2,671 ນ້ອງເຂົ້າຮ່ວມໃນພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະອະນຸຊົນທັນວາ

2,671 ນ້ອງເຂົ້າຮ່ວມໃນພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະອະນຸຊົນທັນວາ

2,671 ນ້ອງເຂົ້າຮ່ວມໃນພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະອະນຸຊົນທັນວາ
ຢູ່ທີ່ອະນຸສອນສະຖານປະ ທານໄກສອນ ພົມວິຫານ ໃນຕອນເຊົ້າຂອງວັນທີ 30 ພະ ຈິກ 2025ນີ້, ຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດ ໄດ້ຈັດພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະ ອະນຸຊົນທັນວາ ຈໍານວນ 2,671 ນ້ອງ. ໃນນັ້ນ, ມີມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມທັງໝົດ 825 ນ້ອງຍິງ 431 ນ້ອງ,ມະຫາຊົນກ້າວໜ້າ ເຂົ້າເປັນເຍົາວະຊົນ 922 ນ້ອງຍິງ 454 ນ້ອງ ແລະ ອະນຸຊົນ 924 ນ້ອງຍິງ 514 ນ້ອງທີ່ມາຈາກ 31 ໂຮງຮຽນພາຍ ໃນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ. ໃຫ້ ກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍ ມີສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ຄູ-ອາຈານ ແລະພໍ່ແມ່ຜູ້ປົກຄອງນັກຮຽນເຂົ້າຮ່ວມ.
2,671 ນອງເຂາຮວມໃນພທຮບສະມາຊກຊາວໜມ, ເຍາວະຊນທນວາ ແລະອະນຊນທນວາ - image 1
 
ໃນໂອກາດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ໂອ້ລົມຕໍ່ພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມ-ເຍົາວະຊົນ ແລະ ອະນຸຊົນທັນວາ ຊື່ງເປັນພິທີ ທີ່ມີຄວາມໝາຍສໍາຄັນທາງປະຫວັດສາດ ໂດຍສະເພາະ ພິທີຮັບມະຫາຊົນກ້າວໜ້າໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວ ປວງຊົນລາວບັນດາເຜົ່າ ພວມອອກແຮງແຂ່ງຂັນກັນ ສ້າງຂະບວນການຕ້ອນຮັບ 3 ວັນ ປະຫວັດສາດ ຂອງຊາດ ຂອງພັກ ຄື: ຂະບວນການເພື່ອຂໍ່ານັບຮັບຕ້ອນ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025) ທີ່ພວກເຮົາພາກັນ ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່ ແລະມີບັນຍາກາດຄຶກຄື້ນ ວ່າງບໍ່ດົນມານີ ແລະ ອີກ 2 ວັນຂ້າງໜ້ານີ້ຄື: ການກະກຽມເຫຼີມສະຫຼອງ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (2 ທັນວາ 1975 - 2 ທັນວາ 2025), ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 - 13 ທັນວາ 2025) ແລະ ວັນສໍາຄັນອີກວັນໜຶ່ງທີ່ນອນຢູ່ໃນໄລຍະດຽວກັນກໍຄື: ວັນສ້າງຕັ້ງເຍົາວະຊົນທັນວາ ຄົບຮອບ 70 ປີ (2 ທັນວາ 1955 - 2 ທັນວາ 2025); ນັບແຕ່ຂັ້ນແຂວງ, ຂັ້ນເມືອງ, ຂັ້ນໜ່ວຍ, ຂັ້ນຮາກຖານຊາວໜຸ່ມບ້ານເຫັນວ່າຟົດຟື້ນແລະ ມີສ່ວນຮ່ວມຂອງຫຼາຍພາກສ່ວນໃນສັງຄົມໄດ້ເສີມຂະຫຍາຍມູນເຊື້ອໃຫ້ດີຂຶ້ນເປັນກ້າວໆ.

