ອັດຕະປື ປະກາດຍົກຍ້າຍ, ແຕ່ງຕັ້ງຫົວໜ້າ ຖວທ ແລະ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ

ອັດຕະປື ປະກາດຍົກຍ້າຍ, ແຕ່ງຕັ້ງຫົວໜ້າ ຖວທ ແລະ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ
ວັນທີ 26 ກັນຍາ ນີ້ ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະ ການປົກຄອງແຂວງອັດຕະປື ໄດ້ມີພິທີປະກາດການຍົກຍ້າຍ, ແຕ່ງຕັ້ງລະຫວ່າງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ເຂົ້າຮ່ວມເປັນປະທານຂອງ ທ່ານ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງອັດຕະປື, ມີບັນດາທ່ານຄະນະນໍາຂອງແຂວງ, ແຂກຖືກເຊີນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 328 ແລະ 1186/ຈຂອປ, ລົງວັນທີ20 ກັນຍາ 2023 ວ່າດ້ວຍການຍົກຍ້າຍພະນັກງານ, ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 327 ແລະ 1187/ຈຂອປ, ລົງວັນທີ 20 ກັນຍາ 2023 ວ່າດ້ວຍການແຕ່ງຕັ້ງພະນັກງານ ແລະ ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 326 ແລະ 325/ຄປພຂ, ລົງວັນທີ 20 ກັນຍາ 2023 ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາໜ່ວຍພັກ ໂຮງຮຽນການເມືອງ-ການປົກຄອງແຂວງ ແລະ ບົ່ງຕົວແຕ່ງຕັ້ງເລຂາຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງໃນນີ້; ໄດ້ຍົກຍ້າຍ, ແຕ່ງຕັ້ງ ທ່ານ ກົງຈັກ ສີສະຫວາດ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຖວທ ແຂວງ ມາຮັບໜ້າທີ່ໃໝ່ເປັນເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ແລະ ຍົກຍ້າຍ, ແຕ່ງຕັ້ງ ທ່ານ ບຸນປອນ ອ່ອນໄຊວຽງ ເລຂາໜ່ວຍພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ ມາຮັບໜ້າທີ່ໃໝ່ ເປັນເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ຖວທ ແຂວງ.
ໃນພິທີມອບ-ຮັບໜ້າທີ່ໃໝ່ໃນຄັ້ງນີ້, ທ່ານ ຄໍາບຸນ ດວງພະບາງ ຮອງເລຂາພັກແຂວງ ກໍໄດ້ໃຫ້ກຽດໂອ້ລົມແກ່ຜູ້ໄດ້ຮັບການແຕ່ງຕັ້ງໃໝ່ ໃຫ້ມີຄວາມໜັກແໜ້ນ ແລະ ຍົກສູງຄວາມເປັນແບບຢ່າງນຳໜ້າທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການນຳພາ, ຄວາມເສຍສະຫຼະເພື່ອສ່ວນລວມ, ຄວາມສາມັກຄີ ແລະ ເປັນເອກະພາບ, ເດັດດ່ຽວສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນແບບຢ່າງ ໃນການຊີ້ນຳ-ນຳພາ ແລະ ປະຕິບັດໜ້າທີ່ວຽກງານ ໃນຂະແໜງການ ຖວທ ແລະ ຂະແໜງການສຶກສາການເມືອງ ແລະ ການປົກຄອງທ້ອງຖິ່ນຢ່າງມີປະສິດທິພາບ.
ຂ່າວ-ພາບ: ຊິບປະໄຊ

ຄໍາເຫັນ

ຂ່າວການເມືອງ

ສຳເລັດການຍົກສູງຄຸນນະພາບເນື້ອໃນໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນ

ສຳເລັດການຍົກສູງຄຸນນະພາບເນື້ອໃນໃຫ້ແກ່ການດໍາເນີນກອງປະຊຸມສະໄໝສາມັນ

ກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໄດ້ຮັບຜົນສຳເລັດຢ່າງຈົບງາມ ໃນວັນທີ 6 ມິຖຸນານີ້ ທີ່ຫໍປະຊຸມແຫ່ງຊາດ, ພາຍຫຼັງດຳເນີນມາເປັນເວລາ 4 ວັນ ໂດຍການເປັນປະທານ ຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ; ມີບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ), ລັດຖະມົນຕີ, ຮອງລັດຖະມົນຕີກະຊວງ-ອົງການທີ່ກ່ຽວຂ້ອງ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ອົງຄະນະພັກ ອກສລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ໃຫ້ 9 ໜ່ວຍພັກ

