ບ້ານຊິນຈາຍໃຊ້ລະບົບອິນເຕີເນັດຄວາມໄວເຮັດກິດຈະກຳຂອງບ້ານ

ບ້ານຊິນຈາຍໃຊ້ລະບົບອິນເຕີເນັດຄວາມໄວເຮັດກິດຈະກຳຂອງບ້ານ
ຫົວເຫວີຍ ຮ່ວມກັບ ຊາຍນ່າ ໂມບາຍ ຢຸນນານ ສປ ຈີນພັດທະນາລະບົບອິນເຕີເນັດ 5G+ ແລະ ສາຍສົ່ງ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ປະຊາຊົນ ບ້ານຊິນຈາຍແລະ ນຳໃຊ້ລະບົບດັ່ງກ່າວເຂົ້າໃນການເຮັດກິດຈະກຳຕ່າງໆຂອງບ້ານໄດ້ຢ່າງສະດວກ ແລະ ວ່ອງໄວ.
ບ້ານ ຊິນຈາຍ ຕັ້ງຢູ່ເທິງເນີນພູເຂົາເກົາລິກົງເມືອງເປົາຊານມົນທົນຢຸນນານ ສປ ຈີນ,ສູງຈາກລະດັບນ້ຳທະເລປະມານ 1.000 ແມັດ, ໃນການຕິດຕໍ່ສື່ສານແລະ ນຳໃຊ້ລະບົບອິນເຕີເນັດ ທີ່ມີຄວາມໄວເພື່ອເຮັດກິດຈະກໍາຕ່າງໆ ຂອງບ້ານເປັນຕົ້ນ, ການຖ່າຍທອດສົດກະສິກໍາກາເຟ, ການໂພດວິດີໂອສັ້ນ ແລະ ອື່ນໆເພື່ອໂຄສະນາສິນຄ້າ ແລະ ສ້າງຖານລູກຄ້າ ໃຫ້ກວ້າງອອກໃນຂອບເຂດທົ່ວປະເທດຊຶ່ງບ້ານດັ່ງກ່າວ,ເປັນແຫຼ່ງກຳເນີດຂອງກາເຟເມັດນ້ອຍເປົາຊານແລະ ໄດ້ຮັບການຍ້ອງຍໍໃຫ້ເປັນ “ໜຶ່ງບ້ານ, ໜຶ່ງຜະລິດຕະພັນ” ຈາກກະຊວງກະສິກຳຂອງຈີນ, ພາຍຫຼັງໄດ້ຮັບການຊ່ວຍເຫຼືອດ້ານການຕິດຕໍ່ສື່ສານຈາກບໍລິສັດຫົວເຫວີຍ ຈຳກັດ ແລະ ຊາຍນ່າ ໂມບາຍ ຢຸນນານໄດ້ ເຮັດໃຫ້ເຂດປູກກາເຟຂອງໝູ່ບ້ານມີເນື້ອທີ່ 906 ເຮັກຕາ, ກວມເອົາ 95% ຂອງເນື້ອທີ່ປູກຝັງທັງໝົດ, ສຳລັບຜົນຜະລິດປະຈໍາປີໄດ້ 4.000 ກວ່າໂຕນ, ມູນຄ່າ 120 ລ້ານຢວນ ແລະ ສາມາດສ້າງລາຍຮັບຫຼາຍກວ່າ 70 ລ້ານຢວນ(ສະກຸນເງິນຈີນ)
ທ່ານຫວັງເຈ່ຍເຫວີຍຄະນະບ້ານຊິນຈ່າຍລາຍງານໃຫ້ຮູ້ໃນວັນທີ 20 ຜ່ານມາ ວ່າ: ພາຍໃນບ້ານນອກຈາກໄດ້ ພັດທະນາລະບົບອິນຕະເນັດ 5G+ ແລະ ສາຍສົ່ງ ອຳນວຍຄວາມສະດວກໃຫ້ແກ່ປະຊາຊົນແລ້ວ ຍັງໄດ້ສ້າງນິຄົມກາເຟພິເສດ 4 ແຫ່ງ, ວິສາຫະກິດກາເຟ 10 ແຫ່ງ ຊຶ່ງສາມາດດຶງດູດນັກທ່ອງທ່ຽວຫຼາຍກວ່າ 100.000 ຄົນຕໍ່ປີ,ບ້ານໄດ້ຮັບການຈັດອັນດັບເປັນສະຖານທີ່ທ່ອງທ່ຽວ 3A ແລະ ບ້ານທ່ອງທ່ຽວທີ່ມີຊື່ສຽງປະຈຳມົນທົນຢຸນນານ ແລະ ກາຍເປັນສະຖານທີ່ທ່ອງທ່ຽວ ທີ່ມີຄວາມນິຍົມດ້ານວັດທະນະທຳ ແລະ ການທ່ອງທ່ຽວດ້ານສຸຂະພາບ.