6 ເດືອນຕົ້ນປີ ດ່ານສາກົນພູເກືອ ຍາດໄດ້ຜົນງານພົນເດັ່ນຫຼາຍດ້ານ

6 ເດືອນຕົ້ນປີ ດ່ານສາກົນພູເກືອ ຍາດໄດ້ຜົນງານພົນເດັ່ນຫຼາຍດ້ານ

6 ເດືອນຕົ້ນປີ ດ່ານສາກົນພູເກືອ ຍາດໄດ້ຜົນງານພົນເດັ່ນຫຼາຍດ້ານ
ດ່ານສາກົນພູເກືອ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2026 ຂຶ້ນໃນວັນທີ 22 ກໍລະກົດຜ່ານມາ, ທີ່ຫ້ອງປະຊຸມຂອງດ່ານດັ່ງກ່າວ, ໂດຍການເປັນປະທານຂອງທ່ານ ສີອຸດົມ ອາລົມຈິດ ກໍາມະການພັກແຂວງ ຫົວໜ້າຄະນະຄຸ້ມຄອງດ່ານສາກົນພູເກືອ, ມີຄະນະຄຸ້ມຄອງດ່ານ, ແຂກຖືກເຊີນ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.
6 ເດອນຕນປ ດານສາກນພເກອ ຍາດໄດຜນງານພນເດນຫາຍດານ - image 1
 

ທ່ານ ຄໍາໄພ ຄໍາພິລາວົງ ຮອງຫົວໜ້າຄະນະຄຸ້ມຄອງດ່ານ ໄດ້ລາຍງານໃຫ້ຮູ້ວ່າ: ຕະຫຼອດໄລຍະ 6 ເດືອນຜ່ານມາ, ຄະນະຄຸ້ມຄອງດ່ານສາກົນພູເກືອ ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານການເມືອງ-ແນວຄິດ, ການເຜີຍແຜ່ນິຕິກຳ ແລະ ລະບຽບກົດໝາຍໃຫ້ພະນັກງານ ຄວບຄູ່ກັບການຊີ້ນຳວຽກງານວິຊາສະເພາະຂອງແຕ່ລະຂະແໜງຢ່າງເປັນລະບົບ, ເອົາໃຈໃສ່ອຳນວຍຄວາມສະດວກໃນການຜ່ານແດນ, ກວດກາພາຫະນະ ແລະ ສິນຄ້າເຂົ້າ-ອອກຢ່າງເຂັ້ມງວດ ເພື່ອປ້ອງກັນການລັກລອບຂົນສົ່ງສິນຄ້າຜິດກົດໝາຍ ແລະ ສິນຄ້າຕ້ອງຫ້າມ, ຜົນການດຳເນີນງານຂອງຫ້ອງການບໍລິຫານພົວພັນຊາຍແດນ-ກົງສູນ ສາມາດປະກອບເອກະສານນຳເຂົ້າ-ສົ່ງອອກສິນຄ້າໄດ້ທັງໝົດ 2,567 ຊຸດ, ໃນນັ້ນ ນຳເຂົ້າ 525 ຊຸດ ມູນຄ່າ 21 ລ້ານກວ່າໂດລາ ແລະ ສົ່ງອອກ 2,042 ຊຸດ ມູນຄ່າ 133 ກວ່າລ້ານໂດລາ. ສຳລັບວຽກງານກວດຄົນເຂົ້າ-ອອກເມືອງ ໄດ້ອຳນວຍຄວາມສະດວກໃຫ້ຜູ້ໂດຍ ສານ, ນັກທ່ອງທ່ຽວ ແລະ ຜູ້ປະກອບການຢ່າງວ່ອງໄວ.

6 ເດອນຕນປ ດານສາກນພເກອ ຍາດໄດຜນງານພນເດນຫາຍດານ - image 2
 

ໃນ 6 ເດືອນຕົ້ນປີ ມີຄົນເຂົ້າ-ອອກເມືອງລວມ 123,333 ຄົນ, ໃນນັ້ນເຂົ້າເມືອງ 61,919 ຄົນ, ອອກເມືອງ 61,414 ຄົນ, ພາຫະນະເຂົ້າ-ອອກມີທັງໝົດ 58,550 ຄັນ, ໃນ 6 ເດືອນຕົ້ນປີ ເກັບລາຍຮັບໄດ້ 151 ຕື້ກວ່າກີບ, ເທົ່າກັບ 52.30% ຂອງແຜນປີ, ເກີນແຜນ 6 ເດືອນຕົ້ນປີ 104.60% ແລະ ສູງກວ່າໄລຍະດຽວກັນຂອງປີຜ່ານມາ 29.46%, ການນຳເຂົ້າພືດມີ 593 ຄັ້ງ ມູນຄ່າກວ່າ 12 ລ້ານກວ່າໂດລາ, ສ່ວນການສົ່ງອອກພືດ ແລະ ຜະລິດຕະພັນກະສິກຳມີ 1,905 ຄັ້ງ ມູນຄ່າກວ່າ 287 ລ້ານກວ່າໂດລາ.

