ພະມະຫາກະສັດ ແລະ ປະທານສະພາ ກຳປູເຈຍ ສົ່ງສານອວຍພອນວັນຊາດ

ພະມະຫາກະສັດ ແລະ ປະທານສະພາ ກຳປູເຈຍ ສົ່ງສານອວຍພອນວັນຊາດ

ພະມະຫາກະສັດ ໂນໂຣດົມ ສີຫາໂມນີ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ສົ່ງສານອວຍພອນ ເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ: ພະນະທ່ານປະທານປະເທດ ທີ່ນັບຖື, ຂ້າພະເຈົ້າມີຄວາມປິຕິຍິນດີ ສົ່ງຄໍາອວຍພອນອັນປະເສີດ ແລະ ຂໍຊົມເຊີຍຢ່າງສຸດໃຈມາຍັງ ພະນະທ່ານ ພ້ອມດ້ວຍ ປະຊາຊົນລາວ ທຸກທົ່ວໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

 

ຣາຊະອານາຈັກກຳປູເຈຍ ໃຫ້ຄວາມສໍາຄັນຢ່າງຍິ່ງຕໍ່ມິດຕະພາບ ແລະ ການຮ່ວມມືອັນໃກ້ຊິດ ລະຫວ່າງສອງ ປະເທດຂອງພວກເຮົາ. ສາຍພົວພັນ ດັ່ງກ່າວນີ້ໄດ້ຮັບການພັດທະນາ ແລະ ຮັດແໜ້ນໃນ ໄລຍະຫຼາຍປີທີ່ຜ່ານມາ ໂດຍຜ່ານການຮ່ວມມືຢ່າງກວ້າງຂວາງໃນຫຼາຍຂົງເຂດ.

ຂ້າພະເຈົ້າມີຄວາມຍິນດີຕໍ່ບົດບາດອັນສ້າງສັນຂອງສອງປະເທດພວກເຮົາໃນການຮ່ວມມື ໃນຂອບ ອາຊຽນເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນພູນສຸກໃນຂົງເຂດພາກພື້ນ, ຕະຫຼອດຮອດ ການຮ່ວມມືໃນຂອບຝຣັ່ງໂກໂຟນ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າ ມີຄວາມຍິນດີທີ່ສຸດ ຕໍ່ການເຂົ້າຮ່ວມ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໃນກອງປະຊຸມສຸດຍອດຝຣັ່ງໂກໂຟນ, ຊຶ່ງຈະໄດ້ ຈັດຂຶ້ນ ທີ່ ຣາຊະອານາຈັກກຳປູເຈຍ ໃນປີ 2026 ທີ່ຈະມາເຖິງນີ້.

ຂ້າພະເຈົ້າ, ຂໍອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ ແລະ ປະ ສົບຜົນສໍາເລັດທຸກປະການ ແລະ ອວຍພອນໃຫ້ ປະຊາຊົນລາວ ຈົ່ງມີແຕ່ຄວາມສຸກ ແລະ ຄວາມຈະເລີນ ຮຸ່ງເຮືອງ. ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.

ໃນໂອກາດດຽວກັນ, ສົມເດັດອັກຄະມະຫາ ເສນາ ບໍດີ ເຕໂຈ ຮຸນ ແຊນ ປະທານສະພາສູງ ແຫ່ງ ຣາຊະອານາຈັກ ກຳປູເຈຍ ກໍໄດ້ສົ່ງສານອວຍພອນເຖິງ ພະນະທ່ານ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ

ຊຶ່ງມີເນື້ອໃນວ່າ: ພະນະທ່ານ ຕາງໜ້າ ສະພາສູງແຫ່ງ ຣາຊະອານາຈັກກຳປູເຈຍ ແລະ ໃນນາມສ່ວນ ຕົວ, ຂ້າພະເຈົ້າຂໍອວຍພອນໄຊອັນອົບອຸ່ນມາຍັງພະນະທ່ານ ແລະ ປະຊາຊົນລາວ ເພື່ອນມິດທຸກຖ້ວນ ໜ້າເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ.

