ເປິດກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ

ເປິດກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ (SOM) ແລະ ບັນດາວາລະກອງປະຊຸມກະກຽມ ໄດ້ເປີດຂຶ້ນໃນວັນທີ 23 ຕຸລາ ຜ່ານມາ ຢູ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ. ນີ້ແມ່ນກອງປະຊຸມສ້າງປະຖົມປັດໄຈໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຊຶ່ງຄາດວ່າຈະຈັດຂຶ້ນຢູ່ຫໍປະຊຸມ ກົວລາລຳເປີ ປະເທດມາເລເຊຍ ໃນວັນທີ 26 – 28 ຕຸລາ ນີ້. ດ້ວຍຫົວຂໍ້ “ກວມລວມ ແລະ ຍືນຍົງ”.

ກອງປະຊຸມສຸດຍອດ ອາຊຽນ 47 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ຮັບຄວາມຫວັງວ່າ ຈະແມ່ນໜຶ່ງໃນບັນດາກອງປະຊຸມໃຫຍ່ທີ່ສຸດໃນປະຫວັດສາດຂອງກຸ່ມ, ມີບົດບາດເປັນພື້ນຖານສຳຄັນເພື່ອຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງກວ່າ, ພ້ອມກັນນັ້ນ ກໍແກ້ໄຂບັນດາສິ່ງທ້າທາຍໃນພາກພື້ນ ແລະ ທົ່ວໂລກຢ່າງສະໜິດຕິດພັນ ແລະ ຮອບດ້ານ. ເຫດການນີ້ກໍເຫັນປະຈັກຕາການເຂົ້າຮ່ວມຢ່າງຕັ້ງໜ້າຂອງ ຕີມໍແລັດສະເຕ ໃນການເຂົ້າເປັນສະມາຊິກ ອາຊຽນ, ດ້ວຍຖານະເປັນສະມາຊິກທີ 11, ຄາດວ່າຈະປະກາດໃນວັນທີ 26 ຕຸລາ ນີ້.

ນອກຈາກບັນດາການນຳ ອາຊຽນ, ຈະມີການນຳໂລກ 20 ກວ່າທ່ານ ຈະເຂົ້າຮ່ວມບັນດາກອງປະຊຸມສຸດຍອດກັບ ອາຊຽນ ຢູ່ນະຄອນຫຼວງຂອງມາເລເຊຍ.

ຄໍາເຫັນ

ຂ່າວຕ່າງປະເທດ

ງານວາງສະແດງການບິນສິງກະໂປຄັ້ງທີ 10

ງານວາງສະແດງການບິນສິງກະໂປຄັ້ງທີ 10

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 3 ກຸມພາຜ່ານມາ, ງານວາງສະແດງການບິນສິງກະໂປຄັ້ງທີ 10 ໄດ້ເປີດຂຶ້ນຢູ່ສູນວາງສະແດງຊາງງີ ຂອງສິງກະໂປ. ທິມສະແດງການບິນ “ປາອີ່” ຂອງກອງທັບອາກາດຈີນໄດ້ຮັບການເຊື້ອເຊີນ ແລະ ດຳເນີນການສະແດງການບິນ. ນີ້ແມ່ນການກັບມາເຂົ້າຮ່ວມງານວາງສະແດງການບິນສາກົນອີກຄັ້ງຂອງທີມສະແດງການບິນປາອີ່ ຫຼັງຈາກເຄີຍໄດ້ເຂົ້າຮ່ວມງານວາງສະແດງການບິນສິງກະໂປຄັ້ງທີ 7 ໃນເດືອນກຸມພາປີ 2020 .
ແອັດສະປາຍ ຈະຫ້າມເດັກນ້ອຍຕໍ່າກວ່າ 16 ປີ ນຳໃຊ້ສື່ສັງຄົມອອນລາຍ

ແອັດສະປາຍ ຈະຫ້າມເດັກນ້ອຍຕໍ່າກວ່າ 16 ປີ ນຳໃຊ້ສື່ສັງຄົມອອນລາຍ

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກຸມພາ ຜ່ານມາວ່າ: ທ່ານ ເປໂດຣ ຊານເຊສ ນາຍົກລັດຖະມົນຕີແອັດສະປາຍ ໄດ້ເປີດເຜີຍວ່າ, ລັດຖະບານແອັດສະປາຍ ກໍາລັງກະກຽມທີ່ຈະຫ້າມການເຂົ້າເຖິງສື່ສັງຄົມສໍາລັບເດັກນ້ອຍອາຍຸຕໍ່າກວ່າ 16 ປີ ແລະ ຍົກລະດັບກົດລະບຽບເພື່ອຄວບຄຸມແພລັດຟອມທີ່ອະນຸຍາດໃຫ້ມີການເຜີຍແຜ່ເນື້ອຫາທີ່ຜິດກົດ ໝາຍ ຫຼື ເນື້ອຫາທີ່ສ້າງຄວາມກຽດຊັງ ຫຼື ໃຊ້ Algorithm ເພື່ອເຜີຍແຜ່ເນື້ອຫາລັກສະນະດັ່ງກ່າວ.
WHO ຊີ້ໃຫ້ເຫັນວ່າ 40% ຂອງມະເຮັງທົ່ວໂລກສາມາດປ້ອງກັນໄດ້

