຸທຸມພອນ ສ້າງກົນໄກການປະສານງານ

ອົງການໄອຍະການປະຊາຊົນເຂດ I ຮ່ວມກັບ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງອຸທຸມພອນ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ເຫັນດີກໍານົດກົນໄກການປະສານງານ ໃນວັນທີ 24 ກັນຍານີ້, ທີ່ກອງບັນຊາການ ປກສ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ໂດຍມີທ່ານ ຈິນດາວັນ ໄນ່ນັນທິລາດ ຫົວໜ້າອົງການໄອຍະການປະຊາຊົນເຂດ I ແລະ ທ່ານ ພັນໂທ ສົມສັກ ຈັນທະລາສອນ ຫົວໜ້າກອງບັນຊາການ ປກສ ເມືອງ.
5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ  ແລະແກ້ໄຂຄວາມທຸກຍາກ

5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ

5 ວຽກຈຸດສຸມວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄລຍະ 2027-2030,ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ລາຍງານ ຕໍ່ກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດແລະ ແກ້ໄຂຄວາມທຸກຍາກວ່າ:
ພະຍາດອະຫິວາໝູ ລະບາດ 7 ແຂວງ ພ້ອມປະກາດມາດຕະການຜ່ອນຜັນແບບມີເງື່ອນໄຂ

ພະຍາດອະຫິວາໝູ ລະບາດ 7 ແຂວງ ພ້ອມປະກາດມາດຕະການຜ່ອນຜັນແບບມີເງື່ອນໄຂ

​ ທ່ານ ບົວຫົງ ຄຳຫາຫົວໜ້າກົມລ້ຽງສັດ ແລະ ການປະມົງກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນໃນວັນທີ 24 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ ກ່ຽວກັບສະພາບການລະບາດຂອງພະຍາດອະຫິວາໝູອາຟຣິກາ (ASF) ໃນ ສປປ ລາວ ພ້ອມທັງຊີ້ແຈງທິດທາງ ແລະ ມາດຕະການແກ້ໄຂໃນຕໍ່ໜ້າ.
ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ເລ​ຂາ​ພັກ​ແຂວງ​ຄຳ​ມ່ວນເນັ້ນໃຫ້​ຄະ​ນະ​ກວດ​ກາ​ແຕ່​ລະ​ຂັ້ນຍົກ​ສູງ​ປະ​ສິດ​ທິ​ພາບ​ວຽກ​ງານກວດ​ກາ

ທ່ານ ໄຊຊະນະ ໂຄດພູທອນກໍາມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງຄໍາມ່ວນ ເນັ້ນໃຫ້ຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາທຸກຂັ້ນ ເພີ່ມທະວີການນໍາພາ-ຊີ້ນໍາ ແລະ ຍົກສູງປະສິດທິພາບວຽກງານກວດກາ, ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ໃຫ້ມີຄວາມແຂງແຮງ, ເປັນປົກກະຕິ, ເລິກເຊິ່ງ ແລະ ແທດເຖິງຕົວຈິງ.
ເຊັນສັນຍາສຳປະທານທີ່ດິນ ພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດ

ເຊັນສັນຍາສຳປະທານທີ່ດິນ ພັດທະນາແຫຼ່ງທ່ອງທ່ຽວ ຕິດພັນກັບການອະນຸລັກທໍາມະຊາດ

ພິທີເຊັນສັນຍາສຳປະທານເນື້ອທີ່ດິນ ເພື່ອພັດທະນາແຫຼ່ງທ່ອງທ່ຽວຄວບຄູ່ການອະນຸລັກທໍາມະຊາດ (ຂຸນນໍ້າພອນ) ຢູ່ເຂດບ້ານຜາແຫຼມເມືອງທ່າແຂກແຂວງຄຳມ່ວນ ລະຫວ່າງ ຄະນະກຳມະການປົກຄອງແຂວງຄໍາມ່ວນ ແລະ ບໍລິສັດ ເຄເຄ ພັດທະນາການທ່ອງທ່ຽວ ຈຳກັດຜູ້ດຽວໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ກັນ​ຍາ​ຜ່ານ​ມາທີ່ ພະ​ແນກ ອ​ຄ ແຂວງ​ຄຳ​ມ່ວນ.
ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ອັດຕະປືກວດພົບຄະດີສໍ້ລາດບັງຫຼວງສ້າງຄວາມເສຍຫາຍຫຼາຍຕື້ກີບ

