ສະ​ຫາຍສີ​ຈິ້ນ​ຜິງສົ່ງ​ສານອວຍ​ພອນ​ວັນ​ຊາດຄົບ​ຮອບ 50 ປີ

ສະ​ຫາຍສີ​ຈິ້ນ​ຜິງສົ່ງ​ສານອວຍ​ພອນ​ວັນ​ຊາດຄົບ​ຮອບ 50 ປີ

ສະ​ຫາຍສີຈິ້ນຜິງເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນປະທານປະເທດແຫ່ງສາທາລະນະລັດປະຊາຊົນຈີນໄດ້​ສົ່ງ​ສານອວຍ​ພອນເຖິງສະ​ຫາຍທອງ​ລຸນສີ​ສຸ​ລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວເຊິ່ງ​ມີ​ເນື້ອ​ໃນ​ດັ່ງ​ນີ້: ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ, ຂ້າພະເຈົ້າຂໍຕາງໜ້າພັກກອມມູນິດຈີນ, ລັດຖະບານຈີນ ແລະ ປະຊາຊົນຈີນ, ສະແດງຄວາມຊົມເຊີຍຢ່າງສຸດໃຈ ມາຍັງພັກປະຊາຊົນປະຕິວັດລາວ, ລັດຖະບານລາວ ແລະປະຊາຊົນລາວ.

ໃນໄລຍະ50 ປີຜ່ານມາ, ພັກປະຊາຊົນປະຕິວັດລາວໄດ້ເຕົ້າໂຮມນໍາພາປະຊາຊົນລາວ ບາກບັ່ນສູ້ຊົນ ແລະກ້າວໄປໜ້າຢ່າງໜັກແໜ້ນ ເຊິ່ງໄດ້ຮັບຜົນສໍາເລັດໜ້າຊົມຊື່ນ ໃນພາລະກິດການປ່ຽນແປງໃຫມ່, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ, ຖານະບົດບາດໃນເວທີສາກົນແລະພາກພື້ນໄດ້ຮັບການຍົກສູງຂຶ້ນຢ່າງຈະແຈ້ງ. ໃນຖານະເປັນສະຫາຍ ແລະອ້າຍນ້ອງ, ຝ່າຍຈີນຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງ ຕໍ່ຜົນສໍາເລັດ ດັ່ງກ່າວ, ພວກຂ້າພະເຈົ້າເຊື່ອໝັ້ນວ່າ ຝ່າຍລາວຈະເດີນຕາມເສັ້ນທາງສັງຄົມນິຍົມທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນເອງຢ່າງແນ່ນອນ, ຕ້ອນຮັບການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XIIຂອງພັກຢ່າງມີໄຊ ແລະສ້າງພາບພົດໃໝ່ໃຫ້ແກ່ພາລະກິດສ້າງສາພັດທະນາ ຂອງພັກ ແລະປະເທດຊາດ.

ສະຫາຍ ເລຂາທິການໃຫຍ່ ໄດ້ສໍາເລັດການຢ້ຽມຢາມປະເທດຈີນຢ່າງຈົບງາມ ໃນເດືອນກັນຍາຜ່ານມາ, ຂ້າພະເຈົ້າ ແລະສະຫາຍໄດ້ບັນລຸຄວາມເຫັນທີ່ເປັນເອກະພາບກັນໃນດ້ານຍຸດທະສາດອັນໃໝ່ ກ່ຽວກັບການລົງເລິກສ້າງຄູ່ຮ່ວມຊາຕາກໍາຈີນ-ລາວ. ຝ່າຍຈີນຖືປະເທດລາວເປັນບູລິມະສິດໃນວຽກງານຕ່າງປະເທດກັບບັນດາປະເທດອ້ອມຂ້າງ, ຍິນດີ ຮ່ວມກັບຝ່າຍລາວ, ຖືໂອກາດການສ້າງຕັ້ງສາຍພົວພັນທາງການທູດຈີນ-ລາວຄົບຮອບ 65 ປີ ໃນປີຫນ້າ, ເສີມສ້າງມິດຕະພາບອັນເປັນມູນເຊື້ອ, ເພີ່ມທະວີຄວາມສາມັກຄີ ແລະການປະສານສົມທົບກັນ, ຊຸກຍູ້ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ ແລະລາວ ໃນຍຸກສະໄໝໃໝ່ໃຫ້ກ້າວເຂົ້າສູ່ລວງເລິກ ແລະເປັນຮູບປະທໍາຢ່າງບໍ່ຢຸດຢັ້ງ, ນໍາເອົາຄວາມຜາສຸກຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນສອງຊາດ, ປະກອບສ່ວນອັນໃຫຍ່ຫຼວງກວ່າເກົ່າເຂົ້າໃນການສ້າງສັນຕິພາບ ແລະການພັດທະນາຂອງພາກພື້ນ ແລະ ໂລກ.

