ກອງປະຊຸມສ່ອງແສງລາຍງານສະພາບການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງ

4 ແຂວງພາກກາງ ລາຍງານສະພາບການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຮາກຖານການເມືອງ

4 ແຂວງພາກກາງ ລາຍງານສະພາບການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຮາກຖານການເມືອງ
ກອງປະຊຸມສ່ອງແສງລາຍງານສະພາບການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ປະຈໍາປີ 2024 ແລະ ທິດທາງແຜນການ 2025

ຂອງ 4 ແຂວງພາກກາງ (ໄຊສົມບູນ, ນະຄອນຫຼວງ, ແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ) ໄດ້ຈັດຂຶ້ນໃນວັນທີ 17 ທັນວານີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊສົມບູນ ໂດຍການເປັນປະທານຂອງ ທ່ານ ນາງ ໃບຄູນ ສົມບັດດວງ ຫົວໜ້າກົມທ້ອງຖິ່ນ-ຮາກຖານ ຫ້ອງວ່າການສູນກາງພັກ, ມີຄະນະຫ້ອງວ່າການ ຜູ້ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ 4 ແຂວງ ພ້ອມດ້ວຍຄະນະເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ຮັບຟັງການຜ່ານບົດລາຍງານຫຍໍ້ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ປີ 2024 ແລະ ທິດທາງແຜນການ 2025 ຈາກ 4 ແຂວງ ຊຶ່ງໃນນັ້ນບັນດາແຂວງໄດ້ລາຍງານຄືນການຈັດຕັ້ງປະຕິບັດວຽກງານຂອງຕົນໃນໄລຍະໜຶ່ງປີຜ່ານມາ. ສໍາລັບແຂວງໄຊສົມບູນ ຄະນະພັກຄະນະນຳຂອງແຂວງ, ເມືອງ ໄດ້ໃຫ້ຄວາມສຳຄັນກັບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ, ຖືເປັນວຽກງານຍຸດທະສາດຂອງແຂວງ ທີ່ສອດຫ້ອຍເຂົ້າກັບທຸກຂົງເຂດວຽກງານຂອງອົງການຈັດຕັ້ງພັກ-ລັດ ຊຶ່ງພາຍຫຼັງໄດ້ມີການສ້າງຕັ້ງແຂວງເປັນຕົ້ນມາ ຄະນະນຳຂອງແຂວງກໍໄດ້ສົມທົບກັບສອງກຳລັງ ເພື່ອກຳນົດເປົ້າໝາຍບ້ານຫຼໍ່ແຫຼມຂອງການຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ໂດຍເນັ້ນໜັກໃສ່ພາກແຜນການ ໃຫ້ເຊື່ອມຊຶມ ແລະ ປະຕິບັດຕາມ 4 ເອກະສານ ພ້ອມນີ້ ການລົງຮາກຖານການເມືອງ ແມ່ນແນໃສ່ 2 ຮູບແບບຄື: ບັນດາພະແນກການຂອງແຂວງ ແລະ ເມືອງ ແຮກສ່ຽວກັບບ້ານ ແລະ ການຫັນເອົາພະນັກງານລົງກໍ່ສ້າງຮາກຖານ.
ໂອກາດນີ້, ຜູ້ແທນກອງປະຊຸມກໍໄດ້ມີຄຳເຫັນເຈາະຈຶ້ມ ແລະ ປະກອບຄຳຄິດຄຳເຫັນ ເພື່ອເປັນການແລກປ່ຽນ, ຖອດຖອນບົດຮຽນຊຶ່ງກັນ ແລະ ກັນ ພອ້ມທັງກຳໄດ້ຈຸດດີຈຸດອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ສາມາດນຳເອົາຂໍ້ຄົງຄ້າງໄປປັບປຸງແກ້ໄຂວຽກງານດັ່ງກ່າວໃຫ້ດີຂຶ້ນໃນປີຕໍ່ໆໄປ ຄຽງຄູ່ກັນນັ້ນການລົງກໍ່ສ້າງຮາກຖານການເມືອງ ກໍຄືການປະຕິບັດຄຳສັ່ງແນະນຳຕ່າງໆຂອງພັກ, ອັນໄດ້ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ສັງຄົມໄດ້ຮັບຄວາມສະຫງົບປອດໄພ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໄດ້ຮັບການປັບປຸງ, ສາມາດສ້າງໄດ້ປັດໃຈທີ່ເປັນພື້ນຖານຈຳນວນໜຶ່ງໃຫ້ແກ່ການພັດທະນາປະເທດຊາດໃນຕໍ່ໜ້າໃຫ້ດີຂຶ້ນເທື່ອລະກ້າວ.
(ຂ່າວ: ຈີເຍ່ຍເກັ່ງມົວ ຊົວໂກ້)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ປະຊາຊົນເມືອງວຽງຄໍາ ຕັ້ງໃຈຮັບຟັງວິໄສທັດຂອງຜູ້ສະໝັກເປັນສະມາຊິກ ສສຊ ຊຸດທີ X ເຂດເລືອກຕັ້ງທີ 6

