ທ່ານນາງວຽງທອງສີພັນດອນ ກ່າວວ່າ: ຜ່ານການຄົ້ນຄວ້າສັງລວມ ຕາມຄໍາເຈາະຈີ້ມຂອງປະທານກອງປະຊຸມ 6 ປະເດັນ, ການປະກອບຄໍາເຫັນຂອງກໍາມາທິການຍຸຕິທໍາທີ່ໄດ້ຕາງໜ້າຄະນະປະຈໍາສະພາແຫ່ງຊາດ 5 ຂໍ້ແລະບັນດາທ່ານ ສສຊທີ່ໄດ້ປະກອບຄໍາເຫັນທັງໝົດ 31 ທ່ານ, ລວມມີ 68 ຂໍ້ຄິດເຫັນ ໃນນີ້ບາງຄໍາເຫັນກໍມີລັກສະນະເປັນຂໍ້ສະເໜີ, ບາງຄໍາເຫັນມີລັກສະນະແລກປ່ຽນແຕ່ໂດຍລວມສາມາດສັງລວມໄດ້ 2 ປະເດັນໃຫຍ່ດັ່ງລາຍລະອຽດລຸ່ມນີ້:
ປະເດັນທີ 1: ຕໍ່ກັບວຽກງານບໍລິຫານສານມີ 3 ຂໍ້ດັ່ງນີ້:
ການນໍາລຸງສ້າງພະນັກງານສານແລະຜູ້ພິພາກສາຂອງສານປະຊາຊົນ, ສປສສໄດ້ເອົາໃຈໃສ່ບໍາລຸງສ້າງພະນັກງານສານ-ຜູ້ພິພາກສາໃຫ້ມີຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດແລະຈັນຍາບັນ-ຈັນຍາທໍາຕໍ່ໜ້າທີ່ ເພື່ອຮັບປະກັນໃຫ້ການຕັດສິນ-ພິພາກສາຄະດີຖືກຕ້ອງເປັນທໍາແລະສາມາດນໍາໄປຈັດຕັ້ງປະຕິບັດໄດ້;ມອບໃຫ້ແຕ່ລະຄະນະສານຂອງ ສປສສເພີ່ມທະວີຄວາມຮັບຜິດຊອບໃນການຄຸ້ມຄອງມະຫາພາກດ້ານວິຊາສະເພາະໂດຍສະເພາະການສ້າງແຜນເພື່ອລົງຕິດຕາມຊຸກຍູ້ການດໍາເນີນຄະດີຢູ່ສານຂັ້ນລຸ່ມຕາມສາຍຕັ້ງຂອງຕົນນໍາເອົາບັນຫາທີ່ສານຂັ້ນເທິງພົບເຫັນລົງໄປສົມທົບກັບຄະນະສານທີ່ກ່ຽວຂ້ອງເພື່ອຊອກຫາສາເຫດແລະຄວາມບົກຜ່ອງຂອງການດໍາເນີນຄະດີດັ່ງກ່າວ;ຊຸກຍູ້ແລະສ້າງກົນໄກໃຫ້ຄູ່ຄວາມ, ທະນາຍຄວາມແລະຜູ້ທີ່ເຂົ້າຮ່ວມໃນການດໍາເນີນຄະດີມີການສະເໜີຂໍ້ມູນຫຼັກຖານ, ໂຕ້ແຍ່ງ-ໂຕ້ຖ່ຽງຕາມກົດໝາຍໃຫ້ລະອຽດ, ຈະແຈ້ງ, ຄົບຖ້ວນຢູ່ສານຂັ້ນຕົ້ນ (ເຮັດໃຫ້ນໍ້າໃສໄຫຼມາແຕ່ຕົ້ນນໍ້າ);ແຕ່ງຕັ້ງຄະນະຮັບຜິດຊອບຕິດຕາມກວດກາການປະຕິບັດໜ້າທີ່ຂອງຜູ້ພິພາກສາຕາມມາດຕາ 62, 63, 64, 65 ຂອງກົດໝາຍວ່າດ້ວຍຜູ້ພິພາກສາ; ພົບເຫັນຜູ້ທີມີການລະເມີດແມ່ນຈະໄດ້ປະຕິບັດວິໄນຕາມກົດໝາຍຢ່າງເຂັ້ມງວດ;ໃນ 5 ປີຜ່ານມາ,ສານປະຊາຊົນໄດ້ຮັບໂກຕ້າລັດຖະກອນຈໍານວນ 35 ຄົນແລະອອກ 153 ຄົນ, ສະນັ້ນກໍເປັນສາເຫດໜຶ່ງພາໃຫ້ບຸກຄະລາກອນຂອງສານປະຊາຊົນໃນຂອບເຂດທົ່ວປະເທດບໍ່ພຽງພໍກັບໜ້າວຽກ (ຄະດີ) ລວມທັງບໍ່ສາມາດປະກອບບຸກຄະລາກອນໃຫ້ສານປະຊາຊົນເຂດທີ່ສ້າງຕັ້ງໃໝ່.