ຂໍອວຍພອນໃຫ້ປະເທດລາວຈົ່ງຈະເລີນຮຸ່ງເຮືອງ ແລະປະຊາຊົນຈົ່ງຢູ່ເຢັນເປັນສຸກ.

ຂໍອວຍພອນໃຫ້ການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວໄດ້ຮັບຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ.

ຄໍາເຫັນ

ຂ່າວການຮ່ວມມື

ນາຍົກລັດຖະມົນຕີ ສ​ປ ຈີນ ສົ່ງ​ສານອວຍ​ພອນ​ວັນ​ຊາດ ຄົບ​ຮອບ 50 ປີ

ນາຍົກລັດຖະມົນຕີ ສ​ປ ຈີນ ສົ່ງ​ສານອວຍ​ພອນ​ວັນ​ຊາດ ຄົບ​ຮອບ 50 ປີ

ສະ​ຫາຍ ຫຼີ​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ ຈີນ ໄດ້​ສົ່ງ​ສານອວຍ​ພອນ ເຖິງ ສະ​ຫາຍ ສອນ​ໄຊ ສີ​ພັນ​ດອນ ນາຍົກລັດຖະມົນຕີແຫ່ງສປ​ປ ລາວ ເຊິ່ງ​ມີ​ເນື້ອ​ໃນ​ວ່າ: ເນື່ອງໃນໂອກາດວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 50 ປີ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍມາຍັງສະຫາຍຢ່າງສຸດໃຈ.
ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເດີນທາງເຖິງນະຄອນຫຼວງວຽງຈັນ

ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເດີນທາງເຖິງນະຄອນຫຼວງວຽງຈັນ

ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງວຽງຈັນ ໃນຕອນເຊົ້າວັນທີ 1 ທັນວາ 2025 ໂດຍມີ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກຜູ້ປະຈຳການຄະນະເລຂາທິການສູນກາງພັກຮອງປະທານປະເທດພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ.
ການ​ນຳພັກ-ລັດ ສ​ສ ຫວຽດ​ນາມ ສົ່ງສານອວຍ​ພອນ ວັນ​ຊາດ​ ສ​ປ​ປ ລາວ ຄົບ​ຮອບ 50 ປີ

ການ​ນຳພັກ-ລັດ ສ​ສ ຫວຽດ​ນາມ ສົ່ງສານອວຍ​ພອນ ວັນ​ຊາດ​ ສ​ປ​ປ ລາວ ຄົບ​ຮອບ 50 ປີ

ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ສະພາແຫ່ງຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້​ສົ່ງ​ສານອວຍ​ພອນ ເຖິງ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດ ລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະພາແຫ່ງຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຄະນະກຳມະການສູນກາງແນວລາວສ້າງຊາດ ເຊິ່ງ​ມີ​ເນື້ອ​ໃນ​ດັ່ງ​ນີ້: ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ​ວັນ​ສະ​ຖາ​ປະ​ນາ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ຄົບ​ຮອບ 50 ປີ​, ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​, ລັດ​, ສະ​ພາ​ແຫ່ງ​ຊາດ​, ລັດ​ຖະ​ບານ ແຫ່ງ ສສ ຫວຽດ​ນາມ​, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຂໍ​ສົ່ງ​ຄຳ​ອວຍ​ພອນ​ໄຊ​ອັນ​ປະ​ເສີດ ແລະ​ອົບ​ອຸ່ນ​ມາ​ຍັງ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ປະ​ຊາ​ຊົນ ປະ​ຕິ​ວັດລາວ​, ປະ​ທານ​ປະ​ເທດ​, ລັດ​ຖະ​ບານ​, ສະ​ພາ​ແຫ່ງ​ຊາດ ແຫ່ງ ສປປ ລາວ​, ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ.
ສາຍພົວພັນ ລະຫວ່າງ ລາວ-ຫວຽດນາມ:

ສາຍພົວພັນ ລະຫວ່າງ ລາວ-ຫວຽດນາມ:

“ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດແລະ ການຮ່ວມມືຮອບດ້ານເປັນສາຍພົວພັນ ໜຶ່ງບໍ່ມີສອງ, ບໍ່ຄືໃຜ ແລະ ບໍ່ມີໃຜຄື; ເອກະລາດຂອງຊາດລາວ ແລະ 50 ປີແຫ່ງການປົກປັກຮັກສາ, ສ້າງສາພັດທະນາປະເທດຊາດຂອງ ສປປ ລາວ ຍາມໃດກໍຕິດພັນກັບສາຍພົວພັນຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ”
50 ປີວັນສະຖາປານາສປປ ລາວ:  ສາຍໃຈຫວຽດນາມ - ລາວອັນແໜ້ນແຟ້ນ  ຮ່ວມກ້າວສູ່ຄວາມຈະເລີນຮຸ່ງເຮືອງໃນຍຸກສະໄໝໃໝ່

50 ປີວັນສະຖາປານາສປປ ລາວ: ສາຍໃຈຫວຽດນາມ - ລາວອັນແໜ້ນແຟ້ນ ຮ່ວມກ້າວສູ່ຄວາມຈະເລີນຮຸ່ງເຮືອງໃນຍຸກສະໄໝໃໝ່

ເນື່ອງໃນໂອກາດຄົບຮອບ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ), ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ມີບົດຄວາມ ໃນຫົວຂໍ້ “50 ປີວັນສະຖາປານາສປປລາວ: ສາຍໃຈຫວຽດນາມ - ລາວອັນແໜ້ນແຟ້ນຮ່ວມກ້າວສູ່ຄວາມຈະເລີນຮຸ່ງເຮືອງໃນຍຸກສະໄໝໃໝ່” ຊຶ່ງມີເນື້ອໃນດັ່ງລຸມ່ນີ້:
ຜົນສໍາເລັດກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍລາວ-ກຳປູເຈຍ ຄັ້ງທີ15

ຜົນສໍາເລັດກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍລາວ-ກຳປູເຈຍ ຄັ້ງທີ15

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະທານຄະນະກຳມາທິການຮ່ວມຝ່າຍລາວວ່າດ້ວຍການຮ່ວມມືສອງຝ່າຍລາວ-ກຳປູເຈຍ,ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນແຫ່ງຣາຊະອານາຈັກກໍາປູເຈຍ, ປະທານຄະນະກຳມາທິການຮ່ວມຝ່າຍກຳປູເຈຍວ່າດ້ວຍການຮ່ວມມືສອງຝ່າຍກຳປູເຈຍ-ລາວ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມສປປ ລາວ ຢ່າງເປັນທາງການແລະ ເປັນປະທານກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກຳປູເຈຍ (JC) ຄັ້ງທີ 15 ທີ່ນະຄອນຫຼວງວຽງຈັນ, ສປປລາວ,ໃນລະຫວ່າງວັນທີ 26-28ພະຈິກ 2025.
ມອບ-ຮັບໂຄງການກໍ່ສ້າງຕາໜ່າງສະຖານີວັດແທກແຜ່ນດິນໄຫວແຫ່ງຊາດລາວໄລຍະທີ I

ມອບ-ຮັບໂຄງການກໍ່ສ້າງຕາໜ່າງສະຖານີວັດແທກແຜ່ນດິນໄຫວແຫ່ງຊາດລາວໄລຍະທີ I

ພິທີມອບ-ຮັບໂຄງການກໍ່ສ້າງຕາໜ່າງສະຖານີວັດແທກແຜ່ນດິນໄຫວແຫ່ງຊາດລາວໄລຍະທີ I ຈັດຂຶ້ນວັນທີ 27 ພະຈິກ 2025 ທີ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ນະຄອນຫຼວງວຽງຈັນ ມີທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ທ່ານ Li Yonglin ຮອງລັດຖະມົນຕີອົງການບໍລິຫານຄຸ້ມຄອງແຜ່ນດິນໄຫວຈີນ ທ່ານ ນາງ ລີ ສີເຈີນ ທີ່ປຶກສາທູດເສດຖະກິດ-ການຄ້າສະຖານທູດຈີນປະຈໍາລາວ ແລະ ພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ທ່ານ ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງສະພາການຄ້າຈີນປະຈຳ ສປປ ລາວ ຄົບຮອບ 20 ປີ

