ຊີວະປະຫວັດຫຍໍ້ຂອງ ພະນະທ່ານ ໂຈເຊ່ ຣາໂມສ ອໍຕ້າ José Ramos-Horta

ຊີວະປະຫວັດຫຍໍ້ຂອງ ພະນະທ່ານ ໂຈເຊ່ ຣາໂມສ ອໍຕ້າ José Ramos-Horta
- ວັນທີເດືອນປີເກີດ: 26 ທັນວາ 1949
- ຕໍາແໜ່ງແຫ່ງຊາດ:
- ເປັນສະມາຊິກໃນຄະນະທີ່ປຶກສາແຫ່ງລັດ, ເປັນທີ່ປຶກສາໃຫ້ແກ່ ປະທານາທິບໍດີຂອງ ສາທາລະນະລັດ ຕີມໍ-ເລສເຕ (2012).
- ເປັນສະມາຊິກຄະນະກຳມະການແຫ່ງຊາດກ່ຽວກັບການກໍານົດເສັ້ນຊາຍແດນທາງທະເລ (2016-ປັດຈຸບັນ).
- ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ (2007-2012).
- ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ (2006-2007).
- ລັດຖະມົນຕີອາວຸໂສ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື (2002-2006).
- ສະມາຊິກລັດຖະບານ ໃນໄລຍະຂອງອົງການບໍລິຫານຊ່ວງປ່ຽນຜ່ານແຫ່ງ ສະຫະປະຊາຊາດໃນຕີມໍ-ເລສເຕ UNTAET (2000-2002),
- ເປັນລັດຖະມົນຕີການຕ່າງປະເທດ ແລະ ຂໍ້ມູນຂ່າວສານ ໃນໄລຍະການປະກາດເອກະລາດຝ່າຍດຽວຂອງ ຕີມໍ-ເລສເຕ ໃນເດືອນທັນວາ 1975.
- ເປັນໂຄສົກສາກົນຂອງຝ່າຍປະຕິວັດ (1975-1999).
- ຕໍາແໜ່ງສາກົນ ແຕ່ອະດີດຈົນເຖິງປັດຈຸບັນ:
- ປະທານ, ຂະບວນເຄື່ອນໄຫວໂລກເພື່ອປະຊາທິປະໄຕ, ສຳນັກງານໃຫຍ່ ວໍຊິງຕັນ, ເລືອກຕັ້ງໃນເດືອນກໍລະກົດ 2020.
- ປະທານ, ສະພາວິທະຍາສາດ ຂອງ Think-tank TIGER- ການຫັນປ່ຽນ, ການເຊື່ອມໂຍງ ແລະ ການຄົ້ນຄວ້າເສດຖະກິດໂລກາພິວັດ (www.tiger.edu.pl), ມະຫາວິທະຍາໄລ Kozminski, Warsaw, ໂປໂລຍ, ເດືອນມັງກອນ (2021-2030).
- ສະມາຊິກສະພາ, ພັນທະມິດຜູ້ນໍາໂລກ Madrid (2012-).
- ສະມາຊິກ, ມູນນິທິຄວາມເປັນຜູ້ນໍາໂລກ, ລອນດອນ, ອັງກິດ.
- ສະມາຊິກ, ສະພາສູງກ່ຽວກັບການໄກ່ເກ່ຍ ໂດຍມີເລຂາທິການໃຫຍ່ ສປຊ (2017-2019).
- ທີ່ປຶກສາວຽກງານຕ່າງປະເທດຂອງປະທານກອງປະຊຸມສະມັດຊາໃຫຍ່ ສປຊ (2017-2018).
- ກໍາມະການ, ຄະນະກໍາມາທິການໂລກກ່ຽວກັບນະໂຍບາຍຕ້ານຢາເສບຕິດ, ເຈນີວາ, (2017-).
- ປະທານ, ຄະນະກໍາມາທິການເອກະລາດລະດັບສູງກ່ຽວກັບການປະຕິບັດງານເພື່ອສັນຕິພາບຂອງ ສປຊ, ໄດ້ຮັບການແຕ່ງຕັ້ງໂດຍເລຂາທິການໃຫຍ່ ສປຊ (ເດືອນ 11/2014-2015), UNHQ, NY).
- ປະທານຮ່ວມ, ຄະນະກຳມາທິການເອກະລາດຫຼາຍຝ່າຍ (2014-2016), ສະຖາບັນສັນຕິພາບສາກົນ, ນິວຢອກ.
- ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ແລະ ຫົວໜ້າໜ່ວຍງານສ້າງສັນຕິພາບ ລວມຂອງສະຫະປະຊາຊາດ ຢູ່ Guinea-Bissau (ອາຟຣິກາ ຕາເວັນຕົກ) (ມັງກອນ 2013 - ມິຖຸນາ 2014).
- ດ້ານວິຊາສະເພາະ
- ສະມາຊິກກິດຕິມະສັກສະພາທີ່ປຶກສາສະຖາບັນກົດໝາຍ ແລະ ນະໂຍບາຍໂລກ ທີ່ມະຫາວິທະຍາໄລ Harvard, 2012-.
- ຈົບປະລິນຍາ, ຫຼັກສູດບໍລິຫານຜູ້ນໍາໃນການພັດທະນາ, ໂຮງຮຽນລັດຖະບານ John F. Kennedy, ມະຫາວິທະຍາໄລ Harvard (1998).