ການປັບປຸງສັບຊ້ອນພະນັກງານຂອງສານປະຊາຊົນໃນໄລຍະຜ່ານມາແມ່ນມີສາເຫດດັ່ງນີ້:ປະຕິບັດຕາມມະຕິເລກທີ 05 ຂອງຄະນະບໍລິຫານງານສູນກາງພັກວ່າດ້ວຍການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ສູ່ລວງເລິກສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງແລະຮອບດ້ານໃນການນໍາພາຂອງພັກໃນການບັນຈຸສັບຊ້ອນຈັດວາງພະນັກງານຫຼັກແຫຼ່ງທີ່ບໍ່ແມ່ນຄົນທ້ອງຖິ່ນນັ້ນໄປປະຈໍາການເປັນຫົວໜ້າຂະແໜງການຈໍານວນໜຶ່ງເຊັ່ນຂົງເຂດປກສ-ປກຊ, ສານ-ໄອຍະການ, ພາສີ-ອາກອນ, ກວດສອບ-ກວດກາແລະອື່ນໆແລະອີກປະເດັນໜຶ່ງແມ່ນເພື່ອເປັນແບບແຜນສ້າງພະນັກງານສືບທອດປ່ຽນແທນໃນຂົງເຂດຕຸລາການຂອງສປປລາວ. ນອກນີ້,ເພື່ອເປັນການປັບປຸງສັບຊ້ອນເພື່ອໃຫ້ສອດຄ່ອງກັບການກະກຽມແລະດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ;ປະຕິບັດຕາມຜົນຂອງການແຕ່ງຕັ້ງຜູ້ພິພາກສາຊັ້ນ 4 ຈໍານວນ 30 ທ່ານຖືກສັບຊ້ອນເຂົ້າໃນການກົງຈັກການຈັດຕັ້ງຂອງ ສປສສ, ສານປະຊາຊົນພາກແລະສານປະຊາຊົນແຂວງ/ນະຄອນຫຼວງວຽງຈັນ;ເປັນການສັບຊ້ອນຈັດວາງຂອງການເລື່ອນຊັ້ນຜູ້ພິພາກສາຊັ້ນ 2-3 ເພື່ອໃຫ້ຖືກຕ້ອງຕາມພາລະບົດບາດໃນການຂຶ້ນຕັດສິນຄະດີຕາມກົດໝາຍກໍານົດ;ຕິດພັນກັບຜົນຂອງການກວດກາແກ້ໄຂປະກົດການຫຍໍ້ທໍ້ຂອງຜູ້ພິພາກສາໃນທ້ອງຖິ່ນນັ້ນຈຶ່ງມີຄວາມຈໍາເປັນຈັດວາງຜູ້ພິພາກສາຕາມສະພາບຄວາມເປັນຈິງຂອງການປັບປຸງ;ການບໍາລຸງສ້າງພະນັກງານສານແລະຜູ້ພິພາກສາໃນຂອບເຂດທົ່ວປະເທດ.
ຕໍ່ກັບກົນໄກປະສານງານແລະປະສານສົມທົບຂອງສານນັ້ນ,ສປສສໄດ້ປັບປຸງພາລະບົດບາດຂອງບັນດາກົມທີ່ກ່ຽວຂ້ອງໃນການຄົ້ນຄວ້າກົນໄກຂອດປະສານງານໃນການດໍາເນີນຄະດີແພ່ງຂັ້ນລົບລ້າງແລະການສະເໜີຮື້ຟື້ນຄະດີຕາມກົດໝາຍ;ໄດ້ປັບປຸງພາລະບົດບາດຂອງກົມກວດກາກ່ຽວກັບກົນໄກການຄົ້ນຄວ້າ-ຄໍາຮ້ອງຄໍາສະເໜີແລະການກວດກາການປະຕິບັດໜ້າທີ່ຂອງຜູ້ພິພາກສາແລະພະນັກງານສານ;ສືບຕໍ່ຮ່ວມກັບພາກສ່ວນກ່ຽວຂ້ອງໃນຂະບວນຍຸຕິທໍາໃນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິ-ການເງິນແລະການແກ້ໄຂບັນຫາຢາເສບຕິດໃຫ້ເຂັ້ມງວດ.
ປະເດັ່ນທີ2 ຕໍ່ກັບວຽກງານບໍລິຫານຄະດີ, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ຊີ້ແຈງວ່າ: ໃນການບໍລິຫານຄະດີໂດຍສະເພາະແມ່ນການຕັດສິນຄະດີຖືກກົດໝາຍແຕ່ບໍ່ຖືກຄວາມເປັນຈິງນັ້ນແມ່ນເກີດມາຈາກ2ສາເຫດຕົ້ນຕໍຄື:ປັດໄຈພາຍໃນ ກໍແມ່ນຕິດພັນກັບຄວາມທ່ຽງທໍາລໍາອຽງຂອງຜູ້ພິພາກສາຕັດສິນບໍ່ຮອບຄອບບໍ່ຄໍານຶງເຖິງຄວາມເປັນຈິງຈຶ່ງເກີດມາຫາງສຽງຂອງປະຊາຊົນຕໍ່ກັບການປະຕິບັດໜ້າທີ່ຂອງຜູ້ພິພາກສາເຮັດໃຫ້ມີການຂໍອຸທອນຄະດີ;ປັດໄຈພາຍນອກ ແມ່ນຕິດພັນກັບການບໍ່ໃຫ້ຄວາມຮ່ວມມືຂອງຄູ່ຄວາມ, ສ້າງຄວາມຫຍຸ້ງຍາກສັບສົນ, ແກ່ຍາວຄະດີ, ບໍ່ຍື່ນຂໍ້ມູນຫຼັກຖານຫຼືສະເໜີບຸກຄົນທີ່ສານມາໃຫ້ສານຂັ້ນຕົ້ນແຕ່ພາຍຫຼັງສານຂັ້ນຕົ້ນຕັດສິນແລ້ວພັດມາສະເໜີໃຫ້ສານຂັ້ນອຸທອນພາໃຫ້ຄະດີລົບໄປ-ລົບມາຫຼືການຢັ້ງຢືນຂໍ້ມູນຫຼັກຖານຈາກຂະແໜງການທີ່ກ່ຽວຂ້ອງຍັງຊັກຊ້າເຮັດໃຫ້ການດໍາເນີນແກ່ຍາວ.
(ຂ່າວ: ສຸກສະຫວັນ, ພາບ: ບຸນຕອມ)
ຄໍາເຫັນ