65 ປີ ແຫ່ງການຮ່ວມທຸກຮ່ວມສຸກ ສ້າງສັນສິ່ງໃໝ່ເພື່ອກ້າວເດີນຕໍ່ໄປ

65 ປີ ແຫ່ງການຮ່ວມທຸກຮ່ວມສຸກ ສ້າງສັນສິ່ງໃໝ່ເພື່ອກ້າວເດີນຕໍ່ໄປ

ປີນີ້ແມ່ນປີຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ຈີນ ແລະ ລາວ, ທັງເປັນ “ປີແຫ່ງມິດຕະພາບ ຈີນ-ລາວ”ທີ່ສອງປະເທດໄດ້ກໍານົດຮ່ວມກັນ. ຂ້າພະເຈົ້າໄດ້ມາປະຈໍາການຢູ່ນະຄອນຫຼວງວຽງຈັນ ເປັນເວລາເກືອບສອງປີແລ້ວ. ພາບຕາເວັນຂຶ້ນຢູ່ແຄມແມ່ນ້ຳຂອງ, ພະທາດຫຼວງວຽງຈັນ ແລະ ໝອກຍາມເຊົ້າທີ່ຫຼວງພະບາງ ລ້ວນແຕ່ເຮັດໃຫ້ຈິດໃຈເບີກບານມ່ວນຊື່ນ. ແຕ່ສິ່ງທີ່ເຮັດໃຫ້ຂ້າພະເຈົ້າປະທັບໃຈທີ່ສຸດ ແມ່ນຄວາມຮູ້ສຶກຜູກພັນອັນເລິກເຊິ່ງລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ທີ່ຂ້າພະເຈົ້າໄດ້ສຳພັດດ້ວຍຕົນເອງເທິງຜືນແຜ່ນດິນແຫ່ງນີ້. ໃນໂອກາດປີທີ່ພິເສດນີ້, ຂ້າພະເຈົ້າຂໍຖືໂອກາດນຳໃຊ້ບົດຄວາມນີ້ ເພື່ອຮ່ວມທົບທວນຄືນມິດຕະພາບ ແລະ ໂອ້ລົມເຖິງອະນາ ຄົດຮ່ວມກັບເພື່ອນມິດທັງເກົ່າ ແລະ ໃໝ່ຊາວລາວ.

 

