ເຊັນສັນຍາ ພັດທະນາໂຄງການໄຟຟ້າພະລັງງານລົມ ຢູ່ສອງແຂວງພາກເໜືອ

ເຊັນສັນຍາ ພັດທະນາໂຄງການໄຟຟ້າພະລັງງານລົມ ຢູ່ສອງແຂວງພາກເໜືອ

ເຊັນສັນຍາ ພັດທະນາໂຄງການໄຟຟ້າພະລັງງານລົມ ຢູ່ສອງແຂວງພາກເໜືອ
ພິທີເຊັນສັນຍາ ພັດທະນາໂຄງການໄຟຟ້າພະລັງງານລົມ ກໍາລັງຕິດຕັ້ງ 450 MW ຢູ່ເມືອງສິງ ແລະ ເມືອງລອງ ແຂວງຫຼວງນໍ້າທາ ແລະ ໂຄງການໄຟຟ້າພະລັງງານລົມ ກໍາລັງຕິດຕັ້ງ 106 MW ຢູ່ເມືອງໄຊ ແຂວງອຸດົມໄຊ

ຂອງໂຄງການຖານເຊື່ອມຕໍ່ພະລັງງານສະອາດ ພາກເໜືອລາວ ໄລຍະທີ II ລະຫວ່າງ ລັດຖະບານລາວ ກັບ ບໍລິສັດຊີຈີເອັນເອເນີຈີເຕັກໂນໂລຊີ (ລາວ) ຈໍາກັດ ຈັດຂຶ້ນໃນວັນທີ 20 ມີນາ ຜ່ານມາທີ່ນະຄອນຫຼວງວຽງຈັນໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ, ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຫວາງຊາງ ອຸປະທູດ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ.

ໂຄງການໄລຍະທີ II ໂຄງການໄຟຟ້າພະລັງງານລົມ ແມ່ນຈະຊ່ວຍເສີມໂຄງການໄລຍະທີ I ໂຄງການໄຟຟ້າພະລັງງານແສງຕາເວັນ 1.000 MW ທີ່ໄດ້ເລີ່ມດຳເນີນການກໍ່ສ້າງແລ້ວ ໂດຍຈະຊ່ວຍເພີ່ມປະສິດທິພາບ ໃນການນຳໃຊ້ລະບົບສາຍສົ່ງໄຟຟ້າ ແລະ ພັດທະນາຖານພະລັງງານສະອາດ ແບບປະສົມປະສານຂະໜາດໃຫຍ່ ໃຫ້ເຂັ້ມແຂງອີກກ້າວໜຶ່ງ.

