ຊີ້ແຈງວຽກງານສັກຢາກັນພະຍາດໝາກແດງ

ຊີ້ແຈງວຽກງານສັກຢາກັນພະຍາດໝາກແດງ
ໃນວັນທີ 8 ພຶດສະພາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງການສາທາລະນະສຸກເມືອງບໍ່ແຕນ ໄດ້ຈັດກອງປະຊຸມຄະນະກຳມາທິການເພື່ອແມ່ ແລະ ເດັກ ຂັ້ນເມືອງ ເພື່ອຊີ້ແຈງວຽກງານສັກຢາກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ໂດຍການເປັນປະທານຂອງ ທ່ານ ບຸນພະລັງ ວິໄລສັກ ຮອງເຈົ້າເມືອງບໍ່ແຕນ ແຂວງ ໄຊຍະບູລີ ມີບັນດາຄະນະກຳມະການຮັກສາສຸຂະພາບແມ່ ແລະ ເດັກ ເຂົ້າຮ່ວມ.
ໃນກອງປະຊຸມປະທານກອງປະຊຸມໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ຫຼັງຈາກນັ້ນກໍໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ສະບັບເລກທີ 176/ຈມ.ບຕ, ລົງວັນທີ 8 ພຶດສະພາ 2024 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການຮັກສາສຸຂະພາບແມ່ ແລະ ເດັກ ຂັ້ນເມືອງ ແລະ ບົດລາຍງານສະພາບການຮັບວັກຊິນກັນພະຍາດໃນປີ 2023 ແລະ ແຜນຈັດຕັ້ງປະຕິບັດວັນສັກຢາກັນພະຍາດແຫ່ງຊາດ ກັນພະຍາດຍາດໝາກແດງໃຫຍ່, ໝາກແດງນ້ອຍ 2024 ຂອງເມືອງບໍ່ແຕນ ຊຶ່ງເມືອງບໍ່ແຕນມີເປົ້າໝາຍໃນການສັກວັກຊິນກັນພະຍາດໝາກແດງລວມທັງໝົດ 1.059 ຄົນ ໃນເກນອາຍຸແຕ່ 9 ເດືອນ ຫາ 1 ປີ ມີ 57 ຄົນ, ອາຍຸ 1 ປີ ຫາ 5 ປີ ມີ 1.002 ຄົນ , ໂດຍສະເພາະເມືອງບໍ່ແຕນຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດ ຂະບວນການ ວັນສັກຢາກັນພະຍາດແຫ່ງຊາດ (ວສຊ) ໝາກແດງ ໃນປີ 2024 ທັງໝົດນີ້ກໍເພື່ອເພີ່ມລະດັບພູມຄຸ້ມກັນພະຍາດໃນຂອບເຂດທົ່ວປະເທດ ເພື່ອຮັບປະກັນເດັກນ້ອຍແຕ່ອາຍຸ 9 ເດືອນ ຫາ 59 ເດືອນທຸກຄົນໄດ້ຮັບວັກຊີນໃຫ້ໄດ້ຫຼາຍກວ່າ 95 %%ການອົບຮົມຊຸດນີ້ ແມ່ນການທົບທວນຄືນວິທີການ ໃນການຈັດຕັ້ງປະຕິບັດ ວສຊ ສໍາລັບກັນພະຍາດໝາກແດງໃຫ່ຍແລະ ໝາກແດງນ້ອຍ ໃຫ້ແກ່ຜູ້ຮັບຜິດຊອບຊີ້ນໍາວຽກງານດັ່ງກ່າວ ຢູ່ຂັ້ນເມືອງ ເພື່ອນໍາເອົາບົດຮຽນໃນຄັ້ງນີ້ໄປສືບຕໍ່ຜັນຂະຫຍາຍ, ສົນທະນາ-ແລກປ່ຽນຄໍາຄິດເຫັນກັນ ມີທັງວຽກງານບໍລິຫານ-ຈັດການ, ຄຸ້ມຄອງການດໍາເນີນຂະບວນການ, ແບບແຜນວິທີການ ແລະ ເຕັກນິກການໃຫ້ບໍລິການຕົວຈິງ, ພ້ອມດຽວກັນນີ້ ກໍເອົາໃຈໃສ່ແບບວິທີການປະສານງານເພື່ອເຮັດໃຫ້ເກີດການມີສ່ວນຮ່ວມ ຂອງບັນດາຄະນະກໍາມະການຮັກສາສຸຂະພາບແມ່ ແລະ ເດັກ ແຕ່ລະຂັ້ນ ໃຫ້ໄດ້ປະກອບສ່ວນເຂົ້າໃນວຽກງານປຸກລະດົມຊຸມຊົນຢ່າງກ້ວາງຂວາງ, ຊຶ່ງໃນທີ່ຜ່ານມາກໍພົບເຫັນມີບັນຫາຕໍ່ກັບວຽກງານວັກຊິນກັນພະຍາດຈໍານວນໜຶ່ງ ດັ່ງນັ້ນ ປະທານກອງປະຊຸມຈຶ່ງຮຽກຮ້ອງໃຫ້ບັນດາທ່ານທີ່ເຂົ້າຮ່ວມອົບຮົມ ຈົ່ງໄດ້ສຸມທຸກສະຕິປັນຍາ ເພື່ອຍົກເອົາເຫດການ-ປະສົບການຈາກວຽກງານຕົວຈິງ ຂອງບັນດາທ່ານ ມາແລກປ່ຽນ ແລະ ທຽບໃສ່ບົດຮຽນທີ່ນໍາສະເໜີໃນຊຸດອົບຮົມຄັ້ງນີ້ ເພື່ອໃຫ້ເກີດມີຄວາມເປັນເອກະພາບກັນ ໃນການຕິບັດຂະບວນການເຄື່ອນໄຫວ ວັນສັກຢາກັນພະຍາດແຫ່ງຊາດ (ວສຊ) ໝາກແດງໃຫ່ຍ, ໝາກແດງນ້ອຍ ທີ່ຈະຈັດຂຶ້ນໃນລະຫວ່າງ ວັນທີ 20 ຫາ 31 ພຶດສະພາ 2024 ຈະມາເຖິງນີ້ ມີຜົນສໍາເລັດຕາມລະດັບຄາດໝາຍ. ພາບ-ຂ່າວ: ວິໄລທອງ ນິຫາລາດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ນວ ສ້າງພະນັກງານຮາກຖານການເມືອງປະຈໍາປີ 2026