- ສະມາຊິກອາວຸໂສ, ຄະນະພົວພັນສາກົນ, ວິທະຍາໄລ St. Antony, ມະຫາວິທະຍາໄລ Oxford (1987).
- ຈົບປະລິນຍາໂທ ສາຂາສັນຕິພາບ, ມະຫາວິທະຍາໄລ Antioch, Ohio, USA (1984).
- ຈົບຊັ້ນສູງ, ສາຂາປະຊາສໍາພັນ, ສູນການຕະຫຼາດສາກົນ (1970-1974).
- ຈົບຫຼັກສູດກົດໝາຍສາທາລະນະສາກົນ ທີ່ສະຖາບັນກົດໝາຍສາກົນ Hague ແລະ ກົດໝາຍສິດມະນຸດສາກົນ ທີ່ ສະຖາບັນສິດທິມະນຸດ Strasbourg (1983).
- ດຣ ກິດຕິມະສັກ ຈາກບັນດາມະຫາວິທະຍາໄລ ໃນອົສຕຣາລີ, ຍີ່ປຸ່ນ, ເກົາຫຼີ, ໄທ, ຟີລິບປິນ, ເບຣຊິນ, ປັອກຕຸຍການ ແລະ ອາເມຣິກາ.
- ເປັນປະທານຜູ້ກໍ່ຕັ້ງ, ໂຄງການການທູດ ແລະ ສິດທິມະນຸດ, ຄະນະນິຕິສາດ, ມະຫາວິທະຍາໄລ New South Wales, Sydney, ຕັ້ງແຕ່ປີ 1990.
- ອາຈານຮັບເຊີນ, ທີ່ ມະຫາວິທະຍາໄລ New South Wales, Sydney, ຕັ້ງແຕ່ປີ 1996.
- ອາຈານຮັບເຊີນຜູ້ຊົງຄຸນນະວຸດ, ວິທະຍາໄລ Victoria, Melbourne, ນັບຕັ້ງແຕ່ 2007.
- ອາຈານຮັບເຊີນ, ມະຫາວິທະຍາໄລ ແມ່ຍິງສາກົນ EWA, ເຊອຸນ, 2007-2012.
ສະມາຊິກຂອງອົງການຈັດຕັ້ງສາກົນທີ່ສໍາຄັນ
- ພາສາຕ່າງປະເທດ:
ພາສາເຕຕຸມ (ພາສາປະຈໍາຊາດຕີມໍເລສເຕ), ປອກຕຸຍການ, ອັງກິດ, ຝຣັ່ງ ແລະ ແອັດສະປາຍ.
- ລາງວັນທີ່ໄດ້ຮັບ:
- ລາງວັນ ໂນເບວ ສັນຕິພາບ (1996).
- Companion of the Order of Australia (2015) ເປັນລາງວັນຊັ້ນສູງສຸດມອບໃຫ້ເພື່ອເປັນກຽດແກ່ຜົນສໍາເລັດອັນສູງສົ່ງ ແລະ ຄຸນນະທຳໃນລະດັບສູງສຸດທີ່ອຸທິດຕົນເພື່ອ ອົສຕຣາລີ ຫຼື ເພື່ອມະນຸດຊາດໂດຍລວມ.
- Ordem de Timor-Leste (2012).
- Ordem Dom Boaventura (2006).
- Ordem De Liberdade, Portugal (1998).
- Ordem Dom Infante, Portugal (2011).
- Order from Brazil, Cuba, Guinea-Bissau, Cape Verde.
 ປຶ້ມ ແລະ ບົດຂຽນຕ່າງໆ
- Words of Hope, Speeches, Essays, Longueville Media, Sydney (2018).
- Where the Sun on Rising Sees First, co-authored with Raquel Belli, LIDEL, Lisbon (2014).
- The Lost World of Timor-Leste, LIDEL Lisbon (2017), with Patricia Vickers-Rich, and Peter Tussler.
- FUNU: The Unifiinshed Saga of East Timor, Red Sea Press, Trenton, Nj, USA, 1987.
- Timor-Leste: Amanha em Dili, Dom Quixote, Lisbon, 1994D
- A Matter of Principle: Humanitarian Arguments for War in Iraq, Thomas Cushman (Editor) with Christopher Hitchens, Jose Ramos-Horta and other (2005) University of California Press.
- Written on International affairs for the International Herald Tribune, New York Time, Wall Street Journal, Wall Street International Magazine, Huffington Post, The Daily Beast.