ທ່ານ ໂພໄຊ ໄຊຍະສອນ ໄດ້ມີຄໍາເຫັນໃນພິທີວ່າ: ໂຄງການຖານເຊື່ອມຕໍ່ພະລັງງານສະອາດ ຂອງບໍລິສັດຊີຈີເອັນ ຢູ່ພາກເໜືອຂອງລາວ ເປັນໜຶ່ງຜົນສຳເລັດອັນໃຫຍ່ຂອງສອງປະເທດ ໃນການລົງເລິກການຮ່ວມມືຕົວຈິງ ແລະ ຮ່ວມກັນສ້າງ "ໜຶ່ງແລວໜຶ່ງເສັ້ນທາງ" ສືບຕໍ່ຈາກໂຄງການທາງລົດໄຟລາວ-ຈີນ. ນອກນັ້ນ, ຍັງເປັນໂຄງການພະລັງງານຍຸດທະສາດ ເພິ່ງພາອາໄສກັນກັບໂຄງການສາຍສົ່ງລາວ-ຈີນ 500 kV. ຫວັງວ່າບໍລິສັດຊີຈີເອັນລາວ ຈະສືບຕໍ່ຮັກສາມູນເຊື້ອການຈັດຕັ້ງປະຕິບັດວຽກງານທີ່ດີຄືດັ່ງຜ່ານມາ, ປະກອບສ່ວນເຂົ້າໃນການພັດທະນາສັງຄົມຢ່າງຕັ້ງໜ້າ,ສະໜັບສະໜູນວຽກງານຂົງເຂດການສຶກສາ,ສາທາລະນະສຸກ, ສ້າງພື້ນຖານໂຄງລ່າງ ແລະ ອື່ນໆ ໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອສ້າງຄວາມຜາສຸກໃຫ້ແກ່ຊຸມຊົນເຂດໂຄງການຕັ້ງຢູ່; ເພື່ອເພີ່ມທະວີການພົວພັນຮ່ວມມື ກັບບັນດາອົງການລັດ, ຊຸກຍູ້ໂຄງການພະລັງງານສະອາດ ໃຫ້ກາຍເປັນຮູບປະທຳຫຼາຍຂຶ້ນ, ກໍ່ສ້າງໂຄງການພະລັງງານສະອາດ ພາກເໜືອຂອງລາວ ເພື່ອເປັນຕົ້ນແບບໃຫ້ແກ່ໂຄງການພະລັງງານສະອາດ ໃນເຂດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ເປັນການຂະຫຍາຍການເຊື່ອມຕໍ່ເຄືອຂ່າຍໄຟຟ້າ ແລະ ການແລກປ່ຽນກະແສໄຟຟ້າ ລະຫວ່າງລາວ ກັບປະເທດເພື່ອນບ້ານ, ສົ່ງເສີມໃຫ້ປະເທດລາວ ກາຍເປັນສູນກາງການເຊື່ອມຕໍ່ ແລະ ແລກປ່ຽນພະລັງງານໄຟຟ້າ ທີ່ສຳຄັນຂອງພາກພື້ນ; ໃຫ້ຄວາມສຳຄັນຕໍ່ກັບການຕອບສະໜອງຄວາມຕ້ອງການ ດ້ານພະລັງງານໄຟຟ້າໃນ ສປປ ລາວ ທີ່ນັບມື້ນັບຫຼາຍຂຶ້ນ, ເພື່ອເປັນການສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມລາວ ແລະ ເປັນການປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການສ້າງ-ຍົກລະດັບ ຄູ່ຮ່ວມຊາຕາກຳຂອງສອງຊາດ ລາວ-ຈີນ ໃຫ້ມີມາດຕະຖານ ແລະ ຄຸນນະພາບທີ່ສູງຂຶ້ນ.

