ກ່ອນໜ້ານັ້ນ, ຕາມຂໍ້ຕົກລົງວ່າດ້ວຍການອະນຸມັດຜ່ານຂອງນາຍົກລັດຖະມົນຕີກ່ຽວກັບແຜນຜັງລະບົບສະໜາມບິນ ທີ່ໄດ້ກຳນົດໃນໄລຍະ 2021 – 2030, ທົ່ວປະເທດມີສະໜາມບິນ 30 ແຫ່ງ, ລວມມີ ສະໜາມບິນສາກົນ 14 ແຫ່ງ ແລະ ສະໜາມບິນພາຍໃນປະເທດ 16 ແຫ່ງ. ວິໄສທັດຮອດປີ 2050, ທົ່ວປະເທດຈະມີສະໜາມບິນ 33 ແຫ່ງ, ໃນນັ້ນສະໜາມບິນສາກົນມີ 14 ແຫ່ງ, ສະໜາມບິນພາຍໃນປະເທດມີ 19 ແຫ່ງ.
ຕາມການລາຍງານຂອງກະຊວງກໍ່ສ້າງ, ຄາດວ່າຮອດປີ 2030, ຫວຽດນາມ ຈະນຳສະໜາມບິນໃໝ່ 7 ແຫ່ງ ເຂົ້າໃຊ້ງານ ລວມມີ: ລອງແທັ່ງ, ຢາຍິ່ງ, ກວາງຈິ, ຟານທຽດ, ຊາປາ (ລາວກາຍ), ໂຖຈູ, ແທັ່ງເຊີນ (ແຄັງຮວ່າ).
ຄໍາເຫັນ