5 ປີຜ່ານມາ ວຽກງານ ປກຊ-ປກສ ມີຜົນສຳເລັດຫຼາຍດ້ານ

5 ປີຜ່ານມາ ວຽກງານ ປກຊ-ປກສ ມີຜົນສຳເລັດຫຼາຍດ້ານ
ຕະຫຼອດໄລຍະ 5 ປີຜ່ານມາ, ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ(ປກຊ)-ປ້ອງກັນຄວາມສະຫງົບ(ປກສ) ມີຜົນສຳເລັດຫຼາຍດ້ານຢ່າງຕໍ່ເນື່ອງດ້ວຍຄວາມຮັບຜິດຊອບສູງ, ພວກເຮົາໄດ້ເຮັດສຳເລັດໜ້າທີ່ການເມືອງຂອງຕົນຢ່າງໜ້າເພິ່ງພໍໃຈ, ເຖິງວ່າຈະພົບກັບຄວາມຫຍຸ້ງຍາກ ແລະ ອຸປະສັກນາໆປະການ, ແຕ່ພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກ, ຊຶ່ງມີຄະນະກຳມະການ ປກຊ-ປກສ ສູນກາງ ເປັນຜູ້ຊີ້ນໍາ, ບັນຊາໂດຍກົງ, ບວກກັບຄວາມເປັນເອກະພາບສູງຂອງຄະນະພັກສອງກະຊວງ, ຄວາມພະຍາຍາມບຸກບືນ, ສູ້ຊົນຂອງຄະນະພັກແຕ່ລະຂັ້ນ ແລະ ການສະໜັບສະໜູນຈາກບັນດາຂະແໜງການອ້ອມຂ້າງສູນກາງ, ອົງການປົກຄອງທ້ອງຖິ່ນ, ປະຊາຊົນລາວບັນດາເຜົ່າ ແລະ ການຮ່ວມມືຂອງປະເທດເພື່ອນມິດຍຸດທະສາດໄດ້ເຮັດໃຫ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືແນວທາງ ປກຊ-ປກສ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ການພັດທະນາເສດຖະກິດ-ສັງຄົມໄດ້ດໍາເນີນໄປຢ່າງຕໍ່ເນື່ອງ.

ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ວ່າ: 5 ປີຜ່ານມາ, ພວກເຮົາໄດ້ສຸມໃສ່ຄົ້ນຄວ້າປັບປຸງຄືນແຜນຍຸດທະສາດປ້ອງກັນ ສປປ ລາວ ແລະ ນິຕິກຳອື່ນໆທີ່ກ່ຽວຂ້ອງ ເພື່ອໃຫ້ສອດຄ່ອງກັບສະພາບການໃໝ່, ເປັນບ່ອນອີງໃຫ້ການຈັດຕັ້ງປະຕິບັດ ແລະ ເພີ່ມຄວາມສັກສິດໃນການຄຸ້ມຄອງເຂດຍຸດທະສາດປ້ອງກັນຊາດໃຫ້ຖືກກັບທ່າສະໜາມປ້ອງກັນຊາດທີ່ໄດ້ກຳນົດໄວ້ ຕິດພັນກັບວຽກຈັດຕັ້ງ, ຈັດວາງ, ສັບຊ້ອນສະ ຖານທີ່ຂອງຫົວໜ່ວຍ, ກົມກອງທະຫານຈຳນວນໜຶ່ງຄືນໃໝ່ ເພື່ອເສີມຄວາມເຂັ້ມແຂງໃນການກຽມພ້ອມເຮັດສຳ ເລັດໜ້າທີ່ປ້ອງກັນຊາດຢູ່ແຕ່ລະທິດຍຸດທະສາດຂອງປະເທດ, ສຸມກຳລັງລົງກໍ່ສ້າງຮາກຖານການເມືອງຢູ່ເຂດຫ່າງ ໄກສອກຫຼີກ, ເຂດຊາຍແດນ ແລະ ເຂດຈຸດສຸມທີ່ຫຼໍ່ແຫຼມ. ປັດຈຸບັນມີ 19 ກອງປະຕິບັດງານມີຈຳນວນພົນ 405 ສະຫາຍປະຈຳຢູ່ 28 ຈຸດຂອງ 210 ບ້ານ, ລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອມີ 1,107 ຫົວໜ່ວຍ, ກົມກອງມີຈຳນວນພົນ 4,141 ສະຫາຍ, ສ້າງບ້ານປ້ອມໝັ້ນໄດ້ 717 ບ້ານ, ສ້າງກຸ່ມບ້ານສູ້ຮົບຕິດລຽນໄດ້ 204 ກຸ່ມບ້ານ, ປັບປຸງ ແລະ ກໍ່ສ້າງກຳລັງກອງຫຼອນໄດ້ 1,223 ກອງຮ້ອຍ, ສ້າງຕັ້ງກໍາລັງປ້ອງກັນຕົວໄດ້ 17 ກອງ ຮ້ອຍ. ຈັດຕັ້ງປະຕິບັດແຜນການກໍ່ສ້າງເຂດແນວຫຼັງຍຸດທະສາດ ຕິດພັນກັບການພັດທະນາກຸ່ມບ້ານລຽບຕາມຊາຍແດນທາງທິດແນວຫຼັງຍຸດທະສາດຢ່າງມີຈຸດສຸມ ແລະ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ເຮັດໃຫ້ບໍລິເວນດັ່ງກ່າວໄດ້ຮັບການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນກວ່າເກົ່າ, ສໍາຄັນແມ່ນສາມາດເຮັດໃຫ້ເຂດດັ່ງກ່າວມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ນອກຈາກນັ້ນ, ຍັງໄດ້ສຸມໃສ່ຈັດຕັ້ງປະຕິບັດໂຄງ ການກໍ່ສ້າງທ່າສະໜາມປ້ອງກັນຊາດຈຳນວນໜຶ່ງເຊັ່ນ: ສົມທົບກັບບັນດາຂະແໜງການຂັ້ນສູນກາງ, ອົງການປົກ ຄອງທ້ອງຖິ່ນວາງແຜນພັດທະນາເສດຖະກິດ-ສັງຄົມຢູ່ໃນແຕ່ລະທິດ, ບໍລິເວນຍຸດທະສາດທີ່ສໍາຄັນໃຫ້ຮັບປະກັນ ສົມທົບແໜ້ນລະຫວ່າງການພັດທະນາເສດຖະກິດ-ສັງຄົມກັບວຽກງານ ປກຊ-ປກສ. ໄປຄຽງຄູ່ກັບວຽກງານປ້ອງກັນຊາດ, ພວກເຮົາຍັງໄດ້ຖືສໍາຄັນ ແລະ ເອົາໃຈໃສ່ວຽກງານຕ້ານ ແລະ ແກ້ໄຂການກໍ່ອາດຊະຍາກຳຕ່າງໆ ໃນນີ້ແມ່ນສຸມໃສ່ອາດຊະຍະກຳທາງອິນເຕີເນັດ, ເຊິ່ງໃນຊຸມປີຜ່ານມາ, ວິທະຍາສາດເທັກໂນໂລຊີໄດ້ມີການຂະຫຍາຍ ຕົວຢ່າງວ່ອງໄວ ແລະ ມີລັກສະນະກ້າວກະໂດດ, ເຕັກໂນໂລຊີທາງຂໍ້ມູນຂ່າວສານ, ການກຳເນີດຂອງສື່ອອນລາຍ, ອິນເຕີເນັດໄດ້ເຮັດໃຫ້ສັງຄົມໂລກ ສາມາດເຂົ້າໃກ້ຫາກັນໄດ້ຢ່າງສະດວກວ່ອງໄວ ໂດຍບໍ່ມີພົມແດນ. ແຕ່ຂະນະດຽວກັນ, ພວກຄົນບໍ່ດີກໍໄດ້ສວຍໃຊ້ອິນເຕີເນັດເພື່ອກໍ່ອາດຊະຍາກຳ ເປັນຕົ້ນການສໍ້ໂກງເອົາຊັບສິນ, ແຊກຊຶມເອົາຂໍ້ມູນລັບຂອງບຸກຄົນ, ອົງກອນ, ໂຈມຕີເຂົ້າລະບົບການເງິນ, ບັນຊີທະນາຄານ ແລະ ອື່ນໆ ຊຶ່ງໄດ້ສ້າງຄວາມເສຍຫາຍທາງດ້ານສັບສິນຢ່າງມະຫາສານ ແລະ ເປັນໄພຂົ່ມຂູ່ເຖິງຄວາມໝັ້ນຄົງທາງດ້ານການເມືອງ ແລະ ເສດຖະກິດ-ສັງຄົມຂອງປະເທດເຮົາ. ບັນດາອິດທິກຳລັງປໍລະປັກໄດ້ສວຍໃຊ້ອິນເຕີເນັດເປັນເຄື່ອງມື ເພື່ອດໍາເນີນການເຄື່ອນໄຫວມ້າງແນວຄິດດ້ວຍຮູບການບິດເບືອນຂໍ້ມູນ, ໂຄສະນາຜ່ານສື່ອອນລາຍ ແນໃສ່ໂຄ່ນລົ້ມໂຈມຕີແນວທາງ, ນະໂຍບາຍຂອງພັກ, ລັດ; ປັ່ນປ່ວນມ້າງແນວຄິດຂອງປະຊາຊົນ ເຮັດໃຫ້ສັງຄົມເກີດມີແນວຄິດຊັ່ງຊາປຽບທຽບ, ຄອນແຄນ, ລະແວງສົງໃສກັນ, ຖືກແກ່ດຶງໃຫ້ເຂົ້າຮ່ວມລຸກຮື້ຂຶ້ນປະທ້ວງຕໍ່ຕ້ານແນວທາງ, ນະໂຍບາຍຂອງພັກ-ລັດ. ແຕ່ຍ້ອນຄວາມເອົາໃຈໃສ່ຊີ້ນໍາຢ່າງໃກ້ສິດຈາກສູນກາງພັກ, ລັດຖະບານ ແລະ ການປະສານສົມ ທົບຂອງພາກສ່ວນທີ່ກ່ຽວຂ້ອງ, ການປະຕິບັດໜ້າທີ່ຢ່າງເຂັ້ມງວດ ແລະ ດ້ວຍຄວາມຕັດສິນໃຈສູງຂອງເຈົ້າໜ້າທີ່ພວກເຮົາຈຶ່ງສາມາດປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂເຫດການ ກໍຄືສາມາດທຳລາຍກົນອຸບາຍຂອງພວກຄົນບໍ່ຫວັງດີໃຫ້ປະລາໄຊລົງ.

ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ໃຫ້ຮູ້ຕື່ມອີກວ່າ: ຄຽງຄູ່ກັບຜົນສໍາເລັດທີ່ກ່າວມານັ້ນ, ໃນຊຸມປີຕໍ່ໜ້ານີ້, ພວກເຮົາຮັບຮູ້ໄດ້ບັນຫາທີ່ຈະສຸມໃສ່ແກ້ໄຂ ເພື່ອຮັບປະກັນຄວາມໝັ້ນຄົງຂອງຊາດບາງບັນຫາດັ່ງນີ້: ຜັນຂະຫຍາຍຜົນສຳເລັດຂອງການສ້າງພື້ນຖານເຂດຍຸດທະສາດແນວຫຼັງ, ກຸ່ມບ້ານເຂດຈຸດສຸມ ແລະ ກຸ່ມບ້ານລຽບຊາຍແດນທີ່ໄດ້ສ້າງສຳເລັດແລ້ວນັ້ນ. ໃນນັ້ນ, ຈະສຸມໃສ່ສົມທົບກັບອົງການປົກຄອງທ້ອງຖິ່ນ ຊຸກຍູ້ການພັດທະນາເສດຖະກິດເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ; ສືບຕໍ່ປັບປຸງວຽກງານກໍ່ສ້າງຮາກຖານການເມືອງ, ຍົກລະດັບຄວາມສາມາດຂອງພະນັກງານລົງກໍ່ສ້າງຮາກຖານໃຫ້ມີຄຸນນະພາບ, ປັບປຸງເນື້ອໃນ ແລະ ວິທີປະຕິບັດຕົວຈິງໃຫ້ສອດຄ່ອງກັບສະພາບການ ແລະ ຈຸດພິເສດຂອງແຕ່ລະທ້ອງຖິ່ນ; ສຸມໃສ່ປັບປຸງບັນດາກິດ ຈະການປ້ອງກັນຊາດທີ່ສ້າງສຳເລັດແລ້ວໃຫ້ມີຄວາມແໜ້ນໜາຖາວອນ ແລະ ສາມາດນໍາໃຊ້ໄດ້ຢ່າງມີປະສິດທິຜົນ. ພ້ອມກັນນີ້, ເອົາໃຈໃສ່ປັບປຸງ ແລະ ກໍ່ສ້າງບ້ານປ້ອມໝັ້ນ, ກຸ່ມບ້ານສູ້ຮົບຕິດລຽນ, ປັບປຸງກຳລັງກອງຫຼອນ, ກອງປ້ອງກັນຕົວໃຫ້ມີຄວາມເຂັ້ມແຂງຂຶ້ນ ສາມາດເຄື່ອນໄຫວເຮັດໜ້າທີ່ຮັກສາຄວາມສະຫງົບ, ຄວາມບໍ່ເປັນລະ ບຽບຮຽບຮ້ອຍພາຍໃນບ້ານຂອງຕົນ; ປະສານສົມທົບແໜ້ນກັບພາກສ່ວນທີ່ກ່ຽວຂ້ອງເພື່ອຊອກເຫັນເລ່ຫຼ່ຽມ, ຮູບການເຄື່ອນໄຫວຕົວະຍົວະຫຼອກລວງ, ສໍ້ໂກງຜ່ານອິນເຕີເນັດ ພ້ອມທັງໂຄສະນາ, ເຜີຍແຜ່ໃຫ້ສັງຄົມຮັບຮູ້ຢ່າງທັນເວລາ; ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຕ້ອງຮ່ວມກັນຄົ້ນຄວ້າວາງລະບຽບ, ສ້າງນິຕິກຳໃນການຄຸ້ມຄອງລະບົບໂທລະຄົມມະນາຄົມ, ອິນເຕີເນັດ ແລະ ບັນດາຂົງເຂດທີ່ກຳລັງຖືກພວກອາດຊະຍາກຳຜ່ານອິນເຕີເນັດສວຍໃຊ້ໃຫ້ຄົບຖ້ວນ ແທດເໝາະກັບສະພາບຄວາມເປັນຈິງຂອງປະເທດເຮົາ; ສຸມໃສ່ການກໍ່ສ້າງ ຫຼືດຶງດູດເອົາບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດດ້ານນີ້ ເພື່ອ ດໍາເນີນການຕ້ານ, ສະກັດກັ້ນ, ຕໍ່ສູ້ກັບພວກອາດຊະຍາກຳຜ່ານອິນເຕີເນັດໃຫ້ມີປະສິດທິຜົນ. ຄຽງຄູ່ກັນນັ້ນເພີ່ມທະວີວຽກງານການຮ່ວມມືສາກົນໃນການເຄື່ອນໄຫວຕໍ່ສູ້, ສະກັດກັ້ນຕ້ານອາດຊະຍາກຳທາງອິນເຕີເນັດ ຫຼື ອາດຊະຍະກຳທາງໄຊເບີໃຫ້ແຂງແຮງ, ແໜ້ນແຟ້ນ ແລະ ມີປະສິດທິຜົນສູງ. ຂ່າວ: ໜັງສືພິມກອງທັບ