ປະຊາຊົນເມືອງວຽງຄໍາ ຕັ້ງໃຈຮັບຟັງວິໄສທັດຂອງຜູ້ສະໝັກເປັນສະມາຊິກ ສສຊ ຊຸດທີ X ເຂດເລືອກຕັ້ງທີ 6

ວັນທີ 9 ກຸມພານີ້ ຢູ່ບ້ານວຽງຄໍາ ເມືອງວຽງຄໍາ, ບັນດາຜູ້ສະໝັກຮັບເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ໄດ້ພົບປະ ແລະແນະນໍາຕົວກັບຜູ້ມີສິດປ່ອນບັດເລືອກຕັ້ງ, ນຳພາໂດຍທ່ານ ບຸນເລື່ອມ ມະນີວົງ ກໍາມະການສູນກາງພັກ ເລຂາບໍລິຫານງານພັກແຂວງຫຼວງພະບາງ ຜູ້ສະໜັກຮັບເລືອກຕັ້ງ ນໍ້າເບີ 2, ທ່ານ ສໍານານ ສົນທະນີ ກໍາມະການປະຈໍາພັກແຂວງ ຜູ້ສະໜັກຮັບເລືອກຕັ້ງ ນໍ້າເບີ 3, ທ່ານ ນາງ ຈັນດີ ເຢັງວື ກໍາມະການພັກແຂວງ ຜູ້ສະໜັກຮັບເລືອກຕັ້ງ ນ້ຳເບີ 9, ທ່ານ ນາງ ກິ່ງນະຄອນ ຈັນທະກຸມມານ ຜູ້ສະໜັກຮັບເລືອກຕັ້ງ ນ້ຳເບີ 10, ທ່ານ ສຸລິໄຊ ຫົງສາຄອນ ຜູ້ສະໜັກຮັບເລືອກຕັ້ງ ນ້ຳເບີ 11, ທ່ານ ພັນເອກ ວິລະສິນ ມິດຕະພອນ ຜູ້ສະໜັກຮັບເລືອກຕັ້ງ ນ້ຳເບີ 13 ແລະທ່ານ ນາງ ວົງພະຈັນ ວົງປະດິດ ຜູ້ສະໜັກຮັບເລືອກຕັ້ງ ນ້ຳເບີ 14, ພ້ອມດ້ວຍ ຜູ້ຮັບສະໝັກເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງວຽງຄໍາ ຈຳນວນ 7 ທ່ານ ຍິງ 1 ທ່ານ, ມີການນຳຂອງເມືອງ, ອົງການປົກຄອງບ້ານ ແລະປະຊາຊົນບັນດາເຜົ່າ ຜູ້ມີສິດປ່ອນບັດເລືອກຕັ້ງ ເຂົ້າຮ່ວມ.
ພະນັກງານຫຼັກແຫຼ່ງເມືອງຫຼາ ຕ້ອນຮັບຄະນະຜູ້ສະໝັກເລືອກຕັ້ງ ສສຊ-ສສຂ ເຂດ 4 ແລະ ຮັບຟັງການສະເໜີຕົວ

