ເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື ຍົກລະດັບວຽກງານສົ່ງເສີມຕະຫຼາດການທ່ອງທ່ຽວລາວ

ເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື ຍົກລະດັບວຽກງານສົ່ງເສີມຕະຫຼາດການທ່ອງທ່ຽວລາວ
ພິທີເຊັນບົດບັນທຶກຂໍ້ຕົກລົງວ່າດ້ວຍການຮ່ວມມື (MOA) ລະຫວ່າງກົມສົ່ງເສີມຕະຫຼາດການ ທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ກັບບໍລິສັດ HTH ການຄ້າຂາອອກ - ຂາເຂົ້າ ຈໍາກັດຜູ້ດຽວ, ບໍລິສັດ ແມັດ ຈໍາກັດຜູ້ດຽວ (MATT) ແລະ ສູນການສຶກສາ LS ໄດ້ຈັດຂຶ້ນໃນວັນທີ 18 ສິງຫານີ້ ທີ່ ນະຄອນຫຼວງວຽງຈັນ.
ເຊນບດບນທກຂຕກລງວາດວຍການຮວມມ ຍກລະດບວຽກງານສງເສມຕະຫາດການທອງທຽວລາວ - image 1
 

ຮ່ວມລົງນາມໃນຄັ້ງນີ້ ລະຫວ່າງ ທ່ານ ນາງ ມະນີສາຄອນ ທໍາມະວົງໄຊ ຫົວໜ້າກົມສົ່ງເສີມຕະຫຼາດການທ່ອງທ່ຽວ, ທ່ານ ນາງ ແສງອາລຸນ ສີລາວັນ ອໍານວຍການບໍລິສັດ HTH ການຄ້າຂາອອກ - ຂາເຂົ້າ ຈໍາກັດຜູ້ດຽວ, ທ່ານ ວິທະຍາ ວັງຊັບມັງກອນ ປະທານຜູ້ບໍລິຫານ ບໍລິສັດ ແມັດ ຈໍາກັດຜູ້ດຽວ ແລະ ທ່ານ ຫັດ ວາດວານີ ຜູ້ອໍານວຍການ ສູນການສຶກສາ LS ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄໍາພູ ເພັຍສັກຂາ ຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງ ວທ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ເຊນບດບນທກຂຕກລງວາດວຍການຮວມມ ຍກລະດບວຽກງານສງເສມຕະຫາດການທອງທຽວລາວ - image 2
 

ສປປ ລາວ ອຸດສາຫະກຳການທ່ອງທ່ຽວ ຖືເປັນຂະແໜງການເສດຖະກິດປາຍແຫຼມ ທີ່ເປັນກຳລັງແຮງສຳຄັນໃນການຂັບເຄື່ອນເສດຖະກິດ-ສັງຄົມ ຂອງ ສປປ ລາວ. ເພື່ອໃຫ້ສາມາດບັນລຸແຜນພັດທະນາວຽກງານ ວທ ສົກປີ 2026-2030 ແລະ ຮັບປະກັນໃຫ້ຂະແໜງການທ່ອງທ່ຽວຂອງລາວເຮົາເຕີບໃຫຍ່ຂະຫຍາຍຕົວຢ່າງມີຄຸນນະພາບ, ມີຄວາມເຂັ້ມແຂງ ຕາມທິດສີຂຽວ ແລະ ຍືນຍົງ, ຈໍາເປັນຕ້ອງມີການຫັນປ່ຽນ ແລະ ພັດທະນາວຽກງານການທ່ອງທ່ຽວ ໃຫ້ມີຄວາມທັນສະໄໝ, ຍືນຍົງ ແລະ ມີສ່ວນຮ່ວມຈາກທຸກພາກສ່ວນໃນສັງຄົມ ໂດຍສະເພາະມີການປະສານງານຢ່າງກົມກຽວ ແລະ ຕໍ່ເນື່ອງລະຫວ່າງທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ພາກທຸລະກິດ ນັບແຕ່ຂັ້ນສູນກາງ ຈົນຮອດຂັ້ນທ້ອງຖິ່ນ.