2,671 ນອງເຂາຮວມໃນພທຮບສະມາຊກຊາວໜມ, ເຍາວະຊນທນວາ ແລະອະນຊນທນວາ - image 2
 
ໃນພິທີ, ສະຫາຍ ບຸນໂຈມ ອຸບົນປະເສີດ ພ້ອມຄະນະ ກໍໄດ້ຄ້ອງແພແດງ ແລະແພຟ້າໃຫ້ຫຼານນ້ອຍເຍົາວະຊົນ ແລະອະນຸຊົນ ຈາກໂຮງຮຽນແຫ່ງຕ່າງໆ ຢ່າງເປັນຂະບວນຟົດຟື້ນ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວສືກສາ-ກິລາ

ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ວັນຊາດທີ 2 ທັນວາ ແຕ່ລະປີແມ່ນວັນລະນຶກເຫດການປະຫວັດສາດທີ່ປະຊາຊົນລາວທັງຊາດມີຄວາມພາກພູມໃຈ, ເອກອ້າງທະນົງໃຈທີ່ສຸດ ຍ້ອນປະຊາຊົນໄດ້ມີຄວາມເປັນເອກະລາດ ປະຊາທິປະໄຕ ເອກະພາບ ເປັນເຈົ້າຂອງຜືນແຜ່ນດິນອັນຄົບຖ້ວນ ແລະ ເປັນຜູ້ກໍານົດຊະຕາກໍາຂອງຕົນເອງ ໂດຍສະເພາະປີນີ້ໄດ້ໝູນວຽນມາຄົບຮອບ 50 ປີຂອງການສະຖາປະນາ ສປປລາວ ຍິ່ງມີຄວາມໝາຍຄວາມສໍາຄັນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງການພັດທະນາຂອງປະເທດຊາດຕະຫຼອດໄລຍະ 50 ປີ ໃນທ່າມກາງຄວາມຫຍຸ້ງຍາກທີ່ເຕັມໄປດ້ວຍສິ່ງທ້າທາຍທົດສອບທັງພາຍໃນ ແລະ ການຜັນແປຂອງສາກົນທີ່ຄາດເດົາໄດ້ຍາກ. ແຕ່ພັກ ແລະ ລັດຖະບານຍັງສາມາດຮັກສາຄວາມສະຖຽນລະພາບດ້ານການເມືອງຢ່າງໝັ້ນຄົງ, ສ້າງເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສີວິໄລ ສາມາດເຂົ້າເຖິງລະບົບສາທາລະນະສຸກ ແລະ ການສຶກສາໄດ້ຢ່າງເທົ່າທຽມກັນ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ.
ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ໃນວັນທີ 27 ພະຈິກ 2025ນີ້ ທີ່ໂຮງຮຽນມັດທະຍົມສຶກສາຕອນຕົ້ນບ້ານຮ່ອງຄູ ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ຈັດພິທີມອບ-ຮັບ ອາຄານຮຽນໂຮງຮຽນມໍຕົ້ນບ້ານຮ່ອງຄູ ແລະ ຫໍພັກນັກຮຽນໂຮງຮຽນ ມສ ປາກເປັດຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ປ້າ ນາລີ ສີສຸລິດ ຄອບຄົວຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ, ມີທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ໃນຕອນບ່າຍຂອງວັນທີ 27ພະຈິກ2025, ສະຖາບັນການຕ່າງປະເທດ,ກະຊວງການຕ່າງປະເທດ, ຮ່ວມກັບກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມ ບໍາລຸງທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ ພະນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສະຖາບັນການຕ່າງປະເທດພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 18ພະຈິກ2025,ໃຫ້ກຽດເປັນປະທານຮ່ວມໃນພິທີປິດໃນຄັ້ງນີ້ ໂດຍ ທ່ານໄມທອງ ທໍາມະວົງສາ,ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດແລະທ່ານ ສາຄອນ ພົມມະລາດ,ກໍາມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ​ພ້ອມນີ້ ຍັງມີບັນດາຫົວໜ້າກົມ, ຄະນະກົມ, ພ້ອມດ້ວຍຄູອາຈານ, ວິທະຍາກອນ, ຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຈໍານວນ60ທ່ານ.