ສຸພາສິດຂອງຈີນໄດ້ກ່າວວ່າ: “ຜູ້ທີ່ຮຽນສຳນັກດຽວກັນເອີ້ນວ່າໝູ່, ຜູ້ທີ່ມີອຸດົມການດຽວກັນເອີ້ນວ່າສະຫາຍ”, ການມີອຸດົມການດຽວກັນແມ່ນພື້ນຖານອັນເລິກເຊິ່ງທີ່ສຸດ ທີ່ເຮັດໃຫ້ມິດຕະພາບຂອງສອງປະເທດຍືນຍົງຄົງຕົວ. ເມື່ອ 65 ປີກ່ອນ, ຈີນ ແລະ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນຢ່າງເປັນທາງການ, ຜູ້ນຳຮຸ່ນອາວຸໂສ ເຊັ່ນ: ສະຫາຍ ເໝົາ ເຈີຕຸງ, ສະຫາຍ ໂຈວ ເອິນໄຫຼ ແລະ ສະຫາຍ ໄກສອນ ພົມວິຫານ ໄດ້ສ້າງສາຍພົວພັນມິດຕະພາບປະຕິວັດອັນເລິກເຊິ່ງ, ຊຶ່ງໄດ້ວາງຮາກຖານອັນໜັກແໜ້ນທີ່ບໍ່ສາມາດສັ່ນຄອນໄດ້ໃຫ້ແກ່ມິດຕະພາບທີ່ສືບທອດກັນມາຫຼາຍເຊັ່ນຄົນຂອງສອງປະເທດ. ໃນຊຸມປີ 60 ແລະ 70 ຂອງສະຕະວັດທີ່ຜ່ານມາ, ໃນຂະນະທີ່ປະຊາຊົນລາວກຳລັງຜ່ານຜ່າໄລຍະເວລາອັນຫຍຸ້ງຍາກໃນການຕໍ່ສູ້ເພື່ອເອກະລາດແຫ່ງຊາດ, ປະເທດຈີນ ໄດ້ຈັດສົ່ງຄະນະຊ່ຽວຊານທາງການທະຫານ, ໜ່ວຍກໍ່ສ້າງທາງ, ໜ່ວຍປ້ອງກັນອາກາດ ແລະ ພະນັກງານການທູດ ລວມທັງໝົດຫຼາຍກວ່າໜຶ່ງແສນຄົນ ມາປະຕິບັດໜ້າທີ່ຊ່ວຍເຫຼືອລາວ, ໂດຍໄດ້ຮ່ວມທຸກຮ່ວມສຸກ ແລະ ຄຽງບ່າຄຽງໄຫຼ່ກັບປະຊາຊົນລາວ. ວິລະຊົນຊາວຈີນຫຼາຍຮ້ອຍສະຫາຍໄດ້ເສຍສະຫຼະຊີວິດຢູ່ເທິງຜືນແຜ່ນດິນລາວ, ໃນນັ້ນ 215 ສະຫາຍ ໄດ້ເສຍສະຫຼະຊີວິດ ແລະ ຝັງຢູ່ທີ່ສຸສານວິລະຊົນຈີນ 3 ແຫ່ງ ໃນ ສປປ ລາວ. ຢູ່ທີ່ນະຄອນໜານໜິງ, ກວາງຊີ ທີ່ຫ່າງໄກອອກໄປຫຼາຍພັນກິໂລແມັດ, ລູກຫຼານນັກປະຕິວັດລາວຫຼາຍຮຸ່ນຄົນ ໄດ້ໄປສຶກສາຮ່ຳຮຽນ ແລະ ເຕີບໃຫຍ່ຢູ່ໃນໂຮງຮຽນ "67" ທີ່ປະເທດຈີນສ້າງຂຶ້ນສະເພາະສຳລັບພວກເຂົາເຈົ້າ, ຊຶ່ງໄດ້ໃຊ້ເວລາໃນຊ່ວງໄວທີ່ສຳຄັນທີ່ສຸດຂອງຊີວິດຢູ່ນັ້ນ. ຜືນແຜ່ນດິນຈະຈົດຈຳ, ວິນຍານອັນພິລະອາດຫານຈະຄົງຢູ່ຕະຫຼອດໄປ, ປະຫວັດສາດໜ້ານີ້ຈະຖືກຈາລຶກໄວ້ໃນຄວາມຊົງຈຳຮ່ວມກັນຂອງປະຊາຊົນສອງຊາດຕະຫຼອດການ.

ຕະຫຼອດໄລຍະ 65 ປີທີ່ຜ່ານມາ, ມິດຕະພາບທີ່ເປັນມູນເຊື້ອແບບສະຫາຍກໍຄືອ້າຍນ້ອງທີ່ເປັນສັງຄົມນິຍົມລະຫວ່າງຈີນ-ລາວໄດ້ຜ່ານການທົດສອບຈາກການປ່ຽນແປງຂອງຍຸກສະໄໝ ແລະ ສະພາບການສາກົນ, ຍິ່ງດົນຍິ່ງແໜ້ນແຟ້ນ, ຍິ່ງດົນຍິ່ງໃໝ່. ໂດຍສະເພາະໃນຊຸມປີມໍ່ໆມານີ້, ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດຈີນ ແລະ ຜູ້ນຳສູງສຸດຂອງລາວ ໄດ້ບັນລຸຄວາມເຫັນດີເຫັນພ້ອມທາງດ້ານຍຸດທະສາດໃນການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ, ພ້ອມທັງໄດ້ລົງນາມໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳຮ່ວມກັນເຖິງ 2 ຄັ້ງ ໃນປີ 2019 ແລະ 2023, ຊຶ່ງເປັນການກຳນົດທິດທາງລວມ ແລະ ແຕ້ມພາບແຜນວາດອັນໃໝ່ສຳລັບການຮ່ວມມືຍຸດທະສາດຮອບດ້ານຂອງສອງປະເທດ, ຊີ້ນຳໃຫ້ສາຍພົວພັນສອງຝ່າຍກ້າວເຂົ້າສູ່ໄລຍະການຂະຫຍາຍຕົວຢ່າງໄວວາ ແລະ ກ້າວເຂົ້າສູ່ຍຸກສະໄໝໃໝ່. ໃນເດືອນກັນຍາ ປີ 2025, ສະຫາຍ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດຈີນ ແລະ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດລາວ ໄດ້ບັນລຸຄວາມເຫັນດີເຫັນພ້ອມທີ່ສຳຄັນອີກຄັ້ງ ໃນການຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ທີ່ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງ, ຊຶ່ງເປັນການຊີ້ທິດເຍືອງທາງ ແລະ ສີດຢາກະຕຸ້ນອັນແຂງແຮງໃຫ້ແກ່ການພັດທະນາສາຍພົວພັນສອງຝ່າຍພາຍໃຕ້ສະພາບການໃໝ່.