ແຂວງອັດຕະປືສະຫຼຸບຜົນງານກວດກາໃນໄລຍະ5ປີ (2021-2025) ພົບວ່າໄດ້ດຳເນີນຄະດີຕໍ່ພະນັກງານ-ລັດຖະກອນທີ່ກ່ຽວພັນກັບການສໍ້ລາດບັງຫຼວງFການສໍ້ໂກງຊັບສິນFການປອມແປງເອກະສານແລະການລະເມີດລະບຽບການທາງການເງິນຫຼາຍກໍລະນີຊຶ່ງສ້າງຄວາມເສຍຫາຍແກ່ລັດເປັນຈຳນວນຫຼວງຫຼາຍ.
ເລຂາພັກເມືອງເງິນຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ

ເລຂາພັກເມືອງເງິນຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ

ທ່ານ ທອງພັນ ສຸກສະຫວັດ ກຳມະການພັກແຂວງ ເລຂາພັກເມືອງ ພ້ອມດ້ວຍຄະ​ນະໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ຕາແສງສາມັກຄີໄຊ ເມືອງເງິນ ແຂວງ ໄຊຍະບູລີ ເມື່ອ​ວັນ​ທີ 21 ກັນ​ຍາ​ຜ່ານ​ມາ, ໂດຍ​ມີ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປົກ​ຄອງ​ຕາ​ແສງ​ສາ​ມັກ​ຄີ​ໄຊພ້ອມ​ຄະ​ນະ​ໃຫ້​ການ​ຕ້ອນ​ຮັບ.
ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ກອງບັນຊາການທະຫານແຂວງອັດຕະປື ປາຖະກະຖາ 2 ວັນປະຫວັດສາດ

ວັນທີ 23 ກັນຍາຜ່ານມາ, ກອງບັນຊາການທະຫານແຂວງອັດຕະປື ໄດ້ຈັດພິທີປາຖະກະຖາວັນຍຶດອຳ ນາດ ຄົບຮອບ 51 ປີ (23 ສິງຫາ 1975-23 ສິງຫາ 2026) ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ (9 ກັນຍາ 2002-9 ກັນຍາ 2026) ໂດຍການເປັນປະທານຂອງສະຫາຍ ພັນເອກ ຈັນທະໜາ ກົມມະເມືອງ ຮອງປະທານສະຫະພັນນັກຮົບເກົ່າແຂວງ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກ ງານ-ນັກຮົບເຂົ້າຮ່ວມ.
ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ເນປານເຕືອນນັກທ່ອງທ່ຽວໃຫ້ລະມັດລະວັງໃນເສັ້ນທາງພູແລະ ພູສູງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 23 ກັນຍາ ຜ່ານມາວ່າ: ຄະ​ນະ​ກຳມະການການທ່ອງ​ທ່ຽວ​ເນ​ປານ​ອອກ​ຄຳ​ເຕືອນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທາງ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ. ພາຍຫຼັງທີ່ເຈົ້າໜ້າທີ່ຄາດຄະເນວ່າ ຈະມີຝົນຕົກໜັກເຖິງໜັກຫຼາຍໃນຫຼາຍພື້ນທີ່ຂອງປະເທດລະຫວ່າງວັນທີ 25-27 ກັນຍານີ້.
ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ

ໂຮງຮຽນການທະຫານທ້ອງຖິ່ນແຂວງຈໍາປາສັກ ໄດ້ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ XVII ແລະ ບຳລຸງການທະຫານຂັ້ນພື້ນຖານລະບົບ 6 ເດືອນ ຊຸດທີ VIII ປະຈຳສົກຮຽນ 2026-2027 ຂຶ້ນໃນວັນທີ 23 ກັນຍາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຮອງເລຂາຄະນະພັກ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຈຳປາສັກ, ມີຄະນະພັກ-ຄະນະບັນຊາ, ພະນັກງານ ຄູ-ອາຈານ ແລະ ນັກຮຽນທັງສອງລະບົບເຂົ້າຮ່ວມ.
ເພີ່ມເຕີມ