ຄະນະຜູ້ແທນກະຊວງການເງິນ ນໍາໂດຍທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາຄະ ນະບໍລິຫານງານພັກ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມປຶກສາຫາລື ຮ່ວມກັບ ສໍານັກງານສົ່ງເສີມການລົງທຶນ (Invest HK) ເຂດປົກຄອງພິເສດຮົງກົງ ສປ ຈີນ ໃນວັນທີ 9 ມີນາຜ່ານມາ. ຈຸດປະສົງເພື່ອປຶກສາຫາລື ແລກປ່ຽນປະສົບການ ໃນການສົ່ງເສີມການລົງທຶນທັງພາຍໃນ ແລະ ຕ່າງ ປະເທດ, ສຶກສາແລກປ່ຽນການປະຕິບັດນະໂຍບາຍພາສີ-ອາກອນ ແລະ ການປະຕິບັດນະໂຍບາຍພັນທະຄ່າທໍານຽມໃຫ້ບັນດາບໍລິສັດນັກລົງທຶນຂະໜາດນ້ອຍ ແລະ ຂະໜາດໃຫຍ່ ຊຶ່ງເຂດປົກຄອງພິເສດຮົງກົງ ເປັນສູນກາງການລົງທຶນທາງດ້ານການເງິນສາກົນ ແລະ ເປັນປະຕູດ່ານໜ້າ ໃນການເຂົ້າສູ່ຕະຫຼາດສາກົນ; ພ້ອມນັ້ນ, ຍັງໄດ້ພ້ອມກັນປຶກສາຫາລື ແລກປ່ຽນແນວທາງການຈັດຕັ້ງປະຕິບັດນະໂຍບາຍການເງິນສີຂຽວ, ສິນເຊື່ອກາກບອນ, ນະ ໂຍບາຍການສົ່ງເສີມພັນທະບັດສີຂຽວ ແລະ ອື່ນໆ.
ກອງປະຊຸມສະໄໝທີ 57 ຂອງຄະນະກຳມາທິການສະຖິຕິ ແລະ ກອງປະຊຸມຫົວຂໍ້ປິ່ນອ້ອມ ຈັດຂຶ້ນໃນລະຫວ່າງວັນທີ 3-6 ມີນາຜ່ານມາ ທີ່ສໍານັກງານໃຫຍ່ ອົງການສະຫະປະຊາຊາດ ນິວຢອກ ສະຫະລັດອາເມຣິກາ. ຄະນະຜູ້ແທນຈາກ ສປປ ລາວ ນໍາໂດຍທ່ານ ນາງ ເພັດສະໜອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງການເງິນ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຊຶ່ງເປັນເວທີປຶກສາຫາລືປະຈຳປີລະດັບສູງຂອງຫົວໜ້າອົງການສະຖິິຕິເພື່ອກໍານົດທິດທາງ, ແລກປ່ຽນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແລະ ເສີມສ້າງການຮ່ວມມື ສືບຕໍ່ຜະລິດຂໍ້ມູນສະຖິຕິທີ່ມີຄຸນນະພາບ ສະຖິຕິສາມາດຕອບສະໜອງການກໍານົດນະໂຍບາຍ ແລະ ການພັດທະນາຢ່າງຍືນຍົງໃນລະດັບໂລກ, ພາກພື້ນ ແລະ ປະເທດ.
ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ຮ່ວມກັບ ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຈັດພິທີປາຖະກະຖາ ທັດສະນະທີ່ສໍາຄັນກ່ຽວກັບວຽກງານແມ່ຍິງຂອງສະຫາຍ ສີຈິ້ນຜິງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 116 ປີ ຈັດຂຶ້ນໃນວັນທີ 10 ມີນານີ້ ທີ່ໂຮງແຮມລາດສະວົງ ແວນດ້າ ວິສຕາ ໂດຍການເຂົ້າຮ່ວມຂອງທ່ານນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສສຍລ, ທ່ານນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາ ສປປ ລາວ, ມີບັນດາການນໍາພັກ-ລັດ, ຄະນະນຳກະຊວງ, ອົງການຂັ້ນສູນກາງ, ຄອບຄົວການນຳຂັ້ນສູງຂອງພັກ-ລັດ, ພະນັກງານປະຕິວັດອາວຸໂສ, ອະດີດການນຳຂອງສະຫະພັນແມ່ຍິງລາວເຂົ້າຮ່ວມ.