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ປະທານປະເທດ ເນັ້ນຫຼາຍບັນຫາໃຫ້ ມຊ ມີການພັດທະນາຫັນປ່ຽນຢ່າງຕັ້ງໜ້າ

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບ ຮອບ 30 ປີ (5 ພະຈິກ 1996-5 ພະຈິກ 2026) ໃນວັນທີ 6 ພະຈິກນີ້ ທີ່ສະໂມສອນໃຫຍ່ ມຊ ແບບປົກກະຕິ ແລະ ອອນລາຍ ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີບັນດາການນໍາພັກ-ລັດ, ອະດີດການນໍາ, ຄະນະນໍາ ມຊ, ອະດີດຄະນະນໍາ ມຊ, ພະນັກງານ, ຄູ-ອາຈານອາວຸໂສ, ຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ນາຍົກ ສະເໜີປະທານປົກຄອງ ສ.ຕາຕາຣສະຖານ ຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍ ໃຫ້ເພີ່ມຂຶ້ນໃນຫຼາຍຂົງເຂດ

ໃນວັນທີ 5 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຣຸດສຕໍາ ມິນນິຄານົບ (Rustam MINNIKHANOV) ປະທານປົກຄອງ ສາທາລະນະລັດ ຕາຕາຣສະຖານ ແຫ່ງ ສະຫະພັນຣັດເຊຍ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 4-5 ພະຈິກ 2026.
ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ນາຍົກສະເໜີ ລາວ-ມຽນມາ ຮ່ວມກັນສະກັ້ນປະກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນໃຫ້ໄດ້ຮັບຜົນດີ

