50 ປີວັນສະຖາປານາສປປ ລາວ: ສາຍໃຈຫວຽດນາມ - ລາວອັນແໜ້ນແຟ້ນ ຮ່ວມກ້າວສູ່ຄວາມຈະເລີນຮຸ່ງເຮືອງໃນຍຸກສະໄໝໃໝ່

50 ປີວັນສະຖາປານາສປປ ລາວ: ສາຍໃຈຫວຽດນາມ - ລາວອັນແໜ້ນແຟ້ນ ຮ່ວມກ້າວສູ່ຄວາມຈະເລີນຮຸ່ງເຮືອງໃນຍຸກສະໄໝໃໝ່

50 ປີວັນສະຖາປານາສປປ ລາວ:  ສາຍໃຈຫວຽດນາມ - ລາວອັນແໜ້ນແຟ້ນ  ຮ່ວມກ້າວສູ່ຄວາມຈະເລີນຮຸ່ງເຮືອງໃນຍຸກສະໄໝໃໝ່
ເນື່ອງໃນໂອກາດຄົບຮອບ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ), ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ມີບົດຄວາມ ໃນຫົວຂໍ້ “50 ປີວັນສະຖາປານາສປປລາວ: ສາຍໃຈຫວຽດນາມ - ລາວອັນແໜ້ນແຟ້ນຮ່ວມກ້າວສູ່ຄວາມຈະເລີນຮຸ່ງເຮືອງໃນຍຸກສະໄໝໃໝ່” ຊຶ່ງມີເນື້ອໃນດັ່ງລຸມ່ນີ້:

 

ປີ2025ເປັນປີທີ່ມີຄວາມໝາຍຍິ່ງໃຫຍ່ເປັນພິເສດຕໍ່ປະຊາຊົນຂອງທັງສອງປະເທດຫວຽດນາມ ແລະ ລາວ, ເນື່ອງຈາກເປັນປີທີ່ມີການສະເຫຼີມສະຫຼອງວາລະຄົບຮອບວັນສໍາຄັນຕ່າງໆຂອງຊາດ. ສໍາລັບປະເທດລາວ ອ້າຍນ້ອງ, ປີນີ້ຄົບຮອບ 70 ປີແຫ່ງການສ້າງຕັ້ງພັກປະຊາຊົນປະຕິວັດລາວ “ພັກ ປປລ” (22/3/1955 –22/3/2025), ຄົບຮອບ 50 ປີວັນສະຖາປານາສາທາລະນະລັດປະຊາທິປະໄຕປະຊາຊົນລາວ“ສປປ ລາວ”(2/12/1975 –2/12/2025) ແລະ ຄົບຮອບ 105 ປີວັນເກີດຂອງປະທານໄກສອນພົມວິຫານ (13/12/1920 –13/12/2025) ຜູ້ນຳທີ່ເຄົາລົບຮັກຂອງປະຊາຊົນບັນດາເຜົ່າຂອງລາວ ແລະ ເປັນມິດສະຫາຍຜູ້ຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ. ວາລະສໍາຄັນເຫຼົ່ານີ້, ເປັນໂອກາດທີ່ດີໃຫ້ປະຊາຊົນຂອງທັງສອງປະເທດຫວຽດນາມ-ລາວໄດ້ຮ່ວມກັນພາກພູມໃຈທົບທວນປະຫວັດສາດອັນສະຫງ່າຜ່າເຜີຍ, ຫວນຄືນຄວາມຊົງຈຳອັນເລິກເຊິ່ງຂອງພັນທະມິດການຕໍ່ສູ້ຄຽງບ່າຄຽງໄຫຼ່ພ້ອມດ້ວຍຄວາມເຊື່ອໝັ້ນທີ່ຈະຮ່ວມເດີນຄຽງຂ້າງກັນສູ່ການພັດທະນາຮຸ່ງເຮືອງໃນຍຸກສະໄໝໃໝ່.

ນັບຕັ້ງແຕ່ການສ້າງຕັ້ງພັກກອມມູນິດອິນດູຈີນໃນປີ 1930, ການປະຕິວັດຂອງທັງສາມປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ໄດ້ມີສາຍພົວພັນອັນແໜ້ນແຟ້ນຍິ່ງບົນເສັ້ນທາງການຕໍ່ສູ້ເພື່ອປົດປ່ອຍຊາດໃຫ້ພົ້ນຈາກການປົກຄອງຂອງລັດທິລ່າເມືອງຂຶ້ນ. ສໍາລັບຫວຽດນາມ ແລະ ລາວ, ໃນພາລະກິດການຕໍ່ສູ້ອັນຍາກລຳບາກ ແລະ ເຕັມໄປດ້ວຍບົດທົດສອບນັ້ນ, ພາຍໃຕ້ການນຳພາຂອງສອງພັກ ຄື: ພັກກອມມູນິດຫວຽດນາມ ແລະ ພັກ ປປລ, ປະຊາຊົນຂອງທັງສອງປະເທດໄດ້ຢືນຢັດຄຽງຂ້າງກັນສະເໝີຕົ້ນສະເໝີປາຍ, ຮ່ວມສຸກຮ່ວມທຸກຮ່ວມສະໜາມຮົບດຽວກັນເພື່ອຕໍ່ສູ້ກັບສັດຕູໂຕດຽວກັນ, ນຳພາການປະຕິວັດຂອງທັງສອງຊາດໄປສູ່ໄຊຊະນະຢ່າງສົມບູນ.

