ທ່ານສຸກຄຳເພັດເຮືອງບຸດສີ ຊີ້ແຈງວ່າ: ບັນຫາດັ່ງກ່າວ,ແມ່ນມາຈາກຫຼາຍປັດໄຈເປັນຕົ້ນຂໍ້ມູນຕັ້ງແຕ່ການດໍາເນີນກວດກາຈົນຮອດຂອດໃຫ້ມີການແກ້ໄຂຜົນການກວດກາແລະໄປຮອດຂັ້ນຈັດຕັ້ງປະຕິບັດແກ້ໄຂຜົນການກວດກາຊຶ່ງໃຊ້ເວລາຫຼາຍປີ, ແຕ່ສິ່ງສໍາຄັນການນໍາຂອງເປົ້າໝາຍຢູ່ບ່ອນນັ້ນຕ້ອງເປັນເຈົ້າການແລະຊີ້ນໍາຢ່າງໃກ້ສິດໃນການແກ້ໄຂຜົນການກວດກາ.ບັນຫາຕົວເລກຄວາມເສຍຫາຍຫາຍແຕ່ການເກັບກູ້ຄືນຊັບສິນແມ່ນໄດ້ໜ້ອຍຫຼາຍ, ອັນນີ້ແມ່ນຄວາມຈິງເພາະໄລຍະຜ່ານມາພວກເຮົາຖືວ່າຊັບສິນໃດທີ່ບໍ່ກ່ຽວພັນກັບການສໍ້ລາດບັງຫຼວງໝາຍຄວາມວ່າຊັບສິນໃດທີ່ໄດ້ມາກ່ອນການສໍ້ລາດບັງຫຼວງແມ່ນໃຫ້ສົ່ງຄືນ, ໃນຈຸດນີ້ຂ້າພະເຈົ້າຂໍມີບາງຄໍາເຫັນເພື່ອຂໍໃຫ້ສະມາຊິກສະພາໄດ້ຊ່ວຍຊີ້ແນະຕື່ມ, ອັນໜຶ່ງການສໍ້ລາດບັງຫຼວງຈໍານວນຫຼາຍ, ອັນທີ່ເຮົາເຫັນຊື້ດິນ, ປຸກເຮືອນ, ຊື້ລົດລາຄາແພງ, ຮັ່ງມີຜິດປົກກະຕິແລະອີກ 50% ແມ່ນຫຼິ້ນການພະນັນທາງອອນໄລແລະໃຊ້ກິນຟຸມເຟືອຍ.
ເພື່ອຮັບປະກັນໃນການເກັບກູ້ຊັບສິນຄືນໃຫ້ລັດໃຫ້ຄົບຖ້ວນ,ທ່ານສຸກຄຳເພັດເຮືອງບຸດສີ ກໍໄດ້ມີຂໍ້ສະເໜີ ຄືຕ້ອງຫັນຊັບສິນທີ່ເປັນສິນສົມສ້າງທີ່ເປັນພູດຂອງກະທໍາຜິດມາໃຊ້ແທນຄືນໃຫ້ລັດ; ຖ້າບໍ່ມີເອົາຊັບສິນເດີມຂອງຜູ້ກະທໍາຜິດມາໃຊ້ແທນຄືນ;ຖ້າແມ່ນຜູ້ກະທໍາຜິດແມ່ນຜູ້ເປັນເມຍກໍເອົາຊັບສິນທີ່ເປັນສິນສົມສ້າງມາໃຊ້ແທນຄືນໃຫ້ລັດ. ຖ້າເຮັດໄດ້ແນວນີ້,ບັນຫາການສໍ້ລາດບັງຫຼວງຫຼຸດໜ້ອຍຖອຍລົງ.
(ຂ່າວ: ສຸກສະຫວັນ, ພາບ: ບຸນຕອມ)
ຄໍາເຫັນ