ພາຍໃຕ້ການຊີ້ນຳຂອງຜູ້ນຳສູງສຸດຂອງທັງສອງຝ່າຍ, ການຮ່ວມມືຍຸດທະສາດຮອບດ້ານ ຈີນ-ລາວ ໄດ້ສືບຕໍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ເລິກເຊິ່ງ. ໃນຖານະທີ່ເປັນໂຄງການສັນຍາລັກແຫ່ງການຮ່ວມກັນສ້າງ "ໜຶ່ງແລວໜຶ່ງເສັ້ນທາງ" ທີ່ມີຄຸນນະພາບສູງ, ປະສິດທິຜົນຂອງ "ຊ່ອງທາງຄຳ" ຂອງທາງລົດໄຟ ຈີນ-ລາວ ຍັງສືບຕໍ່ປະກົດຜົນເປັນຈິງຢ່າງຕໍ່ເນື່ອງ, ໂດຍໄດ້ຂົນສົ່ງຜູ້ໂດຍສານສະສົມຫຼາຍກວ່າ 70 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າຫຼາຍກວ່າ 80 ລ້ານໂຕນ, ຊຶ່ງບໍ່ພຽງແຕ່ຊ່ວຍຊຸກຍູ້ໃຫ້ລາວຫັນປ່ຽນຈາກ "ປະເທດບໍ່ມີຊາຍແດນຕິດຈອດກັບທະເລ" ກາຍເປັນ "ປະເທດເຊື່ອມໂຍງເຊື່ອມຈອດ", ແຕ່ຍັງເປັນການຍົກລະດັບການເຊື່ອມໂຍງເຊື່ອມຈອດໃນພາກພື້ນຢ່າງຫຼວງຫຼາຍ. ປະເທດຈີນຍັງຄົງເປັນແຫຼ່ງທຶນຕ່າງປະເທດ ແລະ ປະເທດສົ່ງອອກອັນດັບໜຶ່ງຂອງລາວຫຼາຍປີຕິດຕໍ່ກັນ, ໂດຍມີມູນຄ່າການລົງທຶນສະສົມຢູ່ລາວຫຼາຍກວ່າ 18 ຕື້ໂດລາ, ແລະ ໃນປີ 2025 ມູນຄ່າການຄ້າສອງຝ່າຍບັນລຸເຖິງ 9.82 ຕື້ໂດລາ, ເພີ່ມຂຶ້ນ 125% ເມື່ອທຽບໃສ່ປີ 2021 ທີ່ເປັນປີຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ. ບັນດາໂຄງການຊ່ວຍເຫຼືອ ເຊັ່ນ "8 ໂຄງການໃຫຍ່ຊ່ວຍເຫຼືອລາວ", ໂຮງໝໍມະໂຫສົດ ແລະ ອື່ນໆໄດ້ປະກົດຜົນເປັນຈິງໃນທົ່ວປະເທດລາວ, ເຮັດໃຫ້ໝາກຜົນແຫ່ງການຮ່ວມມື ຈີນ-ລາວ ໄດ້ເອື້ອອຳນວຍຜົນປະໂຫຍດໃຫ້ແກ່ປະຊາຊົນລາວຫຼາຍຂຶ້ນ. ປຶ້ມ "ສີ ຈິ້ນຜິງ, ກ່ຽວກັບການບໍລິຫານລັດ ແລະ ການປົກຄອງ", "ຫຼຸດພົ້ນອອກຈາກຄວາມທຸກຍາກ" ສະບັບພາສາລາວ ໄດ້ຖືກພິມຈຳໜ່າຍຢູ່ລາວ, ສ່ວນປຶ້ມປະຕິວັດຄລາສສິກຂອງລາວ ເຊັ່ນ "ຊີວິດ ແລະ ພາລະກິດປະຕິວັດຂອງປະທານໄກສອນ ພົມວິຫານ", "ສອງເອື້ອຍນ້ອງ" ກໍໄດ້ຖືກແປເປັນພາສາຈີນ ແລະ ພິມຈຳໜ່າຍຢູ່ຈີນເປັນຄັ້ງທຳອິດ, ການແປປຶ້ມແລກປ່ຽນເຊິ່ງກັນແລະກັນ ໄດ້ສ້າງຂົວຕໍ່ແຫ່ງຄວາມຮູ້ສຳລັບການສົນທະນາທາງດ້ານອະລິຍະທຳຂອງສອງປະເທດ. ຊາວໜຸ່ມລາວນັບມື້ນັບຫຼາຍຂຶ້ນໄດ້ເດີນທາງໄປສຶກສາຕໍ່ທີ່ປະເທດຈີນ, ແລະ ຊາວໜຸ່ມຈີນກໍໄດ້ມາສຶກສາຢູ່ລາວ, ກາຍເປັນຜູ້ສືບທອດ ແລະ ຜູ້ຊຸກຍູ້ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຈີນ-ລາວ. ກິດຈະກຳຕ່າງໆ ໃນ "ປີແຫ່ງມິດຕະພາບ ຈີນ-ລາວ" ປີນີ້ ມີຄວາມຫຼາກຫຼາຍສີສັນ, ທັງການບັນຍາຍຫົວຂໍ້ຕ່າງໆ, ການສະແດງສິລະປະວັນນະຄະດີ, ການແລກປ່ຽນຊາວໜຸ່ມ... ພາບເຫດການທີ່ມີຊີວິດຊີວາເຫຼົ່ານີ້ ໄດ້ເຮັດໃຫ້ຈິດໃຈຂອງປະຊາຊົນສອງຊາດໃກ້ຊິດກັນຫຼາຍຂຶ້ນ.

