ທ່ານ ນາງ ພຸດດາວັນ ໄຊອານິນ ປະຊາຊົນຢູ່ບ້ານຈໍາປາວ ເມືອງສາມັກຄີໄຊ ແຂວງອັດຕະປືໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ໃນວັນທີ 18 ກຸມພານີ້ ທີ່ບ້ານຮົ່ມ ເມືອງສາມັກຄີໄຊ ແຂວງອັດຕະປື ວ່າ: ຂ້າພະເຈົ້າຮູ້ສຶກພາກພູມໃຈຫຼາຍ ທີ່ຈະໄດ້ປ່ອນບັດເລືອກຕັ້ງ ເອົາສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V ໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້. ຄວາມຄາດຫວັງນໍາ ສສຊ ແລະ ສສຂ ຄັ້ງນີ້ ແມ່ນຢາກໃຫ້ ຊ່ວຍເລື່ອງສິດສະເໝີພາບ ລະຫວ່າງຍິງ-ຊາຍ ໃຫ້ຫຼາຍຂຶ້ນ, ຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ເວົ້າລວມ, ເວົ້າສະເພາະ ຊ່ວຍເຫຼືອເດັກນ້ອຍຜູ້ຍິງໃຫ້ໄດ້ຮັບການສຶກສາທີ່ດີ, ເຂົ້າເຖິງດ້ານສາທາລະນະສຸກ, ພັດທະນາຊີວິດການເປັນຢູ່ທີ່ດີຂຶ້ນ, ພັດທະນາເສັ້ນທາງເພື່ອການໄປ-ມາຫາສູ່ກັນສະດວກສະບາຍ ໂດຍລວມແລ້ວ ຢາກໃຫ້ ສສຊ ແລະ ສສຂ ຊຸດນີ້ ພັດທະນາເສດຖະກິດ-ສັງຄົມໃຫ້ໄປໃນທາງທີ່ດີຂຶ້ນຫຍັບເຂົ້າໃກ້ສາກົນໃຫ້ຫຼາຍຂຶ້ນ.
ໂອກາດດັ່ງກ່າວ, ທ່ານ ນາງ ພຸດດາວັນ ໄຊອານິນ ຍັງກ່າວອີກວ່າ: ຂ້າພະເຈົ້າພ້ອມແລ້ວຈະສະໜັບສະໜູນ ແລະ ໃຫ້ການຮ່ວມມື ສສຊ ແລະ ສສຂ, ຈະໄປເລືອກຕັ້ງໃນຄັ້ງນີ້ຢ່າງແນ່ນອນ ເພື່ອເລືອກເອົາຜູ້ແທນຂອງຕົນໄປເຮັດໜ້າທີ່ໃນສະພາ.
(ຂ່າວ: ແສງຈັນ)
ຄໍາເຫັນ