ໃນ 50 ປີຜ່ານມາ, ເສດຖະກິດ-ສັງຄົມຂອງປະເທດລາວໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ຊີວິດການເປັນຢູ່ຂອງປະຊາຊົນລາວໄດ້ຮັບການປັບປຸງ ແລະຖານະບົດບາດຂອງ ສປປ ລາວ ໃນເວທີສາກົນນັບມື້ນັບສູງເດັ່ນຂຶ້ນ. ການຮ່ວມມື ຍຸດທະສາດຮອບດ້ານ ຈີນ-ລາວ ກ້າວເຂົ້າສູ່ລວງເລິກຢ່າງຕໍ່ເນື່ອງ,ບັນດາໂຄງການຮ່ວມມືອັນສໍາຄັນດໍາເນີນຢ່າງໜັກແໜ້ນ ເຊິ່ງໄດ້ນໍາເອົາຜົນປະໂຫຍດ ຕົວຈິງໃຫ້ແກ່ປະຊາຊົນສອງຊາດ. ປີຫນ້າແມ່ນການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ລາວຄົບຮອບ 65 ປີ, ຂ້າພະເຈົ້າຍິນດີຮ່ວມກັບສະຫາຍ ຖືເອົາຍຸດທະສາດທີ່ເປັນເອກະພາບກັນຂອງການນໍາສູງສຸດສອງພັກ, ສອງລັດເປັນເຂັມທິດເຍືອງທາງ, ຊີ້ນໍາບັນດາຂະແຫນງການ ແລະທ້ອງຖິ່ນຂອງສອງຝ່າຍເພີ່ມທະວີການຮ່ວມມືກັນ ເພື່ອຊຸກຍູ້ການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.
ຂໍອວຍພອນໃຫ້ປະເທດລາວຈົ່ງຈະເລີນຮຸ່ງເຮືອງ ແລະປະຊາຊົນຈົ່ງຢູ່ເຢັນເປັນສຸກ.
ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງຈີນແລະ
ລາວໄດ້ຮັບການສືບທອດ ແລະຫມັ້ນຄົງທະໜົງແກ່ນຕະຫຼອດໄປ.
ຄໍາເຫັນ