ພະນັກງານຫຼັກແຫຼ່ງເມືອງຫຼາ ຕ້ອນຮັບຄະນະຜູ້ສະໝັກເລືອກຕັ້ງ ສສຊ-ສສຂ ເຂດ 4 ແລະ ຮັບຟັງການສະເໜີຕົວ

ໃນວັນທີ9 ກຸມພາ 2026, ທີ່ສະໂມສອນເມືອງຫລາແຂວງອຸດົມໄຊ ໄດ້ຈັດກອງປະຊຸມພົບປະລະຫວ່າງ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ປະຈຳເຂດເລືອກຕັ້ງທີ 4 ພ້ອມດ້ວຍພະນັກງານຫຼັກແຫຼ່ງທົ່ວເມືອງຫຼາ ເພື່ອຮັບຟັງການນຳສະເໜີຕົວ ແລະ ແຜນການເຄື່ອນໄຫວຂອງຜູ້ສະໝັກ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ວິລະວອນພັນທະວົງຮອງຫົວໜ້າຄະນະໂຄສະນາອົມຮົມສູນກາງພັກ, ພ້ອມດ້ວຍຄະນະຜູ້ສະໝັກເລືອກຕັ້ງ ສສຊ ແລະ ສສຂ.
ຄະນະຜູ້ສະໝັກເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກພົບປະຜູ້ມີສິດເລືອກຕັ້ງຢູ່ກອງພັນໃຫຍ່ທະຫານຮາບ 502

ຄະນະຜູ້ສະໝັກເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 15 ແຂວງຈຳປາສັກພົບປະຜູ້ມີສິດເລືອກຕັ້ງຢູ່ກອງພັນໃຫຍ່ທະຫານຮາບ 502

ຄະນະຜູ້ສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ, ຄະນະທີ 1 ຈໍານວນ 10 ທ່ານຍິງ 2 ທ່ານ, ໄດ້ສືບຕໍ່ລົງເຄື່ອນໄຫວ ພົບປະຜູ້ມີສິດເລືອກຕັ້ງຢູ່ກອງພັນໃຫຍ່ທະຫານຮາບ 502.
ການຂະຫຍາຍຕົວຂອງການບິນໃນພາກພື້ນອາຊີ-ປາຊີຟິກ

ການຂະຫຍາຍຕົວຂອງການບິນໃນພາກພື້ນອາຊີ-ປາຊີຟິກ

ສາຍການບິນ Vietjet ໄດ້ປະກາດຜົນສຳເລັດທາງຍຸດທະສາດຢ່າງຕໍ່ເນື່ອງ ເພື່ອສະໜັບສະໜູນການຂະຫຍາຍຕົວໃນໄລຍະຍາວທົ່ວພາກພື້ນອາຊີ-ປາຊີຟິກ. ໂດຍ Vietjet ຈະມີບົດບາດເປັນຄູ່ຮ່ວມງານຂອງ “ສູນກາງການເງິນການບິນອາຊີ-ປາຊີຟິກ” (Asia-Pacific Aviation Financial Hub) ທີ່ໄດ້ສະເໜີຕົວໃໝ່, ພ້ອມທັງມີຂໍ້ຕົກລົງກ່ຽວກັບເຄື່ອງຈັກເຮືອບິນໃໝ່ ແລະ ການຮ່ວມມືດ້ານການເງິນການບິນ.
ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດ 1 ພົບປະຜູ້ມີສິດເລືອກຕັ້ງ ຢູ່ກະຊວງປອ້ງກັນປະເທດ

ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດ 1 ພົບປະຜູ້ມີສິດເລືອກຕັ້ງ ຢູ່ກະຊວງປອ້ງກັນປະເທດ