ນວ ສ້າງພະນັກງານຮາກຖານການເມືອງປະຈໍາປີ 2026

ນະຄອນຫຼວງວຽງຈັນ (ນວ) ເປີດຝຶກອົບຮົມ ຫຼັກສູດສະເພາະສ້າງພະນັກງານກໍ່ໍ່ສ້າງຮາກຖານການເມືອງປະຈໍາປີ 2026, ໃນວັນທີ 15 ມິຖຸນານີ້ ທີ່ໂຮງຮຽນການເມືອງ ແລະ ການປົກຄອງນະຄອນ ຫຼວງວຽງຈັນ. ໃຫ້ກຽດໃນພິທີ ໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ເຂົ້າຮ່ວມ ມີ ບັນດາພະນັກງານລົງຮາກຖານ ອ້ອມຂ້າງ ນວ, ພະນັກງານ ຄູ-ອາຈານ ໂຮງຮຽນການເມືອງ ແລະ ການປົກຄອງ ນວ ພ້ອມດ້ວຍນັກສຶກສາທິດສະດີການເມືອງຂັ້ນກາງ ຮຸ່ນທີ 6.
ສສຊ ເຂດ 1 ແລະ ສສນວ ລົງພົບປະຜູ້ມີສິດເລືອກຕັ້ງ

ສສຊ ເຂດ 1 ແລະ ສສນວ ລົງພົບປະຜູ້ມີສິດເລືອກຕັ້ງ

ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສສນວ) ກຸ່ມ 1, ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນວ ຊຸດທີ V ໃນວັນທີ 13 ມິຖຸນາ ຜ່ານມານີ້ ທີ່ວັດອົງຕື້ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ມ້າງແກ້ງສະແກມເມີ 2 ຈຸດຢູ່ບ້ານໂນນແກ້ວ ຈັບຕົວໄດ້ 80 ກວ່າຄົນ

