ຊີ້ແຈງການບໍລິການຢູ່ສວນສາທາລະນະແຄມຂອງ ນະຄອນປາກເຊ ເນັ້ນໃຫ້ມີຄວາມປອດໄພ

ຊີ້ແຈງການບໍລິການຢູ່ສວນສາທາລະນະແຄມຂອງ ນະຄອນປາກເຊ ເນັ້ນໃຫ້ມີຄວາມປອດໄພ

ຊີ້ແຈງການບໍລິການຢູ່ສວນສາທາລະນະແຄມຂອງ ນະຄອນປາກເຊ ເນັ້ນໃຫ້ມີຄວາມປອດໄພ
ຈາກກໍລະນີມີຜູ້ນໍາໃຊ້ສື່ສັງຄົມອອນລາຍ ໂດຍສະເພາະແມ່ນຖ່າຍຄລິບລົງເຟສບຸກ ກ່ຽວກັບການບໍລິ ການຢູ່ສວນສາທາລະນະແຄມຂອງ ນະຄອນປາກເຊ ແຂວງຈໍາປາສັກ ເຮັດໃຫ້ສັງຄົມມີຄວາມສັບສົນ ແລະ ເຂົ້າໃຈໄປໃນທາງທີ່ບໍ່ສ້າງສັນ. ດັ່ງນັ້ນ, ໃນວັນທີ 28 ກໍລະກົດຜ່ານມາ, ທ່ານ ສີທົນ ແກ້ວພູວົງ ທີ່ປຶກສາກຸ່ມບໍລິສັດ ຈໍາປາຄໍາ ໃນຖານະຜູ້ຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາ ໄດ້ຊີ້ແຈງຜ່ານສື່ມວນຊົນວ່າ: ໂຄງການພັດທະນາຈັດສັນ, ຄຸ້ມຄອງ ແລະ ບູລະນະສວນສາທາລະນະແຄມຂອງ ຢູ່ນະຄອນປາກເຊ ແລະ ເມືອງໂພນທອງ ໄດ້ສຶກສາສຳຫຼວດຄວາມເປັນໄປໄດ້ຂອງໂຄງການໃນເດືອນທັນວາ 2018 ແລະ ໄດ້ເຊັນສັນຍາສໍາປະທານໂຄງການໃນຕົ້ນເດືອນກັນຍາ 2023; ກິດຈະກໍາຕົ້ນຕໍຂອງໂຄງການປະກອບມີ ຕະຫຼາດກາງຄືນ, ຕະຫຼາດຫ້ອງແຖວຖາວອນ, ຮ້ານກາເຟ, ຮ້ານອາຫານ, ຮ້ານຂາຍເຄື່ອງທີ່ລະນຶກ, ໃນນັ້ນ ຕະຫຼາດກາງຄືນ ແລະ ສວນສະໜຸກ ໄດ້ອອກແບບໃຫ້ມີຄວາມທັນສະໄໝ, ສາມາດຮອງຮັບຜູ້ປະກອບການຊື້-ຂາຍ, ສາມາດຈັດຂາຍຍ່ອຍ ຂະໜາດນ້ອຍຕ່າງໆໄດ້ຕາມຄວາມເໝາະສົມ, ໃຫ້ບໍລິການຊື້-ຂາຍ ແຕ່ເວລາ 17 ໂມງ ຫາ 22 ໂມງ. ພ້ອມນີ້, ກໍໄດ້ມີການເກັບມ້ຽນໃຫ້ມີຄວາມສະອາດ ເພື່ອໃຫ້ສາມາດບໍລິການຜູ້ຊື້, ນັກທ່ອງທ່ຽວ ໂດຍເນັ້ນສິນຄ້າທີ່ຜະລິດພາຍໃນແຂວງ ເພື່ອເປັນການສົ່ງເສີມການຜະລິດຂອງປະຊາຊົນ.
ຊແຈງການບລການຢສວນສາທາລະນະແຄມຂອງ ນະຄອນປາກເຊ ເນນໃຫມຄວາມປອດໄພ - image 1
 
