![]() |
ຕະຫຼອດໄລຍະ 50 ປີ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ໄດ້ນໍາພາປະ ເທດຊາດເດີນຕາມເສັ້ນທາງສັງຄົມນິຍົມ ແລະ ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ປະເທດຊາດຂອງພວກເຮົາໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໃນ ຫຼາຍດ້ານ, ປະເທດຊາດມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ໃນການປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ, ເສດຖະກິດໄດ້ ຮັບການພັດທະນາເຕີບໂຕຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງໄດ້ສືບຕໍ່ພັດທະນາຢ່າງຕັ້ງໜ້າ, ຂົງເຂດ ການສຶກສາ-ສາທາລະນະສຸກ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການບັບປຸງ ແລະ ຍົກລະດັບໃຫ້ດີຂຶ້ນເປັນກ້າວໆ, ຂົງເຂດວັດທະນະທໍາໄດ້ຮັບການປົກປັກຮັກສາ ແລະ ສົ່ງເສີມວັດທະນະທໍາທີ່ເປັນມູນເຊື້ອເອກະລັກອັນດີງາມຂອງຊາດ, ຂອງປະຊາ ຊົນລາວບັນດາເຜົ່າ ສືບສານສິລະປະວັດທະນະທໍາອັນດີງາມຂອງຊາດໄວ້ໃຫ້ຍືນຍົງ ວັດທະນະທໍາລາວນັບມື້ນັບໄດ້ຮັບການ ພັດທະນາເປັນທີ່ຮັບຮູ້ ແລະ ຍ້ອງຍໍຊົມເຊີຍຈາກບັນດາປະເທດໃນພາກພື້ນ ແລະ ສາກົນ.
![]() |
ທ່ານ ວິລະພັນ ຊາພູວົງ ໄດ້ກ່າວໃຫ້ຮູ້ຕື່ມວ່າ: ວສຊ ເອົາໃຈໃສ່ຊີ້ນໍາ-ນໍາພາ ສຶກສາອົບ ຮົມການເມືອງ-ແນວຄິດໃຫ້ແກ່ ສະມາຊິກພັກ, ພະນັກງານ-ຄູອາຈານ ດ້ວຍຫຼາຍຮູບແບບວິທີການ ແລະ ຖືເປັນວຽກງານສໍາຄັນຕົ້ນຕໍ ສອດຫ້ອຍ ເຂົ້າໃນທຸກ ຂົງເຂດໜ້າ ທີ່ວຽກງານ, ເພື່ອເຮັດໃຫ້ພະນັກງານ-ສະມາຊິກພັກຍົກສູງຄວາມຮັບຜິດຊອບເອົາ ໃຈໃສ່ປະຕິບັດໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບ ມອບໝາຍໃຫ້ມີຜົນສໍາເລັດ. ຊຶ່ງໃນໄລຍະຜ່ານມາ ວສຊ ໄດ້ພັດທະນາຫຼັກສູດການຮຽນ-ການສອນ ໃຫ້ທັນສະໄໝ ໄດ້ມີການປັບປຸງພື້ນຖານໂຄງລ່າງ, ຕຶກ ອາຄານຮຽນ ແລະ ສິ່ງອໍານວຍຄວາມສະດວກ. ໃນສົກຮຽນປີ 2022-2023 ໄດ້ຮັບການອະນຸມັດຕົກລົງ ຍົກຖານະຈາກໂຮງຮຽນສິລະປະແຫ່ງຊາດ ຂຶ້ນເປັນວິທະຍາໄລສິລະປະແຫ່ງຊາດ, ສົກຮຽນປີ 2023-2024 ໄດ້ນໍາພາປັບປຸງລະບົບການຮຽນ-ການສອນຊັ້ນກາງໃຫ້ມີຄຸນນະພາບສູງຂຶ້ນ ແລະ ສ້າງຫຼັກ ສູດຊັ້ນສູງ (ອະນຸປະ ລິນຍາ); ປີ 2024 ໄດ້ຮັບອະນຸມັດຕົກລົງຮັບຮອງຈາກກະຊວງ ສຶກສາທິການ ແລະ ກິລາ ໃນການທົດ ລອງນໍາ ໃຊ້ຫຼັກ ສູດ ຝຶກອົບຮົມໄລຍະສັ້ນ ແລະ ເປີດນໍາໃຊ້ຫຼັກສູດລະດັບຊັ້ນຕົ້ນ ຫາ ຊັ້ນສູງ ຂອງ ວສຊ. ແລະໃນຕົ້ນປີ 2025 ສາມາດເປີດການຮຽນ-ການສອນ ໃນລະບົບຊັ້ນສູງ (ອະນຸປະລິນຍາ) ຂຶ້ນ. ຊຶ່ງເປັນ ລະບົບຮຽນຊັ້ນສູງຊຸດທໍາອິດ ຂອງ ວສຊ ແລະ ສືບຕໍ່ປັບປຸງຫຼັກ ສູດໄປພ້ອມໆ ກັນເພື່ອ ໃຫ້ມີຄຸນນະພາບສູງຂຶ້ນ.
![]() |
5ປີຜ່ານມາ ວສຊ ໄດ້ສຸມໃສ່ພັດທະນາຕົນເອງຢ່າງຮອບດ້ານ ເພື່ອເຮັດໃຫ້ ວສຊ ກາຍເປັນສູນກາງແຫ່ງການກໍ່ສ້າງບຸກຄະລາກອນທາງດ້ານສິລະປະວັດທະນະທໍາ, ຜະລິດນັກສະແດງ, ນັກສິລະປິນອາຊີບ ເພື່ອຕອບຄວາມຮຽກຮ້ອງຕ້ອງການດ້ານນັກສິລະປິນ, ນັກສະແດງ, ນັກປະພັນ, ນັກປະດິດຄິດແຕ່ງ ຮັບໃຊ້ໃຫ້ແກ່ສັງຄົມ ທັງຢູ່ສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ. ສໍາລັບການຮຽນ-ການສອນ ວສຊ ມີລະບົບການສອນແບບຄວບຄູ່, ລະຫວ່າງການຮຽນວິຊາຊີບ (ວິຊາສະເພາະ) ດ້ານສິລະປະການສະແດງ ແລະ ການຮຽນ ສາຍສາມັນສຶກສາ ຊຶ່ງຈັດຢູ່ໃນການສຶກ ສານອກໂຮງຮຽນ(ກສນ) ຂຶ້ນກັບກົມການສຶກສານອກໂຮງຮຽນ ຂອງກະຊວງສຶກສາທິການ ແລະ ກິລາ. ສ່ວນດ້ານວິຊາສະເພາະສິລະປະການສະແດງແມ່ນຂຶ້ນກັບກົມສິລະປະ-ວັດທະນະທໍາ, ສາມາດສ້າງນັກ ສຶກສາຈົບວິຊາສະເພາະລະດັບຊັ້ນກາງ ດ້ານສາຂາສິລະປະການສະແດງໄດ້ 154 ຄົນ, ຍິງ 101ຄົນ; ການຮຽນ-ການສອນ ສາຍສາມັນນອກລະບົບ ມີນັກຮຽນຈົບຊັ້ນມັດທະຍົມຕົ້ນ (ມໍ4) ທັງໝົດ 281 ຄົນ, ຍິງ 168 ຄົນ; ຈົບຊັ້ນມັດທະຍົມປາຍ(ມໍ7) ມີ 282 ຄົນ, ຍິງ 166 ຄົນ. ໄດ້ປະກອບສ່ວນເຄື່ອນໄຫວກິດຈະກໍາດ້ານຕ່າງໆ, ພະນັກງານຄູ-ອາຈານໄດ້ເປັນວິທະຍາກອນໃນເຜີຍເເຜ່ດ້ານວຽກ ງານສິລະປະການສະແດງ, ການຟ້ອນລໍາວົງລາວ, ການຫຼິ້ນດົນຕີພື້ນເມືອງໃຫ້ແກ່ບັນດາສະຖາບັນ ການສຶກສາ ແລະ ບັນດາກະຊວງອົງການ, ອັນພົ້ນເດັ່ນແມ່ນ ງານມະຫະກໍາກິລາແຫ່ງຊາດຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ, ງານມະຫະກໍາກິລາແຫ່ງ ຊາດ ຄັ້ງທີ XII ທີ່ນະຄອນຫຼວງ ເປັນ ເຈົ້າພາບ, ການສະແດງຮັບໃຊ້ໃນງານຕ່າງໆປິ່ນອ້ອມກອງປະຊຸມ ສຸດ ຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ ສປປ ລາວ ເປັນເຈົ້າພາບ ແລະ ການສະແດງໃນງານຕ່າງໆ ເພື່ອສະເຫຼີມສະຫຼອງ 3 ວັນປະ ຫວັດສາດຂອງຊາດ.
ໂອກາດດັ່ງກ່າວ ທ່ານ ວິລະພັນ ຊາພູວົງ ຕາງໜ້າໃຫ້ຄະນະພັກຄະນະອໍານວຍການ ວສຊ ໄດ້ສະແດງຄວາມຂອບໃຈຄວາມຮູ້ບຸນຄຸນເປັນຢ່າງສູງມາຍັງການນໍາພັກ-ລັດ, ພະນັກງານປະຕິວັດອາ ວຸໂສບຳນານ, ການນໍາກະຊວງ ວທ, ທີ່ໄດ້ນໍາພາ-ຊີ້ນໍາ ວສຊ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ, ອວຍພອນໄຊອັນປະເສີດ ມາຍັງການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສບຳນານ, ພະນັກງານລັດຖະກອນ, ທະຫານ-ຫຼວດ ຕະຫຼອດຮອດທັງປະຊາຊົນລາວບັນດາເຜົ່າ, ຈົ່ງມີພະລານາໄມທີ່ເຂັ້ມແຂງ, ມີຄວາມສຸກຄວາມຈະເລີນໃນຊີວິດສ່ວນຕົວ ແລະ ຄອບຄົວ, ພ້ອມກັນເຮັດສໍາເລັດໜ້າທີ່ໃນການປົກປັກຮັກສາ ແລະ ສ້າງສາພັດທະນະປະເທດຊາດໄວ້ໃຫ້ໝັ້ນຄົງ, ພ້ອມກັນສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຄົບຮອບ 105 ປີ ໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝັ້ນຍືນ
ນໍ້າໃຈວັນຊາດ ທີ 2 ທັນວາ ໝັ້ນຍືນ
ປະທານ ໄກສອນ ພົມວິຫານ, ຍືນຍົງໃນພາລະກິດປະຕິວັດລາວ ຕະຫຼອດໄປ



ຄໍາເຫັນ