ບັນຍາກາດໃນວັນເປີດສົກຮຽນໃໝ່ ສົກຮຽນ 2025-2026

ບັນຍາກາດໃນວັນເປີດສົກຮຽນໃໝ່ ສົກຮຽນ 2025-2026

ບັນຍາກາດໃນວັນເປີດສົກຮຽນໃໝ່ ສົກຮຽນ 2025-2026
ໃນໂອກາດເປີດສົກຮຽນໃໝ່ ສົກຮຽນ 2025-2026 ຢ່າງເປັນທາງການ ທີ່ໂຮງຮຽນມັດທະຍົມສົມບູນວຽງຈັນ (ມສ ວຽງຈັນ) ນາງ ພອນທິບ ໄຊຍະສິດທິເດດ ນັກຮຽນຊັ້ນ ມ5/1 ຂອງ ມສ ວຽງຈັນ ໄດ້ສະແດງຄວາມຮູ້ສຶກຂອງຕົນໃນວັນເປີດສົກຮຽນໃໝ່ວັນທີ 1 ກັນຍາ 2025 ທີ່ໂຮງຮຽນ ມສ ວຽງຈັນ ວ່າ:
ບນຍາກາດໃນວນເປດສກຮຽນໃໝ ສກຮຽນ 2025-2026 - image 1
 

 

 

 ຕົນເອງຈະຕັ້ງໃຈຝຶກຝົນຫຼໍ່ຫຼອມຕົນເອງໃຫ້ຮູ້ຈັດວາງແຜນການຮຽນ, ເອົາໃຈໃສ່ກັບວຽກບ້ານທີ່ຄູ-ອາຈານມອບໃຫ້ຖືສໍາຄັນໃນການປະຕິບັດກົດລະບຽບຂອງໂຮງຮຽນ ຈະພະຍາຍາມບໍ່ເຮັດຜິດກົດລະບຽບທີ່ໂຮງຮຽນວາງອອກ.

ສໍາລັບວິຊາທີ່ມັກຮຽນຫຼາຍກວ່າໝູ່ແມ່ນວິຊາປະຫວັດສາດ ເພາະຢາກຮຽນຮູ້ກ່ຽວກັບຄວາມເປັນມາຂອງປະຫວັດສາດ; ທ້າວ ແສງເງິນ ອຸດົມ ນັກຮຽນຊັ້ນ ມ5/2 ມສ ວຽງຈັນ ໄດ້ສະແດງຄວາມຮູ້ສຶກໃນໂອກາດດັ່ງກ່າວວ່າ:

ບນຍາກາດໃນວນເປດສກຮຽນໃໝ ສກຮຽນ 2025-2026 - image 2
 

ຕົນເອງຮູ້ສຶກດີໃຈຫຼາຍ ທີ່ໄດ້ເຫັນໝູ່ເພື່ອນໃນມື້ເປີດສົກຮຽນໃໝ່ ສໍາລັບຕົນເອງມີຄວາມພ້ອມເຕັມທີ່ ໂດຍຈະຕັ້ງໃຈຄົ້ນຄວ້າຮໍ່າຮຽນ ຟັງຄໍາອະທິບາຍເວລາທີ່ອາຈານສອນບົດຮຽນໃນຫ້ອງ ບໍ່ບົນແຊວ, ເອົາໃຈໃສ່ປະຕິບັດກົດລະບຽບຂອງໂຮງຮຽນ ປະຕິບັດໂມງເຂົ້າຮຽນຢ່າງເຂັ້ມງວດ ເພື່ອໃຫ້ກາຍເປັນນັກຮຽນເກັ່ງ ແລະ ນາງ ພອນທິດາ ສີສູນທອນ ນັກຮຽນຊັ້ນ ມ3 ໂຮງຮຽນ ມສ ວຽງຈັນ ໄດ້ໃຫ້ສໍາພາດວ່າ:

ບນຍາກາດໃນວນເປດສກຮຽນໃໝ ສກຮຽນ 2025-2026 - image 3
 

ຕົນເອງມີຄວາມຮູ້ສຶກດີໃຈທີ່ໄດ້ຫວນຄືນມາພົບໝູ່ເພື່ອນ ເໝືອນໄດ້ພັດທະນາຕົນເອງໂດຍຜ່ານກິດຈະກໍາຕ່າງໆຂອງໂຮງຮຽນອີກຄັ້ງ ແລະ ຈະໄດ້ຮຽນຮູ້ສິ່ງໃໝ່ໆ ໃນສົກຮຽນນີ້ ຕົນຈະຕັ້ງໃຈສຶກສາຮໍ່າຮຽນເນື່ອງຈາກວ່າຈະເກັບຄະແນນໃນການສອບເສັງ ເພື່ອໃຫ້ໄດ້ຄະແນນທີ່ດີ ຂຶ້ນຫ້ອງ ມ4 ນອກຈາກຄົ້ນຄວ້າບົດຮຽນນໍາຄູ-ອາຈານແລ້ວ ຍັງຕ້ອງຄົ້ນຄວ້ານໍາໝູ່ຄູ່, ຄົ້ນຄວ້າຢູ່ເຮືອນ ແລະ ຊອກຮູ້ດ້ວຍຕົນເອງໃຫ້ຫຼາຍຂຶ້ນ, ສໍາລັບວິຊາທີ່ມັກແມ່ນວິຊາພາສາລາວ.

ບນຍາກາດໃນວນເປດສກຮຽນໃໝ ສກຮຽນ 2025-2026 - image 4
 

ຂ່າວ: ຍຸພິນທອງ

ຄໍາເຫັນ

ຂ່າວສືກສາ-ກິລາ

ດ້ານເຕັກນິກ - ຈັດການແຂ່ງຂັນມີຄວາມພ້ອມຮອບດ້ານຮັບໃຊ້ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ດ້ານເຕັກນິກ - ຈັດການແຂ່ງຂັນມີຄວາມພ້ອມຮອບດ້ານຮັບໃຊ້ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ຄວາມພ້ອມທາງດ້ານເຕັກນິກ-ຈັດການແຂ່ງຂັນ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 15-25 ພະຈິກ 2025. ທ່ານ ສີຈັນ ຈິດຈະປັນຍາ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາໄດຮັບການແຕ່ງຕັ້ງເປັນຫົວໜ້າກຳມະການເຕັກນິກ-ຈັດການແຂ່ງຂັນໄດ້ໃຫ້ສຳພາດຕໍ່ສືມວນຊົນ ໃນວັນທີ 22 ຕຸລາ ຜ່ານມາວ່າ: ໜ້າທີ່ຫຼັກໃນຄວາມຮັບຜິດຊອບຂອງກຳມະການເຕັກນິກ-ຈັດການແຂ່ງຂັນປະກອບມີ 6 ອານຸກຳມະການ ຄື: 1. ອານຸກຳມະການບໍລິຫານ ແລະ ສັງລວມ; 2. ອານຸກຳມະການຂຶ້ນທະບຽນ, ອອກບັດ ແລະ ລາຍງານຜົນ; 3. ອານຸກຳມະການຈັດການແຂ່ງຂັນ; 4. ອານຸກຳມະການສະໜາມ ແລະ ອຸປະກອນ; 5. ອານຸກຳມະການມອບຫຼຽນ-ລາງວັນ ແລະ 6. ອານຸກຳມະການຮັບຜິດຊອບການອຸທອນດ້ານເຕັກນິກ, ມີບຸກຄະລາກອນກຳມະການເຕັກນິກຈັດການແຂ່ງຂັນ, ບັນດາສະຫະພັນກິລາແຫ່ງຊາດ ແລະ ອາສາສະໝັກຊ່ວຍຮັບໃຊ້ຈັດການແຂ່ງຂັນ ທັງໝົດ 1,661 ຄົນ.
ຂະບວນແຫ່-ແລ່ນທວນໄຟ ງານມະຫະກໍາກິລາແຫ່ງຊາດ