     
    ທ່ານ ສີທົນ ແກ້ວພູວົງ ກ່າວຕື່ມວ່າ: ການບໍລິການຢູ່ສວນສາທາລະນະແຄມຂອງ ໄດ້ວາງລະບຽບໃນການຄຸ້ມຄອງ ໂດຍສະເພາະຫ້າມບໍ່ໃຫ້ຂັບລົດເຂົ້າມາໃນບໍລິເວນຕະຫຼາດ, ຫ້າມບໍ່ໃຫ້ຂັບລົດທຸກຊະນິດຂຶ້ນຄູກັນນໍ້າແຄມຂອງ ແລະ ຫ້າມເອົາລົດທຸກຊະນິດເຂົ້າໃນສວນສາທາລະນະ ເພາະວ່າທາງບໍລິສັດໄດ້ມີບ່ອນຈອດລົດຈັກ ແລະ ລົດໃຫຍ່ໄວ້ຄອຍບໍລິການ, ໃນກໍລະນີທີ່ລູກຄ້າເອົາລົດໄຟຟ້າມາເອງ ທາງບໍລິສັດອະນຸຍາດໃຫ້ຂີ່ຢູ່ບໍລິເວນເບື້ອງໃຕ້ຂອງສວນສາທາລະນະ. ຈຸດປະສົງເພື່ອຫຼີກເວັ້ນບໍ່ໃຫ້ເກີດອຸບັດເຫດຕໍ່ປະຊາຊົນທີ່ມາໃຊ້ບໍລິການໃນສວນສາທາລະນະ.
ຊແຈງການບລການຢສວນສາທາລະນະແຄມຂອງ ນະຄອນປາກເຊ ເນນໃຫມຄວາມປອດໄພ - image 2
 
ຍ້ອນແນວນັ້ນ, ຢູ່ບໍລິເວນນີ້ຈຶ່ງມີການກວດກາຢ່າງເຂັ້ມງວດ. ນອກນັ້ນ, ພາຍໃນຕະຫຼາດ ຍັງມີສວນສະໜຸກຂະໜາດນ້ອຍ ແລະ ມີບໍລິການລົດຊິ້ງໄຟຟ້າ ເພື່ອບໍລິການລູກຄ້າຜູ້ມາທ່ອງທ່ຽວ, ຜູ້ເຮັດໜ້າທີ່ໃນການບໍລິການ ກໍຄືລູກຈ້າງຂອງບໍລິສັດ ເປັນຄົນຫວຽດນາມ ຊຶ່ງຖືພັດສະປອດຕ່າງດ້າວ ທີ່ສາມາດປະກອບອາຊີບຢູ່ລາວຢ່າງຖືກຕ້ອງຕາມລະບຽບກົດໝາຍ. ກໍລະນີທີ່ນັກທ່ອງທ່ຽວຜູ້ມາທ່ຽວຊົມ ຫຼື ລູກຄ້າທີ່ມາທ່ຽວຫຼິ້ນ, ມາໃຊ້ບໍລິການ ຖ້າມີອັນໃດບໍ່ເຂົ້າໃຈ ກໍສາມາດຕິດຕໍ່ສອບຖາມນໍາພະນັກງານຜູ້ເຮັດໜ້າທີ່ບໍລິການ ແລະ ຮ້ານຂາຍເຄື່ອງພາຍໃນຕະຫຼາດໄດ້.
ຊແຈງການບລການຢສວນສາທາລະນະແຄມຂອງ ນະຄອນປາກເຊ ເນນໃຫມຄວາມປອດໄພ - image 3
 
 ໃນຕໍ່ໜ້ານີ້, ທາງບໍລິສັດ ຈະເອົາໃຈໃສ່ສ້າງປ້າຍຫ້າມ ແລະ ປ້າຍເຕືອນຕ່າງໆຕາມແຕ່ລະຈຸດໃຫ້ລະອຽດຈະແຈ້ງ ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈໃຫ້ຜູ້ທີ່ມາທ່ຽວຊົມ. ນອກນີ້, ກໍຈະໄດ້ຝຶກອົບຮົມທັກສະ, ວິທີການ ແລະ ເຕັກນິກໃນການບໍລິການໃຫ້ພະນັກງານທີ່ເຮັດໜ້າທີ່ບໍລິການຢູ່ສວນສາທາລະນະແຄມຂອງ ເພື່ອບໍລິການແຂກຄົນໃຫ້ນັບມື້ດີຂຶ້ນເລື້ອຍໆ. ຂ່າວ-ພາບ: ທູນທອງໃຈ 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກອງປະຊຸມ ASEAN-COCI ຮັບຮອງ 7 ໂຄງການຮ່ວມມື

