38 ປີແຫ່ງການເປັນຄູສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ

38 ປີແຫ່ງການເປັນຄູສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ

38 ປີແຫ່ງການເປັນຄູສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ
38 ປີ ທີ່ໄດ້ຢຶດຖືອາຊີບເປັນຄູສອນ ມັນບໍ່ແມ່ນເລື່ອງງ່າຍເລີຍ ທັງຜ່ານຜ່າຂໍ້ຫຍຸ້ງຍາກນາໆປະການ ແຕ່ກໍບໍ່ໄດ້ເປັນອຸປະສັກ ຍ້ອນຄວາມຮັກມັກໃນອາຊີບຄູມາແຕ່ນ້ອຍ ຈຶ່ງກາຍເປັນຄູສອນທີ່ມີຜົນງານດີເດັ່ນຫຼາຍດ້ານ ເພື່ອສ້າງບຸກຄະລາກອນອອກຮັບໃຊ້ສັງຄົມເປັນຈໍານວນຫຼາຍຮຸ່ນ ຊຶ່ງເປັນຄວາມພາກພູມໃຈທີ່ໄດ້ເກີດມາເປັນຄູສອນ.
38 ປແຫງການເປນຄສາງບກຄະລາກອນອອກຮບໃຊສງຄມ - image 1
 

 

ໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 31 ປີ, ພິທີຕ້ອນຮັບຄູ-ອາຈານໃໝ່ທີ່ມາຈາກ ສປ ຈີນ 22 ທ່ານ, ພິທີປະກາດການຈັດຕັ້ງ ພະນັກງານເຂົ້າຮັບອຸດໜູນບໍານານ ທີ່ຈັດຂຶ້ນໃນວັນທີ 6 ຕຸລາ ຜ່ານມາທີ່ສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ). ທ່ານ ນາງ ມະນີສຸກ ຈຽມສີສຸລາດ ຮອງຜູ້ອຳນວຍການສະຖາບັນຂົງຈື ມຊ ຜູ້ຊີ້ນຳພາກວິຊາຄູພາສາຈີນປະລິນຍາຕີ ໂຄງການ 2+2 ໄດ້ກ່າວສະແດງຄວາມຮູ້ສຶກວ່າ: ຕະຫຼອດໄລຍະ 38 ປີ, ທີ່ຕົນເອງໄດ້ຢຶດຖືອາຊີບຄູສອນ ຍ້ອນເກີດຈາກຄວາມຮັກອາຊີບຄູແຕ່ນ້ອຍ ຕົນເອງກໍກຳເນີດມາຈາກຄອບຄົວປັນຍາຊົນ, ພໍ່ເປັນນາຍຄູ, ແມ່ເປັນຊາວນາ. ຕະຫຼອດການປະຕິບັດໜ້າທີ່ວຽກງານຜ່ານມາ ກໍໄດ້ໄປສຶກສາປະລິນຍາໂທຢູ່ມະຫາວິທະຍາໄລສ້າງຄູຢຸນນານ ສປ ຈີນ, ຕໍ່ມາໄປປະຈຳການຢູ່ສະຖານກົງສຸນໃຫຍ່ແຫ່ງ ສປປ ລາວ ທີ່ນະຄອນຄຸນໝິງ ເປັນເລຂານຸການເອກກົງສຸນການສຶກສາ ແລະ ວັດທະນະທຳ ກ່ອນທີ່ໄດ້ມາຮັບໜ້າທີ່ຢູ່ສະຖາບັນຂົງຈື ມຊ ແຫ່ງນີ້. ຕະຫຼອດໄລຍະຜ່ານມາ ກໍໄດ້ເຮັດວຽກງານມາດ້ວຍຄວາມດຸໝັ່ນ, ຫ້າວຫັນ, ຕັ້ງໃຈໃນການຄົ້ນຄວ້າ, ມີຄວາມເອົາໃຈໃສ່ປະຕິບັດລະບຽບວິໃນຂອງລັດຖະກອນຄູ ເຮັດໃຫ້ມີຜົນງານຜົນສໍາເລັດຫຼາຍດ້ານ ເປັນຕົ້ນໄດ້ສ້າງບຸກຄະລາກອນ ກໍຄືນັກຮຽນ-ນັກສຶກສາອອກຮັບໃຊ້ສັງຄົມໄດ້ຫຼາຍຮຸ້ນ ຈົນມາຮອດປັດຈຸບັນ. ພິເສດປີນີ້, ເປັນປີທຳອິດທີ່ສອງມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປຈີນ ກໍຄືສອງປະເທດໄດ້ສໍາເລັດການສ້າງບຸກຄະລາກອນ ກໍຄືນັກສຶກສາຄູພາສາຈີນ ອອກຮັບໃຊ້ສັງຄົມໄດ້ທັງໝົດ 53 ຄົນ.

