ບ້ານພູແຊວເມືອງພູກູດ ແຂວງຊຽງຂວາງ ໄດ້ຈັດພິທີມອບ-ຮັບອາຄານຮຽນຖາວອນ

ບ້ານພູແຊວມີອາຄານຮຽນຖາວອນນຳໃຊ້

ບ້ານພູແຊວມີອາຄານຮຽນຖາວອນນຳໃຊ້
ໃນລະຫ່ວາງວັນທີ 22-23 ທັນວາຜ່ານມາ ຢູ່ທີ່ບ້ານພູແຊວເມືອງພູກູດ ແຂວງຊຽງຂວາງ ໄດ້ຈັດພິທີມອບ-ຮັບອາຄານຮຽນຖາວອນ, ໂດຍການເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ

 ຮອງປະທານປະເທດແຫ່ງ ສປປ ລາວ, ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຊຽງຂວາງ, ມີການນຳມາຈາກສູນກາງ, ການນຳຂັ້ນແຂວງ, ເມືອງ, ພໍ່ແມ່ປະຊາຊົນ ແລະ ນ້ອງນັກຮຽນເຂົ້າຮ່ວມມ.
ໂຄງການກໍ່ສ້າງອາຄານຮຽນດັ່ງກ່າວ, ຮັບເໝົາກໍສ້າງໂດຍ ບໍລິສັດ ເອັສເອັສ ສຳຫຼວດອອກແບບກໍ່ສ້າງ-ຂົວທາງ ແລະ ຊົນລະປະທານຈຳກັດ. ໃນພິທີຜູ້ຕາງໜ້າບໍລິສັດ ເອັສເອັສ ໄດ້ລາຍງານວ່າ: ໂຄງການກໍ່ສ້າງອາຄານດັ່ງກ່າວ ປະກອບມີ 5 ຫ້ອງຮຽນ, 1 ຫ້ອງການຄູ ແລະ 2 ຫ້ອງນ້ຳ ພ້ອມເຄື່ອງເຟີນີເຈີຄົບຊຸດ, ອາຄານຮຽນມີຂະໜາດກ້ວາງ 8 ແມັດ, ຍາວ 35 ແມັດ, ຫ້ອງການຄູກ້ວາງ 7 ແມັດ, ຍາວ 8 ແມັດ ແລະ ຫ້ອງນ້ຳ, ລວມມູນຄ່າການກໍ່ສ້າງທັງໝົດ 1,858,947,000 ກີບ, ເປັນອາຄານຮຽນຖາວອນໃຊ້ເວລາໃນການກໍ່ສ້າງ 5 ເດືອນ ສຳເລັດ 100%.
ກ່າວມອບໂດຍທ່ານ ປ້າໄຫຼ ຈິດມະນີ ຄອບຄົວ ທ່ານ ບຸນທອງ ຈິດມະນີ ແລະ ກ່າວຮັບໂດຍ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງ ຊຽງຂວາງ ແລ້ວມອບຕໍ່ໃຫ້ອຳນາດການປົກຄອງເມືອງ, ບ້ານ ແລະ ຄູອາຈານ-ນ້ອງນັກຮຽນເປັນຜູ້ຊົມໃຊ້ໃຫ້ເກີດປະໂຫຍດສູງສຸດ. ໂອກາດດັ່ງກ່າວ, ຄອບຄົວການນຳຂັ້ນສູງ ແລະ ນັກທຸລະກິດໄດ້ມອບການຊ່ວຍເຫຼືອໃຫ້ແກ່ແຂວງຊຽງຂວາງຈຳນວນ 4,588,920,000 ກີບ ແລະ ເຄື່ອງອຸປະໂພກ-ບໍລິໂພກມູນຄ່າ 308,920,000 ກີບ, ມອບລົດຈັກຮອນດ່າເວບ 100 ຈຳນວນ 1 ຄັນ ແລະ ເງິນສົດຈຳນວນໜຶ່ງໃຫ້ກອງເສຍອົງຄະ 194 ບ້ານຄັງໄຂ ເມືອງແປກ ແລະ ກອງເສຍອົງຄະ 294 ບ້ານລ້ອງໄກ່ ເມືອງຄຳ.
ໂອກາດນີ້, ທ່ານຮອງປະທານປະເທດແຫ່ງ ໄດ້ໄປຢ້ຽມຢາມຟາມງົວນົມລາວຈັງໂກ, ການປູກມັນດ້າງສາຍພັນຍີປຸ່ນຂອງປະຊາຊົນບ້ານສີຊູ ແລະ ການທອມງົວຂອງປະຊາຊົນບ້ານຄອງ ເມືອງແປກ ແຂວງຊຽງຂວາງ
(ຂ່າວ: ບຸນມີແສງທຸມມີ)