ຄວາມໝາຍຂອງການພັດທະນາສາຍພົວພັນ ຈີນ-ລາວ ບໍ່ພຽງແຕ່ເປັນການຕ່າງຝ່າຍຕ່າງມີຜົນປະໂຫຍດໃນລະດັບສອງຝ່າຍເທົ່ານັ້ນ, ແຕ່ຍັງເປັນການຮ່ວມກັນສີດຢາກະຕຸ້ນພະລັງງານທາງບວກໃຫ້ແກ່ສັນຕິພາບ ແລະ ການພັດທະນາຂອງພາກພື້ນ ແລະ ຂອງໂລກ. ປະເຊີນໜ້າກັບການປ່ຽນແປງອັນເລິກເຊິ່ງຂອງໂລກໃນຮອບຮ້ອຍປີ, ຈີນ ແລະ ລາວຍາມໃດກໍຢືນຢູ່ຄຽງຂ້າງຄວາມຍຸຕິທຳ ແລະ ຄວາມເປັນທຳຂອງສາກົນຢ່າງໜັກແໜ້ນ, ຈັບມືກັນຊຸກຍູ້ການຮ່ວມມື ແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ຄຽງບ່າຄຽງໄຫຼ່ກັນປົກປັກຮັກສາສັນຕິພາບ ແລະ ຄວາມສະຫງົບໃນອາຊີຕາເວັນອອກ, ຮ່ວມກັນຊຸກຍູ້ການປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມປອດໄພທົ່ວໂລກ, ຂໍ້ລິເລີ່ມອະລິຍະທຳທົ່ວໂລກແລະ ຂໍ້ລິເລີ່ມການຄຸ້ມຄອງທົ່ວໂລກ, ພ້ອມທັງຮ່ວມກັນຕໍ່ຕ້ານລັດທິຄອງຄວາມເປັນໃຫຍ່ ແລະ ການ ເມືອງແບບໃຊ້ອຳນາດບາດໃຫຍ່. ການປະສານງານທາງດ້ານຍຸດທະສາດທີ່ກ້າວຂ້າມຂອບເຂດສອງຝ່າຍນີ້, ບໍ່ພຽງແຕ່ເປັນການສະແດງອອກຢ່າງມີຊີວິດຊີວາຂອງຈິດໃຈຄູ່ຮ່ວມຊາຕາກຳ ຈີນ-ລາວເທົ່ານັ້ນ, ແຕ່ຍັງເປັນການພິສູດດ້ວຍການກະທຳວ່າ: ການໄປມາຫາສູ່ກັນລະຫວ່າງປະເທດກັບປະເທດ ບໍ່ພຽງແຕ່ສາມາດສ້າງຄວາມຈະເລີນຮຸ່ງເຮືອງໃຫ້ແກ່ກັນແລະກັນ, ແຕ່ຍັງສາມາດປະກອບສ່ວນທາງດ້ານສະຕິປັນຍາ ແລະ ກຳລັງແຮງເຂົ້າໃນການສ້າງລະບຽບການສາກົນທີ່ມີຄວາມຍຸຕິທຳ ແລະ ສົມເຫດສົມຜົນຫຼາຍຂຶ້ນ.