ຕະຫຼອດໄລຍະເຄິ່ງສັດຕະວັດແຫ່ງບົດທົດສອບທີ່ເຂັ້ມແຂງ, ຄວາມມຸ່ງມາດປາດຖະໜາ ແລະ ຄວາມ ສາມັກຄີຂອງປວງຊົນລາວ ພາຍໃຕ້ການຊີ້ນໍາ ນຳພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນ ປະຕິ ວັດລາວ. ຄວາມກ້າວໜ້າທີ່ພັກ, ລັດ ແລະ ປວງຊົນລາວ ຍາດມາໄດ້ນັ້ນ ໄດ້ສະແດງອອກໃນການພັດ ທະນາເສດຖະກິດ-ສັງຄົມຢ່າງຕໍ່ເນື່ອງ, ການຫຼຸດຜ່ອນຄວາມທຸກຍາກ ແລະ ຍົກສູງຄຸນນະພາບຊີວິດຂອງ ປະຊາຊົນລາວແມ່ນເປັນສິ່ງທີ່ຍົກຍ້ອງສັນລະເສີນຢ່າງແທ້ຈິງ. ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງສູງວ່າພາຍ ໃຕ້ການຊີ້ນຳອັນສະຫຼາດສ່ອງໃສຂອງ ພັກປະຊາຊົນ ປະຕິວັດລາວ, ປະເທດຊາດ ແລະ ປະຊາຊົນລາວ ຈະສືບຕໍ່ມີຄວາມຈະເລີນຮຸ່ງເຮືອງໃນອີກທົດສະວັດຕໍ່ໜ້ານີ້.

ຂ້າພະເຈົ້າມີຄວາມປິຕິຍິນດີທີ່ເຫັນວ່າ ສາຍພົວພັນລະຫວ່າງສອງພັກ, ລັດ ແລະ ປະຊາຊົນສອງຊາດພວກເຮົາ ຈະສືບຕໍ່ໄດ້ຮັບການພັດທະນາຢ່າງເປັນຮູບປະທໍາ ເພື່ອຜົນປະໂຫຍດຮ່ວມກັນ, ບົນພື້ນ ຖານການຮ່ວມມືຢ່າງໃກ້ຊິດໃນຫຼາຍຂົງເຂດເຊັ່ນ: ດ້ານການເມືອງ, ວຽກງານປ້ອງກັນຊາດ, ການຄ້າ, ການລົງທຶນ, ພະລັງງານ, ການທ່ອງທ່ຽວ, ການເຊື່ອມໂຍງເຊື່ອມຈອດ ແລະ ການຮ່ວມມືຫຼາຍຝ່າຍ. ຜ່ານຄວາມພະຍາຍາມຮ່ວມກັນຂອງພວກເຮົາ ແລະ ບົນຈິດໃຈມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກ ຄີເປັນຈິດໜຶ່ງໃຈດຽວ, ຖານບ້ານໃກ້ເຮືອນຄຽງທີ່ດີ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ, ກຳປູເຈຍ ແລະ ລາວ ຈະສືບຕໍ່ມີຄວາມພະຍາ ຍາມຮ່ວມກັນບັນລຸໃນຂົງເຂດຂະແໜງການຮ່ວມມືຕ່າງໆ.

ຂ້າພະເຈົ້າ ຈະສືບຕໍ່ຮ່ວມເຮັດວຽກຮ່ວມກັບ ພະນະທ່ານ ແລະ ຂໍອວຍພອນໄຊອັນປະເສີດມາ ຍັງພະນະທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດ ແລະ ຂໍໃຫ້ ສປປ ລາວສືບຕໍ່ມີຄວາມ ຈະເລີນກ້າວໜ້າ ແລະ ວັດທະນາຖາວອນ.

ຂະນະດຽວກັນ, ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອາ ນາຈັກ ກຳປູເຈຍ ກໍໄດ້ສົ່ງສານອວຍພອນ ເຖິງຄູ່ຮ່ວມຕຳແໜ່ງ ແຫ່ງ ສປປ ລາວ ເຊັ່ນດຽວກັນ.

ຄໍາເຫັນ

ຂ່າວການຮ່ວມມື

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນວັນທີ 12 ຕຸລານີ້ ທີ່ຄະນະກວດກາສູນກາງພັກ. ເນື່ອງໃນໂອກາດ ທີ່ຄະນະະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້.
ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

ຢຸດເຊົາບອກລາການເພິ່ງພານ້ຳມັນເຊື້ອໄຟ! ເປັນຫຍັງລາວຈຶ່ງມີຄວາມພະຍາມຍາມຮ່ວມມືກັບຈີນດ້ານພະລັງງານໃໝ່ຢ່າງຮີບດ່ວນ?