38 ປແຫງການເປນຄສາງບກຄະລາກອນອອກຮບໃຊສງຄມ - image 2
 

ທ່ານ ນາງ ມະນີສຸກ ຈຽມສີສຸລາດ ກ່າວໃຫ້ຮູ້ຕື່ມວ່າ: ຕົນເອງມີຄວາມພາກພູມໃຈທີ່ສຸດໃນພິທີອັນສຳຄັນໃນຄັ້ງນີ້, ມື້ນີ້, ຍັງເປັນວັນສະເຫຼີມສະຫຼອງວັນບຸນໄຫ້ວພະຈັນຂອງເຊື້ອຊາດຈີນ ສຳລັບລາວເຮົາກໍສະຫຼອງວັນບຸນອອກພັນ ແລະ ອັນພູມໃຈທີ່ສຸດ ແມ່ນໄດ້ຕ້ອນຮັບຄູ-ອາຈານ, ຊ່ຽວຊານຈີນ ທີ່ມາຈາກ ສປ ຈີນ ມາສິດສອນຢູ່ສະຖາບັນຂົງຈືແຫ່ງນີ້ ແລະ ເປັນວັນທີ່ຕົນເອງມີຜົນສຳເລັດອັນຍິ່ງໃຫຍ່ໃນການປະຕິບັດໜ້າທີ່ວຽກງານເປັນອາຈານສອນ ກໍຄືຄູສອນມາໄດ້ຮັບເຂົ້າເປັນພະນັກງານບຳນານ, ພໍດີເປັນເວລາ 38 ປີ. ທ່ານຍັງກ່າວດ້ວຍຄວາມປະທັບໃຈຕື່ມວ່າ: ການເປັນອາຈານສອນ ຫຼື ຄູສອນຕະຫຼອດໄລຍະຜ່ານມາບໍ່ມີຄຳວ່າ ບໍ່ປະທັບໃຈ, ມີແຕ່ຄວາມດີໃຈທີ່ມາຮອດວັນນີ້. ຕົນເອງໄດ້ສ້າງບຸກຄະລາກອນລູກ-ຫຼານຄົນລາວ ແລະ ຄົນຈີນໄດ້ເປັນຈຳນວນຫຼວງຫຼາຍສົມຄວນ, ການເປັນຄູ ແມ່ນມີແຕ່ໄດ້ກໍາໄລບໍ່ມີອັນຫຼຸບທຶນ, ຄູເປັນຜູ້ໃຫ້ຄວາມຮູ້ແກ່ນັກສຶກສາ ໄດ້ມາມີແຕ່ຄວາມຮັກ ແລະ ເຫັນໄດ້ເມັດພັນທີ່ແຕກໜໍ່ຈໍ່ໃບອອກມາກາຍເປັນຕົ້ນພືດທີ່ແຂງແກ່ນ ແລະ ມີຄຸນນະພາບເພື່ອຮັບໃຊ້ສັງຄົມໃນຍຸກປັດຈຸບັນຄື: ພວກເຂົາໄດ້ປະກອບເຂົ້າໃນຫຼາຍອາຊີບບາງທ່ານກໍເປັນຮອດສາດສະດາຈານ, ຮອງສາດສະດາຈານ, ກາຍເປັນເອກອັກຄະລັດຖະທູດ, ເປັນທ່ານໝໍ, ທະຫານ-ຕຳຫຼວດ, ຜູ້ຊ່ຽວຊານດ້ານການກະເສດ, ການຮວມມືລາວ-ຈີນ, ເປັນນັກທຸລະກິດໃຫຍ່ ແລະ ອື່ນໆ.