ຄໍາເຫັນ

ຂ່າວຕ່າງປະເທດ

ກອງປະຊຸມຄົບຄະນະຂອງສູນກາງພັກກອມມູນິດຈີນຮັບຮອງເອົາເອກະສານ “ຂໍ້ຕົກລົງ” ແມ່ນຜົນສໍາເລັດສໍາຄັນທີ່ສຸດຂອງກອງປະຊຸມຄັ້ງນີ້

ກອງປະຊຸມຄົບຄະນະຂອງສູນກາງພັກກອມມູນິດຈີນຮັບຮອງເອົາເອກະສານ “ຂໍ້ຕົກລົງ” ແມ່ນຜົນສໍາເລັດສໍາຄັນທີ່ສຸດຂອງກອງປະຊຸມຄັ້ງນີ້

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 30 ຕຸລານີ້, ສູນກາງພັກກອມມູນິດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວເພື່ອແນະນໍາ ແລະ ບັນຍາຍເນື້ອໃນຈິດໃຈຂອງກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະກຳມະການສູນກາງພັກກອມມູນິດຈີນສະໄໝທີ 20 ທີ່ຈັດຂຶ້ນລະຫວ່າງວັນທີ 26-29 ຕຸລານີ້.
ຄວັນໄຟປ່າ ເຮັດໃຫ້ການຜະລິດໄຟຟ້າຈາກພະລັງງານແສງຕາເວັນ ຫຼຸດລົງ 70%

