70% ຂອງບໍລິສັດຍີ່ປຸ່ນ ຄາດວ່າເສດຖະກິດຈະມີການເຕີບໂຕໃນປີ 2026

70% ຂອງບໍລິສັດຍີ່ປຸ່ນ ຄາດວ່າເສດຖະກິດຈະມີການເຕີບໂຕໃນປີ 2026

70% ຂອງບໍລິສັດຍີ່ປຸ່ນ ຄາດວ່າເສດຖະກິດຈະມີການເຕີບໂຕໃນປີ 2026
ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ຜົນການສຳຫຼວດໂດຍ Kyodo News ຊຶ່ງເຜີຍແຜ່ຫວ່າງມໍ່ໆມານີ້ຊີ້ໃຫ້ເຫັນວ່າ: ບໍລິສັດຂະໜາດໃຫຍ່ຂອງຍີ່ປຸ່ນ ປະມານ 70% ຄາດວ່າເສດຖະກິດພາຍໃນປະເທດຈະມີການເຕີບໂຕໃນປີ 2026. ເຖິງຢ່າງໃດກໍຕາມ, ລາຄາສິນຄ້າທີ່ຍັງຢູ່ໃນລະດັບສູງ ລວມເຖິງນະໂຍບາຍພາສີທີ່ຮຸນແຮງຂອງສະຫະລັດ ອາເມຣິກາ ຖືກເບິ່ງວ່າຈະເຂົ້າມາຫຼຸດຜ່ອນການເພີ່ມຂຶ້ນຂອງຄ່າແຮງງານທີ່ຄາດວ່າຈະເພີ່ມຂຶ້ນ ແລະ ການຟື້ນຕົວຂອງການໃຊ້ຈ່າຍຂອງຄົວເຮືອນຫຼຸດລົງ.

 

ໃນການສຳຫຼວດບໍລິສັດ 114 ແຫ່ງ ຊຶ່ງດຳເນີນຕັ້ງແຕ່ທ້າຍເດືອນພະຈິກເຖິງກາງເດືອນທັນວາ ຜ່ານມາ ພົບວ່າ 70% ຄາດວ່າເສດຖະກິດຈະມີການເຕີບໂຕໃນລະດັບປານກາງ, ຫຼຸດລົງຈາກ 78% ທີ່ມີທັດສະນະດຽວກັນໃນປີ 2025 ແລະ ບໍ່ມີບໍລິສັດໃດຄາດຄະເນວ່າເສດຖະກິດຈະຢູ່ໃນໄລຍະທີ່ມີການຂະຫຍາຍຕົວທີ່ສຳຄັນ.

ສຳລັບຄຳຖາມທີ່ອະນຸຍາດໃຫ້ເລືອກຕອບໄດ້ຫຼາຍກວ່າໜຶ່ງຂໍ້ໃນບັນດາບໍລິສັດທີ່ມີທັດສະນະຄະຕິໃນທາງບວກ, ເຫດຜົນທີ່ຖືກເລືອກຫຼາຍທີ່ສຸດຄືການຟື້ນຕົວຂອງການບໍລິໂພກສ່ວນຕົວ, ໂດຍມີອັດຕາສ່ວນ 71%, ຮອງລົງມາຄືຜົນກະທົບໃນທາງບວກຂອງການເພີ່ມຂຶ້ນຄ່າແຮງງານ ຊຶ່ງມີອັດຕາສ່ວນ 69%.

ໃນຂະນະດຽວກັນ, ມີ 29 ບໍລິສັດ ຫຼື ປະມານໜຶ່ງສ່ວນສີ່ຂອງຜູ້ຕອບແບບສອບຖາມຄາດວ່າເສດຖະກິດຈະຍັງໝັ້ນຄົງ ແລະ ມີພຽງແຕ່ບໍລິສັດດຽວທີ່ຄາດຄະເນວ່າຈະຫົດຕົວໃນລະດັບປານກາງ.

ເມື່ອຖືກຖາມກ່ຽວກັບເຫດຜົນສຳລັບທັດສະນະດັ່ງກ່າວ. ໂດຍການອະນຸຍາດໃຫ້ຕອບໄດ້ຫຼາຍຂໍ້, 67% ຂອງບໍລິສັດສະແດງຄວາມກັງວົນກ່ຽວກັບອັດຕາເງິນເຟີ້, ໃນຂະນະທີ່ 27% ອ້າງເຖິງມາດຕະການດ້ານພາສີຂອງປະທານາທິບໍດີ ສະຫະລັດ ອາເມຣິກາ.