ອົງຄະນະພັກ ອກສລ ມອບໃບຢັ້ງຢືນໜ່ວຍພັກປອດໃສ ໃຫ້ 9 ໜ່ວຍພັກ

ພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ໃຫ້ບັນດາໜ່ວຍພັກ ຂຶ້ນກັບ ອົງຄະນະພັກ ອົງການກວດສອບແຫ່ງລັດ (ອກສລ) ແລະ ການມອບບັດສະມາຊິກພັກ ຊຸດທີ X ໃຫ້ສະມາຊິກພັກສົມບູນຂອງ ອກສລ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 6 ມິຖຸນານີ້ ທີ່ຫ້ອງປະຊຸມຂອງ ອກສລ ໂດຍການເປັນປະທານຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກປະທານ ອກສລ; ເຂົ້າຮ່ວມພິທີມີບັນດາສະຫາຍຄະນະບໍລິຫານງານພັກ, ຄະນະໜ່ວຍພັກ ຕະຫຼອດຮອດສະມາຊິກພັກສົມບູນ-ສຳຮອງເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ເດດສົງຄາມ ທຳມະວົງ ຖືກຄັດເລືອກເປັນເລຂາພັກເມືອງສີສັດຕະນາກ

ສະຫາຍ ເດດສົງຄາມ ທຳມະວົງ ຖືກຄັດເລືອກເປັນເລຂາພັກເມືອງສີສັດຕະນາກ

ພາຍຫຼັງດຳເນີນມາເປັນເວລາ 1 ວັນເຄິ່ງ, ກອງປະຊຸມໃຫຍ່ຜູ້ ແທນອົງຄະນະພັກເມືອງສີສັດຕະ ນາກຄັ້ງທີ VIII ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມໃນວັນທີ 6 ມິຖຸນານີ້ ທີ່ສະໂມສອນໃຫຍ່ຂອງ ເມືອງດັ່ງກ່າວ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ເດດສົງຄາມ ທຳມະວົງ ຄະນະປະຈຳພັກ ນະ ຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງສີສັດຕະນາກ, ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຊົງເລົ່າ ຢົງນູ ຮອງເລຂາພັກນະຄອນຫຼວງວຽງຈັນ ມີຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມໃຫຍ່ພັກເມືອງສີສັດຕະນາກ ຄັ້ງທີ VIII ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ພັກເມືອງສີສັດຕະນາກ ຄັ້ງທີ VIII ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງສີສັດຕະນາກຄັ້ງທີ VIII ເປີດຂຶ້ນຢ່າງເປັນທາງການ ໃນວັນ ທີ 5 ມິຖຸນານີ້ ທີ່ສະໂມສອນໃຫຍ່ຂອງເມືອງດັ່ງກ່າວ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ເດດສົງຄາມ ທຳມະວົງ ຄະນະປະຈຳພັກນະຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງສີສັດຕະນາກ,
ກອງປະຊຸມໃຫຍ່ ຄັ້ງທີ IV ໜ່ວຍພັກຮາກຖານສານປະຊາຊົນ ແຂວງຄໍາມ່ວນ

ກອງປະຊຸມໃຫຍ່ ຄັ້ງທີ IV ໜ່ວຍພັກຮາກຖານສານປະຊາຊົນ ແຂວງຄໍາມ່ວນ

ກອງປະຊຸມໜ່ວຍພັກຮາກຖານສານປະຊາຊົນ ແຂວງຄໍາມ່ວນ ຈັດຂຶ້ນໃນວັນທີ 5 ມີຖຸນາຜ່ານມາ, ໂດຍການເປັນປະທານຂອງ ສະຫາຍ ທອງເພັດ ຜຸຍຍະວົງ ເລຂາໜ່ວຍພັກຮາກຖານສານປະຊາຊົນແຂວງ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະເປີດຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນານີ້

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະເປີດຂຶ້ນຢ່າງເປັນທາງການ ໃນວັນທີ 9 ມິຖຸນານີ້

ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ ກໍາມະການຄະນະປະຈໍາສະພາແຫ່ງຊາດ ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຕໍ່ສື່ມວນຊົນ ໃນວັນທີ 5 ມິຖຸນານີ້ ທີ່ສະພາແຫ່ງຊາດ ວ່າ: ການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ເປີດຂຶ້ນ ວັນທີ 9-26 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 14 ວັນ (ບໍ່ລວມເອົາວັນພັກທາງລັດຖະການ).
ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ແຂວງອັດຕະປືສະໄໝທີ IX

ໄຂກອງປະຊຸມໃຫຍ່ຜູ້ແທນແມ່ຍິງ ແຂວງອັດຕະປືສະໄໝທີ IX

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງແຂວງ ອັດຕະປື ສະໄໝທີ IX ໄຂຂຶ້ນຢ່າງເປັນທາງການໃນວັນທີ 30 ພຶດສະພານີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື, ມີສະຫາຍ ນາງ ອາລີ ວົງໜໍ່ບຸນທຳ, ກຳມະການສູນກາງພັກ ປະທານຄະນະບໍລິຫານສູນກາງສະຫະພັນແມ່ຍິງລາວ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົເາຮ່ວມ.
ກະລຶມ ປະກາດແຕ່ງຕັ້ງຮັກສາການເຈົ້າເມືອງ ແລະ ຮອງເຈົ້າເມືອງ

ກະລຶມ ປະກາດແຕ່ງຕັ້ງຮັກສາການເຈົ້າເມືອງ ແລະ ຮອງເຈົ້າເມືອງ

ພິທີປະກາດການຈັດຕັ້ງ, ແຕ່ງຕັ້ງຮັກສາການເຈົ້າເມືອງ ແລະ ຮອງເຈົ້າເມືອງກະລຶມ ແຂວງເຊກອງ ໄດ້ຈັດຂຶ້ນໃນວັນທີ 29 ພຶດສະພາຜ່ານມານີ້, ທີ່ສະໂມສອນເມືອງດັ່ງກ່າວ, ໂດຍມີ ທ່ານ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ, ທ່ານ ສາຍຄໍາ ແກ້ວບຸນປານ ເລຂາຄະນະບໍລິຫານງານພັກເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໄຂກອງປະຊຸມໃຫຍ່ ຜູ້ແທນສະຫະພັນນັກຮົບເກົ່າ ແຂວງໄຊສົມບູນ ຄັ້ງທີ lll

ໄຂກອງປະຊຸມໃຫຍ່ ຜູ້ແທນສະຫະພັນນັກຮົບເກົ່າ ແຂວງໄຊສົມບູນ ຄັ້ງທີ lll

ກອງປະຊຸມໃຫຍ່ ຜູ້ແທນສະຫະພັນນັກຮົບເກົ່າ ແຂວງໄຊສົມບູນ ຄັ້ງທີ lll ໄດ້ໄຂຂຶ້ນໃນວັນທີ 27 ພຶດສະພາ ຜ່ານມາ ທີ່ສະໂມສອນໃຫຍ່ເມືອງອະນຸວົງ ພາຍໃຕ້ການເປັນປະທານຂອງ ສະຫາຍ ພັທ ສຸວັນລໍ່ ເຢຍປໍ ປະທານສະຫະພັນນັກຮົບເກົ່າ ແຂວງໄຊສົມບູນ ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພົຈວ ລຳພອນ ນົມຈັນທະວົງ ຄະນະບໍລິຫານງານພັກ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ
ແຕ່ງຕັ້ງທ່ານ ຄໍາໜັ້ນ ສໍປະເສີດ ເປັນຮັກສາການເລຂາພັກເມືອງຍົມມະລາດ

ແຕ່ງຕັ້ງທ່ານ ຄໍາໜັ້ນ ສໍປະເສີດ ເປັນຮັກສາການເລຂາພັກເມືອງຍົມມະລາດ

ພິທີປະກາດການແຕ່ງຕັ້ງ ແລະ ມອບ-ຮັບ ເລຂາພັກເມືອງ ເຈົ້າເມືອງຍົມມະລາດ ແຂວງຄຳມ່ວນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 28 ພຶດສະພານີ້ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຄໍາມ່ວນ. ທ່ານ ສົມໃຈ ພານີຈັນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງຄະນະປະຈໍາພັກແຂວງ
ເພີ່ມເຕີມ