ຊີ້ແຈງຄັ້ງທີ 2 ກະຊວງ ພບ ໃຫ້ຄວາມກະຈ່າງແຈ້ງການຄຸ້ມຄອງການຂຸດຄົ້ນແຮ່ທາດຫາຍາກ

ຊີ້ແຈງຄັ້ງທີ 2 ກະຊວງ ພບ ໃຫ້ຄວາມກະຈ່າງແຈ້ງການຄຸ້ມຄອງການຂຸດຄົ້ນແຮ່ທາດຫາຍາກ
ໃນຕອນເຊົ້າວັນທີ 8 ພະຈິກນີ້ ທີ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ໄດ້ມີວາລະການຂຶ້ນຊີ້ແຈງ ຄັ້ງທີ 2 ຂອງກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ຊຶ່ງໂອກາດນີ້ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງດັ່ງກ່່າວ ໄດ້ຊີ້ແຈງເພີ່ມຕື່ມຫຼາຍຄໍາຖາມ ແລະ ໃນນີ້ ກໍໄດ້ໃຫ້ຄວາມກະຈ່າງແຈ້ງ ກ່ຽວກັບການຄຸ້ມຄອງການຂຸດຄົ້ນແຮ່ທາດຫາຍາກ.
    ທ່ານ ໂພໄຊ ໄຊຍະສອນ ກ່າວວ່າ: ກະຊວງ ພບ ມີແຜນການຄຸ້ມຄອງການຂຸດຄົ້ນແຮ່ທາດຫາຍາກ ການດັດສົມໂຄງການສຳປະທານຕ່າງໆ ເພື່ອປົກປັກຮັກສາ, ຄຸ້ມຄອງ ແລະ ນຳໃຊ້ ແຮ່ທາດຫາຍາກ ໃຫ້ມີປະສິດຕິພາບ, ປະສິດທິຜົນ, ຍືນຍົງ, ປະຢັດ ແລະ ເອົາຜົນປະໂຫຍດສູງສຸດມາໃຫ້ປະເທດຊາດ ແລະ ປະຊາຊົນ ຊຶ່ງໃນປີ 2020 ສະພາແຫ່ງຊາດ ໄດ້ຮັບຮອງໃຫ້ 7 ໂຄງການ (ແບບປົກກະຕິ) ແລະ ໃນປັດຈຸບັນການອະນຸຍາດກ່ຽວກັບແຮ່ຫາຍາກ ແມ່ນມີ 2 ຮູບແບບ: ຮູບແບບທີ 1 ຄືໂຄງການທີ່ປະຕິບັດໄປຕາມຂັ້ນຕອນທີ່ກຳນົດແບບບໍ່ເລັ່ງລັດ ທັງໝົດ 15 ບໍລິສັດຊຶ່ງການຈັດຕັ້ງປະຕິບັດແມ່ນຍັງຢູ່ໃນຂັ້ນສຳຫຼວດ ແລະ ຮູບແບບທີ 2 ຄືໂຄງການທົດລອງຂຸດຄົ້ນທັງໝົດ 13 ບໍລິສັດ (ໃນນີ້ມີ 3 ບໍລິສັດ ໄດ້ຮັບອະນຸຍາດຈຳໜ່າຍ ຈຳນວນ 19.500 ໂຕນ, ສາມາດສົ່ງອອກໄປຈຳໜ່າຍຢູປະເທດ ສປ ຈີນ ໄດ້ຈຳນວນ 5.409 ໂຕນ ແລະ ບໍລິສັດໄດ້ວາງເງິນຄໍ້າປະກັນໃນການສົ່ງອອກແຮ່ທາດ ຈຳນວນ 9.986.523 ໂດລາ). ນອກຈາກນີ້, ຍັງມີໂຄງການຈຳນວນໜຶ່ງຍັງຄ້າງຢູ່ໃນຂັ້ນຕອນການພິຈາລະນາຂອງລັດຖະບານ.
    ນອກນີ້, ກົດໝາຍແຮ່ທາດສະບັບປັດຈຸບັນ ຍັງກຳນົດແຮ່ຫາຍາກເປັນແຮ່ເກືອດຫ້າມ, ໃນຂະບວນການປັບປຸງກົດໝາຍ ກຳລັງພິຈາລະນາເນື້ອໃນການຄຸ້ມຄອງແຮ່ຫາຍາກ. ນິຕິກຳທີ່ໃຊ້ໃນການຄຸ້ມຄອງປັດຈຸບັນມີສັນຍາ (ທັງແບບປົກກະຕິ ແລະ ແບບທົດລອງ), ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ສະບັບ ເລກທີ 43/ນຍ, ລົງວັນທີ 24 ມິຖຸນາ 2022 ແລະ ຄຳແນະນຳກ່ຽວກັບການພັດທະນາແຮ່ຫາຍາກ (Rare Earth Element) ຢູ່ ສປປ ລາວ ສະບັບເລກທີ 1373/ພບ, ລົງວັນທີ 4 ກໍລະກົດ 2022. ປັດຈຸບັນ, ກຳລັງສ້າງດຳລັດວ່າດ້ວຍການຄຸ້ມຄອງແຮ່ທາດຫາຍາກ ຄາດວ່າຈະສຳເລັດໃນຕົ້ນປີ 2024. 