ຂະບວນແຫ່-ແລ່ນທວນໄຟ ງານມະຫະກໍາກິລາແຫ່ງຊາດ

ຂະບວນແຫ່ ແລະ ແລ່ນທວນໄຟ ສະໜັບສະໜູນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ ຈັດຂຶ້ນໃນວັນທີ 21 ຕຸລາ 2025 ຢູ່ໜ້າອະນຸສອນປາກປ່າສັກ ໂດຍມີທ່ານ ສິລິລາດທົງສິນ ທອງເພັງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າ ແຂວງຄໍາມ່ວນ, ທ່ານ ນາງ ສິລິພອນ ສຸພັນທອງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະຮັບຊອບລະດັບຊາດ, ອົງການປົກຄອງເມືອງ ພະນັກງານ, ທະຫານ, ຕໍາຫຼວດ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ເຈົ້າພາບ ນວ ມີຄວາມພ້ອມ 90% ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ເຈົ້າພາບ ນວ ມີຄວາມພ້ອມ 90% ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ທ່ານ ນາງ ລີປ່າເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ (ນວ) ຮອງຫົວໜ້າກຳມະການກອງເລຂາ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອ​ວັນ​ທີ 21 ຕຸ​ລາ ຜ່ານມາ ທີ່ ນວ ວ່າ: ກຳມະການກອງເລຂາ ແມ່ນເປັນເສນາທິການໃຫ້ແກ່ຄະນະຮັບຜິດຊອບລະດັບຊາດ ຈັດງາມະຫະກຳກິລາແຫ່ງຊາດ ຄັ້ງທີ XII ເປັນໃຈກາງປະສານງານກັບບັນດາອະນຸກຳມະການ ເພື່ອອຳນວຍຄວາມສະດວກໃນການເຄື່ອນໄຫຼວວຽກງານຂອງອະນຸກຳມະການຕ່າງໆ
ຫາລືກຽມຄວາມພ້ອມຈັດງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV

ຫາລືກຽມຄວາມພ້ອມຈັດງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV

ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຄະນະຮັບຜິດຊອບລະດັບຊາດ ເພື່ອປຶກສາຫາລືກຽມຄວາມພ້ອມຈັດງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫຼວງວຽງຈັນ ຮັບກຽດເປັນເຈົ້າພາບ ລະຫວ່າງວັນທີ 13-19 ທັນວາ 2025, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີທ່ານ ນາງ ຂັນທະລີ ສິຣິພົງພັນ ປະທານຄະນະກຳມະການພາຣາແລັມປິກແຫ່ງຊາດລາວ ແລະ ທ່ານ ນາງ ລີປ່າເອ່ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຄະນະຮັບຜິດຊອບລະດັບຊາດ ກໍຄື ບັນດາກຳມະການ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ເຈນຈິລາ ຂຸນລິວົງ ນັກກິລາແລ່ນ-ລານ ຕັ້ງເປົ້າ 3 ຫຼຽນຄຳ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12

ເຈນຈິລາ ຂຸນລິວົງ ນັກກິລາແລ່ນ-ລານ ຕັ້ງເປົ້າ 3 ຫຼຽນຄຳ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12

ນາງ ເຈນຈິລາ ຂຸນລິວົງ ນັກກິລາແລ່ນ-ລານ ຕັ້ງເປົ້າໝາຍຈະສູ້ຊົນຍາດໃຫ້ໄດ້ຢ່າງໜ້ອຍ 3 ຫຼຽນຄຳ ໃຫ້ແກ່ທີມນັກກິລາບ້ານເກີດເມືອງນອນ ແຂວງສະຫວັນນະເຂດ ໃນການແຂ່ງຂັນແລ່ນ-ລານງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12 ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ຈະຈັດຂຶ້ນລະຫວ່າງວັນທີ 15-25 ພະຈິກ 2025 ນີ້.
ມຊ ສະຫຼຸບສົກຮຽນ ແລະ ເປີດສົກຮຽນໃໝ່ 2025-2026

ມຊ ສະຫຼຸບສົກຮຽນ ແລະ ເປີດສົກຮຽນໃໝ່ 2025-2026

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະຫຼຸບສົກຮຽນ 2024-2025, ເປີດສົກຮຽນໃໝ່ 2025-2026 ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025) ຂຶ້ນໃນວັນທີ 15 ຕຸລານີ້ ທີ່ສະໂມສອນ ມຊ ໂດຍການເປັນປະທານຂອງທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ, ມີຮອງອະທິການບໍດີ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປີດການແຂ່ງຂັນກິລາບານເຕະ ຊີງຂັນເຈົ້າແຂວງຄໍາມ່ວນ

ເປີດການແຂ່ງຂັນກິລາບານເຕະ ຊີງຂັນເຈົ້າແຂວງຄໍາມ່ວນ

ການແຂ່ງຂັນກິລາບານເຕະ ຊີງຂັນທ່ານເຈົ້າແຂວງຄໍາມ່ວນ ເພື່ອຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຄັ້ງທີ XI, ເປັນການສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 31 ປີ, ວັນປະກາດເອກະລາດຄົບຮອບ 80 ປີ ແລະ ວັນແຫ່ງຊາດຕ້ານຢາ ເສບຕິດຄົບຮອບ 24 ປີ, ທັງເປັນການແຂ່ງຂັນ ເພື່ອລະດົມທຶນໃນການກະກຽມສົ່ງນັກກິລາຂອງແຂວງ ເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ທີ່ຈະຈັດຂຶ້ນໃນກາງເດືອນ ພະຈິກ 2025ນີ້.
ເມືອງປາກກະດິງ ປາຖະກະຖາ ວັນຄູແຫ່ງຊາດ ແລະ ມອບ-ຮັບໜ້າທີ່