ຄໍາເຫັນ

ຂ່າວຕ່າງປະເທດ

ເກຣັກ ໂຈະຖ້ຽວບິນທົ່ວປະເທດ ຫຼັງຈາກລະບົບການຄວບຄຸມທາງອາກາດລົ້ມ

ເກຣັກ ໂຈະຖ້ຽວບິນທົ່ວປະເທດ ຫຼັງຈາກລະບົບການຄວບຄຸມທາງອາກາດລົ້ມ

ຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 4 ມັງກອນຜ່ານມາ, ຖ້ຽວບິນທັງໝົດ ທັງຂາເຂົ້າ ແລະ ຂາອອກ ໃນເກຣັກ ໄດ້ໂຈະຊົ່ວຄາວ ຫຼັງຈາກລະບົບການສື່ສານຂັດຂ້ອງທົ່ວປະເທດ, ສົ່ງຜົນກະທົບຕໍ່ການດຳເນີນງານຂອງສູນຄວບຄຸມການຈາລະຈາທາງອາກາດ.
ທຳລາຍສະຖິຕິ ຮ້ານຊູຊິຍີ່ປຸ່ນ ປະມູນປາທູນາຄີບສີຟ້າ ມູນຄ່າ 510 ລ້ານກວ່າເຢນ

ທຳລາຍສະຖິຕິ ຮ້ານຊູຊິຍີ່ປຸ່ນ ປະມູນປາທູນາຄີບສີຟ້າ ມູນຄ່າ 510 ລ້ານກວ່າເຢນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 5 ມັງກອນ ຜ່ານມາວ່າ: ຕະຫຼາດປາ Toyosu ໃນນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໄດ້ຈັດປະມູນປາທູນາຄັ້ງທຳອິດຂອງປີ 2026, ໂດຍມີປາທູນາຄີບສີຟ້າໂຕໜຶ່ງລາຄາສູງເຖິງ 510.3 ລ້ານເຢນ ຊຶ່ງຖືເປັນໂຕເລກທີ່ສູງທີ່ສຸດແບບບໍ່ເຄີຍມີມາກ່ອນ.
ທ່ານ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອຽກ​ລັງ

ທ່ານ ສີ​ຈິ້ນ​ຜິງ ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອຽກ​ລັງ

ຂ່າວສານຊີອາໄອລາຍງານວ່າ: ໃນ​ວັນ​ທີ 5 ມັງ​ກອນ ຜ່ານມາ ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້ຕ້ອ​ນ​ຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ​ຂອງ​ທ່ານ ມິ​ເຊວ ມາຕິນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອຽກ​ລັງ​ທີ່​ມາ​ຢ້ຽມ​ຢາມ​ຈີນຢ່າງ​ເປັນ​ທາງ​ການ.
ທ່ານ ໂຕ​ເລິມ ຮຽກ​ຮ້ອງ​ຂະ​ແໜງການ​ເມືອງ​ພາຍ​ໃນ​ຕ້ອງ​ຍົກ​ລະ​ດັບ​​ວຽກ​ງານເສ​ນາ​ທິ​ການ​ຍຸດ​ທະ​ສາດ

ທ່ານ ໂຕ​ເລິມ ຮຽກ​ຮ້ອງ​ຂະ​ແໜງການ​ເມືອງ​ພາຍ​ໃນ​ຕ້ອງ​ຍົກ​ລະ​ດັບ​​ວຽກ​ງານເສ​ນາ​ທິ​ການ​ຍຸດ​ທະ​ສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 5 ມັງກອນ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ຄະນະການເມືອງພາຍໃນສູນກາງພັກໄດ້ຈັດພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນມູນເຊື້ອຄະນະການເມືອງພາຍໃນຂອງພັກ (5/1/1966 - 5/1/2026) ແລະ ຕ້ອນຮັບຫຼຽນໄຊໂຮ່ຈິມິນ ຄັ້ງທີ 2. ເຂົ້າຮ່ວມພິທີສະເຫຼີມສະຫຼອງມີທ່ານ ໂຕເລິມ ເລຂາທິການໃຫຍ່, ທ່ານ ເລືອງເກື່ອງ ປະທານປະເທດ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ແລະ ບັນດາການນຳ, ອະດີດການນຳພັກ, ລັດ ຂອງຫວຽດນາມ.
ບາຫຼີ ຈະເຂັ້ມງວດມາດຕະການກວດສອບນັກທ່ອງທ່ຽວຕ່າງປະເທດ ໃນປີ 2026