ໄຊຍະບູລີເຜີຍແຜ່ແລະປູກຈິດສໍານຶກວຽກງານຂຽວສະອາດງາມຕາຢູ່ມສແກ່ນທ້າວ.

ໄຊຍະບູລີເຜີຍແຜ່ແລະປູກຈິດສໍານຶກວຽກງານຂຽວສະອາດງາມຕາຢູ່ມສແກ່ນທ້າວ.

ໃນວັນທີ 26 ພະຈິກນີ້ຢູ່ທີ່ໂຮງຮຽນມັດທະຍົມສົມບູນແກ່ນທ້າວ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ໂຄສະນາເຜີຍແຜ່ ແລະ ປູກຈິດສໍານຶກ ວຽກງານຂຽວສະອາດງາມຕາ ການປົກປັກຮັກສາສິ່ງແວດລ້ອມ ແລະ ການຄຸ້ມຄອງສິ່ງເສດເຫຼືອຂຶ້ນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພູນສະຫວັນ ແຈ້ງສະຫວ່າງ ຫົວໜ້າຂະແໜງສິ່ງແວດລ້ອມ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ທ່ານ ສຸລິຍາສັກ ລັດຖະຫວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ.
50 ປີ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

50 ປີ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ເນື່ອງໃນໂອກາດຄົບຮອບ 50 ປີ ແຫ່ງການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ແລະ ວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້ . ທ່ານ ວິລະພັນ ຊາພູວົງ ເລຂາໜ່ວຍພັກ ຮາກຖານ ຜູ້ອໍານວຍການວິທະຍາໄລ ສິລະປະແຫ່ງຊາດ (ວສຊ) ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ)ໄດ້ ໃຫ້ສໍາພາດ ຕໍ່ນັກຂ່າວໜັງສື ພິມປະຊາຊົນ ໂດຍທ່ານໄດ້ໃຫ້ທັດສະນະວ່າ: ວັນຊາດ 2 ທັນວາ ເປັນວັນ ທີ່ມີຄວາມໝາຍສຳຄັນຢ່າງຫຼວງຫຼາຍ ຕໍ່ປະເທດຊາດຂອງພວກເຮົາ ເປັນ ວັນທີ່ປະ ຊາຊົນ ລາວ ທັງຊາດຫວນຄືນ ແລະ ລະລຶກເຖິງມູນເຊື້ອນໍ້າໃຈການຕໍ່ສູ້ເດັດດ່ຽວບໍ່ຍອມຈໍານົນ ຢ່າງພິລະ ອາດຫານຂອງບັນພະບູລຸດລາວຜູ້ອົງອາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນການຫວນຄືນ ໄຊຊະນະອັນຍິ່ງໃຫຍ່ຂອງການ ປະຕິວັດລາວ ໂດຍພາຍໃຕ້ການນໍາພາອັນສະຫຼາດ ສ່ອງໃສ ຂອງພັກ ປະຊາຊົນປະຕິວັດລາວ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາ ສປປ ລາວຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ການນໍາ ເມືອງເງິນ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບັນດາໂຮງຮຽນ ແຫ່ງຕ່າງໆ

ການນໍາ ເມືອງເງິນ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບັນດາໂຮງຮຽນ ແຫ່ງຕ່າງໆ

ວັນທີ 25 ພະຈິກຜ່ານມານີ້ ຢູ່ທີ່ໂຮງຮຽນມັດທະຍົມສົມບູນບ້ານທອງ ເມືອງເງິນ ແຂວງໄຊຍະບູລີ, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງເງິນ ພ້ອມດ້ວຍ ພາກສ່ວນທີກ້ຽວຂ້ອງພາຍໃນເມືອງ ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ໂຮງຮຽນອານຸບານ, ປະຖົມ, ມັດທະຍົມ ແຫ່ງຕ່າງໆພາຍໃນເມືອງ.
ມອບ-ຮັບອາຄານຮຽນມັດທະຍົມຕອນຕົ້ນລາດບວກແລະດອນຄຳ