ພາຍຫຼັງການເປີດສາກການບຸກໂຈມຕີຄັ້ງໃຫຍ່ ແລະ ການລຸກຮືຂຶ້ນຂອງລະດູໃບໄມ້ປົ່ງປີ 1975ໃນຫວຽດນາມ, ກອງທັບ ແລະ ປະຊາຊົນຫວຽດນາມປະສົບກັບໄຊຊະນະຢ່າງຍິ່ງໃຫຍ່ແລ້ວ;ທີ່ປະເທດລາວ, ກອງກຳລັງປະເທດລາວ ພ້ອມດ້ວຍການສະໜັບສະໜູນຈາກກອງທະຫານອາສາສະໝັກຫວຽດນາມ ກໍໄດ້ເລັ່ງລັດເຄື່ອນກຳລັງເຂົ້າສູ່ແຂວງ ແລະ ເມືອງຕ່າງໆລຽບຕາມແມ່ນໍ້າຂອງ ເພື່ອປຸກລະດົມມວນຊົນ, ກະກຽມພ້ອມສໍາລັບການລຸກຮືຂຶ້ນຍຶດອຳນາດຄັ້ງໃຫຍ່. ວັນທີ 30 ເມສາ1975, ບັ້ນຮົບ ໂຮ່ຈິມິນ ໃນຫວຽດນາມໄດ້ຮັບໄຊຊະນະຢ່າງສົມບູນ. ເມື່ອເຫັນວ່າສະຖານະການການປະຕິວັດສຸກງອມແລ້ວ, ວັນທີ 5 ພຶດສະພາ1975, ກົມການເມືອງ ແລະ ສູນກາງພັກ ປປລໄດ້ຈັດການປະຊຸມຂະຫຍາຍ ແລະ ມີມະຕິເປັນເອກະພາບເຫັນດີຕໍ່ການປະເມີນຂອງສະຫາຍເລຂາທິການໃຫຍ່ ໄກສອນ ພົມວິຫານ ທີ່ວ່າ: ການປະຕິວັດລາວກໍາລັງຢູ່ຕໍ່ໜ້າຊ່ວງເວລາທີ່ອຳນວຍຢ່າງຍິ່ງ. ພາລະກິດການຍຶດອຳນາດຄືນສູ່ມືປະຊາຊົນຈຳເປັນຕ້ອງໄດ້ປະຕິບັດໂດຍເລັ່ງດ່ວນ. ພາຍໃຕ້ການນຳພາຂອງພັກປປລ, ພວກເຮົາມີຄວາມສາມາດພຽງພໍທີ່ຈະເຮັດໃຫ້ການປະຕິວັດປະຊາທິປະໄຕປະຊາຊົນສໍາເລັດລຸລ່ວງທົ່ວປະເທດໄດ້ພາຍໃນໄລຍະເວລາອັນສັ້ນ.” ກົມການເມືອງຂອງລາວໄດ້ມີມະຕິເຫັນດີແຜນການຍຶດອຳນາດທົ່ວປະເທດ ແລະ ປະກາດຮຽກຮ້ອງໃຫ້ທົ່ວພັກ, ທົ່ວປະຊາຊົນຜູ້ຮັກຊາດ ແລະ ທົ່ວກອງທັບໃນທັງສາມເຂດຍຸດທະສາດ, ຍຶດໝັ້ນໃນໂອກາດປະຫວັດສາດທີ່ຫາໄດ້ຍາກຍິ່ງ “ລຸກຮືຂຶ້ນພ້ອມກັນ ແລະ ບຸກທະລຸຢ່າງຮອບດ້ານ, ຕໍ່ເນື່ອງ ແລະ ເຂັ້ມແຂງ ເພື່ອຍຶດອຳນາດຄືນສູ່ມືປະຊາຊົນໃນເວລາສັ້ນທີ່ສຸດ ດ້ວຍສາມບາດຄ້ອນຍຸດທະສາດ ແລະ ແນວທາງການຕໍ່ສູ້ທາງການຕ່າງປະເທດ”.ວັນທີ 2 ທັນວາ1975, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ກຳເນີດຂຶ້ນຢ່າງເປັນທາງການ. ການປະຕິວັດປົດປ່ອຍຊາດຂອງປະຊາຊົນລາວພາຍໃຕ້ການນຳພາຂອງພັກປປລໄດ້ຮັບໄຊຊະນະຢ່າງສົມບູນຕາມຄຳກ່າວທີ່ວ່າ: “ບົວບໍ່ຊໍ້າ, ນໍ້າບໍ່ຂຸ່ນ, ແຕ່ສາມາດຈັບປາໄດ້ທັງໝົດ”. ຜົນສໍາເລັດອັນຍິ່ງໃຫຍ່ນີ້,ບໍ່ພຽງແຕ່ເປັນຄວາມພາກພູມໃຈຂອງປະຊາຊົນລາວເທົ່ານັ້ນ,ຍັງເປັນຫຼັກຖານອັນມີຊີວິດຊີວາທີ່ສະທ້ອນໃຫ້ເຫັນເຖິງຄວາມສາມັກຄີພິເສດອັນລໍ້າຄ່າ ແລະ ຫາໄດ້ຍາກຍິ່ງໃນໂລກ ລະຫວ່າງສອງປະເທດ ແລະ ສອງຊາດເພື່ອນບ້ານ ຫວຽດນາມ - ລາວ.