ຄໍາເຫັນ

ຂ່າວສືກສາ-ກິລາ

ໂຮງ­ຮຽນ​ອະ­ນຸ­ບານ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ຈັດ​ກິດ­ຈະ­ກຳ​ວັນ­ເດັກ­ນ້ອຍ​ສາ­ກົນ ແລະ ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ

ໂຮງ­ຮຽນ​ອະ­ນຸ­ບານ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ຈັດ​ກິດ­ຈະ­ກຳ​ວັນ­ເດັກ­ນ້ອຍ​ສາ­ກົນ ແລະ ວັນ​ປູກ​ຕົ້ນ­ໄມ້​ແຫ່ງ​ຊາດ

ເນື່ອງ​ໃນ​ໂອ­ກາດ​ວັນ­ເດັກ­ນ້ອຍ​ສາ­ກົນ ແລະ ວັນ​ປູກ​ຕົົົົົົົົົົົົົົົົົົົົົົ້ນ​ໄມ​ແຫ່ງ​ຊາດ ໂຮງ­ຮຽນ​ອະ­ນຸ­ບານ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ​ໄດ້​ຈັດ​ພິ­ທີ​​ສະ­ເຫຼີມ­ສະ­ຫຼອງ​ວັນ​ສຳ­ຄັນ​ດັ່ງ­ກ່າວ​ຂຶ້ນ​ໃນ​ວັນ​ທີ 30 ພຶດ­ສະ­ພາ​ຜ່ານ​ມາ​ທີ່​ໂຮງ­ຮຽນ​ດັ່ງ­ກ່າວ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ນາງ​ເພັດ​ສະ­ໄໝ ໄຊ​ຍະ​ມຸງ​ຄົນ ພັນ​ລະ​ຍາ​ຜູ້​ອໍາ​ນວຍ​ກາຍ​ໂຮງ­ໝໍມະ­ໂຫ­ສົດ, ທ່ານ ພອນ​ປະ­ດິດ ສັງ​ໄຊ​ຍະ​ລາດ ປະ­ທານ​ສະ­ຫະ­ພັນ​ກຳ­ມະ­ບານ​ກະ­ຊວງ, ຫົວ­ໜ້າ​ກົມ​ຄວບ​ຄຸມ­ພະ​ຍາດ​ຕິດ­ຕໍ່ ກະ­ຊວງ​ສາ­ທາ­ລະ­ນະ​ສຸກ,ມີ​ບັນດາ​ຫຼານ​ນ້ອຍ, ພໍ່​ແມ່​ຜູ້​ປົກ­ຄອງ​ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.
ປະດັບຫຼຽນໄຊ-ຫຼຽນກາ-ໃບຍ້ອງຍໍ ໃຫ້ຄະນະນັກກິລາເພາະກາຍລາວ