ທ່ານ ຈ່າງຊາວສຸນ ປະທານບໍລິຫານບໍລິສັດຈີຊີເອັນ ພະລັງງານສາກົນ ໄດ້ກ່າວວ່າ: ການພົວພັນ ລາວ-ຈີນ ພວມຢູ່ໃນຈຸດເລີ່ມຕົ້ນປະຫວັດສາດໃໝ່ການຮ່ວມກັນສ້າງ "ໜຶ່ງແລວໜຶ່ງເສັ້ນທາງ" ຄຸນນະພາບສູງ ແລະ ສ້າງ "ຄູ່ຮ່ວມຊາຕາກຳລາວ-ຈີນ" ໄດ້ກາຍເປັນຄວາມເຫັນດີເຫັນພ້ອມ ທີ່ສຳຄັນຂອງສອງພັກ ແລະ ສອງປະເທດ. ບໍລິສັດຈີຊີເອັນ ຈະສືບຕໍ່ຍຶດໝັ້ນໃນຫຼັກການ "ຮ່ວມຄິດຮ່ວມສ້າງຮ່ວມແບ່ງປັນ" ແລະ ເພື່ອເປັນການຊຸກຍູ້ ການພັດທະນາ-ການກໍ່ສ້າງໂຄງການຖານເຊື່ອມຕໍ່ພະລັງງງານສະອາດ ພາກເໜືອຂອງລາວ ໃຫ້ມີຄຸນນະພາບສູງໂດຍຢຶດໝັ້ນແນວທາງການເຮັດວຽກ: "ເຄັ່ງຄັດເຂັ້ມງວດ, ລະມັດລະວັງ, ລະອຽດຮອບຄອບ, ເຮັດແທ້ທໍາຈິງ, ນໍາໃຊ້ຄວາມໄດ້ປຽບຂອງພະລັງງານສົ່ງເສີມກັນ ແລະ ກັນ, ປະສົມປະສານການພັດທະນາພະລັງງານປະເພດຕ່າງໆເຊັ່ນ: ພະລັງແສງຕາເວັນ, ພະລັງງານລົມ, ພະລັງງານຊີວະມວນ ແລະ ອື່ນໆ ເພື່ອຫຼຸດຜ່ອນຄວາມກົດດັນຕໍ່ຕາຂ່າຍໄຟຟ້າ ແລະ ປັບປຸງຜົນປະໂຫຍດທາງດ້ານເສດຖະກິດໂດຍລວມ. ລົງເລິກການປະສານສົມທົບຂອງຕ່ອງໂສ້ອຸດສາຫະກຳ, ສະໜອງຄວາມໄດ້ປຽບດ້ານອຸປະກອນພະລັງງານໃໝ່, ເຕັກໂນໂລຊີ ແລະ ການບໍລິການ, ຊ່ວຍ ສປປ ລາວ ພັດທະນາຂະແໜງພະລັງງານສະອາດ ແລະ ບຸກຄະລາກອນໃນທ້ອງຖິ່ນ, ຕັ້ງໜ້າຕອບສະໜອງຄໍາສະເໜີຂອງລັດຖະບານລາວ, ຈັດຕັ້ງໂຄງການພະລັງງານສະອາດ ທີ່ເໝາະສົມກັບການຊົມໃຊ້ໃນທ້ອງຖິ່ນ, ຕາມຄວາມຕ້ອງການພະລັງງານຂອງທ້ອງຖິ່ນ ແລະ ເງື່ອນໄຂການກໍ່ສ້າງຕາຂ່າຍ, ປະສົມປະສານເຂົ້າໃນລະບົບຖານພະລັງງານສະອາດຂະໜາດໃຫຍ່, ຊ່ວຍພັດທະນາເສດຖະກິດ ແລະ ສັງຄົມພາຍໃນຂອງ ສປປ ລາວ.

(ຂ່າວ: ຂປລ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

ສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ ຢ່າງເປັນທາງການ

​ ວັນທີ 23 ຕຸລານີ້ ທີ່ຫ້ອງປະຊຸມພິພິທະພັນ ໄກສອນ ພົມວິຫານ ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມສ້າງຕັ້ງສະມາຄົມເພື່ອຄວາມຍືນຍົງດ້ານສິ່ງແວດລ້ອມລາວ (LAFES) ຢ່າງເປັນທາງການ ແລະ ໄດ້ຮັບການຮັບຮອງ ແລະ ຕົກລົງເຫັນດີຈາກຄະນະຈັດຕັ້ງສູນກາງພັກ. ກອງປະຊຸມຄັ້ງປະຫວັດສາດນີ້ ໄດ້ຮັບກຽດເຂົ້າຮ່ວມຈາກບັນດາແຂກຜູ້ມີກຽດ, ຄະນະຂົນຂວາຍສ້າງຕັ້ງສະມາຄົມ ແລະ ບັນດາສະມາຊິກ LAFES ດ້ວຍບັນຍາກາດອັນອົບອຸ່ນ.
ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການ ປກຊ-ປກສ ສະພາແຫ່ງຊາດ ຊຸດທີ X