ເມື່ອກ້າວເຂົ້າສູ່ຍຸກແຫ່ງການປ່ຽນແປງ ແລະ ການເຊື່ອມໂຍງກັບສາກົນ, ສາຍພົວພັນຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າງເຂັ້ມແຂງ, ເປັນຮູບປະທຳ ແລະ ຮອບດ້ານຍິ່ງກວ່າທີ່ເຄີຍເປັນມາ. ທັງສອງປະເທດ, ໄດ້ຮ່ວມລົງນາມ ແລະ ປະຕິບັດຢ່າງມີປະສິດທິພາບຕາມສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ (18 ກໍລະກົດ1977), ພ້ອມດ້ວຍຂໍ້ຕົກລົງອີກຈຳນວນຫຼວງຫຼາຍດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດ - ເຕັກໂນໂລຊີ ແລະ ການປ້ອງກັນຄວາມສະຫງົບ-ປ້ອງກັນຊາດ. ຕະຫຼອດໄລຍະເວລາກວ່າເຄິ່ງສະຕະວັດທີ່ຜ່ານມາ, ສາຍພົວພັນຫວຽດນາມ - ລາວ ໄດ້ພັດທະນາຢ່າງຮອບດ້ານ ແລະ ໄດ້ກາຍເປັນແບບຢ່າງອັນໂດດເດັ່ນຂອງຄວາມສາມັກຄີພິເສດລະຫວ່າງສອງຊາດ.

ສາຍພົວພັນຫວຽດນາມ - ລາວ ໄດ້ກຳນົດໃຫ້ເປັນລຳດັບຄວາມສໍາຄັນສູງສຸດໃນນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດມາໂດຍຕະຫຼອດຊຶ່ງເປັນສາຍພົວພັນຕົ້ນແບບທີ່ມີຄວາມໝາຍຍຸດທະສາດໃນໄລຍະຍາວ, ເປັນໜຶ່ງໃນປັດໄຈຊີ້ຂາດຄວາມສໍາເລັດຂອງພາລະກິດການປະຕິວັດຂອງແຕ່ລະຊາດ ແລະ ເປັນຊັບສິນອັນລໍ້າຄ່າທີ່ເຮັດໜ້າທີ່ເປັນຫຼັກຄ້ຳຈູນຍຸດທະສາດຕໍ່ສະຖຽນລະພາບ, ການພັດທະນາ ແລະ ການເຊື່ອມໂຍງກັບສາກົນຂອງແຕ່ລະປະເທດ. ຂະນະດຽວກັນ, ຍັງເປັນກົດແຫ່ງປະຫວັດສາດ, ເປັນແຫຼ່ງພະລັງ ແລະ ເປັນແຮງຂັບເຄື່ອນໃຫ້ທັງສອງປະເທດຮ່ວມກັນປົກປັກຮັກສາ, ເສີມຂະຫຍາຍ ແລະ ຖ່າຍທອດໃຫ້ຮຸ່ນຫຼັງ.

ສາຍພົວພັນທາງດ້ານການເມືອງ ແລະ ການຕ່າງປະເທດລະຫວ່າງຫວຽດນາມ - ລາວ ໄດ້ຖືວ່າເປັນແກນກາງ ແລະ ທິດທາງນຳຂອງສາຍພົວພັນຂອງສອງຊາດ. ທັງສອງຝ່າຍແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ ຢ່າງສະໝໍ່າສະເໝີ, ມີການປະສານງານຢ່າງໃກ້ຊິດໃນການກຳນົດນະໂຍບາຍ, ການປົກປ້ອງຊາຍແດນ, ການປ້ອງກັນຄວາມສະຫງົບ-ປ້ອງກັນຊາດ, ການຕ່າງປະເທດ ແລະ ບັນຫາຍຸດທະສາດທີ່ກ່ຽວຂ້ອງກັບຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະປະເທດ. ສາຍພົວພັນທາງດ້ານການເມືອງທີ່ໝັ້ນຄົງແຂງແກ່ນໄດ້ສ້າງຮາກຖານຮອງຮັບການຮ່ວມມືໃນຂະແໜງອື່ນໆ, ພ້ອມທັງເສີມຂະຫຍາຍຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈ ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນຂອງທັງສອງປະເທດ.

ການຮ່ວມມືດ້ານການປ້ອງກັນຄວາມສະຫງົບ-ປ້ອງກັນຊາດ ເປັນ 1ໃນເສົາຄ້ຳທີ່ສໍາຄັນຍິ່ງ, ຊ່ວຍໃຫ້ທັງສອງຝ່າຍສາມາດຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງທັງໃນຮູບແບບດັ້ງເດີມ ແລະ ຮູບແບບໃໝ່ໄດ້ຢ່າງມີປະສິດທິພາບ, ມີສ່ວນສໍາຄັນຕໍ່ການຮັກສາຄວາມໝັ້ນຄົງທາງການເມືອງ, ຄວາມສະຫງົບຮຽບຮ້ອຍຂອງສັງຄົມ, ການພິທັກອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຢ່າງໝັ້ນຄົງ, ຕະຫຼອດຈົນການຮັກສາສັນຕິພາບ ແລະ ມິດຕະພາບໃນບໍລິເວນ ຊາຍແດນຮ່ວມກັນ.

ສາຍພົວພັນດ້ານເສດຖະກິດເປັນໜຶ່ງໃນຮາກຖານສໍາຄັນຂອງການຮ່ວມມືຫວຽດນາມ - ລາວ ທີ່ເຊື່ອມໂຍງຢ່າງແໜບແໜ້ນກັບສາຍພົວພັນທາງການເມືອງ ແລະ ການປ້ອງກັນຊາດ. ໃນໄລຍະບໍ່ພໍເທົ່າໃດປີທີ່ຜ່ານມາ, ການຮ່ວມມືທາງດ້ານເສດຖະກິດລະຫວ່າງສອງປະເທດໄດ້ພັດທະນາຢ່າງວ່ອງໄວ ແລະ ບັນລຸຜົນໄດ້ຮັບທີ່ໜ້າປະທັບໃຈ. ໃນປີ 2024, ມູນຄ່າການຄ້າສອງຝ່າຍບັນລຸປະມານ 2.25 ຕື້ໂດລາ ຊຶ່ງເປັນລະດັບສູງສຸດ. ໂດຍສະເພາະໃນຊ່ວງ 10 ເດືອນທຳອິດຂອງປີ 2025, ມູນຄ່າການຄ້າສອງຝ່າຍບັນລຸເຖິງ 2.56 ຕື້ໂດລາສະຫະລັດ, ເພີ່ມຂຶ້ນເຖິງ 50.4%ເມື່ອທຽບກັບໄລຍະດຽວກັນ, ສະແດງໃຫ້ເຫັນເຖິງແນວໂນ້ມການຟື້ນຕົວ ແລະ ການຂະຫຍາຍຕົວຢ່າງເຂັ້ມແຂງຂອງກະແສເສດຖະກິດລະຫວ່າງສອງປະເທດ ຖືວ່າເປັນສັນຍານສໍາຄັນທີ່ສະທ້ອນຄວາມມຸ່ງໝັ້ນຮ່ວມກັນໃນການຊຸກຍູ້ເປົ້າໝາຍການຍົກລະດັບມູນຄ່າການຄ້າສອງຝ່າຍໃຫ້ເຖິງ 5 ຕື້ໂດລາໃນໄລຍະໃກ້ ແລະ 10 ຕື້ໂດລາພາຍໃນປີ 2030.

ໃນດ້ານການລົງທຶນ, ປັດຈຸບັນຫວຽດນາມມີໂຄງການລົງທຶນໃນລາວທີ່ຍັງຈັດຕັ້ງປະຕິບັດຈຳນວນ 267 ໂຄງການດ້ວຍມູນຄ່າທຶນຈົດທະບຽນລວມກວ່າ 6.2 ຕື້ໂດລາ,ໂດຍສະເພາະແມ່ນຢູ່ໃນຂະແໜງສໍາຄັນຕ່າງໆ ເຊັ່ນ: ພະລັງງານ, ກະສິກຳ, ບໍ່ແຮ່, ໂຄງສ້າງພື້ນຖານ ແລະ ໂທລະຄົມມະນາຄົມ. ການດຳເນີນຢ່າງໝັ້ນຄົງ ແລະ ການຂະຫຍາຍຕົວຢ່າງຕໍ່ເນື່ອງຂອງພາກທຸລະກິດຫວຽດນາມໃນລາວ ມີສ່ວນສໍາຄັນຕໍ່ການພັດທະນາເສດຖະກິດ - ສັງຄົມຂອງລາວ, ພ້ອມທັງສົ່ງເສີມການເຊື່ອມໂຍງຍຸດທະສາດລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ໃນໄລຍະຕໍ່ໄປ, ທັງສອງຝ່າຍໃຫ້ຄວາມສໍາຄັນກັບການຊຸກຍູ້ການເຊື່ອມໂຍງລະຫວ່າງສອງລະບົບເສດຖະກິດຢ່າງຮອບດ້ານ, ທັງໃນດ້ານສະຖາບັນການເງິນ, ໂຄງສ້າງພື້ນຖານດ້ານຄົມມະນາຄົມ-ຂົນສົ່ງ, ໂລຈິສຕິກ, ນະວັດຕະກຳ, ການຫັນເປັນດີຈີຕອນ, ພະລັງງານທົດແທນ, ກະສິກຳເຕັກໂນໂລຊີສູງ, ອຸດສາຫະກຳປຸງແຕ່ງ, ການພັດທະນາສີຂຽວ, ເສດຖະກິດດີຈີຕອນ, ໂທລະຄົມມະນາຄົມ, ການທ່ອງທ່ຽວ ແລະ ໂຄງສ້າງພື້ນຖານ, ຕະຫຼອດຈົນການສ້າງຕ່ອງໂສ້ການເຊື່ອມໂຍງການຜະລິດ-ການບໍລິໂພກ. ທິດທາງສໍາຄັນເຫຼົ່ານີ້, ຈະເປັນຮາກຖານໃຫ້ການຮ່ວມມືທາງດ້ານເສດຖະກິດຫວຽດນາມ-ລາວ ເຕີບໂຕຢ່າງເຂັ້ມແຂງ ແລະ ຍືນຍົງ, ກາຍເປັນແຮງຂັບເຄື່ອນສໍາຄັນທີ່ຜັກດັນສາຍພົວພັນຂອງທັງສອງປະເທດໃຫ້ເລິກເຊິ່ງຍິ່ງຂຶ້ນຢ່າງຕໍ່ເນື່ອງ.

