ຊຸກຍູ້ການຫັນປ່ຽນຂອງປະເທດລາວຈາກກະສິກຳດັ່ງເດີມເປັນກະສິກຳທັນສະໄໝ ດ້ວຍຜົນຜະລິດສູງ,

ຊຸກຍູ້ການຫັນປ່ຽນຂອງປະເທດລາວຈາກກະສິກຳດັ່ງເດີມເປັນກະສິກຳທັນສະໄໝ ດ້ວຍຜົນຜະລິດສູງ,
ໂດຍ:ຍຸພິນທອງ
ທ່ານ ຈົງ ກົວຟູ (ZongGuofu) ຜູ້ຊ່ວຍຜູ້ອໍານວຍການໃຫຍ່ ຂອງ ອາຊີ-ໂປຕາສ ສາກົນ ໄດ້ກ່າວລາຍງານ ໃນກອງປະຊຸມ ເວທີສົນທະນາການຮ່ວມມື ລາວ-ຈີນ ພາຍໃຕ້ຫົວຂໍ້ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ II ໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມາ ທີ່ນະຄອນຫຼວງວຽງຈັນວ່າ:ອາຊີ-ໂປຕາສ ສາກົນ ໄດ້ໃຫ້ຄວາມສຳຄັນວຽງງານການແກ້ໄຂຄວາມທຸກຍາກຢູ່ບ້ານຊຽງແຫວນ ເມືອງທ່າແຂກ, ແຂວງຄຳມ່ວນ ຊຶ່ງໄດ້ເອົາໃຈໃສ່ ແລະ ຕີລາຄາທ່າແຮງດ້ານຊັບພະຍາກອນກະສິກຳຂອງລາວ, ສະນັ້ນ, ຈຶ່ງເລີ່ມຈາກການກໍ່ສ້າງຖານທົດລອງປູກພືດຜັກໃນໂຮງເຮືອນ ແລະ ຂະຫຍາຍຖານການປູກເຂົ້າ 3 ລະດູ ຢູ່ແຂວງຈຳປາສັກ, ຊຶ່ງເປັນການເລີ່ມຕົ້ນການປະຕິບັດຕົວຈິງຂອງການຫັນກະສິກໍາທັນສະໄໝ. ຊ່ວຍບ້ານທຸກຍາກຫຼຸດພົ້ນອອກຈາກຄວາມທຸກຍາກດ້ວຍແນວຄິດຫັນເປັນອຸດສາຫະກຳ, ຊຸກຍູ້ການຫັນປ່ຽນຂອງປະເທດລາວຈາກກະສິກຳດັ້ງເດີມເປັນກະສິກຳທັນສະໄໝ ດ້ວຍຜົນຜະລິດສູງ, ມີມູນຄ່າເພີ່ມສູງ ແລະ ຜົນຕອບແທນສູງ. ຢູ່ບ້ານ ຊຽງແຫວນ, ອາຊີ-ໂປຕາສ ສາກົນ ໄດ້ສ້າງຕັ້ງໂຮງເຮືອນປູກຜັກ ແລະ ຖານທົດລອງປູກພືດຫຼາຍລະດູ, ຊຶ່ງບໍ່ພຽງແຕ່ເພີ່ມລາຍຮັບໃຫ້ແກ່ຄອບຄົວຊາວກະສິກອນໃນບ້ານທຸກຍາກ, ແຕ່ຍັງສົ່ງເສີມການປູກຝັງຂະໜາດໃຫຍ່ ແລະ ການປູກຝັງແບບອຸດສາຫະກໍາອີກດ້ວຍ. ໄດ້ເພີ່ມທະວີຄວາມສາມາດໃນການສະໜອງພືດຜັກໃຫ້ແກ່ທ້ອງຖິ່ນ, ຮັກສາສະຖຽນລະພາບຂອງລາຄາຜະລິດຕະພັນກະສິກໍາໃນທ້ອງຖິ່ນ ແລະ ຄວບຄຸມໄພເງິນເຟີ້ໄດ້ຢ່າງມີປະສິດທິຜົນ. ຢູ່ເມືອງໂຂງ, ແຂວງຈໍາປາສັກ, ອາຊີ-ໂປຕາສ ສາກົນ ໄດ້ນໍາທີມງານແນວພັນຊັ້ນນໍາຂອງຈີນ ແລະ ວິສາຫະກິດປຸງແຕ່ງອາຫານ ເຂົ້າມາຮ່ວມກັນລົງທຶນ ແລະ ຮ່ວມມືໃນການກໍ່ສ້າງໂຄງການສາທິດປູກເຂົ້າເຂົ້າ 3 ລະດູ ທໍາອິດຢູ່ ສປປ ລາວ, ປູກເຂົ້າໂດຍນໍາໃຊ້ເຄື່ອງກົນຈັກ, ການປູກຝັບແບບທັນສະໄໝ ທີ່ແທດເໝາະກັບສະພາບຢູ່ລາວ, ໂດຍປ່ຽນຈາກການປູກເຂົ້າລະດູດຽວ ມາປູກເຂົ້າ 3 ລະດູ, ເປັນແຮງຊ່ວຍໃຫ້ລາວບັນລຸການສະໜອງສະບຽງອາຫານໄດ້ເພີ່ມຂື້ນແບບກ້າວກະໂດດ.
ທ່ານ ກ່າວຕື່ມວ່າ: ໃນອະນາຄົດ, ອາຊີ-ໂປຕາສ ສາກົນ ຈະເອົາມາດຕະຖານຄຸນນະພາບເຂົ້າຂອງຈີນ ແລະ ເຕັກໂນໂລຊີການປູກຝັງຂອງຈີນ ມາເຜີຍແຜ່ຢູ່ ສປປ ລາວ, ເພື່ອຊ່ວຍປະເທດລາວສ້າງຕ່ອງໂສ້ອຸດສາຫະກຳປູກເຂົ້າຫຼາຍລະດູ ທີ່ລວມທັງການປັບປຸງແນວພັນ, ການປູກຝັງ, ການປຸງແຕ່ງ ແລະ ການສົ່ງອອກ, ປະກອບສ້າງເປັນລະບົບການພັດທະນາກະສິກຳ ທີ່ມີ ການປູກຝັງແບບທັນສະໄໝ, ການປຸງແຕ່ງແບບເສດຖະກິດ ແລະ ການຄ້າແບບສາກົນ, ຊຸກຍູ້ການຫັນປ່ຽນການຜະລິດເຂົ້າໃນລາວຈາກກະສິກຳດັ້ງເດີມເປັນກະສິກຳທັນສະໄໝທີ່ມີປະສິດທິຜົນສູງ, ເສດຖະກິດ ແລະ ພັດທະນາຢ່າງຍືນຍົງ. ໃນຖານະທີ່ເປັນວິສາຫະກິດຈີນທີ່ລົງທຶນໃນລາວ, ອາຊີ-ໂປຕາສ ສາກົນ ໄດ້ຮັບການສະໜັບສະໜູນຂອງລັດຖະບານ ສປປ ລາວ ແລະ ປະຊາຊົນລາວ, ຍຶດໝັ້ນນໍາເອົາໝາກຜົນຂອງການພັດທະນາວິສາຫະກິດ ມາຄືນສູ່ສັງຄົມລາວ. ໂດຍຜ່ານການຈັດຕັ້ງກອງທຶນການສຶກສາ, ກອງທຶນອຸດໜູນຊ່ວຍເຫຼືອວຽກງານປ້ອງກັນຄວາມສະຫງົບ, ການກໍ່ສ້າງໂຮງຮຽນປະຖົມແຫ່ງຄວາມຫວັງ, ການຊ່ວຍເຫຼືອສ້າງເສັ້ນທາງແລະຂົວ ແລະ ການເຄື່ອນໄຫວວຽກງານສັງຄົມອື່ນໆ, ອາຊີ-ໂປຕາສ ສາກົນ ໄດ້ຮັບການຍ້ອງຍໍຊົມເຊີຍ ແລະ ຮັບຮູ້ຈາກລັດຖະບານແລະ ປະຊາຊົນລາວ ແລະຖືກຂະໜານນາມວ່າແມ່ນໂຄງການເຊື່ອມໂຍງຈິດໃຈປະຊາຊົນ ພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ.

