9 ເດືອນ ມີນັກທ່ອງທ່ຽວ ເຂົ້າມາທ່ຽວແຂວງເຊກອງ 22 ພັນກວ່າເທື່ອຄົນ

9 ເດືອນ ມີນັກທ່ອງທ່ຽວ ເຂົ້າມາທ່ຽວແຂວງເຊກອງ 22 ພັນກວ່າເທື່ອຄົນ
ໂດຍ: ພຸດທະສອນ
    ຕາມການລາຍງານຂອງ ທ່ານ ແກ້ວຂັນທູນ ດວງຈັນທາ ຮອງຫົວໜ້າຂະແໜງບໍລິຫານ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງເຊກອງ ໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ຖວທ 9 ເດືອນ ແລະ ວາງທິດທາງແຜນການ 3 ເດືອນທ້າຍປີ 2023  ໃຫ້ຮູ້ວ່າ: ໃນ 9 ເດືອນຕົ້ນປີ 2023 ມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງເຊກອງ 22.765 ເທື່ອຄົນ. ໃນນີ້, ນັກທ່ອງທ່ຽວພາກພື້ນ 9.553 ຄົນ, ນັກທ່ອງທ່ຽວສາກົນ 1.038 ຄົນ ແລະ ນັກທ່ອງທ່ຽວພາຍໃນ 12.174 ຄົນ ສາມາດສ້າງລາຍຮັບໄດ້ 2.048.850 ໂດລາ.
  ພ້ອມນີ້, ຂະແໜງທ່ອງທ່ຽວ ພະແນກ ຖວທ ແຂວງ ໄດ້ລົງສຳຫຼວດ, ຈັດສັນ ແລະ ກຳນົດຂອບເຂດແຫຼງທ່ອງທ່ຽວຖໍ້າອົງແກ້ວຢູ່ບ້ານຈິງ ເມືອງກະລືມ ຮ່ວມກັບກົມພັດທະນາ; ລົງສຳຫຼວດ-ກຳນົດຂອບເຂດສະຫງວນແຫຼງທ່ອງທ່ຽວຖ້ຳເດັ້ງ-ນາງລາວ ທີ່ບ້ານນໍ້າເດັ້ງ ເມືອງກະລືມ ຮ່ວມກັບບໍລິສັດພອນສັກ ແລະ ບັນດາພະແນກການກ່ຽວຂ້ອງ; ເຂົ້າຮ່ວມພິທີເຊັນສັນຍາເຊົ່າ-ສຳປະທານທີ່ດິນແຫຼງທ່ອງທ່ຽວຕາດຫົວຄົນຂອງ ບໍລິສັດ ພິເອັນເອັດກາເດັນ; ເຂົ້າຮ່ວມຝຶກອົບຮົມການເກັບກຳສະຖິຕິນັກທ່ອງທ່ຽວທີ່ເມືອງວັງວຽງ, ລາຍງານຜົນການຈັດຕັ້ງປະຕິບັດການເກັບພັນທະເຂົ້າກອງທຶນການທ່ອງທ່ຽວໃຫ້ຫ້ອງການກະຊວງ ຖວທ; ສ້າງແຜນຜັນຂະຫຍາຍຜົນກອງປະຊຸມສ້າງຄວາມເຂັ້ມແຂງພັດທະນາການທ່ອງທ່ຽວແຂວງເຊກອງ ເຊື່ອມໂຍງບັນດາແຂວງພາກໃຕ້ ເຂດພູພຽງບໍລະເວນ ຕິດພັນກັບແຜນຕ້ອນຮັບນັກທ່ອງທ່ຽວຕາມແຜນສະເຫຼີມ ສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ ແລະ ການເປີດປີທ່ອງທ່ຽວລາວ 2024 ທີ່ແຂວງເຊກອງ; ແຈ້ງການໃຫ້ຫ້ອງການ ຖວທ 4 ຕົວເມືອງ ສຸມໃສ່ສຳຫຼວດ-ປັກຫຼັກໝາຍ ແລະ ອອກໃບຢັ້ງຢືນທີ່ດິນແຫຼ່ງທ່ອງທ່ຽວ ທີ່ໄດ້ຂຶ້ນບຸລິມະສິດແລ້ວພາຍໃນເມືອງ; ຂຽນບົດສະເໜີໂຄງການສໍາຫຼວດ-ປັກຫຼັກໝາຍແຫຼງທ່ອງທ່ຽວ 8 ແຫ່ງ ເພື່ອສະເໜີພະແນກແຜນການ ແລະ ການລົງທຶນ ເອົາເຂົ້າແຜນການລົງທຶນແຫ່ງລັດ; ລົງສຳຫຼວດ-ປັກຫຼັກໝາຍເຂດສະຫງວນແຫຼງທ່ອງທ່ຽວປະຫວັດສາດບ້ານດາກປຣາ ເມືອງດາກຈຶງ ຮ່ວມກັບ ບໍລິສັດ ຫຸ້ນສ່ວນອິນໂດໄຊນາໂຮນດິງ; ລົງເກັບກຳຂໍ້ມູນຮູບພາບງານບຸນປະເພນີບ້ານກັນດອນ                        ໃໝ່ ເມືອງທ່າແຕງ; ຈັດພິມແຜ່ນພັບໂຄສະນາແຫລ່ງທ່ອງທ່ຽວຈຳນວນ 1.000 ແຜ່ນ ແຈກຢາຍໃຫ້ແຂກມາຮ່ວມກອງປະຊຸມເຊື່ອມໂຍງເຂດພູພຽງບໍລະເວນທີ່ເມືອງທ່າແຕງ; ເຂົ້າຮ່ວມວາງສະແດງສິນຄ້າໃນງານຕະຫຼາດນັດທີ່ເມືອງທ່າແຕງ 1 ຄັ້ງ; ເຂົ້າຮ່ວມງານປະກວດເດີນແບບຊຸດຊົນເຜົ່າໃນງານບຸນປະເພນີເສົາຫຼັກເມືອງ 1 ຄັ້ງ; ສໍາເລັດການຈັດພິມປຶ້ມປະຫວັດແຫຼ່ງທ່ອງທ່ຽວເສົາຫຼັກເມືອງ ແລະ ປະຫວັດທ່ານອົງແກ້ວຈໍານວນ 200 ຫົວ. ພ້ອມນັ້ນ, ກໍໄດ້ສໍາເລັດການແຕ່ງຕັ້ງຄະນະຊີ້ນຳຂັ້ນແຂວງ-ອະນຸຮັບກໍາມະການຕ່າງໆ ຜິດຊອບການປະຕິບັດກິດຈະກຳປີທ່ອງທ່ຽວລາວ 2024 ທີ່ແຂວງເຊກອງ; ລົງເກັບກໍາຂໍ້ມູນ-ຮູບພາບແຫລ່ງທ່ອງທ່ຽວຕາດນົກເຄົ້າ, ແກ້ງຫຼວງ ແລະ ອື່ນໆ ລວມທັງໂຮງແຮມ, ເຮືອນພັກ, ຮ້ານອາຫານ ເພື່ອມາໂຄສະນາຜ່ານສື່ອອນລາຍ ແລະ ເວັບໄຊຂອງພະແນກ ເພື່ອດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມແຂວງຂອງຕົນນັບມື້ຫຼາຍຂຶ້ນ.
       ທ່ານ ໃຫ້ຮູ້ຕື່ມວ່າ: ປັດຈຸບັນທົ່ວແຂວງມີແຫຼ່ງທ່ອງທ່ຽວທັງໝົດ 42 ແຫ່ງ, ໃນນີ້ ແຫຼ່ງທ່ອງທ່ຽວທໍາມະຊາດ ມີ 21 ແຫ່ງ, ແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາ ມີ 7 ແຫ່ງ, ແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດ ມີ 10 ແຫ່ງ, ແຫຼ່ງທ່ອງທ່ຽວກະສິກຳ ມີ 4 ແຫ່ງ; ນອກນັ້ນ, ຍັງມີໂຮງແຮມ 9      ແຫ່ງ, ເຮືອນພັກ 33 ແຫ່ງ ແລະ ຮ້ານອາຫານ 19 ແຫ່ງ.

ຄໍາເຫັນ

ຂ່າວທ່ອງທ່ຽວ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ານ ນາງ ເຊຍ ຮຸຍຜິງ (XIA HUIPING) ຮອງປະທານກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ປີນີ້ດີໃຈຫຼາຍທີ່ພັກ-ລັດ ໄດ້ເຫັນຄວາມສໍາຄັນ ໃຫ້ກຸ່ມບໍລິສັດຂອງພວກເຮົາໄດ້ນໍາເອົາຜະລິດຕະພັນການ ທ່ອງທ່ຽວ ວັດທະນະທໍາລາວ ມາວາງສະແດງ ເພື່ອໂຄສະນາໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະ ເທດໄດ້ຮັບຮູ້, ສົນໃຈ ການບໍລິການຕ່າງໆຂອງກຸ່ມບໍລິສັດໃຫ້ກວ້າງຂວາງ ແລະ ຫຼາຍຂຶ້ນ ໂດຍສະເພາະກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ສຸມໃສ່ການພັດທະນາຫຼາຍວຽກງານໃນຕໍ່ໜ້າ.
ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ເພີ່ມເຕີມ