ການຮ່ວມມືດ້ານການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດຖືກຍົກລະດັບເປັນພາລະກິດຍຸດທະສາດ. ຫວຽດນາມໃຫ້ການສະໜັບສະໜູນລາວຜ່ານໂຄງການທຶນການສຶກສາ ແລະ ການຝຶກອົບຮົມ, ໂດຍໃນປີ 2025ໄດ້ມອບທຶນການສຶກສາກວ່າ 1.160 ທຶນໃຫ້ແກ່ນັກສຶກສາ ແລະ ສໍາມະນາກອນຂອງລາວນັບເປັນຈຳນວນສູງສຸດນັບແຕ່ເວລາເລີ່ມມີການຮ່ວມມືລະຫວ່າງສອງຝ່າຍ. ທັງສອງຝ່າຍເລັ່ງເສີມຂະຫຍາຍການແລກປ່ຽນນັກສຶກສາ ແລະ ສໍາມະນາກອນ, ດຳເນີນໂຄງການຝຶກອົບຮົມລົງເລິກໃນຂະແໜງການບໍລິຫານລັດ, ເສດຖະກິດ ແລະ ວິທະຍາສາດ-ເຕັກໂນໂລຊີ. ຄວບຄູ່ກັນນັ້ນ, ກິດຈະກຳແລກປ່ຽນດ້ານວັດທະນະທຳ, ກິລາ ແລະ ເຍົາວະຊົນຍັງສືບຕໍ່ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ, ກາຍເປັນ “ຂົວມິດຕະພາບ”ອັນຍືນຍົງທີ່ເຊື່ອມໂຍງສອງຊາດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ສາຍພົວພັນຫວຽດນາມ - ລາວ ບໍ່ໄດ້ພຽງເສີມຂະຫຍາຍຄວາມໝັ້ນຄົງໃນປັດຈຸບັນ,ຍັງເປັນການກຳນົດທິດທາງສູ່ອະນາຄົດແຫ່ງການພັດທະນາຢ່າງຍືນຍົງ ແລະ ຮອບດ້ານ. ພັກ, ລັດ ແລະ ປະຊາຊົນຫວຽດນາມລ້ວນຈົດຈຳ, ຊາບຊຶ້ງ ແລະ ສໍານຶກໃນບຸນຄຸນຢ່າງເລິກເຊິ່ງຕໍ່ພັກ, ລັດ ແລະ ປະຊາຊົນລາວ ທີ່ໄດ້ມອບການສະໜັບສະໜູນດ້ວຍຄວາມຈິງໃຈ ແລະ ຄວາມເສຍສະຫຼະຢ່າງສູງສຸດຕໍ່ຫວຽດນາມ, ຕະຫຼອດໄລຍະການຕໍ່ສູ້ເພື່ອປົດປ່ອຍຊາດໃນອະດີດ, ຕະຫຼອດຈົນໃນພາລະກິດການສ້າງສາ ແລະ ປົກປ້ອງປະເທດຊາດໃນປັດຈຸບັນ. ຄວາມຊ່ວຍເຫຼືອດັ່ງກ່າວ, ບໍ່ວ່າມີຄຸນຄ່າພຽງໃນດ້ານຈິດໃຈ, ວັດຖຸປັດໄຈ ແລະ ຄວາມເຊື່ອໝັ້ນເທົ່ານັ້ນ, ຍັງເປັນແຫຼ່ງພະລັງອັນລໍ້າຄ່າທີ່ຊ່ວຍຫຼໍ່ລ້ຽງໃຫ້ທັງສອງຊາດຮ່ວມກັນສານສ້າງອະນາຄົດຮ່ວມຕໍ່ໄປ.

