2 ປີເຄິ່ງຜ່ານມາ ມີນັກທ່ອງທ່ຽວເຂົ້າມາທ່ຽວອັດຕະປື 1 ແສນກວ່າເທື່ອຄົນ

2 ປີເຄິ່ງຜ່ານມາ ມີນັກທ່ອງທ່ຽວເຂົ້າມາທ່ຽວອັດຕະປື 1 ແສນກວ່າເທື່ອຄົນ
ຕະຫຼອດ 2 ປີເຄິ່ງຜ່ານມາ, ແຂວງອັດຕະປື ໄດ້ເອົາໃຈໃສ່ປັບປຸງ ແລະ ພັດທະນາການທ່ອງທ່ຽວຂອງແຂວງຢ່າງຕໍ່ເນື່ອງ ມີຈຸດສຸມເພື່ອສົ່ງເສີມການທ່ອງທ່ຽວທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ຕິດພັນກັບການທ່ອງທ່ຽວກະສິກຳຕາມທິດສີຂຽວ, ຍືນຍົງ ແລະ ມີສ່ວນຮ່ວມຂອງປະຊາຊົນໄດ້ 3 ແຫ່ງ (ເພີ່ມເປັນ 7 ແຫ່ງ) ຄື: ສວນອະນຸສາວະລີພະເຈົ້າໄຊຍະເຊດຖາທິຣາດ, ຕາດຈໍ ເມືອງຊານໄຊ ແລະ ຕາດຫົວຄົນ ເມືອງສາມັກຄີໄຊ; ສຳເລັດການຮັບຮອງແບບ ແລະ ແນວຄວາມຄິດພັດທະນາແຫຼ່ງທ່ອງທ່ຽວ (3 ແຫ່ງ); ຂຶ້ນແຜນຟື້ນຟູການທ່ອງທ່ຽວຂອງແຂວງ 2022-2025 ແລະ ສ້າງແຜນກິດຈະກຳພັດທະນາຜະລິດຕະພັນການທ່ອງທ່ຽວ ເພື່ອເຊື່ອມຕໍ່ກັບບັນດາແຂວງພາກໃຕ້ ແລະ ບັນດາແຂວງຂອງເຂດສາມຫຼ່ຽມພັດທະນາ CLV; ຊຸກຍູ້ຜູ້ປະກອບການຫົວໜ່ວຍທຸລະກິດຮ້ານອາຫານ, ໂຮງແຮມ, ເຮືອນພັກ ປັບປຸງຕົນເອງເພື່ອໃຫ້ໄດ້ມາດຕະຖານ ຊຶ່ງຫົວໜ່ວຍທຸລະກິດໄດ້ຮັບການຢັ້ງຢືນມາດຕະຖານ Lao Safe ໄດ້ 7 ຫົວໜ່ວຍ, ໃນນັ້ນ: ໂຮງແຮມ 5 ຫົວໜ່ວຍ, ຮ້ານອາຫານ 2 ຫົວໜ່ວຍ; ໄດ້ຊຸກຍູ້ສະມາຄົມທຸລະກິດທ່ອງທ່ຽວ ໄດ້ມີການເຄື່ອນໄຫວຕາມພາລະບົດບາດມີຄວາມເຂັ້ມແຂງດີຂຶ້ນເທື່ອລະກ້າວ.
ປັດຈຸບັນມີຫົວໜ່ວຍທຸລະກິດທັງໝົດໃນທົ່ວແຂວງ 142 ຫົວໜ່ວຍ, ໃນນັ້ນ: ມີໂຮງແຮມ 21 ຫົວໜ່ວຍ, ເຮືອນພັກ 26 ຫົວໜ່ວຍ, ບໍລິສັດທ່ອງທ່ຽວ 3 ຫົວໜ່ວຍ, ພັດທະຄານ 1 ຫົວໜ່ວຍ, ຮ້ານອາຫານ 41 ຫົວໜ່ວຍ, ຮ້ານກິນດື່ມ 47 ຫົວໜ່ວຍ ແລະ ຮ້ານບັນເທິງ 3 ຫົວໜ່ວຍ. ໃນໄລຍະ 2 ປີ 6 ເດືອນມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງທັງໝົດ 159.613 ເທື່ອຄົນ (ປີ 2021: 17.539 ເທື່ອຄົນ, ປີ 2022: 98.492 ເທື່ອຄົນ ແລະ 6 ເດືອນຕົ້ນປີ 2023: 43.582 ເທື່ອຄົນ) ເທົ່າກັບ 16% ຂອງແຜນການ (ແຜນການ 973.327 ເທື່ອຄົນ) ທຽບໃສ່ໄລຍະດຽວກັນຂອງແຜນ 5 ປີ ຄັ້ງທີ VIII ຫຼຸດລົງ 70.623 ເທື່ອຄົນ ເທົ່າກັບ 31%; ກະຈາຍລາຍໄດ້ເຂົ້າສູ່ເສດຖະກິດຂອງແຂວງ 60,88 ຕື້ກີບ (ປີ 2021: 6,21 ຕື້ກີບ, ປີ 2022: 35,54 ຕື້ກີບ ແລະ 6 ເດືອນຕົ້ນປີ 2023: 19,13 ຕື້ກີບ) ເທົ່າກັບ 17,4% ຂອງແຜນການ (ແຜນການ 350 ຕື້ກີບ). ຂ່າວ: ຕະວິນຍານ

