ໃນນັ້ນ, ການຄ້າຂາອອກ 1,128 ຕື້ 520 ລ້ານຢວນ, ເພີ່ມຂຶ້ນ 14.6%, ການຄ້າຂາເຂົ້າ 1,503 ຕື້ 540 ລ້ານຢວນ, ເພີ່ມຂຶ້ນ 3.9%. ການຂາດດຸນໃນດ້ານການຄ້າການບໍລິການມີ 375 ຕື້ 20 ລ້ານຢວນ, ຫຼຸດລົງ 87 ຕື້ 560 ລ້ານຢວນ ເມື່ອທຽບກັບໄລຍະດຽວກັນຂອງປີ 2024.
ໄພນ້ຳຖ້ວມຢູ່ໄທເຮັດໃຫ້ມີຜູ້ເສຍຊີວິດ 24 ຄົນ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງມໍ່ໆມານີ້, ຝົນຕົກໜັກຢ່າງຕໍ່ເນື່ອງເຮັດໃຫ້ເກີດໄພນ້ຳຖ້ວມຢູ່ປະເທດໄທ, ໃນວັນທີ 30 ກັນຍາ ຜ່ານມາ, ກົມປະຊາສຳພັນ ສຳນັກນາຍົກລັດຖະມົນຕີໄທໄດ້ອອກຂ່າວໂດຍລະບຸວ່າ, ໄພນ້ຳຖ້ວມເທື່ອນີ້ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 24 ຄົນ, ຫຼາຍລ້ານຄົນປະສົບໄພ, ກະທົບເຖິງນະຄອນຫຼວງບາງກອກ ແລະ ອີກ 31 ແຂວງ.
ຄໍາເຫັນ