ADB ຄາດຄະເນການເຕີບໂຕທາງເສດຖະກິດຂອງສປປລາວຢູ່ໃນລະດັບປານກາງ

ADB ຄາດຄະເນການເຕີບໂຕທາງເສດຖະກິດຂອງສປປລາວຢູ່ໃນລະດັບປານກາງ

ADB ຄາດຄະເນການເຕີບໂຕທາງເສດຖະກິດຂອງສປປລາວຢູ່ໃນລະດັບປານກາງ
ບົດລາຍງານຫຼ້າສຸດຂອງທະນາຄານພັດທະນາອາຊີ (ADB) ລະບຸວ່າ: ການເຕີບໂຕທາງດ້ານການບໍລິການ ລວມທັງໂລຈີສຕິກ ແລະ ການທ່ອງທ່ຽວ ຄວບຄູ່ໄປກັບຄວາມຕ້ອງການສົ່ງອອກທີ່ເພີ່ມຂຶ້ນ ສຳລັບພະລັງງານໄຟຟ້າ, ແຮ່ທາດ ແລະ ຜະລິດຕະພັນກະສິກຳ ຈະເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂອງ ສປປ ລາວ

 

ຄາດວ່າຈະເຕີບໂຕໃນລະດັບປານກາງໃນອັດຕາ3.9% ໃນປີ2025 ແລະ4.0% ໃນປີ2026 ທ່າມກາງສິ່ງທ້າທາຍທາງດ້ານເສດຖະກິດມະຫາພາກ.

ທ່ານນາງແຊນນີແຄັມເບວຫົວໜ້າຫ້ອງການADB ປະຈໍາສປປລາວໄດ້ໃຫ້ຮູ້ວ່າ: ເປັນສິ່ງສໍາຄັນທີ່ສຸດທີ່ຈະເສີມສ້າງພື້ນຖານເສດຖະກິດມະຫາພາກ ທີ່ຢຶດໝັ້ນເສດຖະກິດແລະຮັບປະກັນຄວາມຍືດຍຸ່ນໃນໄລຍະຍາວ, ເນື່ອງຈາກຄວາມບໍ່ແນ່ນອນໃນສະພາບການຂອງໂລກໃນປັດຈຸບັນ. ການສຸມໃສ່ປັບປຸງການຄຸ້ມຄອງງົບປະມານ, ການພັດທະນາຊັບພະຍາກອນມະນຸດແລະພະລັງງານທົດແທນຈະຊ່ວຍເສີມຂະຫຍາຍຄວາມອາດສາມາດຂອງປະເທດເພື່ອຕ້ານທານກັບຜົນກະທົບຈາກພາຍນອກ,ຮັບປະກັນການເຕີບໂຕຂອງເສດຖະກິດແບບຍືນຍົງແລະຍົກສູງການລວມຕົວຂອງສັງຄົມ.

ນະໂຍບາຍເງິນຕາທີ່ເຂັ້ມງວດຂຶ້ນຄາດວ່າຈະຊ່ວຍຮັກສາສະຖຽນລະພາບຂອງອັດຕາແລກປ່ຽນແລະຊ່ວຍຫຼຸດຜ່ອນອັດຕາເງິນເຟີ້. ຈຸດຢືນດ້ານນະໂຍບາຍເງິນຕາທີ່ເຂັ້ມງວດໄດ້ຊ່ວຍຮັກສາສະຖຽນລະພາບຂອງຄ່າເງິນກີບແລະອັດຕາເງິນເຟີ້ໃນໄຕມາດທີ4ຂອງປີ2024. ຄ່າເງິນກີບໂດຍລວມໄດ້ອ່ອນຄ່າລົງ5.4%ເມື່ອທຽບໃສ່ໂດລາແລະແຂງຄ່າຂຶ້ນ1.2%ເມື່ອທຽບກັບເງິນບາດຂອງໄທ. ອັດຕາເງິນເຟີ້ສະເລ່ຍຢູ່ທີ່23.3%ແຕ່ລາຄາອາຫານ, ເຄື່ອງດື່ມປະເພດເຫຼົ້າ, ຮ້ານອາຫານແລະໂຮງແຮມຍັງຢູ່ໃນລະດັບສູງສົ່ງຜົນໃຫ້ລາຄາສິນຄ້າອຸປະໂພກບໍລິໂພກສູງຂຶ້ນ. ຄາດການວ່າອັດຕາເງິນເຟີ້ສະເລ່ຍຈະຫຼຸດລົງຢູ່ໃນລະດັບ13.5%ໃນປີ2025ແລະ10.4%ໃນປີ2026. ແນວໃດກໍຕາມ, ໜີ້ສິນທີ່ເປັນເງິນຕາຕ່າງປະເທດຈະຍັງສືບຕໍ່ກົດດັນອັດຕາແລກປ່ຽນແລະກົດດັນອັດຕາເງິນເຟີ້. ການປັບຂຶ້ນລາຄາໄຟຟ້າຊຶ່ງມີຜົນບັງຄັບໃຊ້ໃນເດືອນມີນາປີ2025ຈະເຮັດໃຫ້ເງິນເຟີ້ສູງຂຶ້ນໃນໄລຍະສັ້ນຫາໄລຍະກາງ.

ການລົງທຶນດ້ານພະລັງງານທົດແທນແລະບໍ່ແຮ່ຄາດວ່າຈະຊ່ວຍໃຫ້ຂະແໜງອຸດສາຫະກໍາເຕີບໂຕໃນໄລຍະສອງປີຕໍ່ໜ້າ. ຄາດວ່າມູນຄ່າການສົ່ງອອກໄຟຟ້າ, ແຮ່ທາດແລະຜະລິດຕະພັນກະສິກໍາຈະເພີ່ມຂຶ້ນແລະການນໍາເຂົ້າໜ້າຈະຟື້ນໂຕດ້ວຍຄ່າຂອງເງິນກີບຄົງທີ່. ແນວໃດກໍຕາມ, ຂະແໜງກະສິກໍາຍັງຈະປະເຊີນກັບສິ່ງທ້າທາຍຈາກການປ່ຽນແປງຂອງສະພາບດິນຟ້າອາກາດແລະຄາດວ່າຈະຍັງຄົງເຕີບໂຕໃນລະດັບປານກາງ. ການຂາດແຄນແຮງງານແລະລາຄາສິນຄ້າກະສິກໍາທີ່ຫຼຸດລົງຈະເຮັດໃຫ້ການລົງທຶນເຂົ້າໃນຂະແໜງດັ່ງກ່າວຫຼຸດລົງ.

ນະໂຍບາຍທາງດ້ານການເງິນຈະຍັງຄົງເຂັ້ມງວດເນື່ອງຈາກຍັງມີພາລະໜີ້ສິນສາທາລະນະ. ງົບປະມານປີ2025 ຕັ້ງເປົ້າໃຫ້ການຂາດດຸນຢູ່ໃນລະດັບ1% ຂອງ GDPໂດຍລາຍຮັບເພີ່ມຂຶ້ນ36% ເປັນ68.1 ພັນຕື້ກີບແລະລາຍຈ່າຍເພີ່ມຂຶ້ນ19.1%ເປັນ71.8ພັນຕື້ກີບທຽບໃສ່ກັບປີຜ່ານມາ. ການປະຕິຮູບອາກອນແລະຍົກລະດັບວຽກງານຄຸ້ມຄອງອາກອນຫຼາຍຂຶ້ນຈະຊຸກຍູ້ໃຫ້ການເກັບລາຍຮັບເພີ່ມຂຶ້ນ. ແຕ່ແນວໃດກໍຕາມ, ໜີ້ສິນສາທາລະນະທີ່ຍັງສູງຈະຍັງເປັນສິ່ງທ້າທາຍຕໍ່ຄວາມຍືນຍົງດ້ານການເງິນແລະຈໍາກັດລາຍຈ່າຍງົບປະມານຂອງລັດຖະບານ.

ຄວາມສ່ຽງຈາກພາຍນອກທີ່ສໍາຄັນຕໍ່ການຄາດຄະເນການເຕີບໂຕຂອງສປປລາວທີ່ເກີດມາຈາກການຂຶ້ນອັດຕາພາສີຂອງສະຫະລັດອາເມຣິກາ ຊຶ່ງຄາດວ່າຈະສົ່ງຜົນກະທົບໂດຍກົງຕໍ່ເສດຖະກິດຂອງລາວ, ພ້ອມທັງສົ່ງຜົນກະທົບຢ່າງຮຸນແຮງຕໍ່ເສດຖະກິດຂອງປະເທດເພື່ອນບ້ານທີ່ເປັນຄູ່ຄ້າສໍາຄັນຂອງລາວ. ຜົນກະທົບທັງໝົດຍັງຢູ່ພາຍໃຕ້ຄວາມບໍ່ແນ່ນອນ, ຂອບເຂດ ແລະ ການສົ່ງຕໍ່ຜົນກະທົບເຫຼົ່ານີ້ແມ່ນບໍ່ສາມາດກໍານົດມູນຄ່າໄດ້, ເພາະວ່າມັນຈະຂຶ້ນກັບໄລຍະເວລາຂອງອັດຕາພາສີແລະຄວາມສາມາດໃນການເຈລະຈາຂອງບັນດາປະເທດທີ່ໄດ້ຮັບຜົນກະທົບ.