ຄວັນໄຟປ່າ ເຮັດໃຫ້ການຜະລິດໄຟຟ້າຈາກພະລັງງານແສງຕາເວັນ ຫຼຸດລົງ 70%

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 29 ຕຸລາ ຜ່ານມາວ່າ: ການສຶກສາຈາກມະຫາວິທະຍາໄລນິວຊາວເວວຂອງອົສຕຣາລີ ເປີດເຜີຍວ່າ, ໄຟໄໝ້ປ່າທີ່ຮ້າຍແຮງ ຊຶ່ງກຳລັງເກີດຂຶ້ນເລື້ອຍໆ ແລະ ຮຸນແຮງຂຶ້ນໃນຫຼາຍພາກພື້ນ ເຊັ່ນ:ອົສຕຣາລີ, ຄາລິຟໍເນຍ ແລະ ເອີຣົບໃຕ້, ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ພື້ນທີ່ທີ່ເກີດໄຟໄໝ້ເທົ່ານັ້ນ. ຄວັນຈາກໄຟໄໝ້ປ່າ ສາມາດຫຼຸດການຜະລິດພະລັງງານແສງຕາເວັນໄດ້ເຖິງ 70% ພາຍໃນລັດສະໝີປະມານ 50 ກິໂລແມັດຈາກຈຸດທີ່ເກີດໄຟໄໝ້ປ່າ ແລະ ສູງເຖິງ 30% ໃນພື້ນທີ່ທີ່ຫ່າງອອກໄປຫຼາຍກວ່າ 150 ກິໂລແມັດ.
ສະຫະປະຊາຊາດ ເລັ່ງທວງໃຫ້ອາເມຣິກາຍົກເລີກການປິດລ້ອມຕໍ່ກູບາ

ສະຫະປະຊາຊາດ ເລັ່ງທວງໃຫ້ອາເມຣິກາຍົກເລີກການປິດລ້ອມຕໍ່ກູບາ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 28 ຕຸລາ ຜ່ານມາ (ຕາມເວລາທ້ອງຖິ່ນ), ກອງປະຊຸມໃຫຍ່ອົງການສະຫະປະຊາຊາດສະໄໝທີ 81 ໄດ້ຮັບຮອງມະຕິກ່ຽວກັບ “ອາເມຣິກາຕ້ອງຍົກເລີກການປິດລ້ອມດ້ານເສດຖະກິດ, ການຄ້າ ແລະ ການເງິນຕໍ່ກູບາ” ດ້ວຍຄະແນນ 130 ສຽງເຫັນດີ, 17 ສຽງຄັດຄ້ານ ແລະ 25 ສຽງງົດອອກສຽງ. ຂ່າວແຈ້ງໃຫ້ຮູ້ວ່າ, ນີ້ເປັນເທື່ອທີ 34 ທີ່ສະມັດຊາໃຫຍ່ອົງການສະຫະປະຊາຊາດຮັບຮອງມະຕິທີ່ກ່ຽວຂ້ອງລຽນຕິດ.
ອຸດສາຫະກຳສ້າງກຳປັ່ນຂອງຈີນ ມີການສັ່ງຈອງໄປຮອດ 4 ປີຂ້າງໜ້າ

ອຸດສາຫະກຳສ້າງກຳປັ່ນຂອງຈີນ ມີການສັ່ງຈອງໄປຮອດ 4 ປີຂ້າງໜ້າ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 28 ຕຸ​ລາ ຜ່ານມາ, ທ່ານ ຫຼີ​ຢ້ຽນ​ຊີ້ງ ຮອງ​ປະ​ທານ​ສະ​ມາ​ຄົມ​ອຸດ​ສາ​ຫະ​ກຳ​ກຳ​ປັ່ນຈີນກ່າວ​ວ່າ, ອຸດ​ສາ​ຫະ​ກຳ​​ສ້າງ​ກຳ​ປັ່ນ​ຂອງ​ຈີນ​ສືບ​ຕໍ່​ຮັກ​ສາ​ທ່າ​ອ່ຽງ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ. ປັດ​ຈຸ​ບັນ, ​ໂຮງ​ງານ​ສ້າງ​ກຳ​ປັ່ນ​ຂອງ​ຈີນ​ໄດ້​ຮັບການ​ສັ່ງ​ຈອງ​ເຖິງ 399 ລ້ານ DWT (ບັນ​ຈຸ​ນ້ຳ​ໜັກ​ໄດ້ 399 ລ້ານໂຕນ) ຊຶ່ງ​ເປັນ​ປະ​ລິ​ມານ​ວຽກ​ງານ​ໃນ 4 ປີ​ຂ້າງ​ໜ້າ ແລະ ສ້າງ​ພື້ນ​ຖານ​ອັນ​ໜັກ​ແໜ້ນ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ ຍື​ນ​ຍົງ​ຂອງ​ອຸດ​ສາ​ຫະ​ກຳ​​ກຳປັ່ນ ແລະ ​ອຸດ​ສາ​ຫະ​ກຳ​ທາງທະ​ເລ.
ຖະ​ແຫຼງ​ການກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ 5 ​ຂອງຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ​ສະ​ໄໝ​ທີ XX