ຂໍ້ມູນອັນສຳຄັນໃນການກຳນົດ ການຄຸ້ມຄອງແຮ່ຫາຍາກຂອງ ສປປ ລາວ ຄື: ການຮູ້ໄດ້ປະລິມານຊັບພະຍາກອນ. ໃນປັດຈຸບັນ ມີພຽງ 4 ບໍລິສັດ (ໂຄງການປົກກະຕິ) ທີ່ໄດ້ລາຍງານຜົນການສຳຫຼວດປະເມີນປະລິມານຊັບພະຍາກອນເບື້ອງຕົ້ນ ມີປະມານ 510.624 ໂຕນ (ໂລຫະທາດແຮ່ຫາຍາກ) ປະກອບມີທັງໝົດ 15 ທາດທີ່ມີຄວາມເຂັ້ມຂຸ້ນແຕກຕ່າງກັນ ຊຶ່ງແຕ່ລະທາດກໍມີລາຄາແຕກຕ່າງກັນຫຼາຍ. ຕາມແຜນສຳຫຼວດທີ່ຖືກຮັບຮອງທັງໝົດ 15 ບໍລິສັດ (ໂຄງການປົກກະຕິ) ຈະສຳເລັດບໍ່ເກີນປີ 2025.
ໃນໂຄງການທົດລອງ ຈຳນວນ 13 ບໍລິສັດ ມີ 9 ບໍລິສັດ ທີ່ສົ່ງບົດສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ (ແບບສັງເຂບ) ແລະ ໄດ້ອະນຸຍາດຈຳໜ່າຍແຮ່ທາດຫາຍາກ 3 ບໍລິສັດ.
ອີງໃສ່ຂໍ້ມູນເບື້ອງຕົ້ນທີ່ໄດ້ຮັບຕ້ອງມີປະລິມານແຮ່ຫຼາຍກວ່າ 100.000 ໂຕນ  ຂຶ້ນໄປແມ່ນສາມາດສ້າງຕັ້ງໂຮງງານແຍກທາດດ່ຽວໄດ້. ດັ່ງນັ້ນ, ອີງໃສ່ຈຳນວນບໍລິສັດ ທີ່ອະນຸຍາດ ແລະ ຄາດຄະເນຂໍ້ມູນທີ່ຈະໄດ້ຮັບຈາກການສຳຫຼວດ ເຫັນວ່າບໍ່ຄວນພິຈາລະນາອະນຸຍາດຕື່ມ ເພື່ອປະສິດທິພາບໃນການຄຸ້ມຄອງຂອງຂະແໜງການ ແລະ ຄວນສຸມໃສ່ການສຶກສາລະອຽດຢ່າງຮອບດ້ານ ເພື່ອໃຫ້ມີຄວາມອາດສາມາດໃນການຄຸ້ມຄອງຢ່າງມີປະສິດທິພາບ ໂດຍຂໍ້ມູນທີ່ຍັງຕ້ອງໄດ້ລົງເລິກ ແລະ ມີຄວາມເຂົ້າໃຈຢ່າງລະອຽດ ຄື: ກົນໄກຕະຫຼາດ, ລາຄາ ແລະ ການນຳໃຊ້ແຮ່ທາດຫາຍາກ.
ທ່ານລັດຖະມົນຕີ ກະຊວງ ພບ ຍັງໃຫ້ຮູ້ວ່າ: ບັນຫາອັນສຳຄັນໃນການຄຸ້ມຄອງໂຄງການໃນປັດຈຸບັນ, ຄືການປະຕິບັດສັນຍາໃນການສະໜອງເງິນກູ້, ການສຶກສາຜົນກະທົບຕໍ່ສິ່ງແວດລ້ອມ, ການໃຫ້ຂໍ້ມູນ ແລະ ຄວາມຮູ້ແກ່ພະນັກງານຜູ້ໄປປະຈຳໂຄງການ, ການສ້າງແຜນວຽກກິດຈະກຳຕ່າງໆມີຄວາມຊັກຊ້າ. ນອກນີ້, ຍັງມີດ້ານການໄລ່ລຽງລາຄາແຮ່ທາດ ເພື່ອເປັນພື້ນຖານໃນການເກັບຄ່າຊັບພະຍາກອນ-ພັນທະທີ່ຕິດພັນ ແລະ ແຜນການປິດບໍ່ແຮ່ທາດຫາຍາກ.
(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການເມືອງ

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ສະຫາຍ ຄຳປ່ຽນ ແສງສະຫວັດ ໄດ້ຮັບການແຕ່ງຕັ້ງເປັນເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ໃໝ່

ພິທີມອບ-ຮັບ ໜ້າທີ່ເລຂາຄະນະບໍລິຫານງານພັກເມືອງວັງວຽງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 22 ທັນວານີ້ ຢູ່ຫ້ອງປະຊຸມຂອງເມືອງດັ່ງກ່າວ, ​ໂດຍ​ການເປັນ​ກຽດເຂົ້າຮ່ວມຂອງ ສະຫາຍ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງວຽງຈັນ.
ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ຜູ້ແທນແນວລາວສ້າງຊາດແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ IX

ກອງປະຊຸມໃຫຍ່ ຄັ້ງທີ IX ຂອງຜູ້ແທນແນວລາວສ້າງຊາດ ແຂວງຄຳມ່ວນ ໄດ້ໄຂຂຶ້ນໃນວັນທີ 23 ທັນວານີ້, ໂດຍການເປັນປະທານຂອງທ່ານ ພິດສະໄໝ ກອງຊາເດດ ກຳມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງຄຳມ່ວນ, ເປັນກຽດເຂົ້າຮ່ວມມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ມີບັນດາການນຳແຂວງ, ຄະນະກຳມະການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V

ວັນທີ 22 ທັນວານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລືເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ຜີວວັນນາ ຄະນະປະຈໍາພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ IV ໄດ້ໄຂຂຶ້ນ ໃນວັນທີ 18 ທັນວານີ້ ທີ່ສະໂມສອນແຂວງສາລະວັນ, ໂດຍການເປັນປະທານຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງສາລະວັນ, ເຂົ້າຮ່ວມມີທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ ເລຂາຄະນະບໍລິຫານພັກແຂວງ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ຄໍາມ່ວນ ດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງ ສພຂ ຊຸດທີ IV

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາປະຊາຊົນແຂວງຄໍາມ່ວນ (ສພຂ) ຊຸດທີ IV ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້, ໂດຍການເປັນປະທານຂອງທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ພ້ອມດ້ວຍຄະນະປະຈຳສະພາປະຊາຊົນແຂວງ, ຫົວໜ້າພະແນກການ, ກອງບັນຊາການ ປກຊ-ປກສ, ອົງການທຽບເທົ່າຂັ້ນແຂວງເຂົ້າຮ່ວມ.
ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ສະພາປະຊາຊົນແຂວງຫຼວງພະບາງ ດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ່ 10

ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໄດ້ໄຂຂຶ້ນ ໃນວັນທີ່ 16 ທັນວານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກ ສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ IX ໜ່ວຍພັກກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2025 ທີ ຄະນະໂຄສະນາອົບຮົມສູນກາງພັກ(ຄອສພ) ,ພາຍໃຕ້ການເປັນປະທານກ່າວເປີດກອງປະຊຸມໂດຍ ສະຫາຍ ບົວໄລ ພານຸວົງ ເລຂາໜ່ວຍພັກ ,ໂດຍໃຫ້ກ່ຽດເຂົ້າຮ່ວມຂອງ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງ ຄອສພ ພ້ອມດ້ວຍສະມາຊິກພັກສົມບູນ ສຳຮອງ ແລນະ ແຂກຖືກເຊີນເຂົ້າຮ່ວມ.
ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ໜ່ວຍພັກ ຂປລ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ XVI

ກອງປະຊຸມໃຫຍ່ ຄັ້ງທີ XVI ຂອງໜ່ວຍພັກສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຈັດຂຶ້ນໃນວັນທີ 15 ທັນວາ 2025 ໂດຍການເປັນປະທານຂອງ ສະຫາຍ ວັນນະສິນ ສິມມະວົງ ເລຂາໜ່ວຍພັກ, ຜູ້ອໍານວຍການໃຫຍ່ ສໍານັກຂ່າວສານປະເທດລາວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີສະຫາຍເລຂາ, ຮອງເລຂາ ແລະ ຄະນະໜ່ວຍພັກ ອ້ອມຂ້າງຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ຊຸດທີ IV ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 15 ທັນວານີ້ ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ຮອງເຈົ້າຄອງ, ບັນດາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ບັນດາສະມາຊິກສະພາປະຊາຊົນນະຄອນຫຼວງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເພີ່ມເຕີມ