ອັງກໍວັດ ສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດ ອັນດັບ 2 ຂອງອາຊີ

ອັງກໍວັດ ສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດ ອັນດັບ 2 ຂອງອາຊີ

ອັງກໍວັດ ສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດ ອັນດັບ 2 ຂອງອາຊີ
ຂ່າວຕ່າງປະເທດລາຍງານ ວ່າ: ທ່ານ ຮວດ ຮັກ ລັດຖະມົນຕີກະຊວງທ່ອງທ່ຽວກຳປູເຈຍ ໄດ້ເປີດເຜີຍຫວ່າງບໍ່ດົນມານີ້ວ່າ: ອັງກໍວັດ ຖືກຈັດອັນດັບໃຫ້ເປັນສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈທີ່ສຸດ ອັນດັບ 2 ຂອງອາຊີ ປະຈຳປີ 2026 ໃນການຈັດອັນດັບຂອງ TripAdvisor. ການປະກາດດັ່ງກ່າວລວມມີລາຍຊື່ 25 ສະຖານທີ່ທ່ອງທ່ຽວອັນດັບຕົ້ນໆຂອງອາຊີຈາກ TripAdvisor, ໂດຍມີສວນ Gardens by the Bay ຂອງສິງກະໂປຢູ່ໃນອັນດັບ 1 ແລະ ທັດມາຮາລ ຂອງອິນເດຍຢູ່ໃນອັນດັບທີ 3.

 

TripAdvisor ໄດ້ລະບຸໃນເວັບໄຊວ່າ: ອັງກໍວັດເປັນສິ່ງມະຫັດສະຈັນຂອງໂລກ ດ້ວຍສະຖາປັດຕະຍະກໍາທີ່ງົດງາມ ແລະ ຮູບແກະສະຫຼັກທີ່ສວຍງາມ, ມີນັກທ່ອງທ່ຽວຈໍານວນຫຼາຍເດີນທາງໄປຢ້ຽມຢາມໃນໄລຍະຕາເວັນຂຶ້ນ.

ຂ່າວລະບຸວ່າ: ອັງກໍວັດ ເປັນໜຶ່ງໃນວັດທີ່ສຳຄັນທີ່ສຸດໃນອຸທິຍານບູຮານຄະດີອັງກໍໃນແຂວງຊຽມຣຽບ ຊຶ່ງເປັນອຸທິຍານຂະໜາດໃຫຍ່ ມີເນື້ອທີ່ 401 ກິໂລແມັດມົນທົນ ປະກອບດ້ວຍຜາສາດບູຮານ 91 ແຫ່ງ ທີ່ສ້າງຂຶ້ນລະຫວ່າງສະຕະວັດທີ 9 – 13 ແລະ ຖືກກຳນົດໃຫ້ເປັນມໍລະດົກໂລກຂອງອົງການ UNESCO.

ບໍລິສັດ Angkor Enterprise ຂອງກຳປູເຈຍ ລະບຸວ່າ: ອຸທິຍານແຫ່ງນີ້ເປັນຈຸດໝາຍປາຍທາງທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມໃນປະເທດກຳປູເຈຍ, ໂດຍດຶງດູດນັກທ່ອງທ່ຽວຕ່າງປະເທດ 322,004 ຄົນ ລະຫວ່າງເດືອນມັງກອນ ຫາ ເດືອນເມສາ ຂອງປີ 2016 ແລະ ສ້າງລາຍຮັບຈາກການຂາຍປີ້ໄດ້ 15.5 ລ້ານໂດລາ.

ຄໍາເຫັນ

ຂ່າວຕ່າງປະເທດ

ລາຄາອາຫານໂລກໃນເດືອນກັນຍາເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບເກືອບ 4 ປີ