ປະດັບຫຼຽນໄຊ-ຫຼຽນກາ-ໃບຍ້ອງຍໍ ໃຫ້ຄະນະນັກກິລາເພາະກາຍລາວ

ພິທີປະດັບຫຼຽນໄຊແຮງງານຊັ້ນ I, II, III,ຫຼຽນກາແຮງງານ ແລະ ໃບຍ້ອງຍໍລັດຖະບານລາວໃຫ້ຄະນະບໍລິຫານງານສະຫະພັນກິລາເພາະກາຍແຫ່ງຊາດລາວ (ສພກລ) ລວມເຖິງຄູຝຶກນັກກິລາ ແລະ ບັນດາຜູ້ສະໜັບສະໜູນຂຶ້ນໃນວັນທີ 31 ພຶດສະພາຜ່ານມາທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໃຫ້ກຽດປະດັບຫຼຽນໄຊໂດຍທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ,
ໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມສຶກສາປັນຍາມະນີເອົາໃຈໃສ່ ສອນດີ ມີວິໃນ ໃສ່ໃຈຄຸນນະພາບ  (ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ)

ໂຮງຮຽນລ້ຽງເດັກ-ອະນຸບານ-ປະຖົມສຶກສາປັນຍາມະນີເອົາໃຈໃສ່ ສອນດີ ມີວິໃນ ໃສ່ໃຈຄຸນນະພາບ (ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ)

ໂດຍ: ພູວັນ ເດັກນ້ອຍໃນວັນນີ້ ຄືຜູ້ໃຫຍ່ທີ່ມີອະນາຄົດສົດໃສໃນວັນໜ້າ ວັນເດັກນ້ອຍສາກົນເປັນວັນທີ່ມີຄວາມໝາຍສຳຄັນເພາະເດັກນ້ອຍແມ່ນໜໍ່ແໜງທີ່ຈະສືບຕໍ່ວຽກງານທີ່ສຳຄັນຈາກຮຸ່ນນີ້ສູ່ຮຸ່ນຕໍ່ໆໄປ, ພັກ ແລະ ລັດຖະບານເວລາໃດກໍ ໃຫ້ຄວາມສຳຄັນຕໍ່ເດັກນ້ອຍ, ທາງໂຮງຮຽນໄດ້ອົບຮົມບົ່ມສອນ, ພັດທະນາ ແລະ ສົ່ງເສີມໃຫ້ເດັກນ້ອຍຂອງພວກເຮົາເປັນຄົນທີ່ມີຄຸນນະພາບ, ມີຄຸນນະທໍາ ແລະ ມີຄວາມຮັບຜິດຊອບຕໍ່ສັງຄົມ.
ພິທີມອບ-ຮັບ ນໍ້າລິນ ໃຫ້ໂຮງຮຽນ ມໍສ ເທດສະບານເມືອງນາເເລ

ພິທີມອບ-ຮັບ ນໍ້າລິນ ໃຫ້ໂຮງຮຽນ ມໍສ ເທດສະບານເມືອງນາເເລ

ພິທີມອບ-ຮັບ ນໍ້າລິນໃຫ້ໂຮງຮຽນ ມໍສ ເທດສະບານເມືອງນາເເລ ເເຂວງຫຼວງນໍ້າມາ ໂດຍການສະໜັບສະໜູນຈາກສິດເກົ່າ ຊຽງຄໍາວິທະຍາຄົມ ລຸ້ນ 2520-2522 ຈັງວັດຊຽງລາຍປະເທດໄທ ໄດ້ຈັດຂຶ້ນ ໃນວັນທີ 27 ພຶດສະພາຜ່ານມາທີ່ສະໂມສອນໂຮງຮຽນມໍສ ເມືອງນາເເລ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຕັນ ວັນປະເສີດ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດວັດທະນະທໍາສັງຄົມ, ທ່ານ ອຸໄທ ຫອມນ້ານ ຕາງໜ້າທິມງານຈາກປະເທດໄທ.
ມອບ-ຮັບເຄື່ອງຫຼິ້ນໃຫ້ໂຮງຮຽນລ້ຽງເດັກ-ອະນຸບານ ໂຮງໝໍມິດຕະພາບ