ໃນວັນທີ 6 ກຸມພາ ຜ່ານມານີ້, ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດ 1 ນະຄອນຫຼວງວຽງຈັນ, ນໍາໂດຍ ສະຫາຍ ທະນົງໄຊ ຄຸດໄພທູນ ກໍາມະການສໍາຮອງສູນກາງພັກ ກໍາມະການພັກນະຄອນຫຼວງ ຫົວໜ້າຫ້ອງການຄະນະກໍາມະການສົ່ງເສີມ ແລະ ການລົງທຶນນະຄອນຫຼວງວຽງຈັນ, ພ້ອມຜູ້ຮັບສະໝັກຈໍານວນ 12 ສະຫາຍ ໄດ້ພົບປະນາຍທະຫານ ແລະ ພະນັກງານຫຼັກແຫຼ່ງ ກະຊວງປ້ອງກັນປະເທດ, ໂດຍການຕ້ອນຮັບຂອງ ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ ກຳມະການຄະນະພັກຊວງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຕາງໜ້າຈາກ 4 ກົມໃຫຍ່, ຫ້ອງວ່າການກະຊວງ, ພະນັກງານຫຼັກເເຫຼ່ງຈາກບັນດາອົງການ, ກົມກອງອ້ອມຂ້າງກະຊວງປ້ອງກັນປະເທດເຂົ້າຮ່ວມ.
ຜູ້ສະໝັກເລືອກຕັ້ງ ສສຊ ເຂດ 1 ນະຄອນຫຼວງວຽງຈັນເຄື່ອນໄຫວຫາສຽງຢູ່ກະຊວງປ້ອງກັນຄວາມສະຫງົບ

ຜູ້ສະໝັກເລືອກຕັ້ງ ສສຊ ເຂດ 1 ນະຄອນຫຼວງວຽງຈັນເຄື່ອນໄຫວຫາສຽງຢູ່ກະຊວງປ້ອງກັນຄວາມສະຫງົບ

ວັນທີ 6 ກຸມພາ ຜ່ານມານີ້ ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ (ສະໜາມມ້າ), ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ປະທານຄະນະກຳມະການເລືອກຕັ້ງຂັ້ນ ນວ ພ້ອມດ້ວຍບັນດາຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ໄດ້ເຄື່ອນໄຫວຫາສຽງ ແລະ ພົບປະນາຍຕຳຫຼວດຫຼັກແຫຼ່ງຂອງກະຊວງປ້ອງກັນຄວາມສະຫງົບ, ໂດຍມີ ພົຈວ ຄອນສະຫວັນ ສົມພາໄຊ ກຳມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ຫົວໜ້າຄະນະຮັບຜິດ ຊອບປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຂອງກະຊວງປ້ອງກັນຄວາມສະຫງົບ, ມີຄະນະພັກ-ຄະນະນຳກະຊວງ ພ້ອມດ້ວຍນາຍຕຳຫຼວດຂັ້ນນຳພາ-ບັນຊາ ເຂົ້າຮ່ວມ.
ພະນັກງານຫຼັກແຫຼ່ງເມືອງມະຫາໄຊ ແລະ ຍົມມະລາດ ຕ້ອນຮັບການເຄື່ອນໄຫວພົບປະຂອງທ່ານປະທານຄະນະກວດກາສູນກາງພັກ

ພະນັກງານຫຼັກແຫຼ່ງເມືອງມະຫາໄຊ ແລະ ຍົມມະລາດ ຕ້ອນຮັບການເຄື່ອນໄຫວພົບປະຂອງທ່ານປະທານຄະນະກວດກາສູນກາງພັກ