ຄວາມເຂັ້ມງວດດ້ານນະໂຍບາຍເງິນຕາແລະການເງິນຈະສົ່ງຜົນທົບຕໍ່ລາຍຈ່າຍຂອງຂະແໜງສາທາລະນະສຸກແລະສຶກສາຊຶ່ງຈະມີຜົນກະທົບຕໍ່ການພັດທະນາຊັບພະຍາກອນມະນຸດແລະຜະລິດຕະພາບໂດຍລວມ. ເນື່ອງຈາກຄວາມຕ້ອງການໃນການຊໍາລະໜີ້ສິນທີ່ເພີ່ມຂຶ້ນລາຍຈ່າຍທີ່ສໍາຄັນຕໍ່ກັບວຽກງານສາທາລະນະສຸກແລະສຶກສາແມ່ນຫຼຸດລົງຢ່າງຫຼວງຫຼາຍ. ບົດລາຍງານໄດ້ເນັ້ນໃຫ້ເຫັນເຖິງຄວາມຈໍາເປັນຂອງການປະຕິຮູບການຄຸ້ມຄອງການເງິນພາກລັດຢ່າງຮອບດ້ານເພື່ອແກ້ໄຂສິ່ງທ້າທາຍໃນຂະແໜງສຶກສາແລະສາທາລະນະສຸກ.

(ຂ່າວ-ພາບ: ສຸກສະຫວັນ)

ຄໍາເຫັນ

ຂ່າວການຮ່ວມມື

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ອົງການກວດສອບແຫ່ງລັດ ປາຖະກະຖາວັນສຳຄັນປະຫວັດສາດ

ໃນວັນທີ 28 ຕຸລາຜ່ານມາ, ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງພິທີປາຖະກະຖາວັນຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945-2/9/2026); ວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ (9/9/2002-9/9/2026); ວັນປະກາດເອກະລາດ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ (12/10/1945-12/10/2026),
ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ເລຂາພັກແຂວງເຊກອງ ຕ້ອນຮັບຜູ້ແທນກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ນະຄອນເຫວ້

ວັນທີ 28 ຕຸລາຜ່ານມາ, ທີ່ຫ້ອງວ່າການແຂວງເຊກອງ, ທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ ໄດ້ຕ້ອນຮັບທ່ານ ພັອ ເຈິ່ນ ຕ໋ຽນ ຮຽນ ຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນດານັງ ແລະ ທ່ານ ພັອ ໂຕນເທິດ ຫວຽນດ໊າດ ຮອງຫົວໜ້າກອງບັນຊາການທະຫານຊາຍແດນ ນະຄອນເຫວ້ ພ້ອມດ້ວຍຄະນະ ທີ່ເດີນທາງມາເຄື່ອນໄຫວເຮັດວຽກຢູ່ແຂວງເຊກອງ.
ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ອົງການກວດສອບແຫ່ງລັດ ສປປ ລາວ ເຂົ້າຮ່ວມກອງປະຊຸມສາກົນທີ່ ຮ່າໂນຍ

