![]() |
ທ່ານ ນາງ ລັດສະໝີ ສຸດທິຈັກ ຫົວໜ້າຂະແໜງພັດທະນາແມ່ຍິງ ແລະ ຝຶກອົບຮົມວິຊາຊີບ ກ່າວວ່າ: ການເປີດຝຶກອົບຮົມໃນຄັ້ງນີ້, ແມ່ນຝຶກອົບຮົມວິຊາຊີບຕັດຫຍິບຂັ້ນພື້ນຖານ ພາກປົກກະຕິ ຊຸດທີ XIX ຂອງສູນພັດທະນາແມ່ຍິງບັນດາເຜົ່າແຂວງເຊກອງ ໃຫ້ແມ່ຍິງທີ່ຕ້ອງການຢາກມີອາຊີບເສີມ ເພື່ອສ້າງລາຍໄດ້ໃຫ້ກັບຕົນເອງ ແລະ ຄອບຄົວ ໂດຍມີຈຳນວນນັກສຳມະນາກອນທັງໝົດ 11 ຄົນ ຍິງ 10 ຄົນ. ໃນນີ້, ແມ່ຍິງທຸກຍາກທີ່ມີຄວາມເປັນພິການ ທີ່ຢູ່ໃນເປົ້າໝາຍການສະໜັບສະໜູນຈາກໂຄງການ SFE ຈຳນວນ 7 ຄົນ ຍິງ 6 ຄົນ, ຊຶ່ງທັງໝົດແມ່ນມາຈາກ 4 ເມືອງພາຍໃນແຂວງ, ມີຄູຝຶກ 2 ຄົນ ມາຈາກສູນພັດທະນາແມ່ຍິງບັນດາເຜົ່າແຂວງເຊກອງ, ໄລຍະການຝຶກອົບຮົມແມ່ນໃຊ້ເວລາ 2 ເດືອນ 10 ວັນ (ວັນທີ 24 ກັນຍາ ຫາ ວັນທີ 31 ທັນວາ 2025). ນັກສຳມະນາກອນຈະໄດ້ຮຽນຮູ້ບົດຮຽນວິຊາຊີບຕັດຫຍິບ 9 ບົດຄື: ຄຸນສົມບັດຂອງຊ່າງຕັດຫຍິບ, ຄວາມຮູ້ພື້ນຖານກ່ຽວກັບຈັກຫຍິບ, ການຫຍິບດ້ວຍມື, ວິທີຮຽນດ້ວຍຈັກ, ການຕັດ ແລະ ການຫຍິບສິ້ນສຳເລັດ, ການສ້າງແບບເສື້ອແມ່ຍິງ (ເບື້ອງຕົ້ນຂັ້ນພື້ນຖານ), ການຕັດ ແລະ ຫຍິບເສື້ອຄໍກົມ, ການຕັດ ແລະ ຫຍິບເສືິອຄໍ 4 ແຈ, ການຕັດ ແລະ ຫຍິບເສື້ອຄໍ 5 ແຈ. ໃນນີ້, ແມ່ນນຳໃຊ້ຄູ່ມືຂອງສູນອົບຮົມແມ່ຍິງລາວປະສົມປະສານກັບຄູ່ມືຂອງສູນພັດທະນາແມ່ຍິງແຂວງເຊກອງ ໂດຍແນໃສ່ພັດທະນາສີມືຂອງເອື້ອຍນ້ອງແມ່ຍິງໃຫ້ມີວຽກເຮັດງານທໍາ ສ້າງລາຍຮັບໃຫ້ແກ່ຕົນເອງ ແລະ ຄອບຄົວ ໄດ້ມີຢູ່ມີກິນ.
ໂອກາດນີ້, ທ່ານ ນາງ ເພັດດາແກ້ວ ພົນສາລາດ ໄດ້ຮຽກຮ້ອງໃຫ້ນັກສຳມະນາກອນ ຕ້ອງເອົາໃຈໃສ່ໃນການປະຕິບັດລະບຽບຂອງການຮຽນ-ການສອນຢ່າງເຂັ້ມງວດ, ຕັ້ງໜ້າສຸມເຫື່ອແຮງສະຕິປັນຍາຂອງຕົນຊອກຮູ້ຮ່ຳຮຽນເອົາຄວາມຮູນຳຄູຢ່າງເລິກເຊິ່ງ, ພ້ອມກັນສຶກສາຮ່ຳຮຽນ ແລະ ນຳເອົາບົດຮຽນໃນຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ກາຍເປັນອາຊີບທີ່ໝັ້ນຄົງຂອງຕົນໃນອະນາຄົດ. ສໍາລັບຄູຝຶກ ກໍຕ້ອງເອົາໃຈໃສ່ຄົ້ນຄວ້າແຜນການສອນໃຫ້ເປັນລະບົບ ເພື່ອສົ່ງຄວາມຮູ້ໃຫ້ສໍາມະນາກອນໄດ້ຢ່າງຄ່ອງແຄ້ວ, ພ້ອມທັງຊອກຮູ້ວິທີການ ແລະ ເຕັກນິກໃໝ່ໆໃນການສິດສອນ, ເພື່ອໃຫ້ການຮຽນການສອນ ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ.
(ຂ່າວ: ພຸດທະສອນ)
ຄໍາເຫັນ