ມອບ-ຮັບອາຄານຮຽນມັດທະຍົມຕອນຕົ້ນລາດບວກແລະດອນຄຳ

ໃນວັນທີ 22 ພະຈິກຜ່ານມານີ້, ທີ່ໂຮງຮຽນມັດທະຍົມຕອນຕົ້ນລາດບວກ ເມືອງແປກ ແຂວງຊຽງຂວາງ ໄດ້ມີພິທີມອບ-ຮັບອາຄານຮຽນມັດທະຍົມຕອນຕົ້ນລາດບວກ, ອາຄານຮຽນອະນຸບານບ້ານດອນຄຳ ໂດຍການໃຫ້ທຶນກໍ່ສ້າງຈາກ ປ້າ ບົວໄຫຼ ຈິດມະນີ ພັນລະຍາ ຂອງ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ແລະ ບັນດາຄອບຄົວການນຳ, ຄອບຄົວນັກທຸລະກິດ ແລະ ຍາດມິດ ໃຫ້ທຶນກໍ່ສ້າງອາຄານຮຽນ
ສອບເສັງລະດັບຊາດສໍາລັບພະຍາບານ ແລະ ຜະດຸງຄັນ ຄັ້ງທີ 6

ສອບເສັງລະດັບຊາດສໍາລັບພະຍາບານ ແລະ ຜະດຸງຄັນ ຄັ້ງທີ 6

ໃນລະຫວ່າງວັນທີ 22-23 ພະຈິກຜ່ານມານີ້, ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ, ຄະນະກໍາມະການວິຊາຊີບ ພະຍາບານ-ຜະດຸງຄັນ ສົມທົບກັບ 9 ສູນສອບເສັງ ໃນບັນດາແຂວງ ທີ່ມີສະຖານການສຶກສາ ສາທາລະນະສຸກ ໃນທົ່ວປະເທດ ໄດ້ຈັດການສອບເສັງລະດັບຊາດ ສໍາລັບຜູ້ສໍາເລັດການສຶກສາພະຍາບານ ແລະ ຜະດຸງຄັນ ເປັນຄັ້ງທີ 6 ຂຶ້ນ ຢ່າງເປັນທາງການ.
ມອບຫຼຽນ ກິລາກ໊ອຟ ນະຄອນຫຼວງວຽງຈັນ ເກມ 2025

ມອບຫຼຽນ ກິລາກ໊ອຟ ນະຄອນຫຼວງວຽງຈັນ ເກມ 2025

ພິທີມອບຫຼຽນ ການແຂ່ງຂັນກິລາກ໊ອບ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ12 ຫຼື ນະຄອນຫຼວງວຽງຈັນ ເກມ 2025 ໄດ້ຈັດຂຶ້ນໃນວັນທີ 24 ພະຈິກນີ້ ທີ່ສະໜາມກິລາກັອບລາວຄັນທຣີ ຄຣັບ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ຜັດປ່ຽນກັນມອບຫຼຽນລາງວັນ ຂອງ ທ່ານ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ພົນຈັດຕະວາ ທອງສະ ໄໝ ສຸກປະເສີດ ຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການ,ຮອງຫົວໜ້າຄະນະກຳມະການປ້ອງກັນຊາດ-ປ້ອງັນຄວາມສະຫງົບ,ທ່ານ ກອງສີ ແສງມະນີ ປະທານສະຫະພັນກ໊ອບ ແຫ່ງຊາດລາວ, ທ່ານ ບຸນຍະວັດ ນີຣະໄຊ ປະທານສະຫະພັນກ໊ອບ ນະຄອນຫຼວງວຽງຈັນ, ທ່ານ ສົມລີ ຫຼວງະຈັນ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ.
ເພີ່ມເຕີມ