ເຊນບດບນທກຂຕກລງວາດວຍການຮວມມ ຍກລະດບວຽກງານສງເສມຕະຫາດການທອງທຽວລາວ - image 3
 

ທ່ານ ວົງເດືອນ ແກ້ວສຸລິວົງ ຮອງຫົວໜ້າກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກ່າວວ່າ: ການລົງນາມໃນຄັ້ງນີ້, ຖືເປັນບາດກ້າວອັນສຳຄັນ ແລະ ເປັນຂີດໝາຍໜຶ່ງຂອງການຮ່ວມມື ລະຫວ່າງພາກລັດ ແລະ ພາກເອກະຊົນ ເພື່ອຍົກລະດັບວຽກງານສົ່ງເສີມຕະຫຼາດການທ່ອງທ່ຽວລາວ ຊຶ່ງປະກອບມີ 3 ໜ້າວຽກໃຫຍ່ຄື: 1. ການສົ່ງເສີມເອກະລັກທາງດ້ານວັດທະນະທຳ ຜ່ານຜະລິດຕະພັນ: ພວກເຮົາຮ່ວມມືກັບບໍລິສັດ HTH ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ໃນການພັດທະນາ ແລະ ຜະລິດເຄື່ອງທີ່ລະນຶກ ໂດຍນຳໃຊ້ສັນຍາລັກ "ຊ້າງເຜືອກ" ທີ່ເປັນມູນເຊື້ອອັນດີງາມຂອງຊາດ ຊຶ່ງບໍ່ພຽງແຕ່ເປັນການສ້າງມູນຄ່າເພີ່ມທາງເສດຖະກິດ, ແຕ່ຍັງເປັນການເຜີຍແຜ່ເອກະລັກຄວາມເປັນລາວ ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ຮັບຮູ້ຢ່າງກວ້າງຂວາງ; 2. ການຫັນການທ່ອງທ່ຽວສູ່ລະບົບທີ່ທັນສະໄໝ (Digital Tourism): ພວກເຮົາຮ່ວມມືກັບ ບໍລິສັດ ແມັດ ຈຳກັດຜູ້ດຽວ ເພື່ອພັດທະນາແພລັດຟອມດີຈີຕອນ ລວມເຖິງເວັບໄຊ Meekula.com ແລະ ແອັບພລິເຄຊັນການທ່ອງທ່ຽວ. ໂຄງການນີ້ ຈະຊ່ວຍອໍານວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວສາມາດຮັບຮູ້ ແລະ ເຂົ້າເຖິງຂໍ້ມູນຂ່າວສານການທ່ອງທ່ຽວລາວ ໄດ້ຢ່າງວ່ອງໄວ, ຖືກຕ້ອງ, ທັນກັບສະພາບການ ແລະ ເປັນການສ້າງຊ່ອງທາງໃຫ້ບັນດາຜູ້ປະກອບການທຸລະກິດການທ່ອງທ່ຽວໃນລາວ ສາມາດໂຄສະນາການບໍລິການຂອງຕົນແບບບໍ່ເສຍຄ່າໃຊ້ຈ່າຍ; 3. ການພັດທະນາຊັບພະຍາກອນມະນຸດ ແລະ ຄວາມເປັນມືອາຊີບ: ພວກເຮົາຮ່ວມມືກັບສູນການສຶກສາ ແອວເອສ (LS Education) ໃນການຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການ ໂດຍສະເພາະພາສາຕ່າງປະເທດ ແລະ ການຕະຫຼາດການ ທ່ອງທ່ຽວໃຫ້ພະນັກງານ, ພ້ອມທັງຊ່ວຍປັບປຸງເນື້ອໃນສື່ໂຄສະນາການທ່ອງທ່ຽວຂອງລາວໃຫ້ມີຄວາມດຶງດູດໃຈ, ມີເນື້ອໃນເລິກເຊິ່ງ ແລະ ມີມາດຕະຖານໃນລະດັບສາກົນ.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ອັດຕະປື ລະນຶກວັນເດັກໂລກ ແລະ ວັນສາກົນຕ້ານຄວາມຮຸນແຮງຕໍ່ແມ່ຍິງ-ເດັກຍິງ