ຫຼັງຈາກ 50 ປີແຫ່ງການສ້າງ ແລະ ພັດທະນາ, ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ແລະ ຖືກຕ້ອງຂອງພັກປປລ, ປະເທດລາວອ້າຍນ້ອງໄດ້ບັນລຸຄວາມສໍາເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ. ເສດຖະກິດເຕີບໂຕຢ່າງໝັ້ນຄົງ, ໂຄງສ້າງພື້ນຖານໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ຄຸນນະພາບຊີວິດຂອງປະຊາຊົນໄດ້ຮັບການຍົກລະດັບຢ່າງບໍ່ຢຸດຢັ້ງ, ວັດທະນະທຳ, ການສຶກສາ, ສາທາລະນະສຸກ ແລະ ການທ່ອງທ່ຽວລ້ວນມີການພັດທະນາກ້າວໜ້າຢ່າງເຂັ້ມແຂງ;ພ້ອມກັນນັ້ນ, ບົດບາດ ແລະ ສະຖານະຂອງປະເທດລາວເທິງເວທີສາກົນກໍໄດ້ຮັບການຢືນຢັນຫຼາຍຍິ່ງຂຶ້ນ. ປະຊາຊົນຫວຽດນາມຮູ້ສຶກຍິນດີ ແລະ ພາກພູມໃຈຢ່າງຍິ່ງຕໍ່ຄວາມສໍາເລັດຂອງອ້າຍນ້ອງລາວ ແລະຖືຄວາມສໍາເລັດຂອງລາວກໍຄືຄວາມພາກພູມໃຈຮ່ວມກັນຂອງທັງສອງປະເທດ, ສອງຊາດຂອງພວກເຮົາ ຊຶ່ງເຄີຍຮ່ວມແບ່ງປັນທັງທຸກ ແລະ ສຸກໃນໄລຍະເວລາສົງຄາມອັນດຸເດືອດ ຕະຫຼອດຮອດປັດຈຸບັນ ທີ່ຄຽງຂ້າງກັນຢ່າງແໜ້ນແຟ້ນໃນພາລະກິດສ້າງສາ ແລະ ພັດທະນາປະເທດ.

ທ່າມກາງສະພາບການຂອງພາກພື້ນ ແລະ ໂລກໃນປັດຈຸບັນທີ່ຜັນຜວນ ແລະ ຄາດຄະເນໄດ້ຍາກ, ຄວາມສາມັກຄີລະຫວ່າງຫວຽດນາມ - ລາວເປັນຫຼັກຢຶດທີ່ເດັດດຽວ,ເປັນພາບສະທ້ອນອັນມີຊີວິດຊີວາຂອງລັດທິສາກົນນິຍົມອັນບໍລິສຸດ ແລະ ຈິດໃຈແຫ່ງຄວາມເປັນເອກະລາດ ເພິ່ງພາຕົນເອງຂອງສອງຊາດ. ທັງສອງປະເທດໄດ້ຂະຫຍາຍການຮ່ວມມືຍຸດທະສາດ, ຊຸກຍູ້ການພັດທະນາໂຄງສ້າງພື້ນຖານຂ້າມຊາຍແດນ, ການຮ່ວມມືດ້ານພະລັງງານ, ກະສິກຳເຕັກໂນໂລຊີສູງ, ເສດຖະກິດດີຈີຕອນ, ການທ່ອງທ່ຽວຢ່າງຍືນຍົງ, ພ້ອມທັງປະສານງານກັນຢ່າງໃກ້ຊິດໃນເວທີລະດັບພາກພື້ນ ແລະ ລະດັບໂລກ, ໂດຍສະເພາະໃນຂອບເຂດອາຊຽນ, ອະນຸພາກພື້ນລຸ່ມແມ່ນໍ້າຂອງ ແລະ ກົນໄກການຮ່ວມມືຫຼາຍຝ່າຍອື່ນໆ, ມຸ່ງສູ່ເປົ້າໝາຍຮ່ວມກັນຄື:ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢ່າງຍືນຍົງ.

ຫຼາຍກວ່າເຄິ່ງສະຕະວັດໄດ້ຜ່ານພົ້ນໄປ, ແຕ່ສາຍພົວພັນຫວຽດນາມ - ລາວ ຍັງສືບຕໍ່ເປັນແບບຢ່າງອັນໂດດເດັ່ນຂອງຄວາມສາມັກຄີພິເສດລະຫວ່າງສອງຊາດເພື່ອນບ້ານ. ພາບແຫ່ງ “ເຂົ້າເມັດຫັກ ຜັກເສັ້ນດຽວ”ບໍ່ແມ່ນພຽງແຕ່ເປັນຄວາມຊົງຈຳຂອງຊ່ວງເວລາສົງຄາມເທົ່ານັ້ນ,ແຕ່ຍັງກາຍເປັນສັນຍະລັກອັນເປັນອະມະຕະແຫ່ງນໍ້າໃຈທັງ 4 ຄື: ນໍ້າໃຈສະຫາຍຮ່ວມອຸດົມການ, ນໍ້າໃຈມິດຕະພາບ, ນໍ້າໃຈແຫ່ງຄວາມສາມັກຄີ ແລະ ນໍ້າໃຈພີ່ນ້ອງ ລະຫວ່າງສອງຊາດ. ນໍ້າໃຈເຫຼົ່ານີ້, ໄດ້ຫຼໍ່ຫຼອມຈາກເລືອດເນື້ອຂອງບັນດາວິລະຊົນ ແລະ ປະຊາຊົນຂອງທັງສອງປະເທດ, ຈາກຄວາມເຊື່ອໝັ້ນແລະ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນຍາມຍາກລຳບາກ, ບໍ່ແມ່ນພຽງມໍຣະດົກທາງປະຫວັດສາດເທົ່ານັ້ນຍັງເປັນພະລັງພາຍໃນອັນລໍ້າຄ່າທີ່ຊ່ວຍໃຫ້ສອງປະເທດບັນລຸພາລະກິດການປົດປ່ອຍຊາດໃນອະດີດ ແລະ ເປັນແຮງຊຸກຍູ້ສໍາຄັນຕໍ່ການພັດທະນາປະເທດໃນປັດຈຸບັນ ແລະ ອະນາຄົດ.