ບາຫຼີ ຈະເຂັ້ມງວດມາດຕະການກວດສອບນັກທ່ອງທ່ຽວຕ່າງປະເທດ ໃນປີ 2026

ຂ່າວຕ່າງປະເທດລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ອີ ວາຍັນ ກອສເຕີ ເຈົ້າແຂວງບາຫຼີ ປະເທດອິນໂດເນເຊຍ ກ່າວວ່າ: ເຈົ້າໜ້າທີ່ຂອງເກາະບາຫຼີ ກຽມຍົກລະດັບຄວາມເຂັ້ມງວດການກວດສອບນັກທ່ອງທ່ຽວຕ່າງປະເທດໃນປີ 2026. ໂດຍຈະລວມມີການກວດສອບສະຖານະພາບທາງການເງິນ, ໄລຍະເວລາພັກເຊົາ ແລະ ກິດຈະກຳທີ່ວາງແຜນໄວ້, ເພື່ອຈຸດປະສົງສົ່ງເສີມການທ່ອງທ່ຽວທີ່ມີຄຸນນະພາບ.
ມຽນມາ ປະກາດລາຍຊື່ຜູ້ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດໃນຮອບທີໜຶ່ງ

ມຽນມາ ປະກາດລາຍຊື່ຜູ້ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດໃນຮອບທີໜຶ່ງ

ຂ່າວສານຊີອາໄອລາຍງານວ່າ: ໃນ​ວັນ​ທີ 2 ມັງ​ກອນ​ ຜ່ານມານີ້, ຄະ​ນະ​ກຳ​ມະ​ການການ​ເລືອກ​ຕັ້ງ​ສະ​ຫະ​ພາບ​ມຽນ​ມາ​ ໄດ້​ປະ​ກາດ​ລາຍ​ຊື່​ຈຳ​ນວນ​ໜຶ່ງ​ ຂອງ​​ຜູ້​ທີ່ໄດ້​ຮັບ​ການ​ເລືອ​ກ​ຕັ້ງ​ເປັນສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ໃນຮອບ​ທີ​ໜຶ່ງ​ຂອງ​ການ​ເລືອກ​ຕັ້ງ​​ທົ່ວ​ປະ​ເທດ ​ຜ່ານ​ທາງ​ໂທ​ລະ​ພາບ. ລາຍຊື່ດັ່ງກ່າວສ່ວນໃຫຍ່ແມ່ນປະກອບດ້ວຍ​ສະ​ມາ​ຊິກສະ​ພາ​ຂອງ​ສະ​ພາ​ປະ​ຊາ​ຊົນ ແລະ ສະ​ພາ​ຊົນເຜົ່າຂອງສະພາແຫ່ງຊາດ ພ້ອມ​ດ້ວຍ​ສະ​ມາ​ຊິກ​ສະ​ພາ​ລະ​ດັບ​ແຂວງ​ຈຳ​ນວນ​ໜຶ່ງ. ລາຍ​ຊື່​ດັ່ງ​ກ່າວ​ຈະ​ປະ​ກາດອອກມາ​ເທື່ອ​ລະ​ກ້າວ​ໃນຫຼາຍ​ມື້ຕໍ່ໜ້າ.
ອິນເດຍສັ່ງໃຫ້ X Corp., ຄວບຄຸມເນື້ອຫາລາມົກຈາກ chatbot AI Grok