ຖະ​ແຫຼງ​ການກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ 5 ​ຂອງຄະ​ນະ​ກຳ​ມະ​ການສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ​ສະ​ໄໝ​ທີ XX

(​ຮັບ​ຮອງ​ເອົາ​ໃນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ ຄັ້ງ​ທີ 5 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ​ສະ​ໄໝ​ທີ XX, ວັນ​ທີ 29 ຕຸ​ລາ 2026) ກອງ​ປະ​ຊຸມ​ຄົບ​ຄະ​ນະ ​ຄັ້ງ​ທີ 5 ​ ຂອງຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ ສະ​ໄໝ​ທີ XX ໄດ້​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ ລະ​ຫວ່າງວັນ​ທີ 26 – 29 ຕຸ​ລາ 2026. ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ນີ້​ມີ: ກຳ​ມະ​ການ​ສູນ​ກາງ​ພັກ 162 ສະ​ຫາຍ ແລະ ກຳ​ມະ​ການ​ສຳ​ຮອງ​ສູນ​ກາງ​ພັກ 117 ສະ​ຫາຍ. ກຳ​ມະ​ການ​ຄະ​ນະ​ກວດ​ກາ​​ສູນ​ກາງ​ພັກ ແລະ ສະ​ຫາຍ​ຮັບ​ຜິດ​ຊອບ​ຝ່າຍ​ທີ່​ກ່ຽວ​ຂ້ອງ ​ໄດ້​ເຂົ້າ​ຮ່ວມ​ຟັງ​ໃນ​ກອງ​ປະ​ຊຸມ​. ສະຫາຍຢູ່ຮາກຖານ ພ້​ອມ​ດ້ວຍ​ຜູ້​ຊ່ຽວ​ຊານ ແລະ ນັກ​ວິ​ຊາ​ການຈໍານວນໜຶ່ງທີ່ເປັນຜູ້​ແທນກອງ​ປະ​ຊຸມ​ໃຫຍ່ ຄັ້ງ​​ທີ XX ຂອງພັກ ກໍ​ໄດ້​ເຂົ້າ​ຮ່ວມ​ຟັງ​ໃນ​ກອງ​ປະ​ຊຸມ​ເຊັ່ນ​ດຽວ​ກັນ.
WEF ພ້ອມ​ທີ່​ຈະ​ສ້າງ​ກົນ​ໄກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ ຫວຽດ​ນາມ

WEF ພ້ອມ​ທີ່​ຈະ​ສ້າງ​ກົນ​ໄກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກັບ ຫວຽດ​ນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້, ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ລະ​ດູ​ໃບ​ໄມ້ຫຼົ່ນ 2026 ທີ່​ນະ​ຄອນໂຮ່​ຈິ​ມິນ, ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ ​ທ່ານ ສະເຕຟານ ເມີເຈນທາເລີ ຜູ້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດໂລກ (WEF).
ກອງປະຊຸມເວທີປຶກສາຫາລືວ່າດ້ວຍການພັດທະນາມະຫາສະໝຸດໂລກປີ 2026 ເນັ້ນເສດຖະກິດທາງທະເລແບບຍືນຍົງ

ກອງປະຊຸມເວທີປຶກສາຫາລືວ່າດ້ວຍການພັດທະນາມະຫາສະໝຸດໂລກປີ 2026 ເນັ້ນເສດຖະກິດທາງທະເລແບບຍືນຍົງ

ກອງປະຊຸມເວທີປຶກສາຫາລືວ່າດ້ວຍພັດທະນາມະຫາສະໝຸດໂລກປີ 2026 ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ເມືອງຊິງຕາວ (Qingdao) ຊຶ່ງເປັນເມືອງແຄມຝັ່ງທະເລໃນແຂວງຊານຕົງ (Shandong) ທາງພາກຕາເວັນອອກຂອງ ສ​ປ ຈີນ, ຈຸດປະສົງແມ່ນເພື່ອສົ່ງເສີມການພັດທະນາເສດຖະກິດທາງທະເລແບບຍືນຍົງ.
ຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວໃນໂລກສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດ

ຄວາມເຂັ້ມຂຸ້ນຂອງອາຍພິດເຮືອນແກ້ວໃນໂລກສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອີງຕາມແຈ້ງການກ່ຽວກັບອາຍພິດເຮືອນແກ້ວ ສະບັບຫຼ້າສຸດທີ່ອົງການອຸຕຸນິຍົມໂລກເປີດເຜີຍໃນວັນທີ 27 ຕຸລາ ຜ່ານມາ ສະແດງໃຫ້ເຫັນວ່າ: ປີ 2025, ຄວາມເຂັ້ມຂຸ້ນຂອງກາກບອນດິອັອກຊິດ ແລະ ອາຍພິດເຮືອນແກ້ວຕົ້ນຕໍອື່ນໆ ໃນຊັ້ນບັນຍາກາດຂອງໂລກໄດ້ສ້າງສະຖິຕິສູງສຸດເປັນປະ​ຫວັດ​ສາດອີກ​ຄັ້ງ​, ສະແດງໃຫ້ເຫັນວ່າທ່າອຽງຈະເພີ່ມຂຶ້ນໃນໄລຍະຍາວຂອງອຸນຫະພູມທົ່ວໂລກຍັງຄົງສືບຕໍ່ຂະຫຍາຍຕົວຢູ່.
ທະນາຄານກາງການາດາ ປະກາດຂຶ້ນອັດຕາດອກເບ້ຍ 0.25%

ທະນາຄານກາງການາດາ ປະກາດຂຶ້ນອັດຕາດອກເບ້ຍ 0.25%

ຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງການາດາ (BoC) ໄດ້ຂຶ້ນອັດຕາດອກເບ້ຍນະໂຍບາຍໃນວັນທີ 28 ຕຸລາ ຜ່ານມາ ເປັນຄັ້ງທຳອິດໃນຮອບ 3 ປີ ຫຼື ນັບຕັ້ງແຕ່ເດືອນກໍລະກົດ 2023, ພ້ອມທັງມີສັນຍານວ່າຈະຂຶ້ນອັດຕາດອກເບ້ຍຕື່ມອີກເພື່ອຫຼຸດຜ່ອນອັດຕາເງິນເຟີ້.
ອິນໂດເນເຊຍ - ສິງກະໂປ ຮ່ວມມືກັນ ແກ້ໄຂບັນຫາໄຟໄໝ້ປ່າ ແລະ ໝອກຄວັນ

ອິນໂດເນເຊຍ - ສິງກະໂປ ຮ່ວມມືກັນ ແກ້ໄຂບັນຫາໄຟໄໝ້ປ່າ ແລະ ໝອກຄວັນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 28 ຕຸລາ ຜ່ານມາວ່າ: ອິນໂດເນເຊຍ ແລະ ສິງກະໂປ ໄດ້ຕົກລົງທີ່ຈະສ້າງຕັ້ງຄະນະເຮັດວຽກຮ່ວມກັນເພື່ອແກ້ໄຂບັນຫາບໍລິສັດທີ່ມີສ່ວນກ່ຽວຂ້ອງກັບໄຟໄໝ້ປ່າທີ່ເຮັດໃຫ້ເກີດໝອກຄວັນຂ້າມຊາຍແດນ, ຫຼັງຈາກການສົນທະນາລະຫວ່າງ ທ່ານ ອາມານາທາ ນາຊີຣ ລັດຖະມົນຕີກະຊວງການຕ່າງປະເທດອິນໂດເນເຊຍ ແລະ ທ່ານ ວິວຽນ ບາລາກຣິສນັນ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປ ທີ່ນະຄອນຈາກາຕາ ປະເທດອິນໂດເນເຊຍ.
ເພີ່ມເຕີມ