ອັດຕະປື ລະນຶກວັນເດັກໂລກ ແລະ ວັນສາກົນຕ້ານຄວາມຮຸນແຮງຕໍ່ແມ່ຍິງ-ເດັກຍິງ

ແຂວງອັດຕະປື ຈັດງານລະນຶກວັນສົນທິສັນຍາວ່າດ້ວຍສິດທິເດັກ (ວັນເດັກໂລກ) ວັນທີ 20 ພະຈິກ ແລະ ວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ວັນທີ 25 ພະຈິກ ເພື່ອປຸກລະດົມທຸກພາກສ່ວນໃຫ້ຮ່ວມກັນປົກປ້ອງສິດທິເດັກ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ສ້າງສັງຄົມທີ່ປອດໄພ ປາສະຈາກຄວາມຮຸນແຮງ ຂຶ້ນໃນວັນທີ 27 ພະຈິກນີ້, ທີ່ສວນສາທາລະນະເຈົ້າໄຊເສດຖາ ໂດຍມີທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງຂັ້ນແຂວງ, ມີການນໍາແຂວງ, ມວນຊົນ ແລະ ນັກຮຽນເຂົ້າຮ່ວມ.
ປີ 2026 ອົງການກວດສອບປະຈໍາພາກໃຕ້ ໄດ້ກວດສອບສໍາເລັດ 16 ເປົ້າໝາຍ

ປີ 2026 ອົງການກວດສອບປະຈໍາພາກໃຕ້ ໄດ້ກວດສອບສໍາເລັດ 16 ເປົ້າໝາຍ

ທ່ານ ສົມສັກ ແສງສັກດາ ປະທານອົງການກວດສອບ ປະຈໍາພາກໃຕ້ ໄດ້ລາຍງານໃຫ້ຮູ້ກ່ຽວກັບຜົນສໍາເລັດການເຄື່ອນໄຫວວຽກງານຂອງອົງການກວດສອບປະຈໍາພາກໃຕ້ ປະຈໍາປີ2026 ແລະ ທິດທາງແຜນການ ປີ 2027 ແລະ ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2025ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ແຂວງສາລະວັນ ຊຸດທີ V ໃນວັນທີ 25 ພະຈິກຜ່ານ​ມາໃຫ້ຮູ້ວ່າ:
ກອງບັນຊາການທະຫານເມືອງໝື່ນ ປິດຊຸດອົບຮົມ-ຫັດແອບປະຈຳປີ 2026

ກອງບັນຊາການທະຫານເມືອງໝື່ນ ປິດຊຸດອົບຮົມ-ຫັດແອບປະຈຳປີ 2026

ວັນທີ 26 ພະຈິກຜ່ານມາ, ກອງບັນຊາການທະຫານເມືອງໝື່ນ ແຂວງວຽງຈັນ ໄດ້ຈັດພິທີປິດຊຸດອົບຮົມ-ຫັດແອບດ້ານການເມືອງ,ການທະຫານ,ພະລາທິການ ແລະ ເຕັກນິກປະຈຳປີ 2026 ຂຶ້ນທີ່ສະໜາມຫັດແອບ, ໃຫ້ກຽດເປັນປະທານຂອງທ່ານ ສຸພິດ ອິນທະໂພທອງ ຄະນະປະຈຳພັກເມືອງ ຮອງປະທານ ຄະນະກຳມະການປົກຄອງເມືອງ, ມີສະຫາຍພັນໂທ ເຊີຫວັງ ປາຊົງຢ່າງ ກຳມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງກອງບັນຊາການທະຫານເມືອງໝື່ນ,ມີຄະນະພັກ-ຄະນະບັນຊາ ແລະ ນັກຝຶກອົບຮົມພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ເມືອງຊຽງຮ່ອນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2026

