ການ​ນຳພັກ-ລັດ ສ​ສ ຫວຽດ​ນາມ ສົ່ງສານອວຍ​ພອນ ວັນ​ຊາດ​ ສ​ປ​ປ ລາວ ຄົບ​ຮອບ 50 ປີ

ການ​ນຳພັກ-ລັດ ສ​ສ ຫວຽດ​ນາມ ສົ່ງສານອວຍ​ພອນ ວັນ​ຊາດ​ ສ​ປ​ປ ລາວ ຄົບ​ຮອບ 50 ປີ

ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະພາແຫ່ງຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້​ສົ່ງ​ສານອວຍ​ພອນ ເຖິງ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະພາແຫ່ງຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຄະນະກຳມະການສູນກາງແນວລາວສ້າງຊາດ ເຊິ່ງ​ມີ​ເນື້ອ​ໃນ​ດັ່ງ​ນີ້: ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ວັນ​ສະ​ຖາ​ປະ​ນາ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ຄົບ​ຮອບ 50 ປີ​, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​, ລັດ​, ສະ​ພາ​ແຫ່ງ​ຊາດ​, ລັດ​ຖະ​ບານ ແຫ່ງ ສສ ຫວຽດ​ນາມ​, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຂໍ​ສົ່ງ​ຄຳ​ອວຍ​ພອນ​ໄຊ​ອັນ​ປະ​ເສີດ ແລະ​ອົບ​ອຸ່ນ​ມາ​ຍັງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດລາວ​, ປະ​ທານ​ປະ​ເທດ​, ລັດ​ຖະ​ບານ​, ສະ​ພາ​ແຫ່ງ​ຊາດ ແຫ່ງ ສປປ ລາວ​, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ.

 

ໃນຕະຫຼອດໄລຍະ 50 ປີຜ່ານມາ, ພາຍໃຕ້ການນຳພາທີ່ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ປະເທດລາວໄດ້ຜ່ານຜ່າສິ່ງທ້າທາຍຫຼາຍຢ່າງ, ຍຶດໝັ້ນສູ້ຊົນເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງສາມາດບັນລຸໄດ້ຜົນສຳເລັດອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດໃນທຸກຂົງເຂດ. ເສດຖະກິດ - ສັງຄົມໄດ້ພັດທະນາຢ່າງໝັ້ນຄົງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ຮັກສາໄດ້ຄວາມໝັ້ນຄົງທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ຢ່າງໜັກແໜ້ນ, ບົດບາດ ແລະ ອິດທິພົນຂອງລາວນັບມືນັບໄດ້ຮັບການຍົກສູງຂຶ້ນໃນເວທີສາກົນ. ພິເສດ, ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ໄດ້ກຳນົດແນວທາງ, ເປົ້າໝາຍ ແລະ ໜ້າທີ່ໃນການພັດທະນາປະເທດ ໃນໄລຍະໃໝ່ ເພື່ອກ້າວໄປເຖິງເປົ້າໝາຍຫຼຸດພົ້ນອອກຈາກສະຖານະພາບ ດ້ອຍພັດທະນາພາຍໃນປີ 2026. ພວກຂ້າພະເຈົ້າ ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ, ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ປະເທດລາວອ້າຍນ້ອງ ຈະສືບຕໍ່ບັນລຸໄດ້ຜົນສຳເລັດໃໝ່ອັນໃຫຍ່ຫຼວງກວ່າເກົ່າ, ພັກປະຊາຊົນປະຕິວັດລາວຈະຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ໃນຕົ້ນປີ 2026 ສໍາເລັດຜົນຢ່າງຈົບງາມ; ສ້າງສາປະເທດລາວ ເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ແລະ ຈະເລີນຮຸ່ງເຮືອງຕາມເປົ້າໝາຍສັງຄົມນິຍົມ.