ໂອກາດວັນຄູແຫ່ງຊາດ 7 ຕຸລາ, ທ່ານ ນາງ ມະນີສຸກ ຈຽມສີສຸລາດ ຍັງກ່າວສະແດງຄວາມຮູ້ບຸນຄຸນ ຂອບໃຈເປັນຢ່າງສູງຕໍ່ການນໍາພັກ-ລັດ, ອົງການຈັດຕັ້ງທຸກຂັ້ນ, ຄອບຄົວພໍ່-ແມ່ອ້າຍເອື້ອຍນ້ອງທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອຕະຫຼອດໄລຍະຜ່ານມາ, ຂໍອວຍພອນໄຊອັນປະເສີດ ໃຫ້ຜູ້ເປັນຄູໃນທົ່ວປະເທດ ທຸກທ່ານ ຈົ່ງມີສຸຂະພາບແຂງແຮງມີຄວາມສຸກທາງກາຍ ແລະ ໃຈ, ມີຜົນສໍາເລັດໃນທຸກໜ້າທີ່ວຽກງານທຸກປະການ ແລະ ສືບຕໍ່ຊີ້ນໍາ-ນໍາພາສ້າງບຸກຄະລາກອນໃຫ້ກາຍເປັນພົນລະເມືອງດີອອກຮັບໃຊ້ສັງຄົມປະເທດຊາດ.

ຄໍາເຫັນ

ຂ່າວສືກສາ-ກິລາ

ທີມນັກສຶກສາ ຄສປ ຊະນະເລີດແຂ່ງຂັນຖາມ-ຕອບວິທະຍາສາດ

ທີມນັກສຶກສາ ຄສປ ຊະນະເລີດແຂ່ງຂັນຖາມ-ຕອບວິທະຍາສາດ

ທີມນັກສຶກສາຄະນະສະຖາປັດຕະຍະກຳສາດ (ຄສປ) ຊະນະເລີດການແຂ່ງຂັນຖາມ-ຕອບວິທະຍາສາດ ຂອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ (ມຊ) ເນື່ອງໃນໂອກາດສະເຫຼີມ ສະຫຼອງວັນສ້າງຕັ້ງ ມຊ ຄົບຮອບ 29 ປີ (5 ພະຈິກ 2025 - 5 ພະຈິກ 1996). ງານດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 7 ພະຈິກນີ້ ທີ່ ມຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອຸ່ນຫຼ້າ ສີວັນເພັງ ຮອງຜູ້ອໍານວຍການໃຫຍ່ ມຊ, ມີພະນັກງານ, ຄູ-ອາຈານ, ນັກສຶກສາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ນັກກິລາດອກປີກໄກ່ຫຼວງພະບາງ ມີຄວາມພ້ອມຕັ້ງເປົ້າຍາດໃຫ້ໄດ້3 ຫຼຽນຄຳໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ນັກກິລາດອກປີກໄກ່ຫຼວງພະບາງ ມີຄວາມພ້ອມຕັ້ງເປົ້າຍາດໃຫ້ໄດ້3 ຫຼຽນຄຳໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ນັກກິລາດອກປີກໄກ່ ແຂວງຫຼວງພະບາງ ມີຄວາມພ້ອມ ເຂົ້າຮ່ວມແຂ່ງຂັນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025 ທີ່ຈະມາເຖິງນີ້,ນັກກິລາດອກປີກໄກ່ແຂວງຫຼວງພະບາງ ໄດ້ສຸມໃສ່ການຝຶກຊ້ອມດ້ານເຕັກນິກ ແລະກໍາລັງ, ແນໃສ່ເຮັດໃຫ້ການເຂົ້າຮ່ວມແຂ່ງຂັນຄັ້ງນີ້ ປະສົບຜົນສຳເລັດຕາມຄາດໝາຍທີ່ຕັ້ງໄວ້.
ການນຳແຂວງຫຼວງພະບາງ ເນັ້ນໃຫ້ນັກກິລາ ຄວ້າຫຼຽນລາງວັນໃຫ້ໄດ້ຕາມເປົ້າໝາຍ ໃນນະຄອນຫຼວງວຽງຈັນເກມ 2025