ໃນລະຫວ່າງວັນທີ 25-29 ຕຸລາ ນີ້, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ, ນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສາກົນ ຢູ່ນະຄອນຫຼວງຮ່າໂນຍ ສສ ຫວຽດນາມ ພາຍໃຕ້ຫົວຂໍ້: “ສະຖາບັນກວດສອບສູງສຸດ ຕໍ່ກັບສະພາບໂລກທີ່ມີການປ່ຽນແປງ: ວິໄສທັດ, ຂອບການເຮັດວຽກຂອງສະຖາບັນ ແລະ ນະວັດຕະກຳ” ຊຶ່ງມີຜູ້ຕາງໜ້າຈາກສະຖາບັນກວດສອບສູງສຸດ ຈາກ 16 ປະເທດເຂົ້າຮ່ວມ ແລະ ບັນດາອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ເພື່ອແລກປ່ຽນບົດຮຽນ, ວິໄສທັດ ແລະ ຍຸດທະສາດການພັດທະນາວຽກງານກວດສອບໃຫ້ສອດຄ່ອງກັບສະພາບການຂອງໂລກທີ່ມີການປ່ຽນແປງໃນດ້ານການຫັນເປັນທັນສະໄໝ.
ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ການສຶກສາສົງ ເປັນປັດໄຈສຳຄັນໃນການພັດທະນາຊັບພະຍາກອນມະນຸດ

ພະອາຈານ ພວງປະເສີດ ພູມະວົງ ຮອງປະທານ ຫົວໜ້າກຳມາທິການສຶກສາສົງ ສູນກາງອົງການພຸດທະສາສະໜາສຳພັນລາວ ໄດ້ມີຄຳເຫັນຕໍ່ກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ, ໂດຍມີພະອາຈານ ອິນຊູນ ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ ເຈົ້າອະທິການວັດຫົງຟ້າ ສປ ຈີນ, ມີພະ​ເຖຣານຸ​ເຖຣະ ຜູ້ແທນພະສົງທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.
ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18

ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຄະນະປະສານງານຂະແໜງສາທາລະນະສຸກ ລະດັບນະໂຍບາຍ ຄັ້ງທີ 18 ຂຶ້ນຢ່າງເປັນທາງການ ໃນວັນທີ 29 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ເພື່ອກຳນົດທິດທາງຍຸດທະສາດ ແລະ ຍົກລະດັບລະບົບສາທາລະນະສຸກ ໃຫ້ສອດຄ່ອງກັບໄລຍະທີ່ ສປປ ລາວ ກຳ ລັງກຽມຄວາມພ້ອມທີ່ຈະຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDC) ໃນເດືອນພະຈິກ 2026 ນີ້. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາ ລະນະສຸກ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ ແລະ ທ່ານ ທີໂມທີ ອາມສະຕຣອງ ຜູ້ຕາງໜ້າອົງການອະນາໄມໂລກ (WHO) ປະຈຳ ສປປ ລາວ, ມີການນຳພັກ-ລັດ ແລະ ຄູ່ຮ່ວມພັດທະນາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ຮອງນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມອຳລາຂອງທູດອົສຕຣາລີ ປະຈຳລາວ

ໃນວັນທີ 28 ຕຸລານີ້ ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ສສກ ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ນາງ ເມແກນ ຈອນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງອົສຕຣາລີ ປະຈຳ ສປປ ລາວ, ມີຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ຫໍສະມຸດເຈີ້ຈ່ຽງ ມອບປຶ້ມໃຫ້ຫໍສະມຸດແຫ່ງຊາດລາວ

ພິທີມອບ-ຮັບປຶ້ມຫໍສະມຸດເຈີ້ຈ່ຽງ ມອບໃຫ້ຫໍສະມຸດແຫ່ງຊາດລາວ ຈັດຂຶ້ນໃນວັນທີ 29 ຕຸລານີ້ ທີ່ຫໍສະມຸດແຫ່ງຊາດລາວ, ໂດຍມີທ່ານ ສິວ ຢົງເຊີ້ງ ຮອງຜູ້ອຳນວຍການຫໍສະມຸດເຈີ້ຈ່ຽງ ທັງເປັນຫົວໜ້າສູນຄົ້ນຄວ້າສູນປົກປັກຮັກສາປຶ້ມບູຮານແຂວງເຈີ້ຈ່ຽງ, ທ່ານ ສຳລານ ຫຼວງອາໄພ ຜູ້ອຳນວຍການຫໍສະມຸດແຫ່ງຊາດລາວ, ທ່ານ ໂຫຼ ເວີ້ຍ ຈ້ຽນ ອຳນວຍການສູນວັດທະນະທຳຈີນ, ມີແຂກຖືກເຊີນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ເປີດຝຶກອົບຮົມ “ການເປັນຜູ້ນຳເພດຍິງ” ພາຍໃຕ້ໂຄງການຜູ້ນຳເພດຍິງອາຊີ

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ (ຄຊກມດ) ຮ່ວມກັບ ທະນາຄານພັດທະນາອາຊີ (ADB) ເປີດຝຶກອົບຮົມການເປັນການນຳເພດຍິງ ພາຍໃຕ້ໂຄງການ ການເປັນຜູ້ນຳແມ່ຍິງອາຊີ ໃນວັນທີ 28-30 ຕຸລາ ນີ້, ໂດຍການເຂົ້າຮ່ວມ ແລະ ກ່າວເປີດຂອງ ທ່ານ ນາງ ພັນຈິດາ ເລັ່ງສະຫວັດ ຮອງປະທານ ຄຊກມດ ແລະ ທ່ານ ອຳເມີ ກາຣີ ຫົວໜ້າຝ່າຍປະຕິບັດງານປະຈໍາປະເທດ ADB ປະຈໍາ ສປປ ລາວ, ພ້ອມດ້ວຍ ສໍາມະນາກອນ ຈາກພາກລັດ ແລະ ເອກະຊົນ ເຂົ້າຮ່ວມ.
ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ທ່ານ ເພັດ ພົມພິພັກ ຕ້ອນຮັບທູດອົສຕຣາລີ ເຂົ້າຢ້ຽມອຳລາ

ໃນວັນທີ 28 ຕຸລານີ້, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບອຳລາ ທ່ານ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ ທີ່ຫ້ອງວ່າການສູນກາງພັກ, ກ່ອນທີ່ທ່ານທູດຈະສຳເລັດວາລະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນອີກບໍ່ເທົ່າໃດເດືອນຂ້າງໜ້ານີ້. ໃນໂອກາດດັ່ງກ່າວ, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບບຸລິມະສິດການພັດທະນາຂອງ ສປປ ລາວ ລວມທັງອະນາຄົດຂອງການຮ່ວມມືລະຫວ່າງ ສປປ ລາວ ແລະ ອົສຕຣາລີ; ທ່ານທູດ ຈອນສ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ເພັດ ພົມພິພັກ ທີ່ໃຫ້ການສະໜັບສະໜູນໃນໄລຍະທີ່ທ່ານທູດປະຕິບັດໜ້າທີ່ການທູດຢູ່ ສປປ ລາວ, ພ້ອມທັງຮັບຮູ້ເຖິງການປະກອບສ່ວນຂອງທ່ານ ເພັດ ພົມພິພັກ ຕໍ່ການພັດທະນາປະເທດຊາດ, ລວມທັງບົດບາດໃນການສະໜັບສະໜູນການຕັດສິນໃຈຂອງພັກ ແລະ ການຈັດຕັ້ງປະຕິບັດບັນດາບຸລິມະສິດຂອງຊາດ.
ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ

ເວທີສົນທະນາຊາວໜຸ່ມ ກັບພະພຸດທະສາສະໜາໃນຍຸກດີຈີຕອນ ຍູ້ແຮງການເຜີຍແຜ່ຄຳສອນອົງພະສໍາມາສໍາພຸດທະເຈົ້າໃຫ້ຍືນຍົງຄວາມສໍາພັນ ລະຫວ່າງພະພຸດທະສາສະໜາກັບຄົນຍຸກໃໝ່ ໂດຍສະເພາະກຸ່ມເຈນແຊດ ແລະ ຄົນຮຸ່ນໃໝ່ໃນຍຸກດີຈີຕອນ ໄດ້ຖືກຍົກຂຶ້ນໃນເວທີສຳມະນາຊາວໜຸ່ມ ກັບພະພຸດທະສາສະໜາໃນວັນທີ 29 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ໃນໂອກາດຈັດກອງປະຊຸມໂຕະມົນ ພຸດທະສາສະໜາໜານໄຫ ຄັ້ງທີ XI ຢູ່ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງພະອາຈານໃຫຍ່ ດຳລົງ ພິມມະຈັກ ຄະນະບໍລິຫານງານ ປະຈຳການ ຮອງປະທານ ຫົວໜ້າກຳມາທິການຕ່າງປະເທດ ສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ, ມີພະອາຈານໃຫຍ່ ອິນຊູນ (Yin Shun) ປະທານສະມາຄົມພຸດທະສາສະໜາ ແຫ່ງນະຄອນເສີນເຈິນ, ມີພະສົງຈາກ 30 ປະເທດ ແລະ ຊາວໜຸ່ມເຂົ້າຮ່ວມ
ເພີ່ມເຕີມ