ຄໍາເຫັນ

ຂ່າວທ່ອງທ່ຽວ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງບ້ານຫຼັກ 40 ເມືອງປາກຊ່ອງ ແຂວງຈໍາປາສັກ ເປັນສະຖານທີ່ທ່ອງທ່ຽວທີ່ມີຄວາມໂດດເດັ່ນແຫ່ງໜຶ່ງຂອງ ສປປ ລາວ ທີ່ມີເອກະລັກສະເພາະ ເປັນໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດອະນຸພາກພື້ນ ແລະ ສາກົນ.
ຕັ້ງໜ້າສົ່ງເສີມພັດທະນາອຸດສາຫະກໍາການທ່ອງທ່ຽວຢູ່ ສປປ ລາວ ໃນຕໍ່ໜ້າ

ຕັ້ງໜ້າສົ່ງເສີມພັດທະນາອຸດສາຫະກໍາການທ່ອງທ່ຽວຢູ່ ສປປ ລາວ ໃນຕໍ່ໜ້າ

ບົນພື້ນຖານຜົນສໍາເລັດຢ່າງໜ້າເພິ່ງພໍໃຈຂອງການພັດທະນາອຸດສາຫະກໍາການທ່ອງ ທ່ຽວ ສົມທົບກັບທ່າແຮງຊັບພະຍາກອນທໍາມະຊາດທີ່ມີຄວາມອຸດົມສົມບູນ ແລະ ຄວາມຮັ່ງມີດ້ານວັດທະນະທໍາທີ່ຫຼາກຫຼາຍຂອງປະຊາຊົນບັນດາເຜົ່າຢູ່ປະເທດລາວເຮົາ. ພາຍໃຕ້ເງື່ອນໄຂ ແລະ ທ່າອ່ຽງຂອງການທ່ອງທ່ຽວໂລກ ແລະ ພາກພື້ນ ພວມມີການຂະຫຍາຍຕົວຢ່າງແຂງແຮງ, ອັນໄດ້ສ້າງກາລະໂອກາດໃຫ້ແກ່ການພັດທະນາການທ່ອງທ່ຽວຢູ່ປະເທດເຮົາໃນຕໍ່ໜ້າ.
ການນໍາ ທວທ ຈຳປາສັກ ເຄື່ອນໄຫວວຽກງານທ່ອງທ່ຽວຢູ່ບ້ານໃໝ່ ແລະ ບ້ານສຸລະ

ການນໍາ ທວທ ຈຳປາສັກ ເຄື່ອນໄຫວວຽກງານທ່ອງທ່ຽວຢູ່ບ້ານໃໝ່ ແລະ ບ້ານສຸລະ

ວັນທີ 16 ສິງຫານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວແຂວງຈໍາປາສັກ (ວທຂ) ພ້ອມດ້ວຍທີມງານສື່ມວນຊົນຂອງແຂວງຈຳປາສັກ ໄດ້ລົງເຄື່ອນໄຫວ ຊຸກຍູ້ວຽກງານທ່ອງທ່ຽວຢູ່ບ້ານໃຫຍ່ຕົວເມືອງນ້ອຍໃນຊົນນະບົດສິງສຳພັນ ແລະ ບ້ານພັດທະນາສຸລະ ເມືອງຊະນະສົມບູນ ແຂວງຈຳປາສັກ ໂດຍມີ ທ່ານ ນາງ ພູໄພທອງ ພິມມະວົງສາ ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍ ການນຳທີ່ກ່ຽວຂ້ອງເຂົ້າຮ່ວມ.
ສົ່ງເສີມການທ່ອງທ່ຽວແບບອະນຸລັກ ຢູ່ເຂດປ່າສະຫງວນ ຕາມເຂດໜຶ່ງແລວທາງໜຶ່ງເສັ້ນທາງ

ສົ່ງເສີມການທ່ອງທ່ຽວແບບອະນຸລັກ ຢູ່ເຂດປ່າສະຫງວນ ຕາມເຂດໜຶ່ງແລວທາງໜຶ່ງເສັ້ນທາງ

ມະຫາວິທະຍາໄລແຫ່ງຊາດ (ມຊ) ຮ່ວມກັບ ພັນທະມິດສາກົນດ້ານປ່າສະຫງວນ ໄດ້ຈັດກອງປະຊຸມເພື່ອສົ່ງເສີມ ແລະ ຕິດຕາມການທ່ອງທ່ຽວນິເວດໃນເຂດປ່າສະຫງວນ ເພື່ອການພັດທະນາແບບຍືນຍົງໃນຂົງເຂດ ໜຶ່ງເສັ້ນທາງ ໜຶ່ງແລວທາງ ປະຈຳປີ 2025 ຂຶ້ນໃນວັນທີ 16 ສິງຫາ ຜ່ານມານີ້ ທີ່ໂຮງແຮມລາວພາຊາ ນະຄອນຫຼວງວຽງຈັນ ສປປ ລາວ.​ ໂດຍເປັນປະທານຂອງ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ສິນທະວົງ ດາລາວົງ ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ,
ເພີ່ມເຕີມ