ວັນທີ 8 ກຸມພາ 2026, ເລຂາພັກເມືອງ, ຄະນະກຳມະການປົກຄອງເມືອງ, ບັນດາພະນັກງານຫຼັກແຫຼ່ງ ແລະ ອຳນາດການປົກຄອງບ້ານ ຂອງເມືອງມະຫາໄຊ ແລະ ເມືອງຍົມມະລາດ ແຂວງຄໍາມ່ວນ ໄດ້ຕ້ອນຮັບການລົງເຄື່ອນໄຫວພົບປະ ຂອງທ່ານ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກ, ໂດຍມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງຄໍາມ່ວນ, ບັນດາການນຳຂອງແຂວງຄໍາມ່ວນຮ່ວມຕິດຕາມ.
ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ສືບຕໍ່ລົງເຄື່ອນໄຫວຫາສຽງ ແລະ ສະເໜີໂຕ ຢູ່ຕາແສງພູກະທະ

ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ສືບຕໍ່ລົງເຄື່ອນໄຫວຫາສຽງ ແລະ ສະເໜີໂຕ ຢູ່ຕາແສງພູກະທະ

ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ຄະນະທີ 2 ສືບຕໍ່ລົງເຄື່ອນໄຫວຫາສຽງ ແລະ ສະເໜີໂຕຕໍ່ຜູ້ມີສິດເລືອກຕັ້ງ ຢູ່ຕາແສງພູກະທະ ເມືອງຮົ່ມ ແຂວງໄຊສົມບູນ ໃນວັນທີ 8 ກຸມພາ 2026ນີ້, ໂດຍການນໍາພາຂອງທ່ານ ພອຍຄໍາ ຮຸ່ງບຸນຍວງກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ, ຜູ້ສະໝັກເບີທີ 2 ພ້ອມດ້ວຍຜູ້ສະໝັກຮັບເລືອກຕັ້ງ ໃນຄະນະທີ2 ມີຈໍານວນ 5 ທ່ານຍິງ 1 ທ່ານ ໂດຍມີການນໍາເມືອງຮົ່ມ ຕະຫຼອດຮອດພໍ່ແມ່ປະຊາຊົນ ຕາແສງພູກະທະ ເຂົ້າຮ່ວມຕ້ອນຮັບ ຢ່າງອົບອຸ່ນ.
ຜູ້ສະໝັກເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 15 ພົບປະຜູ້ມີສິດເລືອກຕັ້ງ ທີ່ບ້ານສະໝັນ

ຜູ້ສະໝັກເລືອກຕັ້ງ ສສຊ ເຂດເລືອກຕັ້ງທີ 15 ພົບປະຜູ້ມີສິດເລືອກຕັ້ງ ທີ່ບ້ານສະໝັນ

ຄະນະຜູ້ສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 15 ແຂວງຈຳປາສັກ, ຄະນະທີ 1 ຈໍານວນ 10 ທ່ານຍິງ 2 ທ່ານ, ໄດ້ສືບຕໍ່ລົງເຄື່ອນໄຫວ ພົບປະຜູ້ມີສິດເລືອກຕັ້ງຢູ່ບ້ານສະໝັນກຸ່ມ 7 ສັກເມືອງ, ເມືອງໂພນທອງ ແຂວງຈໍາປາສັກ.
ມອບອຸປະກອນການສຶກສາກວ່າ 760 ລ້ານກີບ ເສີມສ້າງການຮຽນ-ການສອນ ມຊ ກ້າວສູ່ສາກົນ

ມອບອຸປະກອນການສຶກສາກວ່າ 760 ລ້ານກີບ ເສີມສ້າງການຮຽນ-ການສອນ ມຊ ກ້າວສູ່ສາກົນ

ພິທີມອບ-ຮັບອຸປະກອນການສຶກສາຈັດຂຶ້ນໃນວັນທີ 4 ກຸມພາຜ່ານມາ ທີ່ຫ້ອງຮັບແຂກ ຕຶກຄະນະອຳນວຍການ ມະຫາວິທະຍາໄລແຫ່ງຊາດ (ມຊ) ໃຫ້ກຽດມອບໂດຍທ່ານ ຜາຄຳ ອິນແສງ ກຳມະການສູນກາງພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ ແລະ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາໃຫ້ກຽດກ່າວຮັບ ພ້ອມຄະນະອຳນວຍການ ມຊ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ເພີ່ມເຕີມ