ມອບ-ຮັບເຄື່ອງຫຼິ້ນໃຫ້ໂຮງຮຽນລ້ຽງເດັກ-ອະນຸບານ ໂຮງໝໍມິດຕະພາບ

ໂຮງໝໍມິດຕະພາບ ໄດ້ຈັດພິທີສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ຄົບຮອບ 101 ປີ, ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 45 ປີ ແລະ ມອບ-ຮັບເຄື່ອງຫຼິ້ນໃຫ້ໂຮງຮຽນລ້ຽງເດັກ-ອະນຸບານ ໂຮງໝໍມິດຕະພາບ ມູນຄ່າ 32,900,000 ກີບ. ຈາກພັນລະຍາການນໍາພັກ-ລັດ ​ຂຶ້ນໃນວັນທີ 27 ພຶດສະພານີ້ ໂດຍການ​ເຂົ້າ​ຮ່ວມຂອງ ທ່ານ ສອນໄຊ ລາດຊະວົງ ກຳມະການຄະນະພັກກະຊວງ ເລຂາຄະນະພັກຮາກຖານຜູ້ອໍານວຍການໂຮງໝໍມິດຕະພາບ, ພັນລະຍາການນໍາພັກ-ລັດ, ມີຄະນະອໍານວຍການ, ຕາງໜ້າສາມອົງການຈັດຕັ້ງ, ພະນັກງານແພດໝໍ ແລະ ພະຍາບານ ເຂົ້າຮ່ວມ.
ສະເຫຼີມສະຫຼອງ ຄົບຮອບ 10 ປີ ພັດທະນາການສຶກສາຊັ້ນປະຖົມສຶກສາ

ສະເຫຼີມສະຫຼອງ ຄົບຮອບ 10 ປີ ພັດທະນາການສຶກສາຊັ້ນປະຖົມສຶກສາ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ (ສສກ) ແລະ ສະຖານເອກອັກຄະລັດຖະທູດອົສຕຣາລີ ສະເຫຼີມສະຫຼອງ ການຈັດຕັ້ງປະຕິບັດ ແຜນງານປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ການຮ່ວມມືເພື່ອການຫັນປ່ຽນໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງການສຶກສາຊັ້ນປະຖົມສຶກສາທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ, ໂດຍສະເພາະຢູ່ເຂດຫ່າງໄກສອກຫຼີກ ແລະ ມີຄວາມຫຍຸ້ງຍາກ, ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພານີ້ ທີ່ນະຄອນຫຼວງວຽງຈັນ.
ຟີຟາ ມອບສະໜາມເຕະບານຫຍ້າທຽມ ໃຫ້ໂຮງຮຽນ ມສ ນາຄວາຍ

ຟີຟາ ມອບສະໜາມເຕະບານຫຍ້າທຽມ ໃຫ້ໂຮງຮຽນ ມສ ນາຄວາຍ

ສະຫະພັນບານເຕະສາກົນ ຫຼື ຟີຟາ ມອບສະໜາມກິລາເຕະບານຫຍ້າທຽມທີ່ແທດເໝາະສຳລັບການພັດທະນານັກກິລາຮຸ່ນອະນຸຊົນ ແລະ ເຍົາວະຊົນຍິງ-ຊາຍ ທີ່ນອນໃນເປົ້າໝາຍຂອງໂຄງການ "FIFA Arena Project" ໃຫ້ແກ່ໂຮງຮຽນມັດທະຍົມສົມບູນ ນາຄວາຍ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ຊຶ່ງເປັນໂຮງຮຽນແຫ່ງທຳອິດໃນ ສປປ ລາວ ໂດຍສະໜາມດັ່ງກ່າວຈະສາມາດສ້າງນັກກິລາຮຸ່ນສືບທອດກ້າວສູ່ທີມຊາດໃນອະນາ ຄົດ.
ງານແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ ທົ່ວເຂດແຂ່ງຂັນທີ 3 ພາກກາງ-ພາກໃຕ້ ໂດຍແມ່ນກອງບັນຊາການທະຫານແຂວງສະຫວັນນະເຂດເປັນເຈົ້າພາບ

ງານແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ ທົ່ວເຂດແຂ່ງຂັນທີ 3 ພາກກາງ-ພາກໃຕ້ ໂດຍແມ່ນກອງບັນຊາການທະຫານແຂວງສະຫວັນນະເຂດເປັນເຈົ້າພາບ

ງານແຂ່ງຂັນກິລາການທະຫານ ແລະ ກິລາມວນຊົນ ທົ່ວເຂດແຂ່ງຂັນທີ 3 ພາກກາງ-ພາກໃຕ້ຊິງຂັນລາງວັນຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເປີດຂຶ້ນຢ່າງເປັນທາງການໃນທ້າຍອາທິດຜ່ານມາ ຢູ່ທີ່ສະໜາມກິລາແຂວງສະຫວັນນະເຂດ ໂດຍແມ່ນກອງບັນຊາການທະຫານແຂວງສະຫວັນນະເຂດເປັນເຈົ້າພາບ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງຊາດ-ຂອງພັກ.
ໂຮງຮຽນ ປະຖົມສົມບູນ ບ້ານວົງສໍາພັນ ໄດ້ຮັບອຸປະກອນກິລາ ແລະ ທືນການສຶກສາ

ໂຮງຮຽນ ປະຖົມສົມບູນ ບ້ານວົງສໍາພັນ ໄດ້ຮັບອຸປະກອນກິລາ ແລະ ທືນການສຶກສາ

ໃນອາທິດຜ່ານມານີ້ ຢູ່ເດີ່ນໂຮງຮຽນປະຖົມສົມບູນ ວົງສຳພັນ ເມືອງພູວົງ ແຂວງອັດຕະປື, ບໍລິສັດ ອາເອັມເອລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສະຫະກຳແຂວງອັດຕະປື ມອບອຸປະກອນການກິລາ ແລະ ທືນການສຶກສາ ໃຫ້ໂຮງຮຽນປະຖົມສົມບູນ ບ້ານວົງສໍາພັນ ຊຶ່ງນຳໂດຍ ທ່ານ ເເດນນຽວ ມາເຊໂດ້ ຜູ້ຈັດການບໍລິສັດ ອາເອັມເອລາວ ສາຂາປາກເຊ, ມີທ່ານ ດາບເເກ້ວ ໄຊຍະເເສງ ເຈົ້າເມືອງພູວົງ, ຄູ-ອາຈານ ເເລະ ນ້ອງນັກຮຽນ.
ວີໄອພີ ລາວ ຊະນະ ເອັດພີບີ ໄທແລນ 4-2 ໄດ້ແຊັມເຕະບານ ອາວຸໂສອາຊຽນ 2025

ວີໄອພີ ລາວ ຊະນະ ເອັດພີບີ ໄທແລນ 4-2 ໄດ້ແຊັມເຕະບານ ອາວຸໂສອາຊຽນ 2025

ທີມວີໄອພີ ສປປ ລາວ ຊຶ່ງມີນັກກິລາຂອງສະໂມສອນ ປະສານໃຈ ເອັບຊີ ກວມເອົາ 70 ເປີເຊັນ ນຳໂດຍທ່ານ ບຸນລັບ ເຄນກິຕິສັກ ອະດີດທີມຊາດລາວ ໂຊຟອມເກັ່ງໄລ່ເອົາຊະນະ ເອັດພີບີ ໄທແລນ ຫຼື SPB Thailand ຈາກນະຄອນຫຼວງບາງກອກ 4-2 ປະຕູ ຍາດໄດ້ແຊັມການແຂ່ງຂັນເຕະບານ ອາວຸໂສ ອາຊຽນ ປະຈຳປິ 2025 ຫຼື ລາຍການ Asean Senior Football Championship 2025 ASFC Cup ຮຸ່ນອາຍຸ 50-55 ປີ ທີ່ແຂວງສຸພັນບູລີ ປະເທດໄທ.
ເພີ່ມເຕີມ