ເມືອງຊຽງຮ່ອນປິດການແຂ່ງຂັນຊ່ວງເຮືອປະຈຳປີ 2026

ເມືອງຊຽງຮ່ອນແຂວງໄຊຍະບູລີຈັດພິທີປິດການແຂ່ງຂັນກິລາຊ່ວງເຮືອປະຈຳປີ 2026 ຂຶ້ນໃນວັນທີ 25 ພະຈິກຜ່ານມາ, ທີ່ໜອງຊາງບ້ານໃໝ່ໜອງຊາງ, ເປັນກຽດເຂົ້າຮ່ວມຂອງທ່ານສົມສະຫວາດເລັ່ງສະຫວັດອະດີດຮອງນາຍົກລັດຖະມົນຕີ, ມີທ່ານດວງຕາໄຊວຸດຮອງເລຂາຄະນະບໍລິຫານງານພັກແຂວງປະທານຄະນະກຳມະການປົກຄອງແຂວງ, ມີທ່ານແສງອາທິດລາວເບຼຍຢາທໍ່ເລຂາຄະນະບໍລິຫານງານພັກເມືອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈໍາເມືອງປະທານຈັດງານແຂ່ງຂັນຊ່ວງເຮືອປະຈໍາປີ 2026 ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະພາປະຊາຊົນແຂວງອັດຕະປື ສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2

ສະພາປະຊາຊົນແຂວງອັດຕະປື ສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສ​ພ​ຂ) ອັດຕະປື ຊຸດທີ V ໄດ້ປິດ​ລົງໃນ​ວັນ​ທີ26 ພະຈິກຜ່ານ​ມາ ທີ່ສະພາປະຊາຊົນແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ ກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງ, ມີການ​ນຳແຂວງ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 17, ສະມາຊິກສະພາປະຊາຊົນແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເມືອງແກ່ນທ້າວໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ອຸ​ປະ​ກອນ​ຮັບ​ໃຊ້​ຫ້ອງ​ການ

ເມືອງແກ່ນທ້າວໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ອຸ​ປະ​ກອນ​ຮັບ​ໃຊ້​ຫ້ອງ​ການ

ທ່ານ ພາລາກອນ ລັດຕະເວດສະນັນ ຜູ້ອໍານວຍການຝ່າຍຈັດຊື້-ຈັດຈ້າງ ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ພ້ອມດ້ວຍຄະນະ ໄດ້ນໍາເອົາອຸປະກອນຮັບໃຊ້ວຽກງານຫ້ອງການ ປະກອບມີ ເຄື່ອງພິມເອກະສານ (Printer) ຈໍານວນ 11 ເຄື່ອງ ແລະ ຄອມພິວເຕີໂນດບຸກ (Notebook) ຈໍານວນ 1 ເຄື່ອງ ຈາກບໍລິສັດ ຊີເຄ ພາວເວີ ຈໍາກັດແລະ ບໍລິສັດ ໄຊຍະບູລີ ພາວເວີ ຈໍາກັດ ມາມອບໃຫ້ແກ່ອົງການປົກຄອງເມືອງແກ່ນທ້າວ ແຂວງໄຊຍະບູລີ, ໃນ​ວັນ​ທີ 26 ພະ​ຈິກ​ຜ່ານ​ມາທີ່ ເມືອງ​ແກ່ນ​ທ້າວວ, ກ່າວ​ຮັບໂດຍ ທ່ານ ຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິຫານງານພັກເມືອງແກ່ນທ້າວ.
ຄະນະບໍລິຫານງານພັກແຂວງເຊກອງ ດຳ​ເນີນກອງປະຊຸມເປີດກວ້າງ ຄັ້ງທີ 5 ສະໄໝທີ Xl