ມ້າງແກ້ງສະແກມເມີ 2 ຈຸດຢູ່ບ້ານໂນນແກ້ວ ຈັບຕົວໄດ້ 80 ກວ່າຄົນ

ວັນທີ 12 ມິຖຸນາ 2026, ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຂົ້າມ້າງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ ຫຼື ແກ້ງສະແກມເມີ ຢູ່ເຮືອນໃຫ້ເຊົ່າ 2 ຈຸດຢູ່ບ້ານໂນນແກ້ວ ເມືອງສີໂຄດຕະບອງ ສາມາດຈັບກຸ່ມແກ້ງ ໄດ້ທັງໝົດ 82 ຄົນ ແລະ ເຄື່ອງຂອງກາງທີ່ນຳໃຊ້ເຂົ້າໃນການກະທຳຜິດຈຳນວນຫຼາຍລາຍການ.
ຫາລືແຜນການສືບຕໍ່ກໍ່ສ້າງຫໍທໍາມະສະພາ ແຂວງຫຼວງພະບາງ

ຫາລືແຜນການສືບຕໍ່ກໍ່ສ້າງຫໍທໍາມະສະພາ ແຂວງຫຼວງພະບາງ

ຄະນະກຳມະການຮັບຜິດຊອບໂຄງການກໍ່ສ້າງຫໍທໍາມະສະພາ ອົງການພຸດທະສາສະໜາສໍາພັນລາວ ແຂວງຫລວງພະບາງ ຈັດກອງປະຊຸມປຶກສາຫາລືວຽກງານສືບຕໍ່ການກໍ່ສ້າງ ໃນວັນ 12 ມິຖຸນາ 2026 ທີ່ຫ້ອງຫ້ອງວ່າການແຂວງ ໂດຍເປັນປະທານຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ປະທານຄະນະຮັບຜິດຊອບໂຄງການກໍ່ສ້າງ ຝ່າຍຄາຣະວາດ, ມີການນຳຂອງແຂວງ, ບັນດາພຣະເຖຣາ-ນຸເຖລະ, ການຈັດຕັ້ງພັກ-ລັດ ທີ່ກ່ຽວຂ້ອງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.
ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ I ນວ ລົງພົບປະຜູ້ມີສິດເລືອກຕັ້ງ

ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ I ນວ ລົງພົບປະຜູ້ມີສິດເລືອກຕັ້ງ

ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈໍາເຂດເລືອກຕັ້ງທີ I ນະຄອນຫຼວງວຽງຈັນ (ນວ) ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນວ ຊຸດທີ V ໃນວັນທີ 12 ມິຖຸນານີ້ ທີ່ສະໂມສອນໃຫຍ່ ກະຊວງປ້ອງກັນຄວາມສະຫງົບ (ປກສ). ໃຫ້ກຽດນໍາພາຄະນະ ໂດຍ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ, ເຂົ້າຮ່ວມຮັບຟັງມີ ສະຫາຍ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງ ປກສ, ຮອງລັດຖະມົນຕີ, ຄະນະພັກ, ຄະນະນໍາ ພ້ອມດ້ວຍພະນັກງານຫຼັກແຫຼ່ງ, ນາຍ ແລະ ພົນຕໍາຫຼວດ ຂອງກະຊວງ ປກສ.
ກອງສິລະປະກອນກອງທັບ ປິດບັ້ນອົບຮົມການເມືອງ-ແນວຄິດ ປະຈຳປີ 2026

ກອງສິລະປະກອນກອງທັບ ປິດບັ້ນອົບຮົມການເມືອງ-ແນວຄິດ ປະຈຳປີ 2026

ກອງສິລະປະກອນກອງທັບ ຈັດພິທີປິດບັ້ນອົບຮົມການເມືອງ-ແນວຄິດ ປະຈຳປີ 2026 ຂຶ້ນໃນວັນທີ 10 ມິຖຸນາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັນເອກ ຈັນທີ ບຸດດາແກ້ວ ຫົວໜ້າການເມືອງ ກອງສິລະປະກອນກອງທັບ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກ ສະພາແຫ່ງຊາດ ຊຸດທີ X ຢູ່ເມືອງໄຊພູທອງ

ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກ ສະພາແຫ່ງຊາດ ຊຸດທີ X ຢູ່ເມືອງໄຊພູທອງ

ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງໄຊພູທອງ ໄດ້ລົງພົບປະປະຊາຊົນ ພ້ອມທັງເຜີຍແຜ່ເນື້ອໃນຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ໃນ​ວັນ​ທີ 10 ມິ​ຖຸ​ນາ​ຜ່ານ​ມາ.
ຍທຂ ຫວນຄືນມູນເຊື້ອວັນສຳຄັນຂອງພັກ-ຂອງຊາດ