ລາຄາອາຫານໂລກໃນເດືອນກັນຍາເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບເກືອບ 4 ປີ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍອາທິດ ຜ່ານມາວ່າ: ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ລາຍງານວ່າ, ດັດຊະນີລາຄາອາຫານທົ່ວໂລກໃນເດືອນກັນຍາ ສະເລ່ຍຢູ່ທີ່ 136.0 ຈຸດ, ເພີ່ມຂຶ້ນຈາກໂຕເລກເດືອນສິງຫາທີ່ໄດ້ຮັບການປັບປຸງໃໝ່ທີ່ 134.0 ຈຸດ. ໂດຍເປັນການເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບເກືອບ 4 ປີ, ນັບຕັ້ງແຕ່ເດືອນພະຈິກ 2022, ທ່າມກາງບັນຫາດ້ານການຂົນສົ່ງ ແລະ ຄວາມກັງວົນກ່ຽວກັບສະພາບອາກາດ. ດັດຊະນີລາຄາມາດຕະຖານສຳລັບທັນຍາພືດ, ນ້ຳຕານ ແລະ ນ້ຳມັນພືດ ໄດ້ເພີ່ມຂຶ້ນໃນເດືອນກັນຍາ ຜ່ານມາ, ໃນຂະນະທີ່ລາຄາຊີ້ນ ແລະ ຜະລິດຕະພັນນົມຫຼຸດລົງ.
ໃນເດືອນກັນຍາ ພາກຕາເວັນອອກຂອງຍີ່ປຸ່ນປະເຊີນກັບຝົນຕົກໜັກ

ໃນເດືອນກັນຍາ ພາກຕາເວັນອອກຂອງຍີ່ປຸ່ນປະເຊີນກັບຝົນຕົກໜັກ

ຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ອົງການອຸຕຸນິຍົມວິທະຍາຍີ່ປຸ່ນລາຍງານວ່າ, ພາກຕາເວັນອອກຂອງຍີ່ປຸ່ນມີຝົນຕົກໜັກຫຼາຍກວ່າສອງເທົ່າຂອງປະລິມານນ້ຳຝົນສະເລ່ຍໃນເດືອນກັນຍາ ຊຶ່ງສູງທີ່ສຸດນັບຕັ້ງແຕ່ມີການເກັບກຳຂໍ້ມູນໃນປີ 1946. ໃນຂະນະດຽວກັນ, ຈຳນວນຊົ່ວໂມງທີ່ມີແສງແດດໃນເດືອນດັ່ງກ່າວໄດ້ຫຼຸດລົງຕໍ່າສຸດ ມີພຽງແຕ່ປະມານເຄິ່ງໜຶ່ງຂອງລະດັບປົກກະຕິເທົ່ານັ້ນ.
ອັດຕາເງິນເຟີ້ຂອງເຂດທີ່ໃຊ້ເງິນເອີໂຣ ເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບ 3 ປີ

ອັດຕາເງິນເຟີ້ຂອງເຂດທີ່ໃຊ້ເງິນເອີໂຣ ເພີ່ມຂຶ້ນສູ່ລະດັບສູງສຸດໃນຮອບ 3 ປີ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 4 ຕຸລາ ຜ່ານມາວ່າ: ຂໍ້ມູນເບື້ອງຕົ້ນທີ່ອົງການສະຖິຕິສະຫະພາບເອີຣົບ ເປີດເຜີຍໃນວັນທີ 2 ຕຸລາຜ່ານມາ ສະແດງໃຫ້ເຫັນວ່າ: ຍ້ອນໄດ້ຮັບຜົນກະທົບຈາກລາຄາພະລັງງານທີ່ເພີ່ມສູງຂຶ້ນຢ່າງຫຼວງຫຼາຍ, ອັດຕາເງິນເຟີ້ຂອງເຂດທີ່ໃຊ້ເງິນເອີໂຣໃນເດືອນກັນຍາໄດ້ເພີ່ມຂຶ້ນເປັນ 3.8%, ເພີ່ມຂຶ້ນ 0.6% ຈາກລະດັບ 3.2% ໃນເດືອນສິງຫາຜ່ານມາ ຊຶ່ງເປັນລະດັບສູງສຸດນັບແຕ່ເດືອນກັນຍາປີ 2023 ເປັນຕົ້ນມາ.
ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ຕະ​ວັດ​ທີ 21 ​ກວມເອົາ​ 100 ກວ່າ​ປະ​ເທດ