ໃນຕອນເຊົ້າຂອງວັນທີ 4 ພະຈິກນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ພົນເອກ ແຢ ວິນ ອູ ຜູ້ບັນຊາການທະຫານສູງສຸດ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 3-6 ພະຈິກ 2026.
ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

ປະທານປະເທດອ່ານສານອວຍພອນ ກອງປະຊຸມພຸດທະສາສະໜາໜານໄຫ ຄັ້ງທີ 11

- ນ້ອມນະມັດສະການ ພະອາຈານໃຫຍ່ ອິນ ຊຸນ ປະທານຜູ້ກໍ່ຕັ້ງກອງປະຊຸມໂຕະມົນພຸດທະສາສະໜາໜານໄຫ. - ນ້ອມນະມັດສະການ ພະອາຈານໃຫຍ່ມະຫາເຫວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ. - ນ້ອມນະມັດສະການ ແລະ ເຄົາລົບນັບຖືມາຍັງບັນດາຜູ້ນຳທາງພຸດທະສາສະໜາ, ການນຳພັກ-ລັດ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ເພື່ອນມິດພຸດທະສາສະນິກະຊົນ ຈາກບັນດາປະເທດ ແລະ ເຂດແຄວ້ນ ຈາກພາກພື້ນ ແລະ ສາກົນ,ພະເຖຣານຸເຖຣະ ແລະ ບັນດາຜູ້ແທນ ທີ່ນັບຖື ແລະ ຮັກແພງ.
ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ  ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ປະທານປະເທດ ຮັບສານຕາຕັ້ງຈາກທູດຕ່າງປະເທດ ປະຈໍາ ລາວ ແລະ ມອບສານຕາຕັ້ງໃຫ້ທູດລາວໄປປະຈຳຢູ່ຕ່າງປະເທດ

ໃນຕອນເຊົ້າວັນທີ 22 ຕຸລານີ້ ທີ່ ທໍານຽບປະທານປະເທດ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງບັນດາທູດແຕ່ງຕັ້ງຕ່າງປະເທດ ຈໍານວນ 9 ທ່ານ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ ຊຶ່ງມີລາຍລະອຽດດັ່ງນີ້:
ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງ​ປະ​ຊຸມລັດຖະບານ ​ຈະພິຈາລະນາ 7 ຫົວຂໍ້ສໍາຄັນ

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມແບບເຊິ່ງໜ້າ; ປະທານ, ຮອງປະທານ ແລະ ຜູ້ຕາງໜ້າອົງການປົກຄອງທ້ອງຖິ່ນເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.
ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ພາຍຫຼັງດໍາເນີນມາແຕ່ວັນທີ 5 ຕຸລາ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ສະມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.
ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ສປປ ລາວ ເຄື່ອນໄຫວດຶງດູດການລົງທຶນໃນທ່າບຸກ ຢູ່ ສ ອາແຊັກໄບຊານ

ໃນໂອກາດທີ່ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມທາງການ ທີ່ ສອາແຊັກໄບຊານ, ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ກະຊວງເສດຖະກິດ ແຫ່ງ ອາແຊັກໄບຊານ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນ ລາວ-ອາແຊັກໄບຊານຂຶ້ນ ທີ່ ນະຄອນຫຼວງບາກູ ໃນວັນທີ 14 ຕຸລາ 2026ເພື່ອເປັນການຊອກຫາໂອກາດໃນການເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ແລະ ທັງເປັນເວທີໃນການພົບປະແລກປ່ຽນລະຫວ່າງວິສາຫະກິດຂອງສອງປະເທດ, ໂດຍມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ວິສາຫະກິດເອກະຊົນທັງໝົດ 80 ທ່ານຈາກຫຼາຍຂະແໜງການ ເປັນຕົ້ນ ພະລັງງານ, ທ່ອງທ່ຽວ, ການເງິນ, ໂລຈີສຕິກ, ອຸດສາຫະກໍາ, ການບໍລິການທີ່ປຶກສາ ແລະ ກໍ່ສ້າງ.
ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ທ່ານ ສະເຫຼີມໄຊ ກົມມະສິດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ

ໃນວັນທີ 16 ຕຸລານີ້ ທີ່ ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີີແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາທູດອາຊຽນ ປະຈໍາ ສປປ ລາວ ເພື່ອອວຍພອນ ແລະ ສະແດງຄວາມຊົມເຊີຍໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດໄດ້ຮັບການເລືອກຕັ້ງດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ເພີ່ມເຕີມ