ກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມ ກັບພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ຈັດຝຶກອົບຮົມການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຜ່ານລະບົບເອເລັກໂຕຣນິກ (E -CO)ໃຫ້ແກ່ບັນດາບໍລິສັດທີ່ດຳເນີນການສົ່ງອອກສິນຄ້າ ໃນວັນທີ 6-7 ພະຈິກນີ້, ທີ່ພະແນກ ອຄ ແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ໜູລາ ຢາປະລອງຮັງ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ, ມີທ່ານ ວຽງຄຳ ທິບຸນມາ ຮອງຫົວໜ້າພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ ພ້ອມດ້ວຍບັນດາຜູ້ປະກອບການທຸລະກິດ, ບໍລິສັດນໍາເຂົ້າ-ສົ່ງອອກສິນຄ້າພາຍໃນແຂວງເຊກອງເຂົ້າຮ່ວມ.
ທ່ານ ໜູລາ ຢາປະລອງຮັງ ກ່າວວ່າ: ການຈັດຝຶກອົບຮົມການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຜ່ານລະບົບເອເລັກໂຕຣນິກ (E-CO) ກໍເພື່ອອຳນວຍຄວາມສະດວກໃຫ້ຜູ້ປະກອບການສົ່ງອອກສິນຄ້າ ນຳໃຊ້ໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທີ່ໄດ້ຮັບສິດທິພິເສດ ແນໃສ່ເພື່ອໃຫ້ມີຄວາມສະດວກ, ວ່ອງໄວ ແລະ ປະຢັດເວລາ, ຫຼຸດຜ່ອນຂັ້ນຕອນ ແລະຕົ້ນທຶນ , ຮັບປະກັນຄວາມສອດຄ່ອງຕາມກົດໝາຍ ແລະລະບຽບການຂອງ ສປປ ລາວ ແລະສາກົນ.
ພ້ອມດຽວກັນນີ້, ທ່ານວຽງຄຳ ທິບຸນມາ ໄດ້ຜ່ານແຈ້ງການກ່ຽວກັບການຈັດຕັ້ງປະຕິບັດການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານລະບົບເອເລັກໂຕຣນິກ, ຂໍ້ຕົກລົງ ວ່າດ້ວຍການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ ພ້ອມທັງໄດ້ບັນຍາຍໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ສິດທິພິເສດທາງການຄ້າທີ່ ສປປ ລາວ ໄດ້ຮັບແລະ ອະທິບາຍຄວາມໝາຍ ຄວາມສຳຄັນ ໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ ທີ່ຜ່ານເອເລັກໂຕຣນິກ, ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທາງເອເລັກໂຕຣນິກ ແລະ ນຳພາ ບັນດາບໍລິສັດ ປະຕິບັດຕົວຈິງໃນການນໍາໃຊ້ລະບົບເອເລັກໂຕຣນິກ.
ຂ່າວ-ພາບ:ພຸດທະສອນ
ມູນຄ່າການປ່ອຍກູ້ໃນແຂວງເຊກອງ ບັນລຸ 97,750 ຕື້ກີບ ສົ່ງເສີມການພັດທະນາເສດຖະກິດ
ໃນວາລະດໍາເນີນກອງປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ IV ໃນວັນທີ 29 ທັນວາ 2025 ໂດຍການເປັນປະທານ ຂອງທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ທ່ານ ຄໍາແສນ ພະສະແຫວງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງເຊກອງ ໄດ້ຂຶ້ນຊີ້ແຈງບາງບັນຫາ ທີ່ສະມາຊິກສະພາປະຊາຊົນແຂວງ ໃຫ້ຄວາມສົນໃຈ ແລະ ຊັກຖາມ ໂດຍສະເພາະ ການເຂົ້າເຖິງສິນເຊື່ອດອກເບ້ຍຕໍ່າ ທີ່ລັດຖະບານມີນະໂຍບາຍ ເພື່ອກະຕຸ້ນເສດຖະກິດພາຍໃນປະເທດໃຫ້ມີຄວາມເຂັ້ມແຂງ ແລະ ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈນກ) ແລະປະຊາຊົນທົ່ວໄປ ໃຫ້ມີການພັດທະນາ.
ຄໍາເຫັນ