![]() |
ຮ່ວມລົງນາມ ຄັ້ງນີ້, ໂດຍ ທ່ານ ສົມຫວັງ ພົມມະວົງ ຫົວໜ້າກົມປ່າໄມ້ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ສັນຕິ ໄຊປັນຍາ ຫົວໜ້າອົງການອະນຸລັກສັດປ່າ ປະຈໍາລາວ ຊຶ່ງມີ ທ່ານ ບຸນວິໄຊ ກົງປາລີ ຮອງປະທານຄະນະກໍາມະການປົກຄອງແຂວງຫົວພັນ, ທ່ານ ມາກ ກາລາເຮີ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ
ທ່ານ ສົມຫວັງ ພົມມະວົງ ກ່າວວ່າ: ໃນໄລຍະ 10 ປີຜ່ານມານີ້ ອັດຕາການຫຼຸດລົງຂອງປ່າໄມ້ແມ່ນສູງ ແລະ ອີງຕາມການສຶກສາຂອງແຜນງານຫຼຸດຜ່ອນທາດອາຍເຮືອນແກ້ວຈາກການທຳລາຍປ່າໄມ້ ແລະ ການເຮັດໃຫ້ປ່າໄມ້ເຊື່ອມໂຊມຂອງອີຢູ ‘EU-REDD’, ສະແດງໃຫ້ເຫັນວ່າສະພາບປ່າໄມ້ຂອງ ສປປ ລາວ ມີອັດຕາເສື່ອມໂຊມສູງ ຈາກຂໍ້ມູນການສໍາຫຼວດປ່າໄມ້ແຫ່ງຊາດ (2018) ເຫັນໄດ້ວ່າໃນລະຫວ່າງປີ 2005 ຫາ 2015, ການປົກຫຸ້ມຂອງປ່າໄມ້ໃນເຂດປ່າຜະລິດຫຼຸດລົງ 4.2%, ເຂດປ້ອງກັນ 3.3% ແລະ ປ່າສະຫງວນ 1.8%. ໂດຍລວມແລ້ວ, ການປົກຫຸ້ມຂອງປ່າໄມ້ຫຼຸດລົງ 0.36% ຕໍ່ປີ ແລະ ຈາກ 60.9% ໃນປີ 2000 ເປັນ 58% ໃນປີ 2015. ສາເຫດສ່ວນໃຫຍ່ແມ່ນມາຈາກການຂະຫຍາຍຕົວທາງດ້ານພື້ນທີ່ກະສິກໍາ, ບຸກລຸກພື້ນທີ່ສຳລັບໂຄງການພັດທະນາຕ່າງໆ. ການຂຸດຄົ້ນໄມ້ແບບບໍ່ຍືນຍົງ, ການເຮັດໄຮ່ເລື່ອນລອຍ ແລະ ການເກັບກູ້ເຄື່ອງປ່າຂອງດົງແບບບໍ່ຍືນຍົງໄດ້ເຮັດໃຫ້ປ່າໄມ້ເກີດການເສື່ອມໂຊມ.
ທ່ານກ່າວຕື່ມວ່າ: ອົງການອະນຸລັກສັດປ່າໃນນາມຄູ່ຮ່ວມງານ ທີ່ຄຽງບ່າຄຽງໄຫຼ່ ກັບ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໄດ້ພະຍາຍາມສືບຕໍ່ຍາດແຍ່ງ, ລະດົມທຶນ ຈາກແຫຼ່ງທຶນຕ່າງໆ ພິເສດກໍໄດ້ຮັບການສະໜັບສະໜູນ ຈາກສະຫະພາບເອີລົບ ຈໍານວນ 1,600,000 ເອີໂຣ ພາຍໃຕ້ຊື່ໂຄງການ “ບ້ານພັດທະນາດ້ານປ່າໄມ້” ໂດຍມີຈຸດປະສົງ ເພື່ອສານຕໍ່ຈາກໂຄງການ ECILL ແນໃສ່ສ້າງເຄືອຂ່າຍທາງສັງຄົມທີ່ເຂັ້ມແຂງໃຫ້ມີສ່ວນຮ່ວມໂດຍກົງໃນການຄຸ້ມຄອງປ່າສະຫງວນ, ປົກປັກຮັກສາຊີວະນາໆພັນ ແລະ ລະບົບນິເວດປ່າໄມ້ຂອງລາວເວົ້າລວມ, ເວົ້າສະເພາະ ແມ່ນອຸທິຍານແຫ່ງຊາດນ້ຳແອດພູເລີຍ, ແຜນງານແຂວງບໍລິຄຳໄຊ ແລະ ແຜນງານ ແຂວງສະຫວັນນະເຂດ, ຈັດຕັ້ງປະຕິບັດຮ່ວມກັນ ລະຫວ່າງ ກົມປ່າໄມ້ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ອົງການອະນຸລັກສັດປ່າ ປະຈຳ ສປປ ລາວ, ພາຍໃຕ້ ໂຄງການດັ່ງກ່າວ ແມ່ນ ກົມປ່າໄມ້ ແລະ ອົງການອະນຸລັກສັດປ່າ ປະຈໍາ ສປປ ລາວ ເປັນຜູ້ຈັດຕັ້ງປະຕິບັດຮ່ວມກັບພາກສ່ວນກ່ຽວຂ້ອງຂັ້ນທ້ອງ ຖິ່ນ, ໂດຍເລັ່ງໃສ່ເພື່ອສ້າງເຄືອຂ່າຍທາງສັງຄົມທີ່ເຂັ້ມແຂງໃຫ້ມີສ່ວນຮ່ວມໂດຍກົງໃນການຄຸ້ມຄອງປ່າສະຫງວນ, ປົກປັກຮັກສາຊີວະນາໆພັນ ແລະ ລະບົບນິເວດປ່າໄມ້ຂອງລາວ, ໂດຍໄລຍະຈັດຕັ້ງປະຕິບັດເລີ່ມແຕ່ມື້ອະນຸມັດໂຄງການເປັນຕົ້ນໄປ, ວັນທິີ 30 ມິຖຸນາ 2028 (3 ປີ) ຊື່ງຈະດຳເນີນການຈັດຕັ້ງປະຕິບັດ ໂດຍຜ່ານ 3 ຈຸດປະສົງສະເພາະ ທີ່ເຊື່ອມໂຍງກັນຄື: ຍົກສູງບົດບາດຂອງອົງການຈັດຕັ້ງທາງສັງຄົມ ໃຫ້ມີສ່ວນຮ່ວມໃນການຄຸ້ມຄອງປ່າໄມ້ ແລະ ຊັບພະຍາກອນທໍາມະຊາດ ໂດຍຜ່ານໂຄງສ້າງ ແລະ ເຄືອຂ່າຍຂອງ “ບ້ານພັດທະນາດ້ານປ່າໄມ້”, ປັບປຸງການຄຸ້ມຄອງປ່າສະຫງວນແບບມີສ່ວນຮ່ວມ ດ້ວຍການສ້າງຂີດຄວາມສາມາດໃຫ້ເຄືອຂ່າຍທາງສັງຄົມ ໃນການຈັດຕັ້ງປະຕິບັດແຜນການຄຸ້ມຄອງປ່າໄມ້ບ້ານໂດຍກົງ, ອົງການຈັດຕັ້ງທາງສັງຄົມ ມີບົດບາດໃນການປະກອບສ່ວນເຂົ້າໃນການພັດທະນານະໂຍບາຍ ກ່ຽວກັບການຄອບຄອງທີ່ດິນ ແລະ ຊັບພະຍາກອນທຳມະຊາດ, ການຄຸ້ມຄອງປ່າໄມ້ ແລະ ປ່າສະຫງວນ, ພາຍໃຕ້ກິດຈະກໍາໂຄງການດັ່ງກ່າວຈະຊ່ວຍໃຫ້ຊຸມຊົນທ້ອງຖິ່ນມີພາລະບົດບາດຢ່າງຫ້າວຫັນໃນການຄຸ້ມຄອງສິ່ງແວດລ້ອມທຳມະຊາດ, ປ່າໄມ້, ສັດປ່າ ແລະ ຊັບພະຍາກອນທຳມະຊາດອື່ນໆ ໂດຍເຮັດວຽກຮ່ວມກັບໜ່ວຍງານຄຸ້ມຄອງປ່າສະຫງວນ ແລະ ພາກສ່ວນທີ່ກ່ຽວຂ້ອງເພື່ອພັດທະນາ ແລະ ຈັດຕັ້ງປະຕິບັດຍຸດທະສາດການອະນຸລັກທີ່ມີປະສິດທິພາບ ຢູ່ທ້ອງຖິ່ນທີ່ກ່ຽວຂ້ອງທີ່ຢູ່ພາຍໃນ ແລະ ຕິດກັບເຂດປ່າສະຫງວນຕາມນະໂຍບາຍ ແລະ ຍຸດທະສາດປ່າໄມ້ສອດຄ່ອງກັບເງື່ອນໄຂ ທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍປ່າໄມ້, ດຳລັດປ່າສະຫງວນ ເລກທີ 219/ລບ, ລົງວັນທີ 20/6/2023.
(ຂ່າວ-ພາບ: ສຳນານ)

ຄໍາເຫັນ