ເສັ້ນ​ທາງ​ສາຍ​ໄໝ​ທາງ​ທະ​ເລ​ໃນ​ສະ​ຕະ​ວັດ​ທີ 21 ​ກວມເອົາ​ 100 ກວ່າ​ປະ​ເທດ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ວັນທີ 3 ຕຸລາ ຜ່ານມາ ແມ່ນວັນຄົບຮອບ 13 ປີແຫ່ງການສະເໜີຂໍ້ລິເລີ່ມຮ່ວມກັນສ້າງ “ເສັ້ນທາງສາຍໄໝທາງທະເລໃນສະຕະວັນທີ 21”. ການກໍ່ສ້າງເສັ້ນທາງສາຍໄໝທາງທະເລສາຍນີ້ໄດ້ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງຈີນກັບບັນດາປະເທດໃນພາກພື້ນ ເຊັ່ນ: ອາຊີຕາເວັນອອກສ່ຽງໃຕ້, ອາຟຣິກາ ແລະ ອາເມຣິກາລາຕິນ ຢ່າງມີປະສິດທິຜົນ ແລະ ກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.
ນາຍົກລັດຖະມົນຕີຫວຽດນາມເນັ້ນ ຕ້ອງຕັດສິນໃຈບຸກທະລຸ ໃນໄລຍະສຸດທ້າຍ

ນາຍົກລັດຖະມົນຕີຫວຽດນາມເນັ້ນ ຕ້ອງຕັດສິນໃຈບຸກທະລຸ ໃນໄລຍະສຸດທ້າຍ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 3 ຕຸລາ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ, ໂດຍການເປັນປະທານກອງປະຊຸມລັດຖະບານປະຈຳເດືອນກັນຍາ ປີ 2026 ແລະ ກອງປະຊຸມທາງໄກກັບບັນດາກະຊວງ, ຂະ ແໜງການ, 34 ແຂວງ ແລະ ນະຄອນ. ທ່ານ ເລມິງຮຶງ ນາຍົກລັດຖະມົນຕີຫວຽດນາມ ຊີ້ໃຫ້ເຫັນຢ່າງຈະແຈ້ງເຖິງຄວາມກົດດັນໃນໄຕມາດທີ 4 ແມ່ນໃຫຍ່ຫຼວງທີ່ສຸດ, ຕ້ອງຕັດສິນໃຈບຸກທະລຸໃນໄລຍະສຸດທ້າຍ ແລະ ແມ່ນຈຸດເວລາທີ່ມີຄວາມໝາຍຕັດສິນ ເຖິງການປະຕິບັດສຳເລັດເປົ້າໝາຍຂອງທັງປີກໍຄືທັງອາຍຸການ.
ປະຊາກອນເສືອມາເລ ເລີ່ມຟື້ນຕົວຫຼັງຈາກມາເລເຊຍເພີ່ມຄວາມພະຍາຍາມອະນຸລັກ

ປະຊາກອນເສືອມາເລ ເລີ່ມຟື້ນຕົວຫຼັງຈາກມາເລເຊຍເພີ່ມຄວາມພະຍາຍາມອະນຸລັກ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ກະຊວງຊັບພະຍາກອນທຳມະຊາດ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມຂອງມາເລເຊຍ ໄດ້ເປີດເຜີຍວ່າ, ໂຄງການອະນຸລັກຟື້ນຟູປະຊາກອນເສືອມາເລໄດ້ບັນລຸຜົນໃນທາງບວກ ຫຼັງຈາກມາເລເຊຍດຳເນີນມາດຕະການຫຼາຍຢ່າງຕັ້ງແຕ່ປີ 2021 ເຊັ່ນ: ການຍົກລະດັບການບັງຄັບໃຊ້ກົດໝາຍເພື່ອປາບປາມການຄ້າຂາຍສັດປ່າ, ພ້ອມທັງການຕິດຕາມກວດກາ ແລະ ຟື້ນຟູປະຊາກອນເສືອ ແລະ ສັດປ່າ.
ປະຊາກອນຍີ່ປຸ່ນ ຫຼຸດລົງ 2.5% ລະຫວ່າງປີ 2020 - 2025