ຍທຂ ຫວນຄືນມູນເຊື້ອວັນສຳຄັນຂອງພັກ-ຂອງຊາດ

ກະຊວງ ໂຍທາທິການ ແລະ ຂົນສົ່ງ(ຍທຂ) ໄດ້ຈັດກອງປະຊຸມ ປາຖະກະຖາ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ ແລະ ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ ຂຶ້ນໃນວັນທີ 11 ມິຖຸນາ 2026,ທີ ກະຊວງ ຍທຂ ໃຫ້ກຽດປາຖະກະຖາໂດຍທ່ານ ພົຈວ ສຸລິນພອນ ຄຳພະຈັນ ຮອງປະທານສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ຊຶ່ງມີ ທ່ານ ເດດສົງຄາມ ທຳມະວົງ ຮອງລັດຖະມົນຕີ ກະຊວງ ຍທຂ ພ້ອມດ້ວຍ ຫົວໜ້າກົມ ຮອງກົມ ຫົວໜ້າ ພະແນກ ຮອງພະແນກ ແລະ ພະນັກງານວິຊາການ ເຂົ້າຮ່ວມ.
ກອງບັນຊາການປ້ອງກັນສູນກາງ ປາຖະກະຖາ 3 ວັນປະຫວັດສາດ

ກອງບັນຊາການປ້ອງກັນສູນກາງ ປາຖະກະຖາ 3 ວັນປະຫວັດສາດ

ກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດພິທີປາຖະ ກະຖາ 3 ວັນປະຫວັດສາດ ຄື: ວັນກຳມະກອນສາກົນ ຄົບຮອບ 140 ປີ, ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ຄົບຮອບ 66 ປີ ຂຶ້ນໃນວັນທີ 11 ມິຖຸນານີ້, ໃຫ້ກຽດປາຖະກະຖາໂດຍສະຫາຍ ພັອ ສຸລິເດດ ກອງທະວີໄຊ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມ.
ເຊັນສັນຍາຮ່ວມມື ໂຄງການຂະຫຍາຍເຄືອຂ່າຍສັນຍານໂທລະຄົມມະນາຄົມຕາມເສັ້ນທາງ ລົດໄຟລາວ-ຈີນ

ເຊັນສັນຍາຮ່ວມມື ໂຄງການຂະຫຍາຍເຄືອຂ່າຍສັນຍານໂທລະຄົມມະນາຄົມຕາມເສັ້ນທາງ ລົດໄຟລາວ-ຈີນ

ໃນວັນທີ 11 ມິຖຸນານີ້ ທີ່ ສໍານັກງານໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດພິທີເຊັນສັນຍາການຮ່ວມມື ໂຄງການຂະຫຍາຍເຄືອຂ່າຍສັນຍານໂທລະຄົມມະນາຄົມຕາມເສັ້ນທາງ ລົດໄຟລາວ-ຈີນ ລະຫວ່າງບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ແລະ ບໍລິສັດ ທາງລົດໄຟ ລາວ-ຈີນ ຈໍາກັດ ຢ່າງເປັນທາງການ. ໃຫ້ກຽດລົງນາມໂດຍ ທ່ານ ລັດຖະປັນຍາ ຂຽວວົງພະຈັນ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມ ມະນາຄົມ ມະຫາຊົນ ແລະ ທ່ານ ຄາງ ເທນິວ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ແກ້ວວິສຸກ ໂສລະພົມ ຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ຫານ ເຢ້ (HAN YE) ເລຂານຸການ ເອກອັກຄະນະລັດຖະທູດຈີນ ຝ່າຍເສດຖະກິດ ແລະ ການຄ້າ ປະຈຳ ສປປ ລາວ, ທ່ານ ສຸພົນ ຈັນທະວີໄຊ ກໍາມະການຄະນະບໍລິຫານງານພັກກະຊວງ ເລຂາຄະນະພັກຮາກຖານ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ, ທ່ານ ລູ້ ຫາຍໂຈ ຜູ້ອໍານວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈໍາກັດ, ຄະນະກົມຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງໂຍທາທິການ ແລະ ຂົນສົ່ງ, ຄະນະຜູ້ບໍລິຫານ ແລະ ພະນັກງານຂອງທັງສອງຝ່າຍ.
ເພີ່ມເຕີມ