ຄະນະບໍລິຫານງານພັກແຂວງເຊກອງ ດຳ​ເນີນກອງປະຊຸມເປີດກວ້າງ ຄັ້ງທີ 5 ສະໄໝທີ Xl

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເຊກອງ ເປີດກວ້າງຄັ້ງທີ 5 ສະໄໝທີ Xl ​ໄດ້​ເປີດຂຶ້ນໃນວັນທີ 26 ພະຈິກຜ່ານ​ມາທີ່ສະໂມສອນແຂວງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ບຸນຫຼາຍ ບຸດທິ ກຳມະການສູນກາງພັກເລຂາພັກແຂວງປະທານສະພາປະຊາຊົນແຂວງເຊກອງ, ມີີສະຫາຍ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມ ASEAN-COCI ຮັບຮອງ 7 ໂຄງການຮ່ວມມື

ກອງປະຊຸມ ASEAN-COCI ຮັບຮອງ 7 ໂຄງການຮ່ວມມື

ກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ (ASEAN-COCI) ຄັ້ງທີ 61 ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 25 ພະຈິກຜ່ານມາ ທີ່ແຂວງວຽງຈັນ ສປປ ລາວ, ທ່ານ ຄຳພູ ເພຍສັກຂາ ໃນນາມປະທານ ຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນປະຈຳລາວ ໄດ້ແຈ້ງຜົນກອງປະຊຸມຕໍ່ສື່ມວນຊົນວ່າ:
Gen Green 2026 ສູ່ຄວາມສະອາດ ແລະ ຍືນຍົງ ລະດົມອາສາສະໝັກໄວໜຸ່ມ 250 ຄົນ ຄັດແຍກຂີ້ເຫຍື້ອໄດ້ເກືອບ 130 ກິໂລ

Gen Green 2026 ສູ່ຄວາມສະອາດ ແລະ ຍືນຍົງ ລະດົມອາສາສະໝັກໄວໜຸ່ມ 250 ຄົນ ຄັດແຍກຂີ້ເຫຍື້ອໄດ້ເກືອບ 130 ກິໂລ

​ ໂຄງການ "ການຮັກສາຄວາມສະອາດເພື່ອສຸຂະພາບສິ່ງແວດລ້ອມ ໃນໄລຍະບຸນປະເພນີໃຫຍ່ ຢູ່ນະຄອນຫຼວງວຽງຈັນ 2026" ພາຍໃຕ້ຄຳຂວັນ "Gen Green: ເທດສະການມ່ວນຊື່ນ, ຂີ້ເຫຍື້ອເປັນສູນ!" ໄດ້ສຳເລັດການຈັດກິດຈະກຳທັງ 2 ຮອບ ໃນງານບຸນອອກພັນສາປຣະວໍລະນາ (ບຸນຊ່ວງເຮືອທ່າວັດຈັນ ເດືອນຕຸລາ) ແລະ ບຸນນະມັດສະການພະທາດຫຼວງວຽງຈັນ ເດືອນພະຈິກ) ໂດຍສາມາດລະດົມກຳລັງໄວໜຸ່ມ, ຄັດແຍກວັດສະດຸຣີໄຊເຄີລ ແລະ ເກັບຂໍ້ມູນເພື່ອປະກອບເຂົ້າໃນການວາງນະໂຍບາຍງານບຸນປີ 2027.
ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ພ້ອມດ້ວຍຄະນະ ໂດຍມີທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳແຂວງ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ການຈັດ ຕັ້ງປະຕິບັດວຽກງານ ອົງການປົກຄອງຕາແສງ ເມືອງຫີນບູນ ແຂວງຄໍາມ່ວນ ໃນວັນທີ 24 ພະຈິກຜ່ານມາ, ທີ່ ຕາແສງ ຄໍາແກ້ວ, ໃຫ້ກຽດກ່າວຕ້ອນຮັບຂອງທ່ານ ຄຳສິງ ອໍລະວັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະພັກ, ອົງການປົກຄອງເມືອງຫີນບູນ ພ້ອມດ້ວຍອົງການປົກຄອງຕາແສງ 6 ຕາແສງໃນທົ່ວເມືອງ ເຂົ້າຮ່ວມ.
ເພີ່ມເຕີມ