ທ່ານ ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງສະພາການຄ້າຈີນປະຈຳ ສປປ ລາວ ຄົບຮອບ 20 ປີ

​ໃນຕອນແລງວັນທີ 25 ພະຈິກ 2025, ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະພາການຄ້າຈີນ ປະຈຳ ສປປ ລາວ ຄົບຮອບ 20 ປີ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ, ປະທານຄະນະກຳມະການຮ່ວມມືລາວ-ຈີນ; ມີທ່ານ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ, ມີຮອງປະທານຄະນະກຳມະການຮ່ວມມືລາວ-ຈີນ, ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍຜູ້ຕາງໜ້າ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຄະນະຜູ້ແທນ ສປສສ ສໍາເລັດເຂົ້າຮ່ວມກອງປະຊຸມວ່າດ້ວຍການຮ່ວມມືກົດໝາຍ ຈີນ-ອາຊຽນ ຄັ້ງທີ 7

ຄະນະຜູ້ແທນ ສປສສ ສໍາເລັດເຂົ້າຮ່ວມກອງປະຊຸມວ່າດ້ວຍການຮ່ວມມືກົດໝາຍ ຈີນ-ອາຊຽນ ຄັ້ງທີ 7

ໃນລະຫວ່າງວັນທີ 20-22 ພະຈິກ 2025 ຄະນະຜູ້ແທນຂັ້ນສູງຂອງສານປະຊາຊົນສູງສຸດແຫ່ງ ສປປ ລາວ(ສປສສ) ນໍາໂດຍ ທ່ານ ນາງ ວຽງທອງ ສີພັນດອນ, ປະທານສານປະຊາຊົນສູງສຸດ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມ ວ່າດ້ວຍການຮ່ວມມືກົດໝາຍ ຈີນ-ອາຊຽນ ຄັ້ງທີ 7 ທີ່ເມືອງ ສົງ ຊິງ ສປ ຈີນ ພາຍໃຕ້ຫົວຂໍ້ “ການສ້າງຄວາມເຂັ້ມແຂງໃນການຮ່ວມມືດ້ານກົດໝາຍ ຈີນ-ອາຊຽນ ແລະ ການສ້າງປະຊາຄົມຮ່ວມສະຕາກຳດຽວກັນໃນພາກພື້ນ”.
ສາຍພົວພັນອັນໝັ້ນແກ່ນ ຫວຽດນາມ – ລາວ ບົນພື້ນຖານປະຫວັດສາດໝັ້ນຄົງ ຮ່ວມມືຮອບດ້ານ

ສາຍພົວພັນອັນໝັ້ນແກ່ນ ຫວຽດນາມ – ລາວ ບົນພື້ນຖານປະຫວັດສາດໝັ້ນຄົງ ຮ່ວມມືຮອບດ້ານ

ສາຍພັນພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ ແມ່ນມໍຣະດົກປະຫວັດສາດອັນມີຄ່າ ໄດ້ກໍາເນີດເກີດຂຶ້ນໃນຊຸມປີທີ່ມີຄວາມຫຍຸ້ງຍາກທີ່ສຸດ ຂອງການປະຕິວັດຂອງແຕ່ລະປະເທດ ແລະ ໄດ້ພັດທະນາຢ່າງຕໍ່ເນື່ອງຜ່ານຫຼາຍຮຸ້ນຄົນ ຊຶ່ງບໍ່ພຽງແຕ່ເປັນສາຍພົວພັນ ລະຫວ່າງ ສອງປະເທດບ້ານໄກ້ເຮືອນຄຽງເທົ່ານັ້ນ, ແຕ່ຫາກຍັງເປັນການຜູກພັນອັນເຕັມໄປດ້ວຍນ້ຳໃຈ ສະໜິດແໜ້ນ, ຄວາມໄວ້ເນື້ອເຊື່ອໃຈ, ສະໜັບສະໜູນ ແລະ ການແບ່ງປັນຢ່າງເລິກເຊິ່ງ ຕະຫຼອດໄລຍະເກືອບໜຶ່ງສະຕະວັດທີ່ຜ່ານມາ.
ເພີ່ມເຕີມ