ເມືອງປາກກະດິງ ປາຖະກະຖາ ວັນຄູແຫ່ງຊາດ ແລະ ມອບ-ຮັບໜ້າທີ່

ວັນທີ 14 ຕຸລານີ້, ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ພິທີປະທະກະຖາວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025), ພາຍໃຕ້ການເປັນປະທານຂອງທ່ານ ບຸນຄົບ ຈັນທະວົງ ເລຂາຄະນະບໍລິຫານງານພັກເມືອງປາກກະດິງ.
ສສກ - ລັດຖະບານອົສຕຣາລີ ເນັ້ນໜັກເຖິງຄວາມສຳຄັນຂອງຜູ້ເຮັດວຽກສຶກສານິເທດພາຍໃນ

ສສກ - ລັດຖະບານອົສຕຣາລີ ເນັ້ນໜັກເຖິງຄວາມສຳຄັນຂອງຜູ້ເຮັດວຽກສຶກສານິເທດພາຍໃນ

ຄູໃນ ສປປ ລາວ ປຽບເໝືອນໝາກຫົວໃຈຂອງລະບົບການສຶກສາ, ຄູສ່ວນຫຼາຍຍັງເຮັດວຽກຢູ່ໃນສະພາບແວດລ້ອມທີ່ມີ​ຄວາມຫຍຸ້ງຍາກ ແຕ່ກໍສູ້ຊົນເພື່ອຮັບປະກັນໃຫ້ການຮຽນ-ການສອນມີຄຸນນະພາບ. ເພື່ອໃຫ້ຄູມີການພັດທະນາຕົນເອງ, ຄູຕ້ອງການການສະໜັບສະໜູນດ້ານການພັດທະນາວິຊາຊີບຄູແບບຕໍ່ເນື່ອງ. ດັ່ງນັ້ນ, ກະຊວງສຶກສາທິການ ແລະ ກິລາ (ສ​ສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ຜ່ານແຜນງານບີຄວາ, ໄດ້ສ້າງຕັ້ງທີມງານຜູ້ເຮັດວຽກສຶກສານິເທດພາຍໃນ ໃນປີ 2023 ຢູ່ 30 ເມືອງໃນ 7 ແຂວງ ເພື່ອຊ່ວຍເຫຼືອຄູໃນການຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ແລະ ເສີມສ້າງຄວາມເຂັ້ມແຂງໃນການສິດສອນຂອງເຂົາເຈົ້າ.
ເຈົ້າແຂວງ ສະຫວັນນະເຂດ ພົບປະໂອ້ລົມຄູ-ອາຈານ, ນັກສຶກສາວິທະຍາໄລຄູສະຫວັນນະເຂດ

ເຈົ້າແຂວງ ສະຫວັນນະເຂດ ພົບປະໂອ້ລົມຄູ-ອາຈານ, ນັກສຶກສາວິທະຍາໄລຄູສະຫວັນນະເຂດ

ວັນທີ 10 ຕຸລາຜ່ານມາ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍການນໍາຂອງແຂວງ ໄດ້ລົງຢ້ຽມຢາມ ແລະພົບປະໂອ້ລົມພະນັກງານງານ, ຄູ-ອາຈານ ແລະນັກສຶກສາວິທະຍາໄລຄູສະຫວັນນະເຂດ(ວຄສ)ເພື່ອເປັນການຊຸກຍູ້ສົ່ງເສີມການສ້າງຊັບພະຍາກອນມະນຸດ ໂດຍສະເພາະແມ່ນສ້າງຄູຮຸ່ນສືບທອດ ໃຫ້ມີຄວາມໜັກແໜ້ນທາງດ້ານວິຊາສະເພາະ, ສາມາດນຳເອົາຄວາມຮູ້ ແລະບົດຮຽນລົງສູ່ນັກຮຽນທັງໃນຕົວເມືອງ ແລະຊົນນະບົດໄດ້ຢ່າງມີປະສິດທິຜົນສູງ
ເພີ່ມເຕີມ