ເຕັກໂນໂລຊີ 5G+ ໄດ້ຊຸກຍູ້ອຸດສາຫະກໍາກາເຟ ຂອງເມືອງເປົາຊານ ຊຶ່ງ ຊາຍນ່າ ໂມບາຍ ຢຸນນານສາຂາປາວຊານໄດ້ຕິດຕັ້ງ ແລະ ເພີ່ມປະສິດຕິພາບເຄືອຂ່າຍເພື່ອເຮັດໃຫ້ການບໍລິການດີຂຶ້ນນັບຕັ້ງແຕ່ການກໍ່ສ້າງເຄືອຂ່າຍໄຮ້ສາຍ (Wi-Fi) ເລີ່ມຂຶ້ນໃນປີ 2013, ສາຂາເມືອງເປົາຊານໄດ້ລົງທຶນປະມານ 22 ລ້ານຢວນໃນການກໍ່ສ້າງສະຖານນີແລະ ສ້າງສະຖານີຂະໜາດໃຫຍ່ 55 ສະຖານີ ໃນເຂດພູເຂົາເກົາລິກົງ. ຫຼັງຈາກການກໍ່ສ້າງພື້ນຖານໂຄງລ່າງ 5G ໄດ້ເລີ່ມຕົ້ນໃນປີ 2021, ສາຂາເປົາຊານໄດ້ເຮັດວຽກຢ່າງຈິງຈັງເພື່ອນໍາໃຊ້ເຄືອຂ່າຍ 5G ໃນເຂດເຂົາເກົາລິກົງ ເພື່ອຕອບສະໜອງຄວາມຕ້ອງການພັດທະນາພື້ນຖານໂຄງລ່າງໃໝ່ ຊຶ່ງບໍລິສັດໄດ້ວາງແຜນທີ່ຈະກວມເອົາ 98% ຂອງພື້ນທີ່ ທີ່ມີ 30 ຄົວເຮືອນ ຫຼື ຫຼາຍກວ່ານັ້ນໃນທ້າຍປີ 2023.
ບ້ານຊິນຈ່າຍໄດ້ສ້າງຮູບແບບການພັດທະນາກາເຟ ທີ່ມີຄຸນນະພາບສູງແບບເຊື່ອມໂຍງເຂົ້າກັນໃນທົ່ວລະບົບຕ່ອງໂສ້ມູນຄ່າອຸດສາຫະກຳ, ນັບແຕ່ການເລືອກເຟັ້ນ ແລະ ການເຕີບໂຕຈົນເຖິງການຂຸດຄົ້ນ ແລະ ປຸງແຕ່ງ, ໄດ້ຊຸກຍູ້ຂະແໜງການກາເຟຂອງຕົນດີຂຶ້ນ. ນອກຈາກນີ້, ຍັງໄດ້ຄວບຄຸມຄຸນນະພາບຢ່າງເຂັ້ມງວດ ເຮັດໃຫ້ເມັດກາເຟໄດ້ຮັບການຍອມຮັບຈາກຕະຫຼາດລາຄາຂອງເມັດກາເຟສີຂຽວໄດ້ເພີ່ມຂຶ້ນຈາກ 15 ຢວນຕໍ່ກິໂລເປັນ 60 ຢວນຕໍ່ກິໂລ ແລະ ກາຍເປັນອຸດສາຫະກຳກາເຟເມັດນ້ອຍເປົາຊານເຮັດໜ້າທີ່ເປັນເສົາຫຼັກໃນການຟື້ນຟູຊົນນະບົດ. ພ້ອມນີ້, ອຳນາດການປົກຄອງພາຍໃນບ້ານ ກໍໄດ້ຊຸກຍູ້ໃຫ້ປະຊາຊົນລົງທຶນໃນທີ່ດິນແລະ ຫັນບ່ອນຢູ່ອາໄສ ສາທາລະນະ ແລະ ທີ່ຢູ່ອາໄສຊົນນະບົດຂອງທ້ອງຖິ່ນ ໃຫ້ກາຍເປັນສູນວັດທະນະທຳກາເຟເປັນຕົ້ນ, ການປຸງແຕ່ງກາເຟ, ການສະແດງວັດທະນະທໍາກາເຟ, ການທ່ອງທ່ຽວທີ່ກ່ຽວຂ້ອງກັບກາເຟແລະ ການຂາຍຜະລິດຕະພັນກາເຟ, ຈັດງານເທດສະການທ່ອງທ່ຽວ ວັດທະນະທຳກາເຟ ແລະ ການແຂ່ງຂັນຜະລິດກາເຟ, ທັງເປັນເວທີປາໄສຂອງຊ່ຽວຊານກາເຟສາກົນ ເພື່ອຊຸກຍູ້ການທ່ອງທ່ຽວທ້ອງຖິ່ນຕື່ມອີກ.
(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