![]() |
ພິທີມອບ-ຮັບການສະໜັບສະໜູນ ໄດ້ຈັດຂຶ້ນ ໃນວັນທີ 22 ຕຸລາ ຜ່ານມາ ທີ່ສະ ໜາມກິລາເຕະບານຫຍ້າທຽມ ລ້ານຊ້າງ ເຂດບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ກ່າວມອບໂດຍທ່ານ ໄພລະຄອນ ບຸນວິຊຽນ ເຈົ້າຂອງຮ້ານ ເຄື່ອງກິລາພິມລາຍ ໄອສະປອດ (Ai-Sport) ແລະ ຕາງໜ້າກ່າວຮັບໂດຍທ່ານ ບຸນມີ ໄຊຍະວົງ ຄະນະບໍລິຫານງານສະຫະພັນບານເຕະນະຄອນຫຼວງວຽງຈັນ ທັງເປັນຜູ້ຈັດການທີມເຕະບານຍິງ ນວ ມີຄະນະຄູຝຶກ, ນັກກິລາ ແລະ ສື່ມວນຊົນຈຳນວນໜຶ່ງເຂົ້າຮ່ວມ.
ໃນການມອບເຄື່ອງກິລາໃນຄັ້ງນີ້ ແມ່ນມີຈຸດປະສົງສະໜັບສະໜູນເພື່ອໃຫ້ກຳລັງໃຈທີມເຕະບານຍິງ ນວ ເຂົ້າໃນການຝຶກຊ້ອມ ເພື່ອກຽມຄວາມພ້ອມປ້ອງກັນແຊັມຫຼຽນຄຳ ສະໄໝທີ 7 ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII.
ຂ່າວ: ສົງການ

ຄໍາເຫັນ