![]() |
ໃນໂອກາດດັ່ງກ່າວ, ທ່ານ ຮ້ອຍໂທ ໄນຍະນົບ ພິລົມພັກດີ ປະທານຄະນະກຳມະການພາຣາແລັມປິກແຫ່ງປະເທດໄທ ໄດ້ມອບທຸງອາຊຽນພາຣາ ເກມ ໃຫ້ແກ່ປະເທດມາເລເຊຍ ຮັບກຽດເປັນເຈົ້າພາບໃນຄັ້ງຕໍ່ໄປ ຈະຈັດຂຶ້ນໃນເດືອນຕຸລາ ປີ 2027.ຕາງໜ້າຝ່າຍລາວເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກຳມະການພາຣາແລັມປິກແຫ່ງຊາດລາວ (ຄພລ).
ໃນພິທີປິດງານກິລາດັ່ງກ່າວ ຖືທຸງຊາດລາວນຳຂະບວນເດີນສວນສະໜາມຂອງ ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບຄົນພິການທີມຊາດລາວ ຜູ້ສ້າງຜົນງານຍາດໄດ້ຫຼຽນຄຳ ແລະ ຫຼຽນທອງ ປະຫວັດສາດ ໃນອາຊຽນ ພາຣາເກມ 2025 ໂດມີທ່ານ ລັດທະໄຊ ອິນທະວົງ ຮອງຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຮອງຄະນະນຳພາທັບນັກກິລາຄົນພິການລາວ ນຳຄະນະນັກກິລາລາວກ້າວເຂົ້າສູ່ສະໜາມ.
![]() |
ການແຂ່ງຂັນກິລາຄົນພິການອາຊຽນ ຄັ້ງທີ 13 ປີນີ້ ມີນັກກິລາຈາກ 10 ຊາດ ອາຊຽນເຂົ້າຮ່ວມ 1,166 ຄົນ, ໃນນັ້ນ ມີພຽງແຕ່ ປະເທດກຳປູເຈຍ ທີ່ຂໍຖອນຕົວ ແລະ ມີການຊີງໄຊຫຼຽນຄຳ ທັງໝົດ 493 ຫຼຽນ ຈາກ 19 ປະເພດກິລາ ແລະ ມີການສາທິດກິລາ 2 ປະເພດ ຄື ກິລາອີສະປອດ ແລະ ໂລນບານສະເພາະ ສປປ ລາວ ສົ່ງນັກກິລາເຂົ້າຮ່ວມທັງໝົດ 160 ກວ່າຄົນ ຈາກ 12 ປະເພດກິລາ.
ຜ່ານການແຂ່ງຂັນຜົນປະກົດວ່າ: ເຈົ້າຫຼຽນຄຳ ເປັນຂອງເຈົ້າພາບ ໄທ ຍາດໄດ້ 175 ຫຼຽນຄຳ, 155 ຫຼຽນເງິນ ແລະ 157 ຫຼຽນທອງ, ທີ 2 ອິນໂດເນເຊຍ ໄດ້ 135 ຫຼຽນຄຳ, 143 ຫຼຽນເງິນ ແລະ 114 ຫຼຽນທອງ; ທີ 3 ມາເລເຊຍ ໄດ້ 64 ຫຼຽນຄຳ 64 ຫຼຽນເງິນ, ແລະ 73 ຫຼຽນທອງ; ທີ 4 ຟີລິບປິນ ໄດ້ 45 ຫຼຽນຄຳ, 37 ຫຼຽນເງິນ ແລະ 52 ຫຼຽນທອງແດງ, ທີ 5 ຫວຽດນາມ ໄດ້ 38 ຫຼຽນຄຳ, 48 ຫຼຽນເງິນ ແລະ 58 ຫຼຽນທອງ, ທີ 6 ມຽນມາ ໄດ້ 20 ຫຼຽນຄຳ, 17 ຫຼຽນເງິນ ແລະ 20 ຫຼຽນທອງ; ທີ 7 ສິງກະໂປ ໄດ້ 13 ຫຼຽນຄຳ, 7 ຫຼຽນເງິນ ແລະ 9 ຫຼຽນທອງ, ທີ 8 ຕິມໍເລັດສະເຕ ໄດ້ 3 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງ, ທີ 9 ສປປ ລາວ ໄດ້ 2 ຫຼຽນຄຳ, 5 ຫຼຽນເງິນ ແລະ 11 ຫຼຽນທອງ ແລະ ທີ 10 ບຣູໄນ ໄດ້ 1 ຫຼຽນຄຳ, 3 ຫຼຽນເງິນ ແລະ 2 ຫຼຽນທອງ.
ພາບ-ຂ່າວ: ສົງການ ພັນແພງດີ


ຄໍາເຫັນ