WHO ຊີ້ໃຫ້ເຫັນວ່າ 40% ຂອງມະເຮັງທົ່ວໂລກສາມາດປ້ອງກັນໄດ້

ຂ່າວຕ່າງປະເທດລາຍງານ ໃນວັນທີ 4 ກຸມພາ ຜ່ານມາວ່າ: ການວິເຄາະລະດັບໂລກຄັ້ງໃໝ່ທີ່ດຳເນີນໂດຍອົງການອະນາໄມໂລກ (WHO) ແລະ ອົງການຄົ້ນຄວ້າມະເຮັງສາກົນຊີ້ໃຫ້ເຫັນວ່າ, ມະເຮັງທົ່ວໂລກຫຼາຍກວ່າ 40% ສາມາດປ້ອງກັນໄດ້. ໂດຍການສຶກສາໄດ້ເນັ້ນກວດສອບປັດໄຈສ່ຽງທີ່ສາມາດປ້ອງກັນໄດ້ 30 ຢ່າງ, ລວມທັງການໃຊ້ຢາສູບ ແລະ ເຫຼົ້າ, ດັດຊະນີມວນກາຍສູງ, ການຂາດກິດຈະກຳທາງດ້ານຮ່າງກາຍ, ມົນລະພິດທາງອາກາດ, ລັງສີອັນຕຣາໄວໂອເລັດ ແລະ ເປັນຄັ້ງທຳອິດທີ່ລວມເອົາການຕິດເຊື້ອ 9 ຊະນິດ ທີ່ຖືເປັນປັດໄຈສ່ຽງເຮັດໃຫ້ເກີດມະເຮັງ.
ປີ 2025 ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ຊາວ​ກະ​ສິ​ກອນຈີນ ເພີ່ມ​ຂຶ້ນ 6% ​

ປີ 2025 ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ຊາວ​ກະ​ສິ​ກອນຈີນ ເພີ່ມ​ຂຶ້ນ 6% ​

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 4 ກຸມ​ພາຜ່ານມາ, ຫ້ອງ​ການ​ຖະ​ແຫຼງຂ່າວ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ເພື່ອ​ແຈ້ງ​ສະ​ພາບ​ກ່ຽວ​ກັບ​ການ​ຫັນ​ເປັນທັນ​ສະ​ໄໝ​ຂອງ​ກະ​ສິ​ກຳ ​ແລະ ​ຊົນ​ນະ​ບົດ, ຊຸກ​ຍູ້​ຄວາມ​ຈະ​ເລີນ​ຢ່າງ​ຮອບ​ດ້ານ​ຂອງ​ຊົນ​ນະ​ບົດ​ຢ່າງ​ໜັກ​ແໜ້ນ​ພ້ອມ​ທັງ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ.
ຫວຽດນາມ ຈະ​ສືບ​ຕໍ່​ໃຫ້​ບຸ​ລິມ​ະ​ສິດ​ສູງ​ສຸດ​​ແກ່​ບັນ​ດາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ມະ​ນຸດ

ຫວຽດນາມ ຈະ​ສືບ​ຕໍ່​ໃຫ້​ບຸ​ລິມ​ະ​ສິດ​ສູງ​ສຸດ​​ແກ່​ບັນ​ດາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ມະ​ນຸດ

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (ວັນທີ 3 ກຸມພາ 1930 – 3 ກຸມພາ 2026) ແລະ ຕ້ອນຮັບລະດູບານໃໝ່ປີມະເມຍ 2026, ໃນວັນທີ 4 ກຸມພາ ຜ່ານມາ ຢູ່ສຳນັກງານສູນກາງພັກ ນະຄອນຫຼວງຮ່າໂນ້ຍ, ກົມການເມືອງ, ຄະນະເລຂາທິການ ໄດ້ພົບປະກັບອະດີດກຳມະການຄະນະບໍລິຫານງານສູນກາງພັກສະໄໝຕ່າງໆ.
ຕະຫຼາດຂະໜາດໃຫຍ່ຂອງຈີນເພີ່ມແຮງຂັບເຄື່ອນການພັດທະນາໃຫ້ແກ່ໂລກ

ຕະຫຼາດຂະໜາດໃຫຍ່ຂອງຈີນເພີ່ມແຮງຂັບເຄື່ອນການພັດທະນາໃຫ້ແກ່ໂລກ

ຫວ່າງມໍ່ໆມານີ້, ມີຂ່າວໆໜຶ່ງທີ່ດຶງດູດໃຈຄົນຈີນ ຄື: ໃນລະດູການປູກໝາກເຊີຣີລ້າສຸດ, ປະເທດຈີເລ ໄດ້ສົ່ງອອກໝາກເຊີຣີປະມານ 550,000 ໂຕນ, ໃນນັ້ນຫຼາຍກວ່າ 90% ແມ່ນສົ່ງອອກໄປຈີນ. ຜົນການຄ້າທີ່ມີຊີວິດຊີວາດັ່ງກ່າວເປັນພາບສະທ້ອນໃຫ້ເຫັນເຖິງການເຊື່ອມໂຍງ ແລະ ພັດທະນາໄປຄູ່ກັນລະຫວ່າງຕະຫຼາດໃຫຍ່ພິເສດຂອງຈີນ ແລະ ການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງຈີນ, ຍິ່ງເປັນການຢືນຢັນທີ່ມີຊີວິດຊີວາວ່າ: ຕະຫຼາດຂອງຈີນເປັນໂອກາດການພັດທະນາສໍາລັບທົ່ວໂລກ.
ເດືອນມັງກອນ ອັດຕາເງິນເຟີ້ຕວັກກີ ສູງເຖິງ 30.65%