6 ເດອນຕນປ ດານສາກນພເກອ ຍາດໄດຜນງານພນເດນຫາຍດານ - image 3
 

ຂະນະດຽວກັນ, ການກວດກາສັດຕະວະແພດ, ການຄວບຄຸມອາຫານ ແລະ ຢາ, ການກວດຄຸນນະພາບນ້ຳມັນ ລວມເຖິງວຽກງານອາກອນລ້ວນບັນລຸຜົນດີ ໂດຍລາຍຮັບອາກອນຜ່ານດ່ານສາມາດເກັບໄດ້ 282 ກວ່າລ້ານກີບ ຫຼື 188% ຂອງແຜນປີ. ກອງປະຊຸມຍັງໄດ້ກຳນົດທິດທາງໃນ 6 ເດືອນທ້າຍປີ 2026 ໂດຍສືບຕໍ່ຍົກສູງຄຸນນະພາບການບໍລິການຜ່ານແດນ, ເພີ່ມທະວີການປະສານງານລະຫວ່າງຂະແໜງການ, ເຂັ້ມງວດການກວດກາສິນຄ້າ ແລະ ພາຫະນະເຂົ້າ-ອອກ, ປ້ອງກັນການລັກລອບຄ້າຂາຍຜິດກົດໝາຍ ພ້ອມທັງສຸມໃສ່ປະຕິບັດແຜນລາຍຮັບ ແລະ ວຽກງານວິຊາສະເພາະໃຫ້ບັນລຸຄາດໝາຍທີ່ວາງໄວ້.

6 ເດອນຕນປ ດານສາກນພເກອ ຍາດໄດຜນງານພນເດນຫາຍດານ - image 4
 

ຂ່າວ: ນາງ ມະນີວອນ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ແຂວງ​ໄຊ​ຍະ​ບູ​ລີຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ, ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ,ວັນເປີດຂະບວນການຜະລິດພຶດລະດູແລ້ງ,ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ບ້ານນາຍາງຄໍາເມືອງເງິນໂດຍມີທ່ານ ອິນເນດ ຂຽວສີຟ້າ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ຄໍາລື ແກ້ວສີໄລ ນາຍບ້ານໆນາຍາງຄໍາ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ນັກທຸລະກິດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງຂົ້າຮ່ວມ.
ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ວັນທີ 2 ພະຈິກ 2026, ທີ່ສະໂມສອນແຂວງຄໍາມ່ວນ ໄດ້ມີພິທີປະດັບຫຼຽນໄຊພັດທະນາ ຊັ້ນ I ໃຫ້ແກ່ທ່ານ ຄໍາຫຼວງ ອິນທະວົງ ປະທານບໍລິສັດ ຄໍາມ່ວນການລົງທຶນ ຈໍາກັດຜູ້ດຽວ ທີ່ມີຜົນງານ, ຄຸນງາມຄວາມດີ ປະກອບສ່ວນຊ່ວຍເຫຼືອວັດຖຸ, ທຶນຮອນ ເຂົ້າໃນການພັດທະນາແຂວງຄໍາມ່ວນ ລວມມູນຄ່າ 5 ຕື້ກວ່າກີບ.
ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄະະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ຂຶ້ນໃນ ວັນທີ 3 ພະຈິກນີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະ ທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະພັກ, ເລຂາພັກຮາກຖານ, ບັນດາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກເຂົ້າຮ່ວມ
ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ຈັດພິທີເປີດຝຶກອົບຮົມວຽກງານດ້ານບັນຊີວິສາຫະກິດ ແລະ ງົບປະມານ ໃຫ້ພະນັກງານຂະແໜງການເງິນບັນດາແຂວງພາກເໜືອ ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ໃນວັນທີ 2 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ, ໂດຍມີວິທະຍາກອນ, ສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