“ອິນເຕີເນັດໃນລົດຕ້ອງເສຍຄ່າໃຊ້ຈ່າຍເພີ່ມເຕີມຄ່າຕ່າງຫາກບໍ?” “ອຸດສາຫະກໍາລົດໄຟຟ້າອັດສະລິຍະຂອງຈີນຕອນນີ້ພັດທະນາໄປຮອດລະດັບໃດແລ້ວ?” “ຫາກຄົນຍ່າງອອກຈາກບ່ອນຈອດລົດ, ລົດຈະສາມາດຂັບອອກມາເອງໄດ້ບໍ?” ຜູ້ທີ່ຖາມສາມຄຳຖາມນີ້ແມ່ນທ່ານປອອາະນຸສັກພົງສະຫວັດຫົວຫນ້າສະຖາບັນອຸດສາຫະກຳການຄ້າແລະພະລັງານ.
ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ຄະນະຮັບຜິດຊອບວຽກງານຊາຍແດນ ລາວ-ຫວຽດນາມ ກອງປະຊຸມ ຄັ້ງທີ 2

ກອງປະຊຸມໄດ້ຈັ້ດຂຶ້ນ ໃນວັນທີ 8 ຕຸລາ 2026, ຢູ່ແຂວງສະຫວັນນະເຂດ ໂດຍແມ່ນຄະນະກໍາມະການຊາຍແດນແຫ່ງຊາດລາວ ຮ່ວມກັບຄະນະກໍາມະການຊາຍແດນແຫ່ງຊາດ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໂດຍການເປັນປະທານຮ່ວມ ຂອງສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສະຫາຍ ໂງ ເລ ວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີຄະນະຜູ້ແທນຈາກຂະແໜງກ່ຽວຂ້ອງຂອງສູນກາງ ແລະ ບັນດາແຂວງທີ່ມີຊາຍແດນຕິດຈອດກັນຈາກ 10 ແຂວງຊາຍແດນຂອງລາວ ແລະ 8 ແຂວງຊາຍແດນຂອງຫວຽດນາມ ເຂົ້າຮ່ວມ ເກືອບ 300 ຄົນ.
ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ສູນສະຖິຕິແຫ່ງຊາດ ແລະ ທະນາຄານໂລກ ລົງເຄື່ອນໄຫວເຮັດວຽກ ຢູ່ເມືອງໂຂງ

ທ່ານ ວິໄຊ ສັນຕິວົງ ຮອງຫົວໜ້າສູນສະຖິຕິແຫ່ງຊາດກະຊວງການເງິນ ແລະທ່ານ ນາງ ດຸງດ່ວນ (Dung Doan) ນັກເສດຖະກິດອາວຸໂສ ຈາກທະນາຄານໂລກ ພ້ອມ​ຄະນະຊ່ຽວຊານໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງໂຂງ, ແຂວງຈໍາປາສັກ, ໃນ​ວັນ​ທີ 7 ຕຸ​ລາ​ຜ່ານ​ມາ, ໂດຍມີທ່ານ ຈັນທະນົງສິນ ຈັນທະພິມ ປະທານຄະນະກຳມະການປົກຄອງເມືອງໂຂງພ້ອມ​ຄະ​ນະໃຫ້​ການ​ຕ້ອນ​ຮັບ.
ອົງການກວດສອບແຫ່ງລັດ ສປປ ລາວ ພົບປະກັບອົງການກວດສອບແຫ່ງຊາດມາເລເຊຍ

ອົງການກວດສອບແຫ່ງລັດ ສປປ ລາວ ພົບປະກັບອົງການກວດສອບແຫ່ງຊາດມາເລເຊຍ

ໃນລະຫວ່າງວັນທີ 5-7 ຕຸລາ ຜ່ານມານີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ກັບອົງການກວດສອບແຫ່ງຊາດ ມາເລເຊຍ ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ໂດຍໃຫ້ການຕ້ອນຮັບຂອງ ທ່ານ ນາງ ດາໂຕະ ເສຣີ ວັນ ສຸຣາຢະວັນ ໂມຣາມັດ ຣັດຊີ (Ms. DATO' SERI WAN SURAYA WAN MOHD RADZI) ປະທານອົງການກວດສອບແຫ່ງຊາດ ມາເລເຊຍ ຊຶ່ງຄະນະຜູ້ແທນໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ, ເຂົ້າຮ່ວມພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື (MOU) ລະຫວ່າງ ອົງການກວດສອບແຫ່ງລັດ ສປປ ລາວ ແລະ ອົງການກວດສອບແຫ່ງຊາດ ມາເລເຊຍ ແລະ ເຂົ້າຮ່ວມພິທີເປີດກອງປະຊຸມປະຈຳສອງປີ ຂອງຄະນະກຳມະການແລກປ່ຽນຄວາມຮູ້ ASEA SAI (ASEA SAI Knowledge Sharing Committee - KSC) ຄັ້ງທີ 5 ຊຶ່ງການພົບປະສອງຝ່າຍກັນໃນຄັ້ງນີ້ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄືການເສີມຂະຫຍາຍ ສາຍພົວພັນທາງການທູດ ຄົບຮອບ 60 ປີ (1/7/1966 - 1/7/2026).
ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ຄະນະຜູ້ແທນຊາວໜຸ່ມລາວເຂົ້າພົບປະເຮັດວຽກກັບ ຮອງປະທານພັກ ປະຊາຊົນກໍາປູເຈຍ