ກອງປະຊຸມ ASEAN-COCI ຮັບຮອງ 7 ໂຄງການຮ່ວມມື

ກອງປະຊຸມຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນ (ASEAN-COCI) ຄັ້ງທີ 61 ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 25 ພະຈິກຜ່ານມາ ທີ່ແຂວງວຽງຈັນ ສປປ ລາວ, ທ່ານ ຄຳພູ ເພຍສັກຂາ ໃນນາມປະທານ ຄະນະກຳມະການວັດທະນະທຳ ແລະ ຖະແຫຼງຂ່າວອາຊຽນປະຈຳລາວ ໄດ້ແຈ້ງຜົນກອງປະຊຸມຕໍ່ສື່ມວນຊົນວ່າ:
Gen Green 2026 ສູ່ຄວາມສະອາດ ແລະ ຍືນຍົງ ລະດົມອາສາສະໝັກໄວໜຸ່ມ 250 ຄົນ ຄັດແຍກຂີ້ເຫຍື້ອໄດ້ເກືອບ 130 ກິໂລ

Gen Green 2026 ສູ່ຄວາມສະອາດ ແລະ ຍືນຍົງ ລະດົມອາສາສະໝັກໄວໜຸ່ມ 250 ຄົນ ຄັດແຍກຂີ້ເຫຍື້ອໄດ້ເກືອບ 130 ກິໂລ

​ ໂຄງການ "ການຮັກສາຄວາມສະອາດເພື່ອສຸຂະພາບສິ່ງແວດລ້ອມ ໃນໄລຍະບຸນປະເພນີໃຫຍ່ ຢູ່ນະຄອນຫຼວງວຽງຈັນ 2026" ພາຍໃຕ້ຄຳຂວັນ "Gen Green: ເທດສະການມ່ວນຊື່ນ, ຂີ້ເຫຍື້ອເປັນສູນ!" ໄດ້ສຳເລັດການຈັດກິດຈະກຳທັງ 2 ຮອບ ໃນງານບຸນອອກພັນສາປຣະວໍລະນາ (ບຸນຊ່ວງເຮືອທ່າວັດຈັນ ເດືອນຕຸລາ) ແລະ ບຸນນະມັດສະການພະທາດຫຼວງວຽງຈັນ ເດືອນພະຈິກ) ໂດຍສາມາດລະດົມກຳລັງໄວໜຸ່ມ, ຄັດແຍກວັດສະດຸຣີໄຊເຄີລ ແລະ ເກັບຂໍ້ມູນເພື່ອປະກອບເຂົ້າໃນການວາງນະໂຍບາຍງານບຸນປີ 2027.
ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເຄື່ອນໄຫວຊຸກຍູ້ວຽກງານຢູ່ເມືອງຫີນບູນ

ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ພ້ອມດ້ວຍຄະນະ ໂດຍມີທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍການນຳແຂວງ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ການຈັດ ຕັ້ງປະຕິບັດວຽກງານ ອົງການປົກຄອງຕາແສງ ເມືອງຫີນບູນ ແຂວງຄໍາມ່ວນ ໃນວັນທີ 24 ພະຈິກຜ່ານມາ, ທີ່ ຕາແສງ ຄໍາແກ້ວ, ໃຫ້ກຽດກ່າວຕ້ອນຮັບຂອງທ່ານ ຄຳສິງ ອໍລະວັນ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະພັກ, ອົງການປົກຄອງເມືອງຫີນບູນ ພ້ອມດ້ວຍອົງການປົກຄອງຕາແສງ 6 ຕາແສງໃນທົ່ວເມືອງ ເຂົ້າຮ່ວມ.
ປີ 2026 ໄອຍະການປະຊາຊົນອັດຕະປື ໄດ້ຮັບສຳນວນຄະດີອາຍາ 181 ເລື່ອງ

ປີ 2026 ໄອຍະການປະຊາຊົນອັດຕະປື ໄດ້ຮັບສຳນວນຄະດີອາຍາ 181 ເລື່ອງ

ໃນປີ 2026 ອົງການໄອຍະການປະຊາຊົນແຂວງອັດຕະປື ໄດ້ຮັບສຳນວນຄະດີອາຍາເຂົ້າມາຄົ້ນຄວ້າທັງໝົດ 181 ເລື່ອງ, ແກ້ໄຂແລ້ວ 176 ເລື່ອງ, ໃນນັ້ນ ມີ 41 ເລື່ອງສົ່ງຄືນໃຫ້ເຈົ້າໜ້າທີ່, 135 ເລື່ອງສັ່ງຟ້ອງຂຶ້ນສານ ແລະ ຍັງມີ 5 ເລື່ອງທີ່ພວມສືບຕໍ່ຄົ້ນຄວ້າ. ໃນນັ້ນ ຄະດີສໍ້ລາດບັງຫຼວງ ເປັນຄະດີທີ່ພົ້ນເດັ່ນ, ສ່ວນຄະດີທີ່ເກີດຂຶ້ນຫຼາຍທີ່ສຸດແມ່ນຄະດີຄ້າຂາຍຢາເສບຕິດ.
ປີ 2026 ສານປະຊາຊົນອັດຕະປື ພິຈາລະນາແກ້ໄຂຄະດີໄດ້ 254 ເລື່ອງ