ປີນີ້ແມ່ນປີທີ່ມີຄວາມໝາຍສໍາຄັນຂອງ ສປປ ລາວ ແລະ ສປ ຈີນ. ແຜນພັດທະນາ 5 ປີ ຄັ້ງທີ 15 ຂອງຈີນ ໄດ້ເລີ່ມຕົ້ນຂຶ້ນ, ຊຶ່ງເປັນການກ້າວເຂົ້າສູ່ໄລຍະເວລາອັນສຳຄັນໃນການວາງຮາກຖານອັນໜັກແໜ້ນ ແລະ ການລະດົມກຳລັງຢ່າງຮອບດ້ານ ເພື່ອບັນລຸການຫັນເປັນທັນສະໄໝແບບສັງຄົມນິຍົມໂດຍພື້ນຖານ. ສ່ວນກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກປະຊາຊົນປະຕິວັດລາວ ກໍໄດ້ເປີດຂຶ້ນຢ່າງສະຫງ່າງາມ, ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X ຂອງລາວກໍໄດ້ເລີ່ມຕົ້ນຂຶ້ນຢ່າງເປັນທາງການ, ຊຶ່ງເປັນການກ້າວເດີນບາດກ້າວໃໝ່ໄປສູ່ເປົ້າໝາຍການສະເຫຼີມສະຫຼອງວັນສ້າງຕັ້ງພັກຄົບຮອບ 100 ປີ ໃນປີ 2055. ເສັ້ນທາງການກໍ່ສ້າງສັງຄົມນິຍົມຂອງສອງປະເທດໄດ້ມາບັນຈົບກັນຢູ່ທີ່ນີ້, ຊຶ່ງເປັນຊ່ວງເວລາທີ່ດີທີ່ສຸດໃນການຈັບມືກັນລົງເລິກການຮ່ວມມື ແລະ ຮ່ວມກັນວາງແຜນອະນາຄົດຂອງສາຍພົວພັນສອງຝ່າຍ.