ພິທີປະດັບຫຼຽນໄຊລັດຖະບານ ແລະ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໃຫ້ບຸກຄົນ ແລະ ກົມກອງລວມໝູ່ ກົມໃຫຍ່ II ກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ທີ່ມີຜົນງານດີເດັ່ນໃນການຮ່ວມມື ແລະ ຊ່ວຍເຫຼືອກອງທັບປະຊາຊົນລາວຕະຫຼອດໄລຍະຜ່ານມາ, ເນື່ອງໃນໂອກາດວັນມູນເຊື້ອກົມໃຫຍ່ II ກະຊວງປ້ອງກັນປະເທດ ສສ ຫວຽດນາມ ຄົບຮອບ 80 ປີ ຈັດຂຶ້ນໃນວັນທີ 9 ມີນາຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ຕາງໜ້າໃຫ້ລັດຖະບານ ສປປ ລາວ ໂດຍສະຫາຍ ພົນເອກ ຄໍາລຽງ ອຸທະໄກສອນ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ມີສະຫາຍ ພົນເອກ ຟານ ວັນຢາງ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ, ມີຄະນະນໍາກະຊວງປ້ອງກັນປະເທດກໍາປູເຈຍ, ເອກອັກຄະລັດຖະທູດ ສ ກູບາ ປະຈໍາຫວຽດນາມ ພ້ອມດ້ວຍຄະນະຜູ້ແທນ ສປປ ລາວ-ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ອີງຕາມ ໜັງສືພິມລາຍວັນ Chosunilbo ຂອງ ສ. ເກົາຫຼີ ທີ່ອອກໃນວັນທີ 26 ກຸມພາ 2026ຜ່ານມາ ວ່າ: ໃນເດືອນກັນຍາ ທີ່ຜ່ານມາ, ເຈົ້າໜ້າທີ່ ຂອງ ສ. ເກົາຫຼີ ໄດ້ຮ່ວມມືກັບກໍາລັງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ພາໃຫ້ໃນເດືອນຕຸລາ 2025ຜ່ານມາ. ເຈົ້າໜ້າທີ່ໄດ້ບຸກເຂົ້າກວດຫ້ອງການສູນຄໍເຊັນເຕີ ຢູ່ທ້ອງຖິ່ນ (ຢູ່ລາວ) ແລະ ຈັບກຸມສະມາຊິກເຄືອຂ່າຍ ຂອງກຸ່ມຫຼອກລວງທາງອອນລາຍ ຫຼື ແກ໋ງສໍ້ໂກງທາງອອນລາຍ ທີ່ເປັນຄົນ ສ. ເກົາຫຼີ ໄດ້ 14 ຄົນ.