ພວກຂ້າພະເຈົ້າ ມີຄວາມປິຕິຍິນດີ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ ຄຽງຄູ່ກັບບັນດາຜົນສຳເລັດອັນໃຫຍ່ຫຼວງທີ່ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດບັນລຸໄດ້ໃນໄລຍະຜ່ານມາ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ ໂດຍແມ່ນປະທານ ໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເປັນຜູ້ລິເລີ່ມກໍ່ສ້າງ ແລະ ເພີ່ມພຸນຄຸນສ້າງ, ນັບມືນັບໄດ້ຮັບການປັບປຸງ, ພັດທະນາຢ່າງເລິກເຊິ່ງ, ແທດເໝາະກັບຕົວຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດແຫ່ງການປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງແຕ່ລະປະເທດ.

ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍສະໜັບສະໜູນຢ່າງເຂັ້ມແຂງແຮງກ້າ ແລະ ຮອບດ້ານຕໍ່ພາລະກິດການປ່ຽນແປງໃໝ່ຂອງ ສປປ ລາວ ແລະ ຖືການພົວພັນກັບລາວເປັນບຸລິມະສິດອັນດັບຕົ້ນຕໍ ໃນນະໂຍບາຍການຕ່າງປະເທດຂອງຕົນຢ່າງສະເໝີຕົ້ນສະເໝີປາຍ. ເຖິງວ່າໃນສະພາບການໃດກໍຕາມ, ຫວຽດນາມຈະພະຍາຍາມສຸດຄວາມສາມາດ ເພື່ອຮ່ວມກັບລາວ ເພື່ອຮັກສາ, ປົກປ້ອງ ແລະ ສືບຕໍ່ເພີ່ມພູນຄຸນສ້າງຄວາມສາມັກຄີພິເສດລະຫວ່າງຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ ໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ມີປະສິດທິຜົນ ແລະ ແທດຈິງໃນທຸກໆຂົງເຂດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ສາກົນ.

ຂໍອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ - ລາວ ຈົ່ງສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ຂໍອວຍພອນໄຊອັນປະເສີດ ມາຍັງບັນດາສະຫາຍການນຳພັກ, ລັດ, ລັດຖະບານ ແລະ ແນວລາວສ້າງຊາດ ຈົ່ງມີສຸຂະພາບເຂັ້ມແຂງ, ພະລານະໄມສົມບູນ ແລະ ປະສົບຜົນສຳເລັດອັນໃຫຍ່ຫຼວງກວ່າເກົ່າາໃນໜ້າທີ່ອັນສູງສົ່ງຂອງຕົນ.