ຝ່າຍຈີນຍິນດີຮ່ວມກັບຝ່າຍລາວ ໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງຢ່າງໜັກແໜ້ນ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອມິດຕະພາບຂອງສອງປະເທດ, ຖອດຖອນບົດຮຽນທິດສະດີ ແລະ ພຶດຕິກຳຕົວຈິງເຊິ່ງກັນແລະກັນ ໃນການຊຸກຍູ້ການປະຕິຮູບ ແລະ ການຄົ້ນຄວ້າການກໍ່ສ້າງສັງຄົມນິຍົມ, ແລະ ຮັດແໜ້ນການໄປມາຫາສູ່ກັນລະຫວ່າງພັກ, ລັດຖະບານ, ອົງການນິຕິບັນຍັດ ແລະ ທ້ອງຖິ່ນ. ປະເຊີນໜ້າກັບການປ່ຽນແປງອັນເລິກເຊິ່ງໃນຮອບຮ້ອຍປີທີ່ພວມເລັ່ງຕົວຂຶ້ນ, ພວກເຮົາຍິ່ງຕ້ອງສືບຕໍ່ໃຫ້ການສະໜັບສະໜູນເຊິ່ງກັນແລະກັນ, ເພີ່ມທະວີການສື່ສານ ແລະ ການປະສານງານໃນກົນໄກຫຼາຍຝ່າຍ, ຮ່ວມກັນຊຸກຍູ້ໃຫ້ຂໍ້ລິເລີ່ມທົ່ວໂລກຕ່າງໆ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ, ແລະ ປົກປັກຮັກສາຜົນປະໂຫຍດຮ່ວມກັນຂອງບັນດາປະເທດກຳລັງພັດທະນາ.

ຝ່າຍຈີນຍິນດີຮ່ວມກັບຝ່າຍລາວ ໃນການເຊື່ອມຈອດຍຸດທະສາດການພັດທະນາ, ນຳໃຊ້ປະໂຫຍດຈາກ "ຊ່ອງທາງຄຳ" ຂອງທາງລົດໄຟ ຈີນ-ລາວ ຢ່າງເຕັມສ່ວນ, ຊຸກຍູ້ການຈັດຕັ້ງປະຕິບັດ "ການກວດກາຈຸດດຽວ" ໃຫ້ເກີດຂຶ້ນໂດຍໄວ, ເປີດກວ້າງຮູບແບບການພັດທະນາກວມລວມ "ທາງລົດໄຟ+", ເພື່ອຂັບເຄື່ອນການເຕົ້າໂຮມຂອງອຸດສາຫະກຳ ແລະ ການພັດທະນາເສດຖະກິດຕາມແລວທາງລົດໄຟ. ປະເທດຈີນຍິນດີນຳເຂົ້າສິນຄ້າກະສິກຳທີ່ມີຄຸນນະພາບສູງຂອງລາວຫຼາຍຂຶ້ນ, ລົງເລິກການຮ່ວມມືໃນຂົງເຂດການພັດທະນາສີຂຽວ, ເສດຖະກິດດິຈິຕອນ, ພະລັງງານສະອາດ ແລະ ອື່ນໆ, ຊ່ວຍເຫຼືອຝ່າຍລາວໃນການເລັ່ງລັດການຫັນປ່ຽນພະລັງງານແລະຮັບມືກັບຄວາມຜັນຜວນຂອງຕະຫຼາດພະລັງງານສາກົນໄດ້ດີຂຶ້ນ. ສືບຕໍ່ຈັດຕັ້ງປະຕິບັດບັນດາໂຄງການຊ່ວຍເຫຼືອເພື່ອຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີ, ເພື່ອສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທ້ອງຖິ່ນຫຼາຍຂຶ້ນ.

