ພິທີເຊັນສັນຍາ ສໍາປະທານສ້າງຕັ້ງໂຮງງານຕົ້ມເກືອດ້ວຍເຄື່ອງໄຟຟ້າ ຢູ່ບ້ານບໍ່ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ໄຂຈັດຂຶ້ນໃນວັນທີ 16 ມັງກອນຜ່ານມາ ໂດຍ ແມ່ນ ທ່ານ ບຸນຮຽງ ໄຊຍະແສງ ຮອງຫົວໜ້າຫ້ອງການຄະນະກຳມະການສົ່ງເສີມການລົງທຶນ ຕາງໜ້າໃຫ້ອົງການປົກຄອງແຂວງ ລົງລາຍເຊັນ ຮ່ວມກັບ ທ່ານ ວົງສັກດາ ຄຳຜຸຍ ປະທານຝ່າຍບໍລິຫານ ບໍລິສັດໂຮງງານຜະລິດເກືອບ້ານບໍ (ກາເພັດ) ໂດຍມີ ທ່ານ ພູວົງບຸນຊູ ປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວົງສັກດາ ຄຳຜຸຍ ກ່າວຕໍ່ຜູ້ສື່ຂ່າວວ່າ: ຫຼັງສຳເລັດການເຊັນສັນຍາຄັ້ງນີ້, ຝ່າຍບໍລິສັດຈະໄດ້ສຸມໃສ່ສ້າງຕັ້ງໂຮງງານໃຫ້ສຳເລັດ ແລະ ໃຫ້ສາມາດຕົ້ມເກືອແບບທັນສະໄໝ (ຕົ້ມເກືອດ້ວຍເຄື່ອງໄຟຟ້າ) ໃນເດືອນພະຈິກປີ 2026 ນີ້ ແລະ ຈະສາມາດຜະລິດເກືອໄດ້ 56 ໂຕນຕໍ່ມື້ເພື່ອປ່ຽນແທນການຕົ້ມເກືອແບບເກົ່າຄືການຕົ້ມຂີ້ເລື່ອຍ ແລະ ຕາກແດດຊຶ່ງສາມາດຜະລິດເກືອໄດ້ພຽງ 17 ຫາ 20 ໂຕນຕໍ່ມື້.
ທ່ານກ່າວອີກວ່າ: ຫຼັງຈາກມີຜະລິດຕະພັນເກືອທີ່ໄດ້ຈາກການຕົ້ມດ້ວຍເຄື່ອງໄຟຟ້າ ຊຶ່ງເປັນເກືອທີ່ມີຄຸນນະພາບ ມາດຕະຖານ iso 22.000 GHP HACCP ແລ້ວ ທາງບລິສັດຈະສົ່ງຜະລິດຕະພັນເກືອດັ່ງກ່າວໄປຂາຍຢູ່ຕ່າງປະເທດຕື່ມອີກ.
(ແຫຼ່ງຂ່າວ: ແຂວງວຽງຈັນ)
ຄໍາເຫັນ