ປີ 2026 ສານປະຊາຊົນອັດຕະປື ພິຈາລະນາແກ້ໄຂຄະດີໄດ້ 254 ເລື່ອງ

ປີ 2026 ສານປະຊາຊົນແຂວງອັດຕະປື ໄດ້ພິຈາລະນາຄະດີທັງໝົດ 291 ເລື່ອງ, ໃນນີ້, ສາມາດແກ້ໄຂໄດ້ 254 ເລື່ອງ ເທົ່າກັບ 87.28% ແລະ ຍັງຄ້າງການພິຈາລະນາ 37 ເລື່ອງ. ທ່ານ ຄຳຫຼ້າ ແກ້ວວັນສອນ ປະທານສານປະຊາຊົນແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງ ຊຸດທີ V ໃນວັນທີ 26 ພະຈິກນີ້ ວ່າ: ໃນຈຳນວນຄະດີ 291 ເລື່ອງ ແບ່ງເປັນຄະດີຂັ້ນຕົ້ນ 276 ເລື່ອງ ແລະ ຂັ້ນອຸທອນ 15 ເລື່ອງ, ໃນນັ້ນ ເປັນຄະດີຄ້າງມາ 66 ເລື່ອງ ແລະ ຄະດີເຂົ້າໃໝ່ 225 ເລື່ອງ, ຖ້າທຽບໃສ່ປີຜ່ານມາ ຄະດີເຂົ້າໃໝ່ຫຼຸດລົງ 83 ເລື່ອງ.
ເຊກອງ ປະມູນເລກປ້າຍທະບຽນຍານພາຫະນະທາງບົກ ຄັ້ງທີ 1

ເຊກອງ ປະມູນເລກປ້າຍທະບຽນຍານພາຫະນະທາງບົກ ຄັ້ງທີ 1

ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງເຊກອງ ໄດ້ຈັດປະມູນເລກປ້າຍທະບຽນຍານພາຫະ ນະທາງບົກ ປະເພດລົດເບົາເອກະຊົນລາວ, ເອກະຊົນຕ່າງດ້າວ ແລະ ທຸລະກິດ 100% ຂຶ້ນໃນວັນທີ 25 ພະ ຈິກນີ້, ໂດຍການເປັນປະທານຂອງທ່ານ ແກ້ວປະເສີດ ແກ້ວມະນີວົງ ຫົວໜ້າພະແນກ ຍທຂ ແຂວງ ພ້ອມດ້ວຍຄະນະກໍາມະການຈັດຕັ້ງການປະມູນ ເຂົ້າຮ່ວມ.
ໂຄງ​ການແຜນງານ338ມອບຄອມພີວເຕີໂນດບຸກໃຫ້ບ້ານເປົ້າໝາຍຢູ່ເມືອງໝື່ນ

ໂຄງ​ການແຜນງານ338ມອບຄອມພີວເຕີໂນດບຸກໃຫ້ບ້ານເປົ້າໝາຍຢູ່ເມືອງໝື່ນ

ໂຄງການແຜນງານພັດ​ທະ​ນາ​ທ້ອງ​ຖິ່ນລາວ388 ໄດ້ນຳເອົາຄອມພີວເຕີໂນດບຸກຈຳນວນ 24ເຄື່ອງ, ປ​ຣິ້ນ​ເຕີ 22 ເຄື່ອງແລະກະ​ເປົາແລະອຸ​ປະ​ກອນ​ຕ່າງໆ ລວມ​ມູນ​ຄ່າ 800 ລ້ານ​ກີບ, ໂດຍມອບໃຫ້ 10 ບ້ານເປົ້າໝາຍທີ່ຢູ່ໃນໂຄງການແຜນງານ 338 ຄື: ບ້ານນໍ້າແພດ, ບ້ານໂພນແສນ, ບ້ານ ນໍ້າເລົ້າ, ບ້ານນາຕາດ, ບ້ານນ້ຳເພີນ, ບ້ານນາຍາວ, ບ້ານນາບົວ, ບ້ານໂນນຕ້ອງ, ບ້ານດອນຮຽງ ແລະ ບ້ານປາກຊາວ,
ອັດຕະປື ຕັ້ງເປົ້າຮອດ 2030 ຈະສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 405 ຄອບຄົວ