ກອງປະຊຸມຄົບຄະນະກຳມາທິການປ້ອງກັນຊາດ (ປກຊ) - ປ້ອງກັນຄວາມສະຫງົບ (ປກສ) ສະພາແຫ່ງຊາດ ຊຸດທີ X ໄດ້ຈັດຂຶ້ນໃນວັນທີ 22 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ພົຈວ ສຸລິໄຊ ພິຈິດ ກຳມະການສຳຮອງສູນກາງພັກ ຄະນະປະຈຳສະພາແຫ່ງຊາດ ປະທານກຳມາທິການ ປກຊ-ປກສ, ສະຫາຍ ພົທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງລັດ ຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ເປັນກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ມີຄະນະກຳມະການ, ສັງກັດກຳມາທິການ ປກຊ-ປກສ, ຕາງໜ້າກະຊວງປ້ອງກັນຄວາມສະຫງົບ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.
ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ຮອງເລຂາພັກແຂວງຄໍາມ່ວນ ຕ້ອນຮັບຮອງປະທານສານປະຊາຊົນສູງສຸດ

ວັນທີ 23 ຕຸລານີ້, ທີ່ຫ້ອງວ່າການແຂວງຄໍາມ່ວນ, ທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ ໄດ້ຕ້ອນຮັບທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ພ້ອມຄະນະ ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄຳມ່ວນ.
ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X ຢູ່​ແຂວງ​ຈຳ​ປາ​ສັກ

ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ​ຈໍາປາສັກ​ຮ່ວມກັບ​ ພະແນກແຜນການ, ກົມແຜນການ ແລະ​ ການຮ່ວມມື​ ກະຊວງກະສິກໍາ ແລະ​ ສິ່ງແວດລ້ອມ​ ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາກະສິກຳ ແລະ ສິ່ງແວດລ້ອມ 5 ປີ ຄັ້ງທີ X (2026​ - 2030). ກອງປະຊຸມ​ຈັດຂຶ້ນໃນວັນທີ 22​ ຕຸລາ 2026​ ຢູ່ສະຖາບັນຄົ້ນຄວ້າກະສິກໍາ​ ຈໍາປາສັກ​ ບ້ານໂພນງາມ​ ນະຄອນປາກເຊ​ ແຂວງ​ຈຳ​ປາ​ສັກໂດຍການເປັນປະທານຂອງ​ ທ່ານ​ ຄໍາ​ ນິລາວົງ​ ກໍາມະການພັກແຂວງ​ ຫົວໜ້າ​ພະແນກກະສິກໍາ​ ແລະ​ ສິ່ງແວດລ້ອມແຂວງ,​ ມີທ່ານ ກິນົງ ແກ້ວປະເສີດ ຫົວໜ້າພະແນກແຜນການ,​ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ​ ສິ່ງແວດລ້ອມ​ ພ້ອມດ້ວຍ​ຄະນະ,​ ມີການນໍາ​ຫ້ອງການກະສິກໍາ​ ແລະ​ ສິ່ງແວດລ້ອມ​ 9​ ເມືອງ,​ 1​ ນະຄອນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.​
ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ແກ່ນທ້າວ ມອບແນວພັນພືດແລະ ອຸປະກອນການຜະລິດ ໃຫ້ບ້ານຫ້ວຍຕໍ

ຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ມອບແນວພັນພືດ, ແນວພັນສັດ ແລະ ອຸປະກອນການຜະລິດ ທີ່ໄດ້ຮັບທຶນສະໜັບສະໜູນຈາກໂຄງການຄຸ້ມຄອງປ່າໄມ້ແບບພູມມິທັດ ແລະ ສົ່ງເສີມຊີວິດການເປັນຢູ່ ​ຂອງ​ປະ​ຊາ​ຊົນພາກເໜືອໃຫ້ປະຊາຊົນບ້ານຫ້ວຍຕໍ, ໃນ​ວັນ​ທີ 21 ຕຸ​ລາ​ຜ່ານ​ມາ, ມອບໂດຍທ່ານ ກອງທ່ຽນ ໄຊຍະພອນຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການປະຈຳເມືອງ, ອົງການປົກຄອງບ້ານ ແລະ ປະຊາຊົນເຂົ້າຮ່ວມ.
ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ໃຫ້ແຂວງອັດຕະປື