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາ ພົ້ນເດັ່ນການອະນຸລັກຟື້ນຟູສົ່ງເສີມຄຸນຄ່າວັດທະນະທໍາທ້ອງຖິ່ນ

ຫຼວງນໍ້າທາມີທ່າແຮງຫຼາຍດ້ານ ໂດຍສະເພາະວຽກງານວັດທະນະທໍາ ພົ້ນເດັ່ນໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງວັດທະນະທໍາຂອງທ້ອງຖິ່ນໃຫ້ຍືນຍົງ ຄຽງຄູ່ກັບການພັດທະນາ.
ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ເປີດນຳໃຊ້ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ

ພິທີເປີດນຳໃຊ້ ສະຖານີບໍລິການນ້ຳມັນເຊື້ອໄຟ ຂອງບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ ຢູ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 22 ທັນວາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດແຫ່ງ ສປປ ລາວ, ມີທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ເພັງນິລັນ ຄຳພັນເພັງ ປະທານສະພາປະຊາຊົນແຂວງ, ການນຳຂອງແຂວງ, ເມືອງຫົງສາ, ເມືອງເງິນ, ບໍລິສັດໄຟຟ້າຫົງສາ ຈຳກັດ, ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟຈຳກັດ, ແຂກຖືກເຊີນ ແລະ ພະນັກງານບໍລິສັດດັ່ງກ່າວເຂົ້າຮ່ວມ.
ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ

ໃນວັນທີ 20 ທັນວາຜ່ານມານີ້, ທີ່ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເປີດແນະນຳປຶ້ມ ແລະ ຈາລຶກຜົນງານຂອງ ທ່ານ ຄຳມາ ພົມກອງ. ພິທີດັ່ງກ່າວຈັດຂຶ້ນໂດຍ ທ່ານນາງ ໂພສີ ພົມກອງ ພ້ອມດ້ວຍລູກຫຼານ ເພື່ອແນະນຳປຶ້ມ “ປະຫວັດສາດ ສັງຄົມ ແລະ ວັດທະນະທຳ” ຢ່າງເປັນທາງການ ພ້ອມທັງຈັດພິທີລະນຶກເຖິງຊີວິດ ແລະ ຜົນງານອັນຍືນຍົງຂອງທ່ານ ຄຳມາ ພົມກອງ ຊຶ່ງແມ່ນນັກປະພັນ, ນັກກະວີ, ນັກວັດທະນະທຳ-ສັງຄົມ, ນັກເຄື່ອນໄຫວປະຕິວັດ ແລະ ລູກຊາຍຜູ້ອຸທິດຕົນໃຫ້ແກ່ຊາດລາວ.
ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ໂຮງຮຽນສາທາລະນະສຸກວຽງຈັນ ສະຫຼຸບການເຄື່ອນໄຫວວຽກງານ ແລະ ວາງທິດທາງແຜນການຕໍ່ໜ້າ

ວັນທີ 25 ທັນວານີ້ ຢູ່ທີ່ໂຮງຮຽນສາທາລະນະສຸກວຽງຈັນ ແຂວງວຽງຈັນ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ໃນສົກປີ 2024-2025 ແລະ ວາງທິດທາງແຜນການສົກປີ 2025-2026 ໂດຍການເຂົ້າຮ່ວມຂອງ ທ່ານ ບຸນເສີດ ແກ້ວປະສິດ ຫົວໜ້າກົມຈັດຕັ້ງ ກະຊວງສາທາລະນະສຸກ, ທ່ານ ສີໂຫ ແສງສະຫວ່າງ ຮອງຫົວໜ້າພະແນກສາທາລະນະສຸກແຂວງວຽງຈັນ, ມີແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງ ແລະ ນັກສຶກສາເຂົ້າຮວມ.
ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ

ວັນທີ 23 ທັນວານີ້, ທີ່ຫ້ອງວ່າການປົກຄອງເມືອງວັງວຽງ ແຂວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ທັງເປັນຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມໃນການຄົ້ນຄວ້າເນື້ອໃນຮ່າງກົດໝາຍວ່າດ້ວຍນໍ້າເປື້ອນ, ມີຫົວໜ້າກົມ, ຮອງກົມ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ເຜີຍແຜ່ ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງ

ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຮ່ວມກັບ ພະແນກໂຍທາທິການແລະ ຂົນສົ່ງ, ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີ ເຜີຍແຜ່ການຈັດຕັ້ງປະຕິບັດໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ(ນວ), ໃນວັນທີ 22 ທັນວານີ້ ທີ່ໂຮງຮຽນ ມັດທະຍົມສົມບູນ (ມສ)ວຽງຈັນ.
ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ຮອງປະທານປະເທດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນເມືອງພຽງ

ໃນວັນທີ 22 ທັນວາ 2025ນີ້, ທ່ານ ນ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ ໄດ້ລົງຢ້ຽມຍາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ແລະ ປະຊາຊົນບັນດາເຜົ່າ ຢູ່ເມືອງພຽງ ແຂວງໄຊຍະບູລີ, ໂດຍມີທ່ານ ເພັງນິລັນ ຄໍາພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ.
ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ ເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດ

ສະຫາຍ ໄມທອງ ທໍາມະວົງສາ, ຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ, ຮອງລັດຖະມົນຕີ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນໄດ້ນໍາພາ ສາມອົງການຈັດຕ້ງມະຫາຊົນກະຊວງການຕ່າງປະເທດ ລົງເຄື່ອນໄຫວຢ້ຽມຍາມ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃນລະຫວ່າງວັນທີ 15-17 ທັນວາ 2025 ເພື່ອປຶກສາຫາລື, ແລກປ່ຽນບົດຮຽນ, ທັດສະນະສຶກສາ, ຢ້ຽມຢາມສະຖານທີ່ປະຫວັດສາດຂອງການປະຕິວັດ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງອົງການຈັດຕັ້ງມະຫາຊົນ ກະຊວງການຕ່າງປະເທດ ແລະ ແຂວງສະຫວັນນະເຂດ.
ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ຄໍາມ່ວນ ປະກາດການຈັດຕັ້ງ ຫຼາຍຕໍາແໜ່ງ

ພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ວຽກງານ ຂອງພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄໍາມ່ວນ ໄດ້ຈັດຂຶ້ນໃນວັນທີ 19 ທັນວານີ້ ຢູ່ທີ່ສະໂມສອນຂອງແຂວງ, ໂດຍມີທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີບັນດາທ່ານໃນຄະນະນໍາຂັ້ນແຂວງ, ຕະຫຼອດເຖິງພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ.
ເພີ່ມເຕີມ