ໃນວັນທີ 7 ຕຸລາ ນີ້, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ນຳພາຄະນະຜູ້ແທນຊາວໜຸ່ມລາວ ເຂົ້າພົບປະເຮັດວຽກກັບ ພະນະທ່ານ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ຮອງປະທານພັກ ປະຊາຊົນກໍາປູເຈຍ ປະທານສູນກາງຊາວໜຸ່ມພັກປະຊາຊົນກຳປູເຈຍ ຢູ່ ນະຄອນຫຼວງພະນົມເປັນ.
ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ຍົກລະດັບການຄຸ້ມຄອງປະກັນສັງຄົມ ແລະ ສິດທິແຮງງານຊາວກະສິກອນ 32,000 ກວ່າຄົນໃນ 7 ແຂວງ

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຮ່ວມກັບອົງການສາກົນເປີດ “ໂຄງການສ້າງຄວາມກ້າວໜ້າໃຫ້ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານສຳລັບຊາວກະສິກອນໃນຂະແໜງກາເຟ, ຊາ ແລະ ປ່າໄມ້ (SOLAR II)” ໃນວັນທີ 29 ກັນຍາຜ່ານມາ ທີ່ນະຄອນຫຼວງວຽງຈັນ ເປັນກຽດກ່າວເປີດໂດຍທ່ານ ນາງ ແກ້ວ ຈັນທະວີໄຊ ຮອງລັດຖະມົນຕີ ກະຊວງ ຮສສ, ມີທ່ານ ມາກ ກາລາເຮີ (Marc Gallagher) ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ສປປ ລາວ, ມີທ່ານ ລາສ ໂຢຮັນເຊນ (Lars Johansen) ຮອງຜູ້ອຳນວຍການ ຫ້ອງການອົງການແຮງງານສາກົນ (ILO) ປະຈຳປະເທດໄທ, ກຳປູເຈຍ ແລະ ສປປ ລາວ, ທ່ານ ພອນສານ ວິໄລເມັ້ງ ຮອງປະທານສູນກາງສະຫະພັນກຳມະບານລາວ, ທ່ານ ໄຊບັນດິດ ລາດສະພົນ ຮອງປະ ທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີບັນດາຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ຜູ້ຕາງໜ້າອົງການ ILO, ພະແນກ ຮສສ ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄອ​ສ​ພຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

ຄະນະຜູ້ແທນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ນໍາໂດຍ ທ່ານ ສາຄອນ ພົມມະລາດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອ​ສ​ພ) ພ້ມ​ຄະ​ນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 28 ກັນຍາ ຫາ 02 ຕຸລາ 2026.
ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ສ​ປ​ປລາວ-ເອີ​ຣົບປຶກ​ສາ​ຫາລື ການຮ່ວມມືທາງດ້ານປ່າໄມ້

ກົມປ່າໄມ້ ກະຊວງກະສິກຳ ແລະ ສິ່ງແວດລ້ອມຮ່ວມກັບສະຫະພາບເອີຣົບ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການຮ່ວມມືທາງດ້ານປ່າໄມ້ ໃນ​ວັນ​ທີ 1 ຕຸ​ລາ​ຜ່ານ​ມາທີ່ ນະ​ຄອນຫຼວງວຽງ​ຈັນ, ໂດຍ​ການເປັນປະທານຮ່ວມຂອງ ທ່ານ ນາງຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ມາກ ກາລາເຮີ (Mark Gallagher), ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາ ສປປ ລາວ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23

ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ຂອງຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມື (JC) ລາວ-ໄທ ຄັ້ງທີ 23 ໄດ້ຈັດຂຶ້ນໃນວັນທີ 1 ຕຸລາ ນີ້ ທີ່ ແຂວງຫຼວງພະບາງ ໂດຍການເປັນປະທານຮ່ວມຂອງ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານນາງ ເອກສິຣິ ປິນທະຣຸຈິ ຫົວໜ້າຫ້ອງການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມ.
ເພີ່ມເຕີມ