ອິນເດຍສັ່ງໃຫ້ X Corp., ຄວບຄຸມເນື້ອຫາລາມົກຈາກ chatbot AI Grok

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ມັງກອນ ຜ່ານມາວ່າ: ລັດຖະບານອິນເດຍໄດ້ສັ່ງໃຫ້ X Corp., ຊຶ່ງເປັນບໍລິສັດແມ່ຂອງ AI chatbot Grok ປ້ອງກັນບໍ່ໃຫ້ມີການສ້າງເນື້ອຫາທີ່ລາມົກ ແລະ ມີການຊີ້ນຳທາງເພດຢ່າງຈະແຈ້ງ ແລະ ໃຫ້ສົ່ງບົດລາຍງານການປະຕິບັດຕາມພາຍໃນ 72 ຊົ່ວໂມງ.
ການຍິງ​ສົ່ງ​ດາວ​ທຽມ​ ແລະ ​ຍານ​ອະ​ວະ​ກາດ​​ຂອງ​ຈີນ​ໃນປີ 2025 ​ສ້າງ​ສະ​ຖິ​ຕິ​ເປັນ​ປະ​ຫວັດ​ສາດ

ການຍິງ​ສົ່ງ​ດາວ​ທຽມ​ ແລະ ​ຍານ​ອະ​ວະ​ກາດ​​ຂອງ​ຈີນ​ໃນປີ 2025 ​ສ້າງ​ສະ​ຖິ​ຕິ​ເປັນ​ປະ​ຫວັດ​ສາດ

ຂ່າວສານຊີອາໄອລາຍງານ ໃນທ້າຍອາທິດຜ່ານມາວ່າ: ອົງ​ການ​ການ​ບິນ​ອະ​ວະ​ກາດ​ແຫ່ງ​ຊາດ​ຈີນ​ແຈ້ງ​ໃຫ້​ຮູ້​ວ່າ, ປີ 2025 ຜ່ານ​ມາ ຈີນ​ໄດ້​ບັນ​ລຸ​ການ​ບຸກ​ທະ​ລຸ​ຫຼາຍ​ຢ່າງ ແລະ​ ສ້​າງ​ສະ​ຖິ​ຕິ​ເປັນ​ຄັ້​ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ໃນ​ຫຼາຍ​ຂົງ​ເຂດ​ເຊັ່ນ: ການ​ບິນອ​ະ​ວະ​ກາດ​ບັນ​ທຸກ​ຄົນ, ການ​ສຳ​ຫຼວດ​ອະ​ວະ​ກາດ, ການ​ບິນ​ອະ​ວະ​ກາດ​ທາງ​ການ​ຄ້າ​ ແລະ​ ອື່ນໆ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຮຽກຮ້ອງຍູ້ແຮງຄວາມຄືບໜ້າໂຄງການລົງທຶນກໍ່ສ້າງ

ທ່ານນາຍົກລັດຖະມົນຕີຫວຽດນາມ ຮຽກຮ້ອງຍູ້ແຮງຄວາມຄືບໜ້າໂຄງການລົງທຶນກໍ່ສ້າງ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນທ້າຍອາທິດຜ່ານມາວ່າ: ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ລົງນາມໂທລະເລກເລກທີ 2 ທີ່ອອກໃນວັນທີ 2 ມັງກອນ ຜ່ານມາ ກ່ຽວກັບການສືບຕໍ່ເພີ່ມທະວີ, ຍົກສູງປະສິດທິຜົນວຽກງານຄຸ້ມຄອງ ແລະ ຍູ້ໄວຄວາມຄືບໜ້າໃນການກໍ່ສ້າງບັນດາໂຄງການລົງທຶນໃຫ້ສຳເລັດ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ.
ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ບຸນກາຣີ ກາຍເປັນສະມາຊິກທີ 21 ຂອງເຂດເອີໂຣ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ມັງກອນ ຜ່ານມາວ່າ: ປະເທດບຸນກາຣີໄດ້ເຂົ້າຮ່ວມເປັນສ່ວນໜຶ່ງໃນເຂດເອີໂຣ (eurozone) ຫຼື ອີຢູ ແລະ ໄດ້ຮັບຮອງເອົາເງິນເອີໂຣເປັນສະກຸນເງິນຢ່າງເປັນທາງການໃນວັນປີໃໝ່ (ວັນທີ 1 ມັງກອນ 2026) ເຮັດໃຫ້ບຸນກາຣີກາຍເປັນສະມາຊິກອັນດັບທີ 21 ຂອງເຂດເອີໂຣ.
ເພີ່ມເຕີມ