ຝ່າຍຈີນຍິນດີຮ່ວມກັບຝ່າຍລາວ ໃນການລົງເລິກການແລກປ່ຽນທາງດ້ານວັດທະນະທຳ-ສັງຄົມ, ຈັດຕັ້ງບັນດາກິດຈະກຳສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຈີນ-ລາວ ຄົບຮອບ 65 ປີ ແລະ "ປີແຫ່ງມິດຕະພາບ ຈີນ-ລາວ" ໃຫ້ດີ, ຮັດແໜ້ນການໄປມາຫາສູ່ກັນ ແລະ ການຮ່ວມມືລະຫວ່າງທ້ອງຖິ່ນໃນທຸກຂົງເຂດ, ເພີ່ມທະວີການຮ່ວມມືດ້ານການສຶກສາ ແລະ ການແລກປ່ຽນຂອງຊາວໜຸ່ມ, ເພື່ອໃຫ້ມິດຕະພາບ ຈີນ-ລາວ ໄດ້ຮັບການສືບທອດຈາກຮຸ່ນສູ່ຮຸ່ນ. ສົ່ງເສີມເພື່ອນມິດຊາວລາວໃຫ້ເດີນທາງໄປສຶກສາ, ທ່ອງທ່ຽວ ແລະ ເຮັດວຽກຢູ່ປະເທດຈີນຫຼາຍຂຶ້ນ, ແລະ ພີ່ນ້ອງຊາວຈີນໃຫ້ເດີນທາງມາປະເທດລາວ ເພື່ອສຳຜັດກັບສະເໜ່ອັນເປັນເອກະລັກຂອງດິນແດນແຫ່ງນີ້ຫຼາຍຂຶ້ນເຊັ່ນກັນ.

ເພື່ອນມິດຊາວລາວມັກກ່າວສະເໝີວ່າ: "ຕົ້ນໄມ້ດີມີໃບ, ທັງໃຜດີມີມິດ". ຄົນຈີນກໍມີຄຳກ່າວທີ່ວ່າ: "ຕົ້ນນ້ຳທີ່ຍາວໄກຍ່ອມໄຫຼໄດ້ຍາວນານ, ຮາກທີ່ເລິກຍ່ອມມີກິ່ງງ່າທີ່ອຸດົມສົມບູນ". ໄລຍະເວລາ 65 ປີ, ສຳລັບສາຍນ້ຳແຫ່ງປະຫວັດສາດແລ້ວ ກໍເປັນພຽງແຕ່ໄລຍະເວລາສັ້ນໆພຽງກະພິບຕາ, ແຕ່ສຳລັບມິດ ຕະພາບຈີນ-ລາວທີ່ມີອຸດົມການຮ່ວມກັນຍິ່ງຜ່ານການເວລາໄປເທົ່າໃດກໍຍິ່ງຫອມຫວນຊວນດື່ມດຳ. ເມື່ອຢືນຢູ່ຈຸດເລີ່ມຕົ້ນໃໝ່ທາງປະຫວັດສາດ, ມິດຕະພາບ ຈີນ-ລາວ ບໍ່ມີມື້ສິ້ນສຸດ, ບາດກ້າວທີ່ຍ່າງຄຽງບ່າຄຽງໄຫຼ່ກັນ ຈະຕ້ອງກ້າວຂ້າມພູຜາປ່າດົງ, ເພື່ອຮ່ວມກັນກ້າວໄປສູ່ໄລຍະ 65 ປີຕໍ່ໜ້າທີ່ງົດງາມກວ່າເກົ່າ, ແລະ ສືບຕໍ່ປະກອບສ່ວນອັນໃໝ່ທີ່ໃຫຍ່ຫຼວງກວ່າເກົ່າເຂົ້າໃນພາລະກິດອັນສູງສົ່ງແຫ່ງສັນຕິພາບ ແລະ ການພັດທະນາຂອງມວນມະນຸດ.

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງ ເມືອງນາໝໍ້ ແຂວງອຸດົມໄຊຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງອຸດົມໄຊ ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ໄກເພັດ ອິນພູວຽງ ກຳມະການພັກແຂວງ ເລຂາພັກເມືອງນາໝໍ້ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ໃນວັນທີ 4ພະຈິກນີ້, ທ່ານ ທອງສະຫວັນ ພົມວິຫານ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 11ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ
ເພີ່ມເຕີມ