ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX

ບັນດາ ສສຊ ສະເໜີລັດຖະບານແກ້ໄຂຫຼາຍບັນຫາ ກ່ຽວກັບວຽກງານສາມສ້າງ

ບັນດາ ສສຊ ສະເໜີລັດຖະບານແກ້ໄຂຫຼາຍບັນຫາ ກ່ຽວກັບວຽກງານສາມສ້າງ
ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 21 ພະຈິກ ນີ້ບັນດາສະມາຊິກສະພາແຫ່ງຊາດ(ສສຊ)

ໄດ້ມີຄໍາເຫັນຕໍ່ບົດລາຍງານຂອງລັດຖະບານກ່ຽວກັບວຽກງານສາມສ້າງ ຕາມມະຕິສະພາແຫ່ງຊາດ ສະບັບເລກທີ 02/ສພຊ,ລົງວັນທີ 28 ມັງກອນ 2016 ວ່າດ້ວຍການຈັດຕັ້ງປະຕິບັດວຽກງານສາມສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ.

ທ່ານ ສີເຮັງ ຫອມສົມບັດ ສສຊ ປະຈໍາເຂດເລືອກຕັ້ງທີ 14 ແຂວງສາລະວັນ ໄດ້ກ່າວວ່າ: ວຽກງານສາມສ້າງຜ່ານການປະເມີນການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນ 578 ບ້ານ ສາມາດປະເມີນໄດ້ 309 ບ້ານໄດ້ນາມມະຍົດເປັນບ້ານພັດທະນາ; ມີບາງດ້ານທີ່ຍັງເປັນບັນຫາເປັນຕົ້ນເລື່ອງເສັ້ນທາງ ປັດຈຸບັນແມ່ນລະດົມປະຊາຊົນລົງມືເຮັດເອງໃນຫຼາຍບ່ອນໂດຍໂຄງການເອົາຊີເມັນແລກເສັ້ນທາງ ແລະໄດ້ເສັ້ນທາງຄອນກຣີດໃນເທດສະບານ ມີຫຼາຍບ້ານ ຊຶ່ງອັນນີ້ແມ່ນເຮັດໄດ້ດີຫຼາຍ ແລະ ໄດ້ສືບຕໍ່ປະຕິບັດຢ່າງຕໍ່ເນື່ອງ; ອີກອັນໜຶ່ງພາຍຫຼັງທີ່ໄດ້ຈັດຕັ້ງປະຕິວຽກງານດັ່ງກ່າວ ເຫັນວ່າມີບັນຫາກ່ຽວກັບເຂດແດນເຂດເຊື່ອມຕໍ່ ຊຶ່ງເປັນເຂດເຊື່ອມຕໍ່ລະຫວ່າງແຂວງກັບແຂວງ ບໍ່ແມ່ນເຂດເຊື່ອມຕໍ່ລະຫວ່າງປະເທດ ຂໍໃຫ້ຄະນະປະຈໍາສະແຫ່ງຊາດ ກໍຄືລັດຖະບານໄດ້ພິຈາລະນາໃຫ້ຄອບຄົວໃນການຕົກລົງບັນຫາດັ່ງກ່າວ.