ການນຳແຂວງຫຼວງພະບາງ ເນັ້ນໃຫ້ນັກກິລາ ຄວ້າຫຼຽນລາງວັນໃຫ້ໄດ້ຕາມເປົ້າໝາຍ ໃນນະຄອນຫຼວງວຽງຈັນເກມ 2025

ວັນທີ 5 ພະຈິກນີ້, ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງຫຼວງພະບາງ, ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ ປະທານສະມາຄົມກິລາ - ກາຍຍະກໍາ ແຂວງຫຼວງພະບາງ ໄດ້ໂອ້ລົມທັບນັກກິລາຈາກດິນແດນ ເມືອງມໍຣະດົກໂລກ ທີ່ຈະເຂົ້າຮ່ວມແຂ່ງຂັນໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ 2025.
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ

ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ

ງານບຸນນະມັດສະການພະທາດຫຼວງວຽງຈັນ ເປັນບຸນປາງໃຫຍ່ທີ່ສຳຄັນ ຊຶ່ງເປັນບ່ອນເຕົ້າໂຮມຈິດໃຈຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວພຸດ, ຜູ້ທີ່ເຫຼື້ອມໃສໃນພະພຸດທະສາສະໜາ ໄດ້ມາຮ່ວມກັນເຮັດບຸນສິນກິນທານ, ນອກຈາກມີກິດຈະກໍາທາງສາສະໜາ ແລະ ວາງສະແດງສິນຄ້າແລ້ວ ຍັງມີກິດຈະກຳໜຶ່ງທີ່ຂາດບໍ່ໄດ້ ແລະ ເປັນປະເພນີທີ່ໄດ້ສຶບທອດກັນມາເປັນເວລາຫຼາຍຮ້ອຍປີ ຊຶ່ງແມ່ນມໍລະດົກທາງວັດທະນະທໍາ ອັນລໍ້າຄ່າຂອງຊາດລາວນັັ້ນກໍຄື: ການຕີຄີ ຊຶ່ງແມ່ນສັນຍາລັກຄວາມສາມັກຄີ ຖືວ່າເປັນກິດຈະກໍາທີ່ສະແດງເຖິງຄວາມປອງດອງ, ຄວາມຜູກພັນ ແລະ ຄວາມເປັນເອກະພາບຂອງຄົນໃນຊາດ ແລະ ຍັງເປັນການທວາຍຊາຕາຕາມຄວາມເຊື່ອ, ຜົນການແຂ່ງຂັນແມ່ນໃຊ້ເພື່ອພະຍາກອນຄວາມອຸດົມສົມບູນ ແລະ ຄວາມເປັນໄປຂອງບ້ານເມືອງໃນປີຕໍ່ໄປອີກດ້ວຍ.
ການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ການຈັດຕັ້ງປະຕິບັດວຽກງານໂຄສະນາ-ຂ່າວສານ ໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຫົວໜ້າກໍາມະການໂຄສະນາ-ຂ່າວສານ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນກ່ຽວກັບການຈັດຕັ້ງປະຕິບັດວຽກງານໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ໃນວັນທີ 5 ພະຈິກນີ້ ທີ່ ຄອສພ ວ່າ: ຂະແໜງສື່ມວນຊົນ ໄດ້ເຮັດໜ້າທີ່ເປັນກະບອກສຽງໂຄສະນາໃນການກະກຽມໃຫ້ແກ່ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຊຶ່ງສຸມໃສ່ປະສານງານ ແລະ ພົວພັນກັບບັນດາສະຫະພັນກິລາປະເພດຕ່າງໆ ທັງຂັ້ນສູນກາງ ແລະ ບັນດາແຂວງໃນທົ່ວປະເທດ ເພື່ອຕິດຕໍ່ສໍາພາດຜ່ານທາງໂທລະສັບ ແລະ ລົງໄປສໍາພາດຢູ່ສະຖານທີ່ຕົວຈິງ ກ່ຽວກັບການກະກຽມຄວາມພ້ອມທຸກດ້ານ ລວມທັງການສົ່ງນັກກິລາ ເຂົ້າຮ່ວມແຂ່ງຂັນງານມະຫະກຳກິລາແຫ່ງຊາດຄັ້ງທີ XII ທີ່ ນະຄອນຫຼວງວຽງຈັນ (ນວ) ຈະເປັນເຈົ້າພາບ ຫຼື ນວ ເກມ 2025 ລະຫວ່າງວັນທີ 15-25 ພະຈິກ 2025. ຄຽງຄູ່ກັນນັ້ນ, ໄດ້ໂຄສະນາການພັດທະນາພື້ນຖານໂຄງລາງຂອງຕົວເມືອງ ນວ ເປັນຕົ້ນຖະໜົນ, ປັບປຸງສະໜາມກິລາແຫ່ງຊາດ ແລະ ບາງສະໜາມກິລາທີ່ຈະໃຊ້ແຂ່ງຂັນ ເພື່ອຜະລິດເປັນຂ່າວອອກຜ່ານຊ່ອງທາງຕ່າງໆຄື: ໂທລະພາບ, ວິທະຍຸ, ໜັງສືພິມ ແລະ ສື່ອອນລາຍ.
ເມືອງພຽງ ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ

ເມືອງພຽງ ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ

ຫ້ອງການສຶກສາທິການ ແລະ ກິລາເມືອງພຽງ ແຂວງໄຊຍະບູລີ ໄດ້ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ປະຈໍາສົກຮຽນ 2024-2025 ໃນວັນທີ 4 ພະຈິກຜ່ານມານີ້ ທີ່ຫ້ອງປະຊຸມເມືອງ,ພາຍໃຕ້ການເປັນປະທານຂອງທ່ານ ສີທັດ ຜຸຍແກ້ວ ຫົວໜ້າຫ້ອງ ການສຶກສາທິການ ແລະ ກິລາເມືອງ.
ນວ ມີຫຼາຍກິດຈະກໍາຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຈະຈັດຂຶ້ນ 9-11 ພະຈິກນີ້

ນວ ມີຫຼາຍກິດຈະກໍາຕັ້ງຄ້າຍເຍົາວະຊົນທົ່ວປະເທດ ຈະຈັດຂຶ້ນ 9-11 ພະຈິກນີ້

ຊາວໜຸ່ມ-ເຍົາວະຊົນ ນະຄອນຫຼວງວຽງຈັນ (ນວ) ມີຄວາມພ້ອມຮອບດ້ານຈັດຫຼາຍກິດຈະກໍາຕັ້ງຄ້າຍເຍົາວະຊົນທົ່ວປະເທດ ໂອກາດງານແຂ່ງຂັນກິລາມະຫະກຳແຫ່ງຊາດຄັ້ງທີ XII ຊຶ່ງກິດຈະກໍາດັ່ງກ່າວ ຈະໄດ້ຈັດຂຶ້ນວັນທີ 9-11 ພະຈິກ 2025 ທີ່ສະໜາມກິລາຫຼັກ 16.
ສາລະວັນ ຈັດພິທີປ້ອງກັນບົດທິດສະດີການເມືອງ ຂັ້ນກາງ