ເດືອນມັງກອນ ອັດຕາເງິນເຟີ້ຕວັກກີ ສູງເຖິງ 30.65%

ຂ່າວຕ່າງປະເທດລາຍງານວ່າ: ອົງການສະຖິຕິຂອງຕວັກກີໄດ້ເປີດເຜີຍຂໍ້ມູນໃນວັນທີ 3 ກຸມພາ ຜ່ານມາຊຶ່ງສະແດງໃຫ້ເຫັນວ່າ, ດັດຊະນີລາຄາຜູ້ບໍລິໂພກ (CPI) ສຳລັບເດືອນມັງກອນຊ້າລົງເລັກນ້ອຍເປັນ 30.65% ເມື່ອທຽບກັບປີກ່ອນ, ຫຼຸດລົງຈາກ 30.89% ໃນເດືອນທັນວາ. ຢ່າງໃດກໍຕາມ, ໂຕເລກນີ້ສູງກວ່າຄວາມຄາດຫວັງຂອງນັກວິເຄາະໄວ້ທີ່ 30.00% ຊຶ່ງໄດ້ຮັບແຮງກົດດັນຈາກການເພີ່ມຂຶ້ນຂອງຄ່າແຮງງານຂັ້ນຕໍ່່າປະຈໍາປີ, ການຂຶ້ນລາຄາສິນຄ້າ ແລະ ການບໍລິການຫຼາຍຢ່າງໃນຕົ້ນປີ.
ສິງກະໂປ ສ້າງລາຍຮັບຈາກການທ່ອງທ່ຽວສູງແບບບໍ່ເຄີຍມີມາກ່ອນ

ສິງກະໂປ ສ້າງລາຍຮັບຈາກການທ່ອງທ່ຽວສູງແບບບໍ່ເຄີຍມີມາກ່ອນ

ຂ່າວຕ່າງປະເທດລາຍງານວ່າ: ຄະນະກຳມະການການທ່ອງທ່ຽວສິງກະໂປໄດ້ເປີດເຜີຍໃນວັນທີ 3 ກຸມພາ ຜ່ານມາວ່າ, ລາຍຮັບຈາກການທ່ອງທ່ຽວຂອງສິງກະໂປໃນສາມໄຕມາດທຳອິດຂອງປີ 2025 ໄດ້ເພີ່ມຂຶ້ນ 6.5% ເມື່ອທຽບໃສ່ປີກ່ອນໜ້າ ຊຶ່ງບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ ທີ່ 23.9 ຕື້ໂດລາສິງກະໂປ (ປະມານ 18.8 ຕື້ໂດລາ) ແລະ ມີທ່າອ່ຽງທີ່ຈະສ້າງລາຍຮັບໄດ້ຕະຫຼອດປີ 2025 ສູງກວ່າເປົ້າໝາຍທີ່ຄາດຄະເນໄວ້ ທີ່ 29-30.5 ຕື້ໂດລາສິງກະໂປ.
ສີລັງກາ ອະນຸຍາດໃຫ້ແມ່ຍິງເຮັດວຽກກະກາງຄືນ ຕຳແໜ່ງເຮັດຄວາມສະອາດ ແລະ ການບໍລິການອາຫານ

ສີລັງກາ ອະນຸຍາດໃຫ້ແມ່ຍິງເຮັດວຽກກະກາງຄືນ ຕຳແໜ່ງເຮັດຄວາມສະອາດ ແລະ ການບໍລິການອາຫານ

ຂ່າວຕ່າງປະເທດລາຍງານ ໃນວັນທີ 2 ກຸມພາ ຜ່ານມາວ່າ: ສີລັງກາ ໄດ້ປະກາດອະນຸຍາດໃຫ້ແມ່ຍິງສາມາດເຮັດວຽກກະກາງຄືນໃນຕຳແໜ່ງພະນັກງານເຮັດຄວາມສະອາດ ແລະ ພະນັກງານບໍລິການອາຫານ, ໂດຍມີຈຸດປະສົງເພື່ອເພີ່ມການມີສ່ວນຮ່ວມຂອງແຮງງານ, ຍ້ອນວ່າອັດຕາການເຂົ້າສູ່ຕະຫຼາດແຮງງານຂອງແມ່ຍິງໃນສີລັງກາຍັງຢູ່ໃນລະດັບ ຕໍ່າ ຢູ່ທີ່ປະມານ 30%.

ເພີ່ມເຕີມ