ເພື່ອເປັນການສະເຫຼີມສະຫຼອງບຸນກຸດຈີນ, ສູນວັດທະນະທໍາຈີນ ປະຈຳ ສປປ ລາວໄດ້ຈັດກິດຈະກໍາ “ພົບກັນຢູ່ຈ່ຽງໜານໃນລະດູໃບໄມ້ປົ່ງ-ເທສະການໂຄມໄຟສະເຫຼີມ
ຄະນະຜູ້ແທນຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ຂອງ ສປປ ລາວ 13 ທ່ານ ຊຶ່ງນຳໂດຍທ່ານ ນາງ ສີລິນທອນ ສັກລໍຄຳ ຜູ້ອຳນວຍການສູນການສຶກສາ ເພື່ອພັດທະນາຊຸມຊົນຂົງເຂດອາຊີຕາເວັນອອກ ສ່ຽງໃຕ້ ຫຼື ຊີເມວ ພ້ອມດ້ວຍກົມສາມັນສຶກສາ, ກົມການສຶກສາເດັກກ່ອນໄວຮຽນ, ກົມສ້າງຄູ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກົມຮ່ວມມືກັບຕ່າງປະເທດ ແລະ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມກອງປະຊຸມພາກພື້ນທີ່ນະຄອນຈາກາຕາ ປະເທດອິນໂດເນເຊຍ ໃນລະຫວ່າງວັນທີ 2-3 ມີນາຜ່ານມາ ເພື່ອແລກປ່ຽນບົດຮຽນ ແລະ ເສີມສ້າງເຄືອຂ່າຍຄວາມຮ່ວມມື ກັບບັນດາປະເທດຢູ່ພາກພື້ນ, ຄູ່ຮ່ວມພັດທະນາດ້ານການສຶກສາ ແລະ ຜູ້ໃຫ້ທຶນ ເພື່ອນຳມາໝູນໃຊ້ໃນການພັດທະນາ ການສຶກສາຂອງ ສປປ ລາວ ໃຫ້ມີປະສິດທິຜົນຫຼາຍຂຶ້ນ.
ພິທີເປີດຂະບວນການໃຫ້ວັກຊິນ ປ້ອງກັນພະຍາດແຫ່ງຊາດ ໂປລີໂອ ໃນ ສປປ ລາວ ຈັດຂຶ້ນໃນວັນທີ 3 ມີນານີ້ ທີ່ໂຮງໝໍເສດຖາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະ ມົນຕີກະຊວງສາທາລະນະສຸກ, ມີທ່ານ ບິລາລ ອູແຣງ ເຊັບ ດູຣານີ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈໍາລາວ, ທ່ານນາງ ວິໄລວອນ ຈັນທະລາຕີ ຮອງປະທານກໍາມະການປົກຄອງນະຄອນຫຼວງ, ມີບັນດາແພດໝໍ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ໄດ້ຊີ້ໃຫ້ເຫັນວ່າ: "ເພື່ອຮັບມືກັບບັນຫາທ້າທາຍຮ່ວມກັນ ແລະ ກ້າວໄປສູ່ອະນາຄົດທີ່ດີກວ່າເກົ່າ ພວກເຮົາຕ້ອງການບໍ່ພຽງແຕ່ຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ເຕັກໂນໂລຊີເທົ່ານັ້ນ, ແຕ່ຍັງຕ້ອງການຄວາມເຂັ້ມແຂງທາງດ້ານວັດທະນະທໍາ ແລະ ອາລິຍະທໍາອີກດ້ວຍ." ການຫັນເປັນທັນສະໄໝ ແລະ ອາລິຍະທໍາມີຄວາມກ່ຽວຂ້ອງກັນຢ່າງໃກ້ຊິດ, ໂດຍພື້ນຖານແລ້ວແມ່ນຕົວແທນແຫ່ງຂະບວນການປະຕິບັດຕົວຈິງຂອງວິວັດທະນາການຂອງອາລິຍະທໍາມະນຸດ.
ຫວ່າງບໍ່ດົນມານີ້ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ສະເໜີຕົວ ຂອງ ທ່ານ ເຄັນທ໌ວາຊ່ອງ ເອກອັກຄະລັດຖະທູດ ແຫ່ງ ການາດາ ປະຈຳ ສປປ ລາວ ແລະ ໄດ້ສະແດງຄວາມຍິນດີຕໍ່ການມາປະຕິບັດໜ້າທີ່ຂອງ ທ່ານເອກອັກຄະລັດຖະທູດ ນັບແຕ່ເດືອນຕຸລາ 2025 ເປັນຕົ້ນມາ.
ຄໍາເຫັນ