ສາລະວັນ ຈັດພິທີປ້ອງກັນບົດທິດສະດີການເມືອງ ຂັ້ນກາງ

ວັນທີ 4 ພະຈິກຜ່ານມານີ້, ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງສາລະວັນ ໄດ້ຈັດພິທີປ້ອງກັນບົດຂັ້ນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ແຂວງສາລະວັນ ປະຈໍາປີ 2025 ຢູ່ທີ່ຫ້ອງປະຊຸມໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ. ພິທີປ້ອງກັນບົດຄັ້ງນີ້, ໄດ້ແບ່ງອອກເປັນ 3 ຫ້ອງ ປະກອບມີ: ຫ້ອງສາຍການເມືອງ, ຫ້ອງສາຍປົກຄອງ ແລະ ຫ້ອງສາຍເສດຖະກິດການເມືອງ ແລະ ຄຸ້ມຄອງເສດຖະກິດ, ຊຶ່ງເປັນປະທານສາຍການເມືອງໂດຍ ທ່ານ ຈັນທະວອນ ສີຫາຈັກ ຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກ ຄອງແຂວງ; ສາຍປົກຄອງໂດຍ ທ່ານ ນາງ ຄໍາພໍ ສີລິພະຈັນ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ; ສາຍເສດຖະກິດການເມືອງ ແລະ ຄຸ້ມຄອງເສດຖະກິດໂດຍ ທ່ານ ກົງຕາ ສີປະເສີດ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງແຂວງ.
ພິທີແຫ່-ແລ່ນທວນໄຟ ງານມະຫະກໍາກິລາແຫ່ງຊາດ ມາຮອດເມືອງປາກງື່ມ

ພິທີແຫ່-ແລ່ນທວນໄຟ ງານມະຫະກໍາກິລາແຫ່ງຊາດ ມາຮອດເມືອງປາກງື່ມ

ຂະບວນແຫ່ ແລະ ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ ຈັດຂຶ້ນໃນວັນທີ 3 ພະຈິກ 2025 ຢູ່ເມືອງປາກງື່ມ ໂດຍມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຄະນະກໍາມະການລະດັບຊາດ ຮອງປະທານຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII; ທ່ານ ພົຈວ ແປ້ນຄໍາ ບຸດຈັນແພງ ເລຂາຄະນະພັກແຂວງບໍ່ແກ້ວ, ທ່ານ ບຸນຫຼາຍ ບຸດທີ ເລຂາຄະນະພັກແຂວງເຊກອງ ພ້ອມດ້ວຍອົງການປົກຄອງເມືອງ, ພະນັກງານ, ທະຫານ ຕໍາຫຼວດ, ຄູອາຈານ ແລະ ນັກຮຽນເຂົ້າຮ່ວມ.
ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ຈະໃຫ້ສໍາເລັດພາຍໃນ 6 ເດືອນ.

ໂຄງການກໍ່ສ້າງ ໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ຈະໃຫ້ສໍາເລັດພາຍໃນ 6 ເດືອນ.

ພິທີຕັ້ງເສົາເອກ ຂອງໂຄງການກໍ່ສ້າງອາຄານຮຽນໂຮງຮຽນມັດທະຍົມສົມບູນ ເມືອງເຟືອງຫຼັງໃໝ່ ໄດ້ຈັດຂຶ້ນໃນວັນທີ 3 ພະຈິກນີ້ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ ວຽງຈັນ, ທ່ານ ນິກສັນ ພົມມະວິຈິດ ປະທານກຸ່ມບໍລິສັດນິກສັນພັດທະນາບໍ່ແຮ່ຈຳກັດ,ມີທ່ານຫົວໜ້າພະແນກການກ່ຽວຂ້ອງຂັ້ນແຂວງ, ຫົວໜ້າຫ້ອງການຂັ້ນເມືອງ, ອໍານວຍການໂຮງຮຽນ ພ້ອມດ້ວຍຄູ-ອາຈານເຂົ້າຮ່ວມ.
ເພີ່ມເຕີມ