ທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ ກ່າວວ່າ: 6 ເດືອນຜ່າມມາ, ເສດຖະກິດ ຫວຽດນາມ ສືບຕໍ່ຮັກສາທ່າເຕີບໂຕຢ່າງຕັ້ງໜ້າ ໃນບັນດາຂົງເຂດເກືອບທັງໝົດ, ເສດຖະກິດມະຫາພາກໄດ້ຮັກສາເປັນປົກກະຕິໂດຍພື້ນຖານ; ໄພເງິນເຟີ້ໄດ້ຮັບການຄວບຄຸມ ແລະ ຄ້ຳປະກັນຄວາມໝັ້ນຄົງດ້ານພະລັງງານ. GDP 6 ເດືອນຕົ້ນປີ ຄາດວ່າເພີ່ມຂຶ້ນ 8.18% ສູງທີ່ສຸດນັບແຕ່ປີ 2011 ມາຮອດປັດຈຸບັນ ແລະ ນອນໃນກຸ່ມບັນດາພື້ນຖານເສດຖະກິດມີການເຕີບໂຕສູງ. ວຽກງານສ້າງລະບອບລະບຽບການໃຫ້ສົມບູນແບບສືບຕໍ່ໄດ້ຮັບການຍູ້ແຮງ; ມີຫຼາຍການປະຕິບັດລະບຽບການບໍລິຫານໄດ້ຫຼຸດລົງ; ພື້ນຖານໂຄງລ່າງຄົມມະນາຄົມສືບຕໍ່ໄດ້ຮັບການລົງທຶນ ແລະ ມີຫຼາຍໂຄງການຈຸດສຸມໄດ້ຜັນຂະຫຍາຍ.
ບັນດາຂົງເຂດວັດທະນະທຳ, ສັງຄົມ ແລະ ສະຫວັດດີການສັງຄົມສືບຕໍ່ໄດ້ຮັບຄວາມເອົາໃຈໃສ່. ລັດຖະບານວາງເປົ້າໝາຍສືບຕໍ່ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ຮັບປະກັນຄວາມດຸ່ນດ່ຽງໃນການສະໜອງ - ຄວາມຕ້ອງການດ້ານແຮງງານ; ຍູ້ແຮງການເບິ່ງແຍງດູແລສຸຂະພາບຂອງປະຊາຊົນ ເປັນຕົ້ນແມ່ນການຮັບມືກັບໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດໃນຊຸມເດືອນທ້າຍປີ. ເປົ້າໝາຍຂອງລັດຖະບານໃນ 6 ເດືອນທ້າຍປີ ສູ້ຊົນການເຕີບໂຕບັນລຸລະດັບ 2 ໂຕເລກ ແລະ ຄວບຄຸມໄພເງິນເຟີ້ສະເລ່ຍປະມານ 4.5%.
ຄໍາເຫັນ