ອັດຕະປື ຕັ້ງເປົ້າຮອດ 2030 ຈະສ້າງຄອບຄົວພົ້ນທຸກໃຫ້ໄດ້ຫຼາຍກວ່າ 405 ຄອບຄົວ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ແຂວງອັດຕະປື ຊຸດທີ V, ໃນ​ວັນ​ທີ 25 ພະ​ຈິກ​ຜ່ານ​ມາ, ທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກໍາມະການປົກຄອງແຂວງ ໄດ້ລາຍງານແຜນຈັດ​ຕັ້ງ​ປະ​ຕິ​ບັດວາ​ລະ​ແຫ່ງ​ຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ຂອງແຂວງອັດຕະປືໃຫ້​ຮູ້ວ່າ: ເພື່ອຜັນຂະຫຍາຍມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງວາລະແຫ່ງຊາດ ກ່ຽວກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ບັນລຸຕາມຄາດໝາຍ ແລະ ເກີດຜົນເປັນຈິງ, ຄະນະຮັບຜິດຊອບຊີ້ນຳການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແຂວງອັດຕະປື ໄດ້ຄົ້ນຄວ້າສ້າງແຜນປະຕິບັດງານ ໂດຍກຳນົດທິດທາງ, ຈຸດປະສົງ, ແຜນງານ, ໂຄງການ, ກິດຈະກຳ ແລະ ມາດຕະການຕ່າງໆ ເພື່ອເປັນບ່ອນອີງສຳຄັນໃນການຂັບເຄື່ອນວຽກງານດັ່ງກ່າວໃຫ້ມີປະສິດທິຜົນ.
ກຽມຄວາມພ້ອມເປີດການແຂ່ງຂັນກິລາເປຕັງ ອ້ອມຂ້າງກົມໃຫຍ່ການເມືອງ ປກສ

ກຽມຄວາມພ້ອມເປີດການແຂ່ງຂັນກິລາເປຕັງ ອ້ອມຂ້າງກົມໃຫຍ່ການເມືອງ ປກສ

ວັນທີ 26 ພະຈິກນີ້ ທີ່ກົມໂຄສະນາອົມຮົມ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ (ປກສ) ຄະນະຮັບຜິດຊອບຈັດການແຂ່ງຂັນກິລາເປຕັງ ຈັດກອງປະຊຸມເຕັກນິກ ເພື່ອກະກຽມຄວາມພ້ອມເປີດການແຂ່ງຂັນກິລາເປຕັງ ອ້ອມຂ້າງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ເປັນປະທານໂດຍທ່ານ ພັທ ພອນທິບ ພັນທະວົງ ຮອງຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ປກສ, ມີຄະນະຮັບຜິດຊອບຈັດການແຂ່ງຂັນ ພ້ອມດ້ວຍກຳມະການ ແລະ ຕາງໜ້າຈາກກົມກອງອ້ອມຂ້າງກົມໃຫຍ່ ເຂົ້າຮ່ວມ.
ເພີ່ມທະວີຄວາມເປັນແບບຢ່າງ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນໃນໄລຍະໃໝ່

ເພີ່ມທະວີຄວາມເປັນແບບຢ່າງ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໃຫ້ສູງຂຶ້ນໃນໄລຍະໃໝ່

ໃນໄລຍະໃໝ່ແຫ່ງການພັດທະນາປະເທດຊາດ ທີ່ເຕັມໄປດ້ວຍກາລະໂອກາດ ແລະ ສິ່ງທ້າທາຍນາໆປະການ, ໂດຍສະເພາະ ໃນໄລຍະແຫ່ງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X (2026-2030) ເພື່ອບັນລຸເປົ້າໝາຍນຳພາປະເທດຊາດ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາຢ່າງມີຄຸນນະພາບ ແລະ ຍືນຍົງນັ້ນ, ການນຳເອົາແນວທາງນະໂຍບາຍຂອງພັກ ແລະ ລັດໃຫ້ປະກົດຜົນເປັນຈິງ ບໍ່ພຽງແຕ່ອາໄສກົນໄກ ແລະ ນິຕິກຳເທົ່ານັ້ນ, ແຕ່ປັດໄຈຕັດສິນຊີ້ຂາດແມ່ນຄຸນນະພາບຂອງຖັນແຖວສະມາຊິກພັກ, ພະນັກງານ-ລັດຖະກອນ ໂດຍສະເພາະແມ່ນ “ຄວາມເປັນແບບຢ່າງນຳໜ້າ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ” ທີ່ຕ້ອງໄດ້ຮັບການເສີມຂະຫຍາຍໃຫ້ສູງຂຶ້ນກວ່າເກົ່າ.
ເພີ່ມເຕີມ