ເມື່ອຫວຽດນາມ ແລະ ລາວຮ່ວມກັນກ້າວສູ່ໄລຍະໃໝ່ແຫ່ງການພັດທະນາ, ທຸກຜົນງານການຮ່ວມມື, ທຸກການແລກປ່ຽນ ແລະ ທຸກເລື່ອງລາວແຫ່ງນໍ້າໃຈລະຫວ່າງປະຊາຊົນຂອງທັງສອງປະເທດຈະຮ່ວມກັນຂຽນຕໍ່ໜ້າປະຫວັດສາດອັນງົດງາມຂອງ “ສາຍພົວພັນອັນແໜ້ນແຟ້ນຫວຽດນາມ - ລາວ ຮ່ວມກ້າວສູ່ຄວາມຈະເລີນຮຸ່ງເຮືອງໃນຍຸກສະໄໝໃໝ່”.

ຄໍາເຫັນ

ຂ່າວການຮ່ວມມື

ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ທ່ານ ບຸນເຫຼືອ ພັນດານຸວົງ ຕ້ອນຮັບ ທູດຣັດເຊຍປະຈໍາ ສປປ ລາວ

ໃນວັນທີ 21 ມັງກອນ ນີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ເຊຣເກຊົດສະກີ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທ່ານທູດຕວັກກີ

ເມື່ອບໍ່ດົນມານີ້ ທີ່​ສຳ​ນັກ​ງານ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ,​ ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບຂອງ​ ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສ ຕວັກກີ ປະຈໍາ ສປປ ລາວ.
ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ລາວ-ອິນເດຍ ເພີ່ມທະວີຮ່ວມມືປົກປັກຮັກສາການສະແດງຟ້ອນພະລັກ-ພະລາມ

ພິທີລົງນາມເອກະສານ ວ່າດ້ວຍການຈັດຕັ້ງປະຕິບັດໂຄງການ ປົກປັກຮັກສາການສະແດງຟ້ອນ ພະລັກ-ພະລາມ ແລະ ການພັດທະນາບຸກຄະລາກອນຮຸ່ນສືບທອດ ຂອງວິທະຍາໄລສິລະປະແຫ່ງຊາດ ຈັດຂຶ້ນໃນວັນທີ 19 ມັງກອນນີ້ ທີ່ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໂດຍການຮ່ວມລົງນາມຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງສປປ ລາວ ແລະ ທ່ານ ໂຢເກສຊວາ ສັງວານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ.
ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາປາກເຊ ເຜີຍແຜ່ຂໍ້ມູນກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ພັກກອມມູນິດຫວຽດນາມ

ໃນອາທິດຜ່ານມານີ້, ສະຖານກົງໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ ແຂວງຈໍາປະສັກໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ຈະເປີດຂຶ້ນໃນໄວໆນີ້. ໄດ້ຈັດຂຶ້ນໃນອາທິດຜ່ານມານີ້ ທີ່ສະຖານກົງໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ທີ່ນະຄອນປາກເຊ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສົມບູນ ເຮືອງວົງສາ ຮອງປະທານຄະນະກຳມະການປົກຄອງແຂວງ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ແຂວງຈຳປາສັກ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ຈາກ ແຂວງຈຳປາສັກ, ອັດຕະປື, ສາລາວັນ ແລະ ເຊກອງ ເຂົ້າຮ່ວມ.
ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ໃນງານກິລາອາຊຽນພາຣາເກມ ຄັ້ງທີ 13 ຢ່າງເປັນທາງການ