ກົມຊັບສິນທາງປັນຍາ ກະຊວງອຸດສາຫະກຳ ແລະ ການຄ້າ (ອ​ຄ) ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ຈັດຝຶກອົບຮົມການບັງຄັບໃຊ້ກົດໝາຍປົກປ້ອງລິຂະສິດ ຂອງ ສປປ ລາວ ໃຫ້​ພະ​ນັກ​ງານ, ຂະ​ແໜງ​ການ​ກ່ຽວ​ຂ້ອງ​ຂອງ​ແຂວງ​ອັດ​ຕະ​ປືໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ພະແນກ ອ​ຄ ແຂວງ,​ ໂດຍມີທ່ານ ກິແກ້ວ ວໍລະວົງສາ ຮອງຫົວໜ້າກົມຊັບສິນທາງປັນຍາ ແລະ ທ່ານ ອູ່ທອງ ສິດທິຍະວົງ ຮອງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື,​ ມີຕາງໜ້າຈາກຂະແໜງການຂອງແຂວງ,​ ເມືອງເຂົ້າຮ່ວມ.
ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ເຜີຍແຜ່ການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າ

ພະແນກອຸດສາຫະກຳ ແລະ ການຄ້າແຂວງຈຳປາສັກ​ ຮ່ວມກັບ​ ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ​ ແລະ​ ການຄ້າ​ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການສົ່ງເສີມ ແລະ ອຳນວຍຄວາມສະດວກການສົ່ງອອກສິນຄ້າລາວ.
ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ອັດຕະປື ສະຫຼຸບຜົນງານ 5 ປີ ວຽກງານຈັດຕັ້ງ-ການ​ປົກ​ຄອງ

ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການເຄື່ອນໄຫວວຽກ​ງານຈັດຕັ້ງ ແລະ ການປົກຄອງ ໄລຍະ 5 ປີ (2021-2025),ພ້ອມວາງທິດທາງແຜນການ 5 ປີ (2026-2030), ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາທີ່ຫໍປະຊຸມໃຫຍ່ແຂວງ, ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີສະຫາຍ ຄອນສະຫວ່າງ ພິມມະສອນ ຄະນະປະຈຳພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍຄະນະພັກ, ຄະນະນຳຂັ້ນແຂວງ, ຂັ້ນເມືອງ ແລະ ແຂກຖືກເຊີນເຂົ້າ​ຮ່ວມ.
ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ຫົວໜ້າພະແນກ ອຄ ແຂວງອຸດົມໄຊ ຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ

ທ່ານ ອາລຸນ ບຸນວິໄລຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຮອບດ້ານຢູ່ເມືອງງາ, ໃນ​ວັນ​ທີ 22 ຕຸ​ລາ​ຜ່ານ​ມາ​, ໂດຍມີທ່ານ ວຽງໄຊ ຄຳພະຈັນ ປະທານຄະນະກຳມະການປົກຄອງເມືອງງາ,ມີຄະນະນຳຫ້ອງການ ອຄ ເມືອງ, ຄະນະກຳມະການປົກຄອງຕາແສງນາຄົກ, ຕາງໜ້າສະພາອຸດສາຫະກຳ ແລະ ການຄ້າ ແຂວງ-ເມືອງ, ຕາງໜ້າ 10 ຂະແໜງການພາຍໃນພະແນກ ອຄ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນເງິນ 200 ລ້ານກີບ ຈັດງານບຸນຊ່ວງເຮືອຢູ່ແຂວງອັດຕະປື

ກຸ່ມບໍລິສັດ ແສງອາລຸນ ສະໜັບສະໜູນງົບປະມານຈຳນວນ 200 ລ້ານກີບ ເພື່ອອຸປະຖຳການກະກຽມ ຈັດງານບຸນຊ່ວງເຮືອ ປະຈຳປີ 2026 ຢູ່ແຂວງອັດຕະປື ສືບສານປະເພນີອັນດີງາມຂອງຊາດ ແລະ ສົ່ງເສີມຄວາມສາມັກຄີຂອງປະຊາຊົນ.
ເພີ່ມເຕີມ