ກິດຈະກຳດັ່ງກ່າວ ຈັດຂຶ້ນໃນວັນທີ 31 ມີນາຜ່ານມາ ທີ່ເດີ່ນກິລາບານເຕະ ເຟີຣາຣີ ໂດຍການເຂົ້າຮ່ວມຂອງທ່ານ ສະຫວັນຄອນ ຣາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ມີທ່ານ ພີຣະເວດ ນະຣະນອງ ຜູ້ອຳນວຍການບໍລິສັດ ພີທີທີ (ລາວ) ຈຳກັດ, ໂດຍມີຕາງໜ້າສື່ມວນຊົນພາກ ສ່ວນຕ່າງໆ ເຂົ້າຮ່ວມ ສ່ວນຜົນການແຂ່ງຂັນສະເໝີກັນໄປ 6-6 ປະຕູ.
ເປີດສອບເສັງພາຍໃນແຂວງຫຼວງພະບາງ ເພື່ອຄັດເລືອກເອົາທຶນການສຶກສາຕໍ່ ຫວຽດນາມ ແລະຈີນ
ການສອບເສັງຄັດເລືອກເອົາທຶນການສຶກສາ ຢູ່ ສສ ຫວຽດນາມ ແລະ ສປ ຈີນ ສົກຮຽນ 2026-2027 ຂອງແຂວງຫຼວງພະບາງ ໄດ້ຈັດຂຶ້ນວັນທີ 30 ມິຖຸນາ 2026 ນີ້ ທີ່ໂຮງຮຽນມັດທະຍົມສົມບູນ ສັນຕິພາບ ນະຄອນ ຫຼວງພະບາງ, ໂດຍມີ ທ່ານ ບຸນເສັງ ພິລາວັນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍ ຫົວໜ້າ-ຮອງຫົວໜ້າຂະແໜງ, ຄະນະຮັບຜິດຊອບ, ກຳມະການຍາມຫ້ອງສອບເສັງ ແລະນັກສອບເສັງ ເຂົ້າຮ່ວມ.
ຄໍາເຫັນ