ປະຊາກອນຍີ່ປຸ່ນ ຫຼຸດລົງ 2.5% ລະຫວ່າງປີ 2020 - 2025

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ກະຊວງພາຍໃນ ແລະ ການສື່ສານຂອງຍີ່ປຸ່ນໄດ້ເປີດເຜີຍຜົນຂອງການສຳຫຼວດສຳມະໂນຄົວປີ 2025 ຊຶ່ງຊີ້ໃຫ້ເຫັນວ່າປະຊາກອນທັງໝົດຂອງຍີ່ປຸ່ນ, ລວມທັງຊາວຕ່າງປະເທດ, ມີປະມານ 122.97 ລ້ານຄົນ ເມື່ອນັບມາຮອດວັນທີ 1 ຕຸລາ 2025, ຫຼຸດລົງປະມານ 3.17 ລ້ານຄົນ ຫຼື 2.5%, ຈາກປີ 2020.
ດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ຂອງ​ຈີນ​ຢູ່​ອັນ​ດັບ 10 ຂອງ​ໂລກ

ດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ຂອງ​ຈີນ​ຢູ່​ອັນ​ດັບ 10 ຂອງ​ໂລກ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 1 ຕຸລາ ຜ່ານມາວ່າ: ອົງ​ການ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ​ໄດ້​ເຜີຍ​ແຜ່ “ບົດ​ລາຍ​ງານ​ດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ທົ່ວ​ໂລກ 2026” ສະ​ແດງ​ໃຫ້​ເຫັນ​ວ່າ, ໂຕ​ເລກ​ດັດ​ຊະ​ນີ​ການ​ປະ​ດິດ​ສ້າງ​ຂອງ​ຈີນ​ຢູ່​ອັນ​ດັບ​ທີ 10 ຂອງ​ໂລກ ຊຶ່ງ​ເທົ່າ​ທຽມ​ກັບ​ປີ 2025.
ເດືອນກັນຍາ ອຸດສາຫະກຳເຕັກໂນໂລຊີດີຈີຕອນຫວຽດນາມ ເຕີບໂຕ 36%

ເດືອນກັນຍາ ອຸດສາຫະກຳເຕັກໂນໂລຊີດີຈີຕອນຫວຽດນາມ ເຕີບໂຕ 36%

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 30 ກັນຍາ ຜ່ານມາວ່າ: ເດືອນກັນຍາ ປີ 2026, ລາຍຮັບ​ຈາກອຸດສາຫະກຳເຕັກໂນໂລຊີດີຈີຕອນ ເພີ່ມຂຶ້ນ 36% ເມື່ອທຽບກັບໄລຍະດຽວກັນໃນປີ 2025. ນີ້​ແມ່ນຂໍ້ມູນ ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດ​ນາມ ຍົກ​ອອກ​ມາ​ໃນກອງ​ປະ​ຊຸມຖະ​ແຫຼງ​ຂ່າວປະຈຳເດືອນກັນຍາ 2026 ທີ່ຈັດຂຶ້ນໃນວັນທີ 30 ກັນຍາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ.
ໄພ​ນ້ຳ​ຖ້ວມ​ຢູ່​ໄທ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 24 ຄົນ

ໄພ​ນ້ຳ​ຖ້ວມ​ຢູ່​ໄທ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 24 ຄົນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງ​ມໍ່ໆ​ມາ​ນີ້, ຝົນ​ຕົກ​ໜັກ​ຢ່າງ​ຕໍ່​ເນື່ອງ​ເຮັດໃຫ້​ເກີດ​ໄພ​ນ້ຳ​ຖ້ວມ​ຢູ່​ປະ​ເທດ​ໄທ, ໃນວັນ​ທີ 30 ກັນ​ຍາ​ ຜ່ານມາ, ​ກົມ​ປະ​ຊາ​ສຳ​ພັນ ສຳ​ນັກ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ອອກ​ຂ່າວ​ໂດຍ​ລະ​ບຸ​ວ່າ, ໄພ​ນ້ຳ​ຖ້ວມ​ເທື່ອ​ນີ້​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 24 ຄົນ, ຫຼາຍ​ລ້ານ​ຄົນ​ປະ​ສົບ​ໄພ, ກະ​ທົບ​ເຖິງ​ນະ​ຄອນຫຼວງ​ບາງກອກ ແລະ ອີກ 31 ແຂວງ.
ເພີ່ມເຕີມ