ທ່ານ ນາງ ເກສອນ ແສງຍະວົງ ສສຊ ປະຈໍາເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ ກ່າວວ່າ:ບົນພື້ນຖານແມ່ນເຫັນດີເປັນເອກະພາບຕໍ່ກັບການລາຍງານການຈັດຕັ້ງປະຕິບັດວຽກງານສາມສ້າງ ແຕ່ຍັງບໍ່ທັນໄດ້ຍົກໃຫ້ເຫັນວ່າສ້າງໄດ້ຕົວແບບຂອງແຂວງ ການສ້າງແຂວງເປັນຫົວໜ່ວຍຍຸດທະສາດ ກໍຍັງບໍ່ທັນໄດ້ຈັກແຂວງ; ການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງ ແລະ ການສ້າງບ້ານເປັນຫົວໜ່ວຍພັດທະນາ ກໍບໍ່ທັນມີ ທີ່ຈະໃຫ້ເປັນຕົວແບບພາຍໃນປະເທດ. ມາເບິ່ງໃນທິດທາງແຜນການໃນໄລຍະ 5 ປີ (2016-2030) ຈະສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດໃຫ້ໄດ້ 6 ແຂວງ; ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງ ໃຫ້ໄດ້ 48ເມືອງ ແລະ ບ້ານເປັນຫົວໜ່ວຍພັດທະນາໃຫ້ໄດ້ 2,800 ບ້ານຖ້າວ່າເຮັດໄດ້ຕາມແຜນດັ່ງກ່າວ ກໍເຫັນດີເປັນເອກະພາບ ແຕ່ວ່າຖ້າສົມທຽບໃສ່ໂຕເລກຜົນງານ ແລະ ການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ສະເໜີຂໍໃຫ້ພິຈາລະນາຄືນໃໝ່ ກ່ຽວກັບຄາດໝາຍໂຕເລກ ອາດຈະສູງເກີນໄປ;ຕໍ່ກັບເນື້ອໃນການຈັດຕັ້ງປະຕິບັດວຽກງານສາມສ້າງໃນໄລຍະຜ່ານມາແຂວງຫຼວງນໍ້າທາ ປະກອບມີ 5 ເມືອງ ສາມາດສ້າງເມືອງເປັນຫົວໜ່່ວຍເຂັ້ມແຂງຮອບດ້ານ ສາມາດສ້າງໄດ້ 2 ເມືອງ ຄື: ເມືອງຫຼວງນໍ້າທາ ແລະ ເມືອງສິງ; ການສ້າງບ້ານເປັນຫົວໜ່ວຍພັດທະນາ ຍັງຫຼາຍບ້ານບໍ່ທັນສາມາດຈັດຕັ້ງປະຕິບັດສໍາເລັດ. ປັດຈຸບັນ ແມ່ນມີກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍສະພາແຫ່ງຊາດ, ກົດໝາຍສະພາປະຊາຊົນ ໃນນັ້ນກົດໝາຍການປົກຄອງທ້ອງຖິ່ນກໍໄດ້ແບ່ງຂັ້ນຄຸ້ມຄອງອອກເປັນ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ຊຶ່ງຂັ້ນທ້ອງຖິ່ນປະກອບມີ ແຂວງ, ເມືອງ ແລະ ບ້ານ; ສໍາລັບຂັ້ນບ້ານແມ່ນຍັງບໍ່ທັນໄດ້ກໍານົດຈະແຈ້ງ ຊຶ່ງນາຍບ້ານຍັງບໍ່ທັນແມ່ນພະນັກງານ ຍັງເປັນແບບຕາມການປ່ອນບັດເລືືອກຕັ້ງທີ່ຊາວບ້ານເຫັນດີ ຖ້າວ່າອີງຕາມກົດໝາຍການປົກຄອງທ້ອງຖິ່ນ ນາຍບ້ານຕ້ອງແມ່ນພະນັກງານ ການປະຕິບັດນະໂຍບາຍຕໍ່ນາຍບ້ານກໍຍັງຕໍ່າຫຼາຍແຕ່ລະບ້ານແມ່ນນໍາສະເໜີບັນຫາດັ່ງກ່າວນີ້;ໃຫ້ກໍານົດເປົ້າໝາຍຊັດເຈນວ່າ ນາຍບ້ານຕ້ອງມີມາດຕະຖານເປັນຄືແນວໃດ. ວຽກງານສາມສ້າງແມ່ນຕິດພັນກັບຫຼາຍວຽກ ຊຶ່ງຈະມີ 4 ວຽກ: ວຽກງານສາມສ້າງ, ວຽກງານກໍ່ສ້າງຮາກຖານການເມືອງ,ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແລະ ວຽກງານຮັກຊາດພັດທະນາ ກົນໄກໃນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ຂາດກົນໄກໃນການປະສານງານ ຂາດຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ເຮັດພໍໃຜພໍມັນ ສະນັ້ນ ໃນຕໍ່ໜ້າສະເໜີໃຫ້ຄົ້ນຄວ້າບັນດາວຽກງານດັ່ງກ່າວວ່າຈະເຮັດແນວໃດ ເພື່ອໃຫ້ມີຄວາມເອກະພາບ ມີຄວາມສະດວກໃນການຈັດຕັ້ງປະຕິບັດ.

ທ່ານ ສີຄໍາ ບຸນມີໄຊ ສສຊ ປະຈໍາເຂດເລືອກຕັ້ງທີ 8 ແຂວງຫົວພັນ ໄດ້ກ່າວວ່າ: ຜ່ານການຮັບຟັງການລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວຽກງານສາມສ້າງ ເຫັນວ່າມີທ່າກ້າວ ສໍາລັບແຂວງຫົວພັນມີການຂະຫຍາຍບ້ານສາມສ້າງທັງໝົດ 72 ບ້ານ ຜ່ານການປະເມີນຕາມມາດຕະຖານນັ້ນບັນລຸໄດ້ 39 ບ້ານ; ສໍາລັບແຂວງ, ເມືອງ ຜ່ານການປະເມີນແມ່ນຍັງມີຫຼາຍບໍ່ສາມາດບັນລຸໄດ້; ຜ່ານການຕິດຕາມວຽກງານດັ່ງກ່າວ ປັດຈຸບັນລັດຖະບານມີແນວທາງນະໂຍບາຍກ່ຽວກັບວຽກງານສາມສ້າງ ໄດ້ແບ່ງສິດໃນການຄຸ້ມຄອງ ການບໍລິຫານວຽກງານຂອງລັດແມ່ນເຫັນວ່າດີຂຶ້ນ ແຕ່ຄຽງຄູ່ກັນນັ້ນ ຍັງມີອັນຫຍຸ້ງຍາກເຖິງວ່າຈະມີການແບ່ງໜ້າທີ່ກັນລະອຽດແລ້ວກໍຕາມ ແຕ່ຂອດການຈັດຕັ້ງປະຕິບັດຍັງມີຄວາມຫຍຸ້ງຍາກ ເປັນຕົ້ນ: ການແບ່ງທຶນໃນການພັດທະນາຍັງມີລັກສະນະຈ່ອງໄວ້; ການແບ່ງລາຍຮັບໃຫ້ບ້ານກໍຍັງມີຈໍາກັດ; ການມອບສິດໃຫ້ທ້ອງຖິ່ນກໍຍັງບໍ່ທັນເຕັມສ່ວນເທົ່າທີ່ຄວນ ວຽກງານສາມສ້າງແມ່ນວຽກງານມອບສິດໃຫ້ອໍານາດການປົກຄອງແຕ່ລະຂັ້ນ ໃນການຄຸ້ມຄອງການມອບສິດໃຫ້ແບບຂາດຕົວ ໃນຂັ້ນບ້ານ ຂັ້ນເມືອງ ເພື່ອເຮັດໃຫ້ວຽກການພັດທະນາມີທ່າກ້າວຍິ່ງໆຂຶ້ນ.

(ຂ່າວ: ຍຸພິນທອງ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