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ໃນວັນທີ 21 ມັງກອນ ນີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຊຣເກຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ເມື່ອບໍ່ດົນມານີ້ ທີ່​ສຳ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ,​ ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງ​ ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສ ຕວັກກີ ປະຈໍາ ສປປ ລາວ.
ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ພິທີລົງນາມເອກະສານ ວ່າດ້ວຍການຈັດຕັ້ງປະຕິບັດໂຄງການ ປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ ຈັດຂຶ້ນໃນວັນທີ 19 ມັງກອນນີ້ ທີ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໂດຍການຮ່ວມລົງນາມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງສປປ ລາວ ແລະ ທ່ານ ໂຢເກສຊວາ ສັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ.
ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ໃນອາທິດຜ່ານມານີ້, ສະຖານກົງໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ ແຂວງຈໍາປະສັກໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ຈະເປີດຂຶ້ນໃນໄວໆນີ້. ໄດ້ຈັດຂຶ້ນໃນອາທິດຜ່ານມານີ້ ທີ່ສະຖານກົງໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງຈຳປາສັກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ຈາກ ແຂວງຈຳປາສັກ, ອັດຕະປື, ສາລາວັນ ແລະ ເຊກອງ ເຂົ້າຮ່ວມ.
ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ພ້ອມສຽງເພງຊາດດັງກ້ອງທົ່ວອາຊຽນ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື "ອາຊຽນ ພາຣາເກມ" (ASEAN ParaGames 2025) ຈັດຂຶ້ນໃນຕອນແລງວັນທີ 17 ມັງກອນຜ່ານມາ ທີ່ນະຄອນຣາຊະສີມາ ປະເທດໄທ ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກົງສັກ ຍອດມະນີ ຜູ້ວ່າການ ການກິລາແຫ່ງປະເທດໄທ, ມີທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງຄະນະນຳພາທັບນັກກິລາຄົນພິການລາວ ພ້ອມດ້ວຍບັນດາຄະນະນຳອີກ 9 ຊາດເຂົ້າຮ່ວມ.
ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ທ່ານນາງ ເລ ທິ ທູ ຮັງ (Le Thi Thu Hang) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ຕ້ອນຮັບຄະນະສື່ມວນຊົນຕ່າງປະທາດ ເຂົ້າພົບປະໃນວັນທີ 19 ມັງກອນ ນີ້ ທີ່ກະຊວງການຕ່າງປະເທດ ຫວຽດນາມ ຊຶ່ງປະກອບມີ ສື່ມວນຊົນຈາກ ສປປ ລາວ, ກຳປູເຈຍ, ອິນເດຍ, ສີລັງກາ, ຣັດເຊຍ, ກູບາ ແລະ ໂມຊຳບິ ທີ່ໄດ້ເດີນທາງເຂົ້າຮ່ວມເກັບກຳຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຊຶ່ງຈະໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 20 ມັງກອນ 2026 ແລະ ຈະດໍາເນີນໄປຈົນຮອດ ວັນທີ 25 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI) ພາຍໃຕ້ການສະໜັບສະໜູນຂອງໄຈກາ (JICA) ແລະ ມູນນິທິຍີ່ປຸ່ນ (JF) ໄດ້ຈັດງານບຸນປີໃໝ່ຍີ່ປຸ່ນ ປະຈຳປີ 2026 ໃນລະຫວ່າງວັນທີ 16-17 ມັງກອນຜ່ານມາ ຢ່າງຄຶກຄື້ນ ໂດຍມີທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາ ສປປ ລາວ, ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການໄຈກາປະຈຳລາວ, ທ່ານ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນລາວຍີ່ປຸ່ນ ພ້ອມຄູ-ອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ໃນຕົ້ນປີ 2026, ບັນຍາກາດທາງການເມືອງໃນທົ່ວປະເທດ ໄດ້ມຸ່ງໜ້າໄປສູ່ເຫດການໜຶ່ງທີ່ມີຄວາມສໍາຄັນເປັນພິເສດຕໍ່ການດໍາເນີນພາລະກິດປະຕິວັດຂອງພັກ ແລະ ຂອງຊາດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໄດ້ຈັດຂຶ້ນໃນສະພາບການທີ່ປະເທດໄດ້ຜ່ານການດໍາເນີນການປັບປຸງໃໝ່ເກືອບ 40 ປີ ພ້ອມກັບຜົນສໍາເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ. ໃນຂະນະດຽວກັນ ກໍກໍາລັງຢືນຢູ່ຕໍ່ໜ້າຄວາມຕ້ອງການໃໝ່ຂອງໄລຍະການພັດທະນາໃນອະນາຄົດ. ວຽກງານກະກຽມສໍາລັບເຫດການທາງການເມືອງອັນສໍາຄັນຢ່າງສູງນີ້ ໄດ້ຖືກດໍາເນີນຢ່າງເຂັ້ມງວດ ແລະ ເປັນລະບົບ, ສະທ້ອນໃຫ້ເຫັນຢ່າງຊັດເຈນຈິດວິນຍານແຫ່ງການປັບປຸງໃໝ່, ຄວາມຮັບຜິດຊອບ ແລະ ທັດສະນະວິໄສທັດຍຸດທະສາດ.
ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ໃນຕອນບ່າຍວັນທີ 16 ມັງກອນ ນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variara) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ໃນວັນທີ 14 ມັງກອນ ຜ່ານມານີ້ ທີ່ ນະຄອນຫຼວງບາງກອກ ສຳນັກງານໃຫຍ່ຂອງ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໄດ້ມີພິທີເຊັນສັນຍາຮ່ວມມືດ້ານພະລັງງານ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ (EDL), ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະ ເທນາການາຊຽນໂນເບີຮັດ (TNB) ປະເທດມາເລເຊຍ ພາຍໃຕ້ໂຄງການຮ່ວມມື ລາວ-ໄທ-ມາເລເຊຍ-ສິງກະໂປ LTMS-PIP.
ເພີ່ມເຕີມ