ທຸງຊາດລາວ ຖືກເຊີນຂຶ້ນສູ່ຍອດເສົາ ພ້ອມສຽງເພງຊາດດັງກ້ອງທົ່ວອາຊຽນ ໃນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື "ອາຊຽນ ພາຣາເກມ" (ASEAN ParaGames 2025) ຈັດຂຶ້ນໃນຕອນແລງວັນທີ 17 ມັງກອນຜ່ານມາ ທີ່ນະຄອນຣາຊະສີມາ ປະເທດໄທ ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ກົງສັກ ຍອດມະນີ ຜູ້ວ່າການ ການກິລາແຫ່ງປະເທດໄທ, ມີທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງຄະນະນຳພາທັບນັກກິລາຄົນພິການລາວ ພ້ອມດ້ວຍບັນດາຄະນະນຳອີກ 9 ຊາດເຂົ້າຮ່ວມ.
ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ສື່ມວນຊົນຕ່າງປະເທດເຂົ້າພົບຮອງລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ທ່ານນາງ ເລ ທິ ທູ ຮັງ (Le Thi Thu Hang) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ໄດ້ຕ້ອນຮັບຄະນະສື່ມວນຊົນຕ່າງປະທາດ ເຂົ້າພົບປະໃນວັນທີ 19 ມັງກອນ ນີ້ ທີ່ກະຊວງການຕ່າງປະເທດ ຫວຽດນາມ ຊຶ່ງປະກອບມີ ສື່ມວນຊົນຈາກ ສປປ ລາວ, ກຳປູເຈຍ, ອິນເດຍ, ສີລັງກາ, ຣັດເຊຍ, ກູບາ ແລະ ໂມຊຳບິ ທີ່ໄດ້ເດີນທາງເຂົ້າຮ່ວມເກັບກຳຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ຊຶ່ງຈະໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 20 ມັງກອນ 2026 ແລະ ຈະດໍາເນີນໄປຈົນຮອດ ວັນທີ 25 ມັງກອນ 2026 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ.
ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຫຼອງບຸນປີໃໝ່ຍີ່ປຸ່ນ 2026 ຢ່າງຄຶກຄື້ນ ເສີມສ້າງມິດຕະພາບ ລາວ-ຍີ່ປຸ່ນ

ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (LJI) ພາຍໃຕ້ການສະໜັບສະໜູນຂອງໄຈກາ (JICA) ແລະ ມູນນິທິຍີ່ປຸ່ນ (JF) ໄດ້ຈັດງານບຸນປີໃໝ່ຍີ່ປຸ່ນ ປະຈຳປີ 2026 ໃນລະຫວ່າງວັນທີ 16-17 ມັງກອນຜ່ານມາ ຢ່າງຄຶກຄື້ນ ໂດຍມີທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະລາຊະທູດຍີ່ປຸ່ນປະຈໍາ ສປປ ລາວ, ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ມະຫາວິທະຍາໄລແຫ່ງຊາດ, ທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການໄຈກາປະຈຳລາວ, ທ່ານ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນລາວຍີ່ປຸ່ນ ພ້ອມຄູ-ອາຈານ, ນັກສຶກສາ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຄວາມເຊື່ອໝັ້ນ ແລະ ຄວາມປາຖະໜາການພັດທະນາ

ໃນຕົ້ນປີ 2026, ບັນຍາກາດທາງການເມືອງໃນທົ່ວປະເທດ ໄດ້ມຸ່ງໜ້າໄປສູ່ເຫດການໜຶ່ງທີ່ມີຄວາມສໍາຄັນເປັນພິເສດຕໍ່ການດໍາເນີນພາລະກິດປະຕິວັດຂອງພັກ ແລະ ຂອງຊາດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ໄດ້ຈັດຂຶ້ນໃນສະພາບການທີ່ປະເທດໄດ້ຜ່ານການດໍາເນີນການປັບປຸງໃໝ່ເກືອບ 40 ປີ ພ້ອມກັບຜົນສໍາເລັດອັນຍິ່ງໃຫຍ່ ແລະ ຮອບດ້ານ. ໃນຂະນະດຽວກັນ ກໍກໍາລັງຢືນຢູ່ຕໍ່ໜ້າຄວາມຕ້ອງການໃໝ່ຂອງໄລຍະການພັດທະນາໃນອະນາຄົດ. ວຽກງານກະກຽມສໍາລັບເຫດການທາງການເມືອງອັນສໍາຄັນຢ່າງສູງນີ້ ໄດ້ຖືກດໍາເນີນຢ່າງເຂັ້ມງວດ ແລະ ເປັນລະບົບ, ສະທ້ອນໃຫ້ເຫັນຢ່າງຊັດເຈນຈິດວິນຍານແຫ່ງການປັບປຸງໃໝ່, ຄວາມຮັບຜິດຊອບ ແລະ ທັດສະນະວິໄສທັດຍຸດທະສາດ.
ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ຫົວ​ໜ້າ​ ຄຕພ ຕ້ອນຮັບ ທູດ ສ ອາ​ເມ​ຣິ​ກາ ເຂົ້າຢ້ຽມອໍາລາ

ໃນຕອນບ່າຍວັນທີ 16 ມັງກອນ ນີ້ ທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາ ຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variara) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ, ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ເຊັນສັນຍາຮ່ວມມືດ້ານພະລັງງານ ພາຍໃຕ້ໂຄງການ LTMS-PIP

ໃນວັນທີ 14 ມັງກອນ ຜ່ານມານີ້ ທີ່ ນະຄອນຫຼວງບາງກອກ ສຳນັກງານໃຫຍ່ຂອງ ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໄດ້ມີພິທີເຊັນສັນຍາຮ່ວມມືດ້ານພະລັງງານ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ (EDL), ການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ແລະ ເທນາການາຊຽນໂນເບີຮັດ (TNB) ປະເທດມາເລເຊຍ ພາຍໃຕ້ໂຄງການຮ່ວມມື ລາວ-ໄທ-ມາເລເຊຍ-ສິງກະໂປ LTMS-PIP.
ເພີ່ມເຕີມ