ພິທີປະດັບຫຼຽນໄຊມິດຕະພາບ, ຫຼຽນກາມິດຕະພາບ ແລະ ມອບໃບຍ້ອງຍໍລັດຖະບານ, ໃບຍ້ອງຍໍກະ ຊວງປ້ອງກັນປະເທດ ສສ ຫວຽດນາມ ໃຫ້ບຸກຄົນ ແລະ ກົມກອງລວມໝູ່ ທີ່ປະກອບສ່ວນວຽກງານຊອກຫາ ຂຸດຄົ້ນ ແລະ ເຄື່ອນຍ້າຍອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ແຂວງຜົ້ງສາລີ ໄລຍະປີ 2013-2020 ຈັດຂຶ້ນໃນວັນທີ 24 ກໍລະກົດຜ່ານມາ, ທີ່ແຂວງຜົ້ງສາລີ ໂດຍການເປັນປະທານຂອງສະຫາຍ ສັນຕິ ແກ້ວຍະສານ ກຳມະການປະຈຳພັກແຂວງ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ມີຄະນະພັກ-ຄະນະບັນຊາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພິທີປະກາດການແຕ່ງຕັ້ງປະທານ, ຄະນະປະທານ ສະພາວິທະຍາສາດ-ປະຫວັດສາດ(ວສ-ປສ) ການທະຫານຂັ້ນຮາກຖານ ຢູ່ກອງບັນຊາການທະຫານແຂວງອັດຕະປື, ກອງພົນທີ 4 ແລະ ກອງບັນຊາການທະການແຂວງສະຫວັນນະເຂດ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 21-24 ກໍລະກົດຜ່ານມາ, ໂດຍການເປັນທານຂອງສະຫາຍ ພັນເອກ ໂພນທອງ ພັນຈະເລີນພົນ ຮອງຫົວໜ້າກົມ ວສ-ປສ ການທະຫານ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງອັດຕະປື, ກອງພົນທີ 4, ກອງບັນຊາການທະ ຫານແຂວງສະຫວັນນະເຂດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນວັນທີ 27 ກໍລະກົດນີ້ ທີ່ນະຄອນຫຼວງວຽງຈັນ, ໄດ້ມີການພົບປະ ລະຫວ່າງ ວາລະສານອະ ລຸນໃໝ່ ຂອງ ພັກປະຊາຊົນ ປະຕິວັດລາວ ແລະ ວາລະສານກົງສ້ານ ຂອງພັກກອມມູນິດຫວຽດນາມ, ຝ່າຍລາວນຳໂດຍ ທ່ານ ຫີນເພັດ ໄຊຍະສີພັນດອນ ຮັກສາການຫົວໜ້າບັນນາທິການໃຫຍ່ ວາລະສານ ອະລຸນໃໝ່, ພ້ອມຄະນະ, ຝ່າຍຫວຽດນາມນຳໂດຍທ່ານ ຫງວຽນ ຫງັອກ ຮາ ຮອງຫົວໜ້າບັນນາທິ ການໃຫຍ່ ວາລະສານກົງສ້ານ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳມອນ ຈັນທະຈິດ ຮອງຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ ຮອງປະທານ ຜູ້ປະຈຳການ ສະພາທິດສະດີສູນກາງພັກ.
ຫວ່າງບໍ່ດົນມານີ້, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປິດການຝຶກອົບຮົມຄູຝຶກວຽກງານໂຄສະນາຕ້ານການຄ້າມະນຸດຂຶ້ນຢ່າງເປັນທາງການ. ໂດຍໃຫ້ກຽດເປັນປະທານຂອງທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີຄະນະກົມ, ຄູ-ອາ ຈານ, ບັນດາພະແນກ, ສູນ, ອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນ, ນັກສຳມະນາກອນ ແລະ ກອງກໍ່ສ້າງຮາກຖານ 11 ກອງ ເຂົ້າຮ່ວມ.
ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ລົງຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດວຽກງານຂອງສານປະຊາຊົນນະຄອນຫຼວງວຽງຈັນ ໃນວັນທີ 27 ກໍລະກົດນີ້ ທີ່ຫ້ອງປະຊຸມຂອງສານປະຊາຊົນ ນວ. ໃຫ້ກຽດນໍາພາຄະນະ ໂດຍ ທ່ານ ນະຄະເສນ ສີຫາລາດ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ທັງເປັນຜູ້ຊີ້ນໍາວຽກງານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທໍາ, ຕ້ອນຮັບ ໂດຍ ທ່ານ ນາງ ມະໄລຄໍາ ສຸນາພັນ ປະທານສານປະຊາຊົນນະຄອນຫຼວງວຽງຈັນ ພ້ອມຄະນະ, ຈຸດປະສົງ ເພື່ອຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດແຜນການ, ຄາດໝາຍ 6 ເດືອນຕົ້ນປີ ແລະ 6 ເດືອນທ້າຍປີ 2026, ຂໍ້ສະເໜີຕ່າງໆ.
ວັນທີ 24 ກໍລະກົດ ຜ່ານມາ ທີ່ສະໂມສອນໃຫຍ່ແຂວງວຽງຈັນ, ໄດ້ມີພິທີປະກາດກົງຈັກທີ່ຄະນະປະຈໍາສະພາແຫ່ງຊາດສ້າງຕັ້ງ ແລະ ການແຕ່ງຕັ້ງບຸກຄະລາກອນ ປະຈໍາເຂດເລືອກຕັ້ງທີ 10 ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານຄະນະປະຈໍາສະພາແຫ່ງຊາດ (ຄປຈສພຊ); ເຂົ້າຮ່ວມມີທ່ານ ພູທະນູເພັດ ໄຊສົມບັດ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ (ສພຂ); ທ່ານ ພູວົງ ບຸນຊູ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ; ບັນດາທ່ານຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເມືອງອ້ອມຂ້າງ, ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຜູ້ຕາງໜ້າຂອງພະແນກການ ແລະ ອົງການອ້ອມຂ້າງແຂວງ, ຄະນະຫ້ອງວ່າການ ແລະ ພະນັກງານເສນາທິການຂອງ ສພຂ.
ພິທີວາງສີລາລືກໂຄງການກໍ່ສ້າງ ແລະ ສ້ອມແປງໂຮງໝໍເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 27 ກໍລະກົດນີ້, ທີ່ໂຮງໝໍດັ່ງກ່າວ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນເພັງ ວົງຊົມພູ ຮອງຫົວໜ້າຫ້ອງການສາທາລະນະສຸກເມືອງ, ພ້ອມດ້ວຍຮອງຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ, ມີຕາງໜ້າບໍລິສັດ ດວງຈັນຮຸ່ງເຮືອງ ຈຳກັດຜູ້ດຽວ, ຄະນະອໍານວຍການໂຮງໝໍ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ (20 ກໍລະກົດ 1955-20 ກໍລະ ກົດ 2026) ຄົບຮອບ 71 ປີ ຈັດຂຶ້ນໃນວັນທີ 22 ກໍລະກົດຜ່ານມາ, ທີ່ສະໂມສອນພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງຄໍາມ່ວນ, ໂດຍການເປັນປະທານຮ່ວມຂອງທ່ານ ດວງມາລາ ພົມມະຈັນ ຮອງຫົວໜ້າພະແນກ ສກຂ ແລະ ທ່ານ ສຸດທິລົມ ສຸລິວົງ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ທ່ານ ວັດສະລະ ກຽດນະລົງລົບ ຜູ້ອໍານວຍໂຮງຮຽນສາມັນມິດຕະພາບ ຄໍາມ່ວນ-ກວາງບິ່ງ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ວັນທີ 23 ກໍລະກົດ ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ພະນັກງານຫຼັກແຫຼ່ງກໍາລັງຫຼວງ ແລະ ກຳລັງທ້ອງຖິນ (ດ້ວຍການເຊື່ອມຕໍ່ວີດີໂອອອນລາຍ), ໂດຍການເປັນປະທານ ຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກກະຊວງ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ບັນດາກົມກອງກຳລັງບັນດາກົມກອງກຳລັງຫຼວງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ພິທີເປີດການນຳໃຊ້ໂຮງງານພັດທະນາອຸດສາຫະກຳຕັດຫຍິບ ຫຼັກ 19 ໄດ້ຈັນຂຶ້ນໃນວັນທີ 23 ກໍລະກົດຜ່ານມາ ໂດຍມີ ສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີທ່ານ ນາງ ເທບພະລັກ ຄຳວີສອນ ປະທານບໍລິສັດ PSL ກຣຸບ, ຄະນະນຳກະຊວງປ້ອງກັນປະເທດ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ້ຽວຂ້ອງເຂົ້າຮ່ວມ.
ຄໍາເຫັນ