6 ເດືອນຜ່ານມາ ປກສ ເມືອງເງິນ ມີຜົນງານພົ້ນເດັ່ນຫຼາຍດ້ານ

6 ເດືອນຜ່ານມາ ປກສ ເມືອງເງິນ ມີຜົນງານພົ້ນເດັ່ນຫຼາຍດ້ານ

6 ເດືອນຜ່ານມາ ປກສ ເມືອງເງິນ ມີຜົນງານພົ້ນເດັ່ນຫຼາຍດ້ານ
ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງເງິນ ແຂວງໄຊຍະບູລີ ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026 ຂຶ້ນໃນວັນທີ 28 ກໍລະກົດຜ່ານມາ, ທີ່ສະໂມສອນກອງບັນຊາການດັ່ງກ່າວ, ພາຍໃຕ້ການເປັນປະທານຂອງທ່ານ ພັທ ສົມພອນ ພູມມາລີ ກໍາມະການພັກເມືອງ ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງ, ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີຄະນະພັກ, ຄະນະບັນຊາ, ນາຍຕຳຫຼວດທົ່ວເມືອງເຂົ້າຮ່ວມ.
6 ເດອນຜານມາ ປກສ ເມອງເງນ ມຜນງານພນເດນຫາຍດານ - image 1
 
ໃນ 6 ເດືອນຜ່ານມາ, ກອງບັນຊາການ ປກສ ເມືອງເງິນ ມີຄະດີເກີດຂຶ້ນ 14 ເລື່ອງ, ຜົນເສຍຫາຍ ລົດຈັກ 13 ຄັນ, ເງິນກີບ 387,100,000 ກີບ, ເງິນບາດ 20,734,627 ບາດ, ໂມງ 2 ໜ່ວຍ, ວັດຖຸຄ້າຍຄື ຄໍາ 4 ບາດ, ສາຍຄໍສີເຫຼືອງຄ້າຍຄືຄໍາ 2 ເສັ້ນຂອງເກ້ ແລະ ເບ້ຍຢາງພາລາ 5,237 ເບ້ຍ, ຢາງພາລາ 520 ກິໂລ. ສາມາດແກ້ໄຂໄດ້ 6 ເລື່ອງ, ກັກຕົວຜູ້ກະທໍາຜິດໄດ້ 10 ຄົນ ຍິງ 1 ຄົນ, ເກັບກູ້ຜົນເສຍຫາຍໄດ້: ລົດຈັກ 2 ຄັນ, ເງິນກີບ 2,100,000 ກີບ, ເງິນບາດ 750,000 ບາດ, ໂມງ 2 ໜ່ວຍ, ສາຍຄໍສີເຫຼືອງຄ້າຍຄືຄໍາ 2 ເສັ້ນຂອງເກ້, ຢາງພາລາ 520 ກິໂລ, ໄດ້ຈັດຕັ້ງກໍາລັງສົມທົບກັບໜ່ວຍສະເພາະກິດຂອງເມືອງລົງກວດກາແກ້ໄຂ ແລະ ເລີກຮື້ພາກສ່ວນລັກຂຸດຄົ້ນແຮ່ທາດ ຢູ່ຂອບເຂດບ້ານປາກແຄນ ແລະ ບ້ານຫ້ວຍເງີຍ 5 ຄັ້ງ, ຍຶດຂອງກາງໄດ້ ຈັກສູບນ້ຳ 6 ເຄື່ອງ, ຈັກປັ່ນໄຟ 1 ເຄື່ອງ, ເຄື່ອງບົດແຮ່ 1 ເຄື່ອງ ແລະ ແຮ່ 52 ກະສອບ. ສົມທົບກຸ່ມບ້ານ ແລະ ຕມ ດ່ານສາກົນນໍ້າເງິນ ແກ້ໄຂ ແລະ ກັກຕົວເປົ້າໝາຍເສບຢາບ້າ ແລະ ເປົ້າໝາຍພົວພັນສິ່ງເສບຕິດ (ຄໍລາເຈັ້ນ) 53 ຄັ້ງ 99 ຄົນ ຍິງ 5 ຄົນ, ໃນນີ້ແກ້ໄຂເປັນລາຍຄະດີ 8 ເລື່ອງ 10 ຄົນ ຍິງ 2 ຄົນ, ຍຶດຂອງກາງຢາບ້າ 9,260 ເມັດ ກັບ 249,6 ກຣາມ, ລົງໂຄສະນາວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ 2 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 305 ຄົນ ຍິງ 145 ຄົນ, ສົມທົບກັບພະແນກສະກັດກັ້ນ ແລະ ຕ້ານອັກຄີໄພຂອງແຂວງ ລົງກວດກາສາງນໍ້າມັນຢູ່ເມືອງເງິນ 1 ຄັ້ງ 3 ສາງ.
6 ເດອນຜານມາ ປກສ ເມອງເງນ ມຜນງານພນເດນຫາຍດານ - image 2
 
ລົງກວດກາພາຫະນະຕາມເສັ້ນທາງຫຼວງ 12 ຄັ້ງ ພົບເຫັນຜູ້ລະເມີດ 274 ຄົນ ຍິງ 68 ຄົນ. ມີອຸບັດເຫດເກີດຂຶ້ນ 8 ລາຍ 23 ຄົນ, ມີຜູ້ໄດ້ຮັບບາດເຈັບທັງໝົດ 11 ຄົນ ເສຍຊີວິດ 1 ຄົນ, ມີພາຫະນະເປ່ເພທັງໝົດ 10 ຄັນ ລວມມູນຄ່າເສຍຫາຍ: 320,000,000 ກີບ, ມີອັກຄີໄພເກີດຂຶ້ນ 1 ຄັ້ງ, ຮຽນລະບຽບໃຫ້ຜູ້ຖືກຫາ ແລະ ຜູ້ຖືກດັດສ້າງ 3 ຄັ້ງ ມີ 153 ຄົນ ຍິງ 4 ຄົນ, ເຮັດບົດບັນທຶກສຶກສາອົບຮົມແກ້ໄຂປ່ອຍຕົວຜູ້ຖືກດັດສ້າງ 43 ຄັ້ງ 57 ຄົນ ຍິງ 3 ຄົນ; 6 ເດືອນຜ່ານມາ: ມີນັກໂທດ, ຜູ້ຖືກຫາ ແລະ ຜູ້ຖືກດັດສ້າງທັງໝົດ 37 ຄົນ, ເພີ່ມຂຶ້ນ 117 ຄົນ ຍິງ 8 ຄົນ, ຫຼຸດ 74 ຄົນ ຍິງ 6 ຄົນ, ປັດຈຸບັນມີໜ້າຕົວຈິງ 80 ຄົນ ຍິງ 2 ຄົນ, ໃນນີ້ມີຜູ້ຖືກຫາ 14 ຄົນ ຍິງ 2 ຄົນ, ຜູ້ຖືກດັດສ້າງ 66 ຄົນ. 
6 ເດອນຜານມາ ປກສ ເມອງເງນ ມຜນງານພນເດນຫາຍດານ - image 3
 
 ໃນພິທີໄດ້ມອບໃບຍ້ອງຍໍຂັ້ນຕ່າງໆ ໃຫ້ນາຍຕຳຫຼວດຜູ້ທີມີຜົນງານດີເດັ່ນ ແລະ ຜ່ານຂໍ້ຕົກລົງການເຂົ້າຮັບອູດໜູນບຳນານ 1 ສະຫາຍ. ຕອນທ້າຍໄດ້ຮັບຟັງການໂອ້ລົມຂອງທ່ານ ທອງພັນ ສຸກສະຫວັດອີກດ້ວຍ. ໂດຍ: ອິນແປງ ແຫວນຄຳ 

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ແຂວງ​ໄຊ​ຍະ​ບູ​ລີຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ, ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ,ວັນເປີດຂະບວນການຜະລິດພຶດລະດູແລ້ງ,ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ບ້ານນາຍາງຄໍາເມືອງເງິນໂດຍມີທ່ານ ອິນເນດ ຂຽວສີຟ້າ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ຄໍາລື ແກ້ວສີໄລ ນາຍບ້ານໆນາຍາງຄໍາ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ນັກທຸລະກິດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງຂົ້າຮ່ວມ.
ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ວັນທີ 2 ພະຈິກ 2026, ທີ່ສະໂມສອນແຂວງຄໍາມ່ວນ ໄດ້ມີພິທີປະດັບຫຼຽນໄຊພັດທະນາ ຊັ້ນ I ໃຫ້ແກ່ທ່ານ ຄໍາຫຼວງ ອິນທະວົງ ປະທານບໍລິສັດ ຄໍາມ່ວນການລົງທຶນ ຈໍາກັດຜູ້ດຽວ ທີ່ມີຜົນງານ, ຄຸນງາມຄວາມດີ ປະກອບສ່ວນຊ່ວຍເຫຼືອວັດຖຸ, ທຶນຮອນ ເຂົ້າໃນການພັດທະນາແຂວງຄໍາມ່ວນ ລວມມູນຄ່າ 5 ຕື້ກວ່າກີບ.
ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄະະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ຂຶ້ນໃນ ວັນທີ 3 ພະຈິກນີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະ ທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະພັກ, ເລຂາພັກຮາກຖານ, ບັນດາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກເຂົ້າຮ່ວມ
ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ຈັດພິທີເປີດຝຶກອົບຮົມວຽກງານດ້ານບັນຊີວິສາຫະກິດ ແລະ ງົບປະມານ ໃຫ້ພະນັກງານຂະແໜງການເງິນບັນດາແຂວງພາກເໜືອ ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ໃນວັນທີ 2 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